Breaking News

pou peng

ຈີ່ຈີ່ ພອຍໄພລິນ ຈັດທິບທ່ອງທ່ຽວ ໃຊ້ຊີວິດ Slow Life ທີ່ເມືອງມໍລະດົກໂລກ

ເປັນອີກໜຶ່ງສາວທີ່ມີ Life Style ມັກການທ່ອງທ່ຽວເປັນຊີວິດຈິດໃຈ ຈີ່ຈີ່ ພອຍໄພລິນ ສີວີໄລ ເນັດໄອດໍ້ຄົນດັງ ຫຼ້າສຸດເດີນທາງກັບມາປະເທດລາວນາງກໍຈັດທິບທ່ອງທ່ຽວທີ່ແຂວງ ຫຼວງພະບາງ ໃຊ້ຊີວິດແນວ Slow Life ທີ່ເມືອງມໍລະດົກໂລກກັບແກ້ງໝູ່ຂອງນາງ ແລະ ຈີ່ຈີ່ ຍັງໄດ້ໂພສຮູບພາບງາມໆຕາມແບບ ຕາມສະຕາຍຂອງນາງມາຝາກແຟນໆ. ລອງມາເບິ່ງກັນເບິ່ງເດີ້ ແຕ່ລະຮູບຂອງນາງງາມໆ ເຫັນແລ້ວຈົນຢາກໄປທ່ຽວ ຫຼວງພະບາງ ຂຶ້ນມາທັນທີ ທັນໄດ໋ເລີຍລະ!!! “woke up in Luang Prabang” “my loved ones❤️” “if you’re brave enough to say goodbye, life will reward you with a new hello” “tum lpb?” “strolling around??” ແລະ …

Read More »

“Bike for her 2018” ການແຂ່ງຂັນປັ່ນລົດຖີບເພື່ອການກຸສົນ ລະດົມທຶນບໍລິຈາກໃຫ້ກັບສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ ແລະ ການຄ້າມະນຸດ

ວາລະສານ ຂວັນໃຈ ຮ່ວມກັບ ສະຫະພັນ ລົດຖີບ ນະຄອນຫຼວງວຽງຈັນ ແລະ ສະມາຄົມ ນັກທຸລະກິດຍິງ ຂໍເຊີນບັນດານັກປັ່ນເຂົ້າຮ່ວມການແຂ່ງຂັນປັ່ນລົດຖີບ “Bike for her 2018” ເພື່ອຊິງຄວາມເປັນໜຶ່ງ ພ້ອມທັງຮ່ວມປະກາດຈຸດຢືນເພື່ອລົນນະລົງຢຸດການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ທັງລະດົມທຶນບໍລິຈາກໃຫ້ກັບສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ ແລະ ການຄ້າມະນຸດ ເຊິ່ງເງິນບໍລິຈາກດັ່ງກ່າວນີ້ພວກເຮົາຈະມອບໃຫ້ກັບສູນໃຫ້ຄຳປຶກສາ 100% ເຊິ່ງຈະຈັດຂຶ້ນ ໃນວັນທີ 03 ມີນາ 2018  ສະຖານທີ່ ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ. ເປີດຮັບສະໝັກແລ້ວເລີ່ມຕັ້ງແຕ່ວັນທີ 18 ມັງກອນ-13 ກຸມພາ 2018 ນີ້ເທົ່ານັ້ນ:  ສະຖານທີ່ຮັບສະໝັກ: ຕຶກເຄແອນຊີ ຊັ້ນ4 ຫຼັງໂຮງຮຽນ ມສ ວຽງຈັນ ຂ້າງສຳນັກງານນາຍົກ, ໂທ: …

Read More »

ຫວານເວີ້! ເບລານ-ບອຍ ປ່ອຍຄລິບສຸດສະວີດຫວານ ຂ້າຄົນໂສດ!!!

ກາຍເປັນຄູ່ຮັກໄວລຸ້ນແຫ່ງວົງການບັນເທີງທີ່ມີຄົນຕິດຕາມຫຼາຍເລີຍ ສຳລັບຄູ່ຂອງ  ເບລານ ສຸນິສາ ພັນທາວະດີ ແລະ ບອຍ ກິດສະນະ ຈຸນລະມຸນຕີ (ຄູ່ຮັກນາງແບບ-ນາຍແບບ) ທີ່ບໍ່ວ່າະໄປທາງໃດກໍຈະເຫັນທັງສອງໂຕຕິດກັນປານເຂົ້າໜົມຄູ່ , ຫຼ້າສຸດ ສາວ ເບລານ ກໍຈັດເຊີໄພ້ຫວານໃຈ ໜຸ່ມ ບອຍ ດ້ວຍການຫອບເຄັກວັນເກີດໄປເຊີໄພ້ເຖິງຂອບໂຕະສະໜຸກ ແຖມຍັງສະແດງຄວາມຮັກທີ່ໃຜເຫັນແລ້ວເປັນຕ້ອງຍ້ອງວ່າເປັນຄູ່ທີ່ມີຄວາມໜ້າຮັກຫຼາຍໆ… Happy birthday baby ?? @boykrissna #ວີດີໂອເຕັມຢູ່ເຟດບຸກ Em Larn A post shared by @ ich_belan on Jan 15, 2018 at 9:23pm PST ແລະ ຍັງບໍ່ໝົດແຕ່ພຽງເທົ່ານັ້ນ ສາວ ເບລານ ເພິ່ນກໍຍັງໄດ້ປ່ອຍອີກໜຶ່ງຄລິບຜ່ານອິນສະຕາແກຼມຂອງເພິ່ນ ເປັນຄລິບທີ່ທັງສອງສະວີດຫວານກັນປານຈະກືນກິນ ທັງຮ້ອງເພງ ເບິ່ງຕາກັນໄປນຳ ທັງ Kiss ກັນ… …

Read More »

ຊ໋ອກວົງການເພງ! “Dolores O’Riordan” ເຈົ້າຂອງເພງດັງ “Zombie” ເສຍຊີວິດແລ້ວ!!!

  ໂດໂລເຣສ ໂອເຣຍແດນ ( Dolores O’Riordan)  ນັກຮ້ອງນຳວົງ ເດິ ແຄນເບີຣີ່ (The Cranberries) ແນວເພງອັນເທີເນທີບຣ໊ອກຊື່ດັງ ໃນຍຸກ 90s ໄດ້ເສຍຊີວິດແລ້ວ ລວມອາຍຸໄດ້ 46 ປີ ໂດຍການລາຍງານຂອງສື່ອັງກິດວ່າ ໂດໂລເຣສ ກຳລັງເຂົ້າບັນທຶກສຽງຢູ່ທີ່ ລອນດອນ ປະເທດ ອັງກິດ ເຊິ່ງກ່ອນໜ້ານີ້ນາງໄດ້ມີການຍົກເລີກທົວຄອນເສີດຂອງວົງ ເນື່ອງຈາກບັນຫາດ້ານສຸຂະພາບ ໂດຍມີການລາຍງານອີກວ່າ ຄອບຄົວຂອງ ໂດໂລເຣສ ໂອເຣຍແດນ ກຳລັງຕົກຢູ່ໃນພາວະຊ໊ອກຢ່າງຮຸນແຮງ ແລະ ຍັງຮັບກັບການຈາກໄປຂອງນັກຮ້ອງດັງບໍ່ໄດ້ຫຼັງຈາກການຮູ້ຂ່າວການເສຍຊີວິດ ແລະ ໄດ້ຂໍຄວາມເປັນສ່ວນຕົວສຳລັບການທຳໃຈທີ່ແສນຍາກລຳບາກນີ້ ສ່ວນສາເຫດຂອງການເສຍຊີວິດຍັງບໍ່ໄດ້ປະກາດຢ່າງເປັນທາງການ. ຢ່າງໃດ! ກໍຂໍສະແດງຄວາມເສຍໃຈກັບການຈາກໄປຂອງ Dolores O’Riordan ດ້ວຍ (RIP) ທີ່ມາ: https://news.mthai.com/world-news/611031.html

Read More »

ໃຜມັກບັນຍາກາດບໍ່ຄືໃຜ ປ່ຽນໃໝ່ຕະຫຼອດ ມີເກມໃຫ້ຫຼິ້ນ ແຖມຍັງເປັນກັນເອງຕ້ອງ “TumMix Restaurant”

  ຖ້າເພື່ອນໆ ຂວັນໃຈ ຈະຊອກຮ້ານອາຫານນັ່ງຫຼິ້ນນັ່ງຊຸມແຊວ ຫຼື ຕ້ອນຮັບໝູ່ເພື່ອນ ທີ່ມາຈາກຕ່າງແຂວງ ຫຼື ຕ່າງປະເທດ Kuanjai Delicious Guide ຂໍແນະນໍາເລີຍ! “ຮ້ານອາຫານຕໍາມິກ” ຮັບຮອງວ່າ ຕ້ອງເປັນອີກທາງເລືອກໜຶ່ງທີ່ຖືກໃຈສາຍຊຸມແຊວແນ່ນອນ ເພາະນອກຈາກເມນູອາຫານເດັດໆແລ້ວ ຮ້ານນີ້ມີວົງດົນຕີເສບສົດໆໃຫ້ໄດ້ຟັງຕະຫຼອດຄືນ ຕັ້ງແຕ່ເວລາ 20:30 ຈົນຮອດ 24:00 ໂມງ. ເໝາະກັບໄວລຸ້ນຂາເລາະ ຫຼື ພະນັກງານທີ່ເມື່ອຍກັບວຽກຫ້ອງການໝົດມື້ແລ້ວ ຢາກນັ່ງຟັງເພງເພື່ອຜ່ອນຄາຍຄວາມຕຶງຄຽດ ຈິບເບຍເຢັນໆ ພ້ອມເມນູຕຳທີ່ຫຼາກຫຼາຍໄວ້ພ້ອມເສີບ ການຕົບແຕ່ງຂອງຮ້ານ ຕໍາມິກ ຈະບໍ່ເນັ້ນມີ Style ແບບໃດແບບໜຶ່ງ ແຕ່ເນັ້ນເອົາໄມ້ພາເລດ (Pallet) ມາຕົບແຕ່ງເປັນໂຕະ, ຕັ່ງ, ເວທີ ແລະ ເຄົາເຕີ້ (Counter) ໃຫ້ເປັນແບບແນວຢ້ອນຍຸກເກົ່າໆ ເບິ່ງແລ້ວຮູ້ສຶກເປັນກັນເອງ ສາວຫຼ້ານ້ອຍເຈົ້າຂອງຮ້ານເພິ່ນກໍໄດ້ເລົ່າໃຫ້ຟັງວ່າ: ກ່ອນຈະຕົບແຕ່ງຮ້ານ ກໍໄດ້ລົມກັນກັບສາມີ ແລະໝູ່ຄູ່ ແຕ່ລະຄົນກໍລະດົມຄວາມຄິດ ຈາກປະສົບການທີ່ໄດ້ໄປເຫັນຮ້ານອື່ນໆ …

Read More »