ວົງການນາງງາມບ້ານເຮົາກຳລັງຄຶກຄື້ນ ພໍ່ແມ່ພີ່ນ້ອງປະຊາຊົນລາວກໍໃຫ້ຄວາມສົນໃຈ ແລະ ຮ່ວມມືຮ່ວມໃຈໂຊຄວາມສາມັກຄີຄວາມເປັນຈິດໜຶ່ງໃຈດຽວກັນ ສົ່ງກຳລັງໃຈໃຫ້ສາວງາມທີ່ໄປປະກວດຢ່າງເຫັນໄດ້ຈະແຈ້ງ, ຫຼ້າສຸດສາວງາມທີ່ກຳລັງກະກຽມຕົວເພື່ອທີ່ຈະເດີນທາງໄປສູ່ເວທີອິນເຕີລະດັບໂລກ MISS UNIVERSE 2017 ອີກໜື່ງສາວນັ້ນກໍຄື ສຸພາພອນ ສົມວິຈິດ (ນຸ້ຍ) MISS UNIVERSE LAOS 2017 ເຊິ່ງສາວງາມຄົນນີ້ກໍຍັງໄດ້ໂພສຂໍກຳລັງໃຈຈາກຄົນລາວເຮົາວ່າ: “ເຫຼືອເວລາອີກບໍ່ດົນ ໃນການຕຽມຕົວເພື່ອພາລະກິດອັນສູງສົ່ງທີ່ປະເທດຊາດໄດ້ມອບໝາຍໃຫ້ ທີ່ຈະໄປປະກວດຕໍ່ MISS UNIVERSE (ນາງາມຈັກກະວານ )ທີ່ (USA) Las Vegas ໃນວັນທີ 9/11/2017 ມື້ປະກວດຈິງແມ່ນ 26/11/2017 .ກຳລັງໃຈຈາກຄອບຄົວ ແລະ ຄົນໃນປະເທດຊາດເຮົາສຳຄັນທີ່ສຸດ ສຳຄັນອີກກໍ່ແມ່ນກຳລັງໃຈຈາກບ້ານໄກ້ເຮືອນຄຽງ #ພິເສດ ຢາກໄດ້ກຳລັງໃຈທີ່ຢູ່ຕ່າງປະເທດ ທີ່ເປັນຄົນລາວ ຫຼືຄົນລາວສັນຊາດ USA ທີ່ຢູ່ທາງພຸ້ນ ເຮັດຈັງໃດຈະສົ່ງຂ່າວສານເຖິງເພິ່ນໄດ້ ຊ່ວຍແນະນຳແດ່ ? ຂອບໃຈທຸກຄອມເມ້ນ” ດັ່ງນັ້ນຈຶ່ງມາຂໍກຳລັງໃຈຈາກແຟນໆດ້ວຍການກົດໄລ້ ກົດແຊຣໄປໃຫ້ທຸກໆຄົນໄດ້ເຫັນນຳກັນເພື່ອຮ່ວມສົ່ງກຳລັງໃຈໃຫ້ ນ້ອງ ນຸ້ຍ ສຸພາພອນ ໃຫ້ມີກຳລັງໃຈແລະເຮັດໜ້າທີ່ໃນຊ່ວງປະກວດໄດ້ດີທີ່ສຸດ. …
Read More »pou peng
ເຫັນຄົນອື່ນຕົກຢູ່ໃນອັນຕະລາຍ ແຕ່ບໍ່ຊ່ວຍເຫຼືອ ມີໂທດທາງອາຍາຮູ້ບໍ່?
ເຄີຍບໍ່ ເຫັນຜົວເມຍຕີກັນ ແລ້ວຄິດວ່າເປັນເລື່ອງສ່ວນຕົວ ຈຶ່ງບໍ່ເຂົ້າໄປຫ້າມ ຫຼືໃຫ້ຄວາມຊ່ວຍເຫຼືອ? ເຄີຍບໍ່ ເຫັນຄົນເຈັບ ຫຼືອຸບັດຕິເຫດຕາມທ້ອງຖະໜົນ ແຕ່ບໍ່ຊ່ວຍນຳສົ່ງໂຮງໝໍ ຍ້ອນຢ້ານເຂົາວ່າເຮົາເປັນຜູ້ກໍ່ເຫດ? ເຄີຍບໍ່ ເຫັນຄົນຕົກຢູ່ໃນອັນຕະລາຍ ແຕ່ເມີນເສີຍ ບໍ່ສົນໃຈ ເພາະຄິດວ່າບໍ່ແມ່ນເລື່ອງຂອງເຮົາ? ແລ້ວເຊື່ອບໍ່ວ່າ ພຶດຕິກຳແບບນີ້ ຜິດກົດໝາຍອາຍາ ມີໂທດຈຳຄຸກ? ບໍ່ຕ້ອງຕົກໃຈດອກ ແມ່ນແທ້ໆ ເພາະໄດ້ຖືກກ່າວໄວ້ໃນ ກົດໝາຍວ່າດ້ວຍອາຍາ (2005) ມາດຕາ 93 ການທີ່ບໍ່ໄດ້ໃຫ້ຄວາມຊ່ວຍເຫຼືອແກ່ຜູ້ອື່ນ ໃນເວລາຕົກຢູ່ໃນໄພອັນຕະລາຍ: “ບຸກຄົນຜູ້ໃດ ຫາກໄດ້ພົບເຫັນຜູ້ອື່ນຕົກຢູ່ໃນໄພອັນຕະລາຍແກ່ຊີວິດ ຫຼືສຸຂະພາບ ແຕ່ບໍ່ໄດ້ໃຫ້ຄວາມຊ່ວຍເຫຼືອ ທັງໆທີ່ຕົນເອງມີເງື່ອນໄຂພໍຊ່ວຍເຫຼືອໄດ້ ຫຼືບອກຄົນອື່ນໃຫ້ຊ່ວຍເຫຼືອ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະຈະຖືກປັບໃໝແຕ່ 100.000 ກີບ ຫາ 500.000 ກີບ ບຸກຄົນທີ່ມີໜ້າທີ່ຊ່ວຍເຫຼືອ ແຕ່ບໍ່ໄດ້ປະຕິບັດໜ້າທີ່ຂອງຕົນ ໃນການຊ່ວຍເຫຼືອຜູ້ທີ່ຕົກຢູ່ໃນໄພອັນຕະລາຍແກ່ຊີວິດ ຫຼືສຸຂະພາບ ຈະຖືກລົງໂທດຕັດອິດສະຫຼະພາບ …
Read More »ໜ້າຮັກໄດ້ອີກ! ຟ້າໃສ ຈິນນາລີ ໂພສຄລິບຂອບໃຈຄົນລາວ ທີ່ໂຊພະລັງຄວາມສາມັກຄີ ຈົນເຮັດໃຫ້ມິສແກຣນລາວຕິດທ໊ອບໂຫວດ!!!
ໜ້າຮັກໄປອີກ! ນ້ອງ ຟ້າໃສ ຈິນນາລີ ນໍລະສິງ ມິສແກຣນລາວ ໂພສຄລິບຂອບໃຈຄົນລາວ ທີ່ໂຊພະລັງຄວາມສາມັກຄີ ຮ່ວມກັນກົດໄລ້ ກົດແຊຣ ແລະ ຮ່ວມໂຫວດຈົນຊ່ວຍໃຫ້ ຟ້າໃສ ຕິດ Top3 ໃນການເຕັ້ນໂຊເພື່ອເປີດພິທີໃນການແຂ່ງຂັນແທ້ຂອງ Miss Grand International 2017 ໃນວັນທີ 25 ຕຸລາ 2017 ນີ້ໍ່ ແລະ ຟ້າໃສ ຍັງຂອບໃຈຄົນລາວເຮົາທຸກໆໂຫວດກ່ອນໜ້ານີ້ທີ່ຄົນລາວເຮົາໄດ້ສະແດງສັກກະຍະພາບເຖິງຄວາມສາມັກຄີກັນ ເຖິງຈະເປັນປະເທດນ້ອຍແຕ່ບໍ່ໄດ້ດ້ອຍໜ້າປະເທດອື່ນ. ລອງມາເບິ່ງຄລິບກັນເລີຍ!!! #ແຊຣໄປໃຫ້ໂລກຮູ້ນິແຫຼະລາວ ???????? ບໍ່ມີໂອກາດໄດ້ໄລຟ໌ກະອັດຄລິບຂອບໃຈເອົາຊະເນາະ Chinnaly Fasaiさんの投稿 2017年10月22日(日) ທີ່ມາ: Chinnaly Fasai , Miss Grand International
Read More »“Fat Grafting” ປ່ຽນຮູບໜ້າໃຫ້ງາມ ດ້ວຍໄຂມັນເຮົາເອງ!!!
“ສີດໄຂມັນໃສ່ໜ້າຜາກ ຊ່ວຍໃຫ້ໜ້າຜາກສວດ ແລະ ງາມມີມິຕິ ເບິ່ງໜ້າຮັກແບບເດັກນ້ອຍ ສີດໄຂມັນໃສ່ແກ້ມ ປ່ຽນຈາກແກ້ມຈ່ອຍ ໃຫ້ເຕັມຂຶ້ນ ສາມາດຊ່ວຍໃຫ້ສາວໆເບິ່ງຄືອາຍຸນ້ອຍລົງ ແລະ ສຸຂະພາບດີ” ຮູບໜ້າຕາມກໍາມະພັນຂອງສາວໆອາຊີສ່ວນຫຼາຍແມ່ນ ແບນ ໃຫຍ່ ມົນ ບໍ່ມີມິຕິເຊິ່ງຖືວ່າຍັງຫ່າງໄກຈາກ ຮູບໜ້າໃນອຸດົມຄະຕິ ໃນຍຸກນີ້ຢ່າງຫຼວງຫຼາຍ ຫຼືເພິ່ນເອີ້ນວ່າ Beauty In Trend ທີ່ສາວໆຕ້ອງມີໃບໜ້າຮູບໄຂ່ ໜ້ານ້ອຍໜ້າຜາກສວດ ຄາງສວດມີໂໜກແກ້ມ ຕາໃຫຍ່ ດັງໂມ ແລະ ຮີມສົບນ້ອຍບາງ ແຕ່ຕ້ອງຕຶ່ງອີກໃດ ໂອ້ຍ ວິນເດ້ ແລ້ວຈະແກ້ໄຂແນວໃດລະບາດນີ້? ທີມງານຂັວນໃຈ ຮູ້ໃຈສາວໆດີຢູ່ແລ້ວຈຶ່ງໄດ້ນໍາເອົາຂໍ້ມູນຄວາມງາມຫຼ້າສຸດ ກ່ຽວກັບການໃຊ້ໄຂມັນຕົນເອງ ສີດເພື່ອປັບປ່ຽນຮູບໜ້າຂອງສາວໆໃຫ້ງາມຂຶ້ນມາຕ້ອນ ເຊິ່ງເອີ້ນວ່າ: Fat Grafting ນັ້ນເອງ .. ຕື່ນເຕັ້ນລະແມ່ນບໍ່? ເຮົາໄປອ່ານພ້ອມໆກັນເລີຍເນາະ ການສີດໄຂມັນສາມາດປັບຮູບໜ້າໄດ້ເຊັ່ນ: ສີດໄຂມັນໃສ່ແກ້ມ ປ່ຽນຈາກແກ້ມຈ່ອຍ ໃຫ້ເຕັມຂຶ້ນ ສາມາດຊ່ວຍໃຫ້ສາວໆເບິ່ງຄືອາຍຸນ້ອຍລົງ ແລະ …
Read More »ສຸດຍອດ! ປະກາດຢ່າງເປັນທາງການແລ້ວ ຟ້າໃສ ຈິນນາລີ ມິສແກຣນລາວ ຕິດ Top3 ໄດ້ຮັບສິດເຕັ້ນເປີດຕົວແຖວໜ້າໃນມື້ Final show!!!
ເປັນຂ່າວດີຂອງຄົນລາວເຮົາສຸດໆເລີຍ ຫຼັງຈາກທີ່ລຸ້ນທີ່ເຊຍ ນ້ອງ ຟ້າໃສ ຈິນນາລີ ນໍລະສິງ ມິສແກຣນລາວ ທີ່ເດີນທາງໄປເປັນຕົວແທນສາວງາມຈາກລາວເພື່ອປະກວດໃນເວທີລະດັບສາກົນ Miss Grand International 2017 ທີ່ປະເທດ ຫວຽດນາມ , ຫຼ້າສຸດໃນວັນທີ 22 ຕຸລາ 2017 ທາງເພສຕົ້ນສັງກັດຢ່າງ Miss Grand International ກໍໄດ້ອອກມາປະກາດຢ່າງເປັນທາງການແລ້ວວ່າ: ບັນດາສາວງາມທີ່ຕິດ Top3 ຈາກຜົນໂຫວດຂອງຄົນທົ່ວໂລກ ທີ່ຈະໄດ້ຮັບສິດເຕັ້ນເທິງແຖວໜ້າໃນມື້ Final show ໃນວັນທີ 25 ຕຸລາ 2017 ເຊິ່ງເປັນມື້ປະກວດແທ້ນັ້ນມີທັງໝົດ 3 ປະເທດຄື: 1. ຫວຽດນາມ, 2. ລາວ ແລະ 3. ກຳປູເຈັຍ ເຊິ່ງໜຶ່ງໃນນັ້ນກໍມີ ນ້ອງ ຟ້າໃສ ຈິນນາລີ ຂວັນໃຈຂອງຄົນລາວເຮົາອີກດ້ວຍ. ສຳລັບໃນມື້ Final show ຂອງ Miss Grand International 2017 ໃນວັນທີ 25 ຕຸລາ …
Read More »