ວັນສຸກທ້າຍອາທິດແບບນີ້ ຊະນີIndy ມີເພງສະຕຣິງໃໝ່ຫຼ້າສຸດຂອງວົງ GB2 ມາຝາກແຟນໆ ເຊິ່ງຜົນງານເພງໃໝ່ຫຼ້າສຸດຂອງ 4 ໜຸ່ມນີ້ກໍໄດ້ມີການ featuring ຮ່ວມກັບສາວ ນໍ້າຝົນ ແລະ ໜຸ່ມ ໂຈອີ້ ອີກດ້ວຍ ແລະ ທີ່ເຊີໄພ້ທີ່ສຸດກໍໜ້າຈະເປັນນາງເອກຂອງເອັມວີທີ່ໄດ້ນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ສາວປະເພດສອງສຸດຮ໋ອດ ມາຮ່ວມສະແດງເປັນນາງເອກໃນເອັມວີຂອງເພງ, ດັ່ງນັ້ນບໍ່ລໍຖ້າຊ້າເດີ້ລອງມາເບິ່ງຜົນງານເພງ “ປ່ຽນ” ນີ້ກັນເລີຍ ຮັບຮອງວ່າຕ້ອງຖືກໃຈແຟນເພສທຸກໆຄົນຢ່າງແນ່ນອນ. #ແຊຣໄປເພື່ອຊ່ວຍສະໜັບສະໜູນເພງລາວ ຄລິບຈາກ ແລະ ຮູບພາບຈາກ: Indee Laos , Wanmai Thammavong
Read More »pou peng
ນາງເອກພັນລ້ານຂອງລາວ ລູກນໍ້າ ວົງສິຣິ ດັງໄກສະແດງຮູບເງົາຮ່ວມກັບດາລາດັງຂອງປະເທດເພື່ອນບ້ານ!!!
ນາງເອກພັນລ້ານຂອງລາວ ລູກນໍ້າ ວົງສິຣິ ດັງໄກສະແດງຮູບເງົາຮ່ວມກັບດາລາດັງຂອງປະເທດເພື່ອນບ້ານ, ໃນວັນທີ 6 ກໍລະກົດ ນັບວ່າເປັນຂ່າວດີຂອງວົງການບັນເທິງຂອງລາວເຮົາເພາະ ລູກນໍ້າ ອະດີດນາງງາມ ແລະ ນາງເອກຮູບເງົາພັນລ້ານຈາກເລື່ອງ “ຫົງຫາມເຕົ່າ ຂ້ອຍຕວະເຈົ້າ ເຮົາຮັກກັນ” ໄດ້ໄປຮ່ວມພິທີບວງສວງຮູບເງົາເລື່ອງໃໝ່ “ມັງກອນນາລີປີສາດ” ທີ່ສາວລູກນໍ້າຂອງເຮົາໄດ້ຮ່ວມສະແດງກັບ ດາລາ-ນັກສະແດງ ທີ່ມີຝີມືຫຼາຍທ່ານເຊັ່ນ: ກຣີນ ອັດສະດາພອນ, ພິ້ງກີ້ ສາວິກາ, ໂຕ່ໂນ່ ພາຄິນ ແລະ ຍັງມີນັກສະແດງອະວຸໂສຫຼາກຫຼາຍຝີມືຂອງໄທທີ່ມາຮ່ວມຫຼິ້ນໃນຮູບເງົາເລື່ອງນີ້ອີກດ້ວຍ, ສ່ວນວ່າໃນຮູບເງົາເລື່ອງ “ມັງກອນນາລີປີສາດ” ລູກນໍ້ານາງເອກພັນລ້ານຂອງລາວເຮົານັ້ນຈະສະແດງໃນບົດບາດໃດ…ກະລຸນາຕິດຕາມກັນໄດ້ໄວໆນີ້. #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ ຂໍຂອບໃຈຮູບພາບຈາກ: Louknum Vongsili
Read More »ຢາກຂາວ, ຢາກງາມ ປຶກສາສາວກຸ້ງ K-Same Me by Koung
ເລື່ອງຄວາມງາມຕອນນີ້ບໍ່ວ່າຍິງ ຫຼື ຊາຍແມ່ນບໍ່ມີໃຜຍອມໃຜ ຕ່າງກໍຫັນມາຢາກມີຜິວພັນທີ່ດີ ແລະ ສົດໃສ ໂດຍສະເພາະແຖບອາຊີເຮົາແມ່ນຕ້ອງຜິວຂາວໆ ຜ່ອງໆ ເບິ່ງແລ້ວມີອໍຣ່າເທົ່ານັ້ນ ຈຶ່ງແມ່ນຄຳຕອບຂອງ “ຄວາມງາມ”, ຂະໜາດສາວບາງຄົນໜ້າຕາບໍ່ໂດດເດັ່ນ ແຕ່ມີຜິວທີ່ຂາວໃສ ອ້າຍບ່າວກໍລຸມຂາຍຂະໜົມຈີບ ຈົນຄິວບໍ່ວ່າງພຸ້ນແຫຼະ. ມື້ນີ້! BeautyGuru ຈະມາແນະນຳ ສາວງາມຄົນໜຶ່ງ ຊື່ວ່າ ກຸ້ງ ອາຍຸພຽງ 23 ປີ ເທົ່ານັ້ນ, ແຕ່ສາມາດເປັນເຈົ້າຂອງຍີ່ຫໍ້ສິນຄ້າ (Brand) ທີ່ກໍາລັງມາແຮງ ແລະ ຂາຍດີທີ່ສຸດໃນລາວຕອນນີ້ເລີຍໃດ ຂາຍດີສ່ຳໃດຫັ້ນຫວາ?? ອາທິດໜຶ່ງນາງ ຂາຍໄດ້ເຖິງ 30,000 ຊອງພຸ້ນແຫຼະ. ອ້າປາກຄ້າງເລີຍແມ່ນບໍ່? ເຫັນສິນຄ້າ ຂອງ ສາວກຸ້ງ ຂາຍດີແບບນີ້ ສາວໆ ເລີ່ມຢາກຮູ້ແລ້ວແມ່ນບໍ່ວ່າ ສາວກຸ້ງ ໄປເຮັດຫຍັງມາ ຈຶ່ງກາຍມາເປັນເຈົ້າຂອງທຸລະກິດ ທີ່ເອີ້ນໄດ້ວ່າ “ສາວອາຍຸນ້ອຍ ຮ້ອຍລ້ານແບບນີ້!” ສາວກຸ້ງໄດ້ເລົ່າໃຫ້ຟັງວ່າ: ກ່ອນຈະມາເປັນເຈົ້າຂອງຜະລິດຕະພັນ K-Same Me by …
Read More »ມາແລ້ວ! ຮູບເງົາສັ້ນ “ພັກຕັບ ເລີກເຫຼົ້າເຂົ້າພັນສາ” (ມີຄລິບ)
“ພັກຕັບ ເລີກເຫຼົ້າເຂົ້າພັນສາ” ເປັນຮູບເງົາສັ້ນເພື່ອຕ້ອງການເຊີນຊວນໃຫ້ທຸກຄົນຫັນມາໃສ່ໃຈສຸຂະພາບໃນໄລຍະເຂົ້າພັນສາທີ່ຈະມາເຖິງນີ້ ເຊິ່ງຮູບເງົາເລື່ອງດັ່ງກ່າວສ້າງຈາກຝີມືຄົນລາວ ສ້າງຂຶ້ນໂດຍທີມງານ ຕັກກະແຕນ ເຈົ້າຂອງຜົນງານຮູບເງົາສັ້ນເລື່ອງ “ເລືອດແປງເປັດ” ແລະ ເຈົ້າຂອງຄລິບເພງ “ໃສວ່າຊິເຊົາຊື້ເລກເຕົ່າ” ແລະ ອີກຫຼາຍໆຜົນງານ, ດັ່ງນັ້ນລອງມາເບິ່ງກັນເບິ່ງເດີ້ ແລະ ຢ່າລືມແຊຣໄປເພື່ອເຊີນຊວນໃຫ້ຄົນທີ່ເຮົາຮັກມາພັກຕັບໃນຊ່ວງເຂົ້າພັນສານີ້. *ຮູບເງົາສັ້ນໂຄສະນາ* ( ຝາກກົດໄລກົດແຊ ເປັນກຳລັງໃຈໃຫ້ທີມງານແດ່ເດີ )ຢູດ!!!ພັກຕັບເລີກເຫຼົ້າເຂົ້າພັນສາ#ຕັກກະແຕນ โพสต์โดย ຕັກກະແຕນ บน 5 กรกฎาคม 2017 ຂໍຂອບໃຈຂໍ້ມູນຈາກ: ຕັກກະແຕນ
Read More »ງາມຫຼາຍ! ບັນດານາງສາວ ມິສແກຣນລາວ ລົງເຮັດກິດຈະກຳຮຽນຮູ້ການຕໍ່າທໍຜ້າໄໝລາວແບບດັ້ງເດີມ
ວ້າວໆໆ…ງາມຫຼາຍ! ກັບບັນດານາງສາວຜູ້ເຂົ້າປະກວດ ມິສແກຣນລາວ 2017 ທີ່ໄດ້ລົງເຮັດກິດຈະກຳຮຽນຮູ້ການຕໍ່າທໍຜ້າໄໝລາວແບບດັ້ງເດີມ ໃນວັນທີ 5 ກໍລະກົດ 2017, ເຊິ່ງກິດຈະກຳດັ່ງກ່າວ ເປັນກິດຈະກຳທີ່ອະນຸລັກຄວາມເປັນລາວຂອງບັນດາຜູ້ເຂົ້າປະກວດ ມິສແກຣນລາວ 2017 ແລະ ບັນດານາງສາວງາມຜູ້ເຂົ້າປະກວດທັງໝົດຍັງໄດ້ຮຽນຮູ້ການຕໍ່າທໍຜ້າໄໝລາວແບບດັ້ງເດີມ ຢູ່ທີ່ ພິພິຕະພັນຜ້າໄໝບູຮານ ຫ້ວຍຫົງ ແລະ ຍັງໄດ້ນຸ່ງຜະລິດຕະພັນຜ້າໄໝລາວຢ່າງງົດງາມອີກດ້ວຍ. #ແຊຣໄປໃຫ້ໂລກຮູ້ນີ້ແຫຼະແມ່ຍິງລາວ ຂໍຂອບໃຈຮູບພາບ: MISS GRAND LAOS ມີສແກຣນລາວ
Read More »