ແລງໆແບບນີ້ມາຊອກເບິ່ງຫຍັງທີ່ມັນສະບາຍຫູສະບາຍຕາກັນດີກວ່າ ມື້ນີ້ ຊະນີIndy ມີຮູບພາບງາມໆມາຝາກແຟນເພສ ຂວັນໃຈ ເຮົາທຸກໆຄົນ ເປັນຮູບພາບຂອງເອື້ອຍ ນ້ອຍ ລັດສະໝີ ໄຊສົງຄາມ ນາງແບບແຖວໜ້າຂອງບ້ານເຮົາ ແລະ ນ້ອງ ຟ້າໃສ ນໍລະສິງ ຜູ້ເຂົ້າປະກວດໝາຍເລກ 19 ໃນເວທີມິສແກນລາວ, ທີ່ທັງສອງສາວໄດ້ຮ່ວມຖ່າຍແບບເຊັດໃໝ່ ແລະ ດ້ວຍຄວາມເປັນມືອາຊີບຂອງທັງສອງຄົນ ລວມໄປເຖິງອົງປະກອບອື່ນໆບໍ່ວ່າຈະເປັນສະຖານທີ່, ຊ່າງແຕ່ງໜ້າ ແລະ ຊ່າງຖ່າຍພາບ ຈຶ່ງເຮັດໃຫ້ຮູບພາບອອກມາໄດ້ງົດງາມ ເບິ່ງແລ້ວຊ່າງເປັນຮູບພາບທີ່ອໍລະຊອນອ່ອນຊ້ອຍ ເຊິ່ງສະຖານທີ່ຖ່າຍແບບໄດ້ຄັ້ງນີ້ແມ່ນຢູ່ທີ່ ຕາດວັງຫລວງ. #ແຊຣໄປໃຫ້ໂລກຮູ້ ນ້ອຍ ລັດສະໝີ 2. ຟ້າໃສ ນໍລະສິງ ຂໍຂອບໃຈຮູບພາບຈາກ: NOy Latsamy Saysongkham, Vilasak Sengphetmany
Read More »pou peng
ລວມຮິດຄວາມໜ້າຮັກ ຄວາມຮາ ຕັ້ງແຕ່ເປັນໂສດຈົນມີແຟນຂອງ ນູ່ນີ່ ກຸມພົນພັກດີ (ມີຄລິບ)
ລວມຮິດຄວາມໜ້າຮັກ ຄວາມຮາ ຕັ້ງແຕ່ເປັນໂສດຈົນມີແຟນຂອງ ນູ່ນີ່ ກຸມພົນພັກດີ ສາວລາວທີ່ໄປເລືອກຄູ່ໃນລາຍການ “Take Me Out Thailand”, ຫຼ້າສຸດກໍມີຄລິບລວມຮິດຄວາມໜ້າຮັກ ຄວາມຕະຫຼົກເຮຮາຂອງນາງອອກມາແລ້ວ, ຊະນີIndy ເລີຍບໍ່ພາດທີ່ຈະນຳເອົາມາຝາກແຟນເພສ ຂວັນໃຈ ທຸກໆຄົນ. ດັ່ງນັ້ນ ມາເບິ່ງກັນເລີຍເດີ້ຮັບຮອງວ່າໜ້າຮັກ ປົນຮາແນ່ນອນ. #ຢ່າລືມແຊຣເປັນກຳລັງໃຈໃຫ້ສາວນູ່ນີ່ ຂໍຂອບໃຈຄລິບ ແລະ ຮູບພາບຈາກ: TV Thunder Official , Noony Koumphonphakdee
Read More »ນູ່ນີ່ ແລະ ອ໋ອບ ເຄມີເຂົ້າກັນກາຍເປັນຄູ່ຮັກໄອດໍ້ຄູ່ໃໝ່ ແຟນຄລັບແຫ່ກົດໄລ້ຮູບຄູ່!!!
ສະບາຍດີ ວັນຈັນ ວັນແຫ່ງການເຮັດວຽກ ມາເລີ່ມຕົ້ນວັນໃໝ່ຂອງອາທິດດ້ວຍຄວາມໜ້າຮັກຂອງ ນູ່ນີ່ ແລະ ອ໋ອບ ຄູ່ຮັກສົດໆໃໝ່ໆຈາກລາຍການເລືອກຄູ່ຊື່ດັງຝັ່ງປະເທດເພື່ອນບ້ານ, ແລະ ໃນ 2-3 ມື້ທີ່ຜ່ານມາປະຕິເສດບໍ່ໄດ້ເລີຍວ່າທັງສອງໄດ້ສ້າງປະກົດການຮືຮາໄປທົ່ວທັງປະເທດລາວແລະໄທ ເພາະເປັນຄູ່ທີ່ໜ້າຮັກ ເຄມີເຂົ້າກັນສຸດໆ ບໍ່ວ່າທັງສອງຈະໂພສຮູບ ຫຼືໂພສສະເຕຕັສຫຍັງກໍຈະມີແຟນຄລັບໃຫ້ຄວາມສົນໃຈ ແລະ ເຂົ້າໄປກົດໄລ້ກົດແຊຣ ສະແດງຄວາມຄິດເຫັນຮູບຄູ່ຂອງ ນູ່ນີ່ ແລະ ອ໋ອບ ເປັນຈຳນວນຫຼວງຫຼາຍ, ຈົນສາມາດເວົ້າໄດ້ເລີຍວ່າທັງສອງກາຍເປັນຄູ່ຮັກໄອດໍ້ຄົນໃໝ່ໄປແລ້ວ, ຊະນີIndy ແລະ ແຟນໆກໍຂໍສະແດງຄວາມຍິນດີນຳຫຼາຍໆເດີ້ ເພາະທັງ 2 ເໝາະສົມກັນດີ ໜ້າຮັກໝົດທັງສອງເລີຍ. #ໃຜເປັນແຟນຄລັບຂອງນູ່ນີ່ແລະອ໋ອບແຊຣໄປໆ ຂໍຂອບໃຈສຳລັບຮູບພາບ
Read More »ເກສ ການເກົ້າ ນັກສະແດງຊື່ດັງຂອງປະເທດເພື່ອນບ້ານເຊັກອິນທີ່ປະເທດລາວ
ເກສ ການເກົ້າ ນັກສະແດງຊື່ດັງຂອງປະເທດເພື່ອນບ້ານໄດ້ເຊັກອິນທີ່ປະເທດລາວເຮົາໃນວັນອາທິດ ວັນທີ 2 ກໍລະກົດ ທີ່ຜ່ານມາ ເຊິ່ງດາລາຄົນດັງໄດ້ແວ່ໄປຖ່າຍຮູບເຊັກອິນທີ່ ປະຕູໄຊ ເຊິ່ງເປັນສະຖານທີ່ແລນມາກຂອງລາວເຮົາ, ແລະ ເກສ ເອງກໍໄດ້ຖ່າຍຮູບຢູູ່ທີ່ນັ້ນດ້ວຍຄວາມ Happy ແລະ ມີໜ້າຕາທີ່ຍິ້ມແຍ້ມແຈ່ມໃສ ແຖມຍັງໂພສຮູບໃນອິນສະຕາແກຼມ ແລະ ຂຽນຄຳອະທິບາຍວ່າ: “ມາເຮັດວຽກຢູ່ນີ້ Happy ທຸກໆເທື່ອ ແຟນໆທີ່ນີ້ໜ້າຮັກ ແລະ ໃຫ້ການຕອບຮັບເປັນຢ່າງດີ ຂໍຂອບໃຈແຟນໆທຸກຄົນຫຼາຍໆ” , ສຳລັບດາລາສາວ ເກສ ການເກົ້າ ການເດີນທາງມາລາວເຮົາໃນເທື່ອນີ້ບໍ່ໄດ້ເປັນເທື່ອທຳອິດ ເພາະກ່ອນໜ້ານີ້ແຟນໆຈື່ໄດ້ບໍ່ເພາະນາງກໍເຄີຍມາແລ້ວກັບດາລານັກສະແດງຊື່ດັງອີກຫຼາຍຄົນເຊັ່ນ: ແພນເຄັກ, ຢາດ ຢາດທິບ, ໜູແຫວນ ໃນຊ່ວງເດືອນ ພຶດສະພາ ທີ່ຜ່ານມາ. #ແຊຣໄປໃຫ້ໂລກຮູ້ປະເທດລາວໃຜໆກໍຢາກມາ @invvhiteofficial ขาวท้าแดดได้ข้ามประเทศ ไม่กลัวดำ!! ?thank you #karenwalkerthailand @marvel_vision naka me love it! มาทำงานที่นี่ …
Read More »ໜ້າຮັກໄດ້ອີກ! ມາເບິ່ງເດດທຳອິດຂອງນູ່ນີ່ ແລະ ອ໋ອບ ຄືການພາກັນເຂົ້າວັດເຮັດບຸນ!!!
ອຸ່ຍ…ໜ້າຮັກໄດ້ອີກສຳລັບຄູ່ຮັກສາວລາວ-ບ່າວໄທ ນູ່ນີ່ ແລະ ອ໋ອບ ຄູ່ຮັກສົດໆໃໝ່ໆຈາກລາຍການເລືອກຄູ່ຊື່ດັງ Take me out Thailand ທີ່ພວກເຂົາທັງສອງຫາກໍ່ສ້າງປະກົດການຮືຮາໄປທົ່ວທັງປະເທດ ລາວ ແລະ ໄທ ເພາະຫຼັງຈາກທີ່ສາວ ນູ່ນີ່ ກຸມພົນພັກດີ ໄດ້ໄປເລືອກຄູ່ໃນລາຍການດັ່ງກ່າວກໍເປັນຫຼາຍອາທິດຫຼາຍເດືອນເຂົ້າແລ້ວແຕ່ຜ່ານມາກໍຍັງບໍ່ເຫັນນູ່ນີ່ເປີດໄຟໃຫ້ກັບໜຸ່ມຄົນໃດ ແຕ່ຫຼ້າສຸດໃນວັນເສົາທີ່ຜ່ານມາຄວາມຝັນກໍເປັນຈິງ ເພາະນູ່ນີ່ໄດ້ໜຸ່ມອ໋ອບໜຸ່ມໃຕ້ຄົມເຂັ້ມ ເປັນໜຸ່ມທີ່ມີຮອຍຍິ້ມມີສະເໜ່ ເຈົ້າຊູ້ເໝາະສົມກັບສາວນູ່ນີ່ທຸກຢ່າງ. ແລະ ຍັງບໍ່ພໍແຕ່ເທົ່ານັ້ນເພາະທັງສອງຍັງໄດ້ເຕີມຄວາມຫວານໃຫ້ກັນໂດຍພາກັນເຂົ້າວັດເຮັດບຸນເພື່ອຂໍພອນ ແລະ ສາວນູ່ນີ່ສາວລາວຂອງເຮົາກໍຍັງໄດ້ໂພສຜ່ານເຟສບຸກວ່າການພາກັນມາເຮັດບຸນດັ່ງກ່າວແມ່ນເປັນການພາກັນມາເດດເປັນເທື່ອທຳອິດຂອງທັງສອງອີກດ້ວຍ, ຢ່າງໃດກໍຂໍສະແດງຄວາມຍິນດີກັບທັງສາວ ນູ່ນີ່ ແລະ ວ່າທີ່ເຂີຍລາວ ໜຸ່ມ ອ໋ອບນຳເດີ້ຂໍໃຫ້ຮັກກັນດົນໆ ແລະ ຄົງຈະໄດ້ເຫັນຂ່າວດີໄວໆເດີ້!!!! #ແຊຣໄປໃຫ້ກຳລັງໃຈນູ່ນີ່ແລະອ໋ອບ ຂໍຂອບໃຈຮູບພາບຈາກ: Noony Koumphonphakdee
Read More »