Breaking News

pou peng

ມາເບິ່ງ! ອັດຕາຄ່າ ອິນເຕີເນັດ ຂອງທຸກເຄືອຂ່າຍໃນລາວ

ມາເບິ່ງ ແລະ ສົມທຽບ ລາຄາ, ອັດຕາຄ່າອິນເຕີເນັດ ຂອງແຕ່ລະເຄືອຂ່າຍໃນລາວ ໃນປັດຈຸບັນ ມີທັງໄດ້ປັບປຸງໃໝ່ ແລະ ຍັງບໍ່ມີການປັບປຸງເທື່ອ. ມາເລືອກເບິ່ງ ເພື່ອເປັນທາງເລືອກ ວ່າເຮົາຈະໃຊ້ເຄືອຂ່າຍໃດຄຸ້ມສຸດ ໃນປັດຈຸບັນນີ້. +ເຄືອຂ່າຍ ລາວໂທລະຄົມ (ເອັມໂຟນ) ມີການອັບເດດ ປັບປ່ຽນ ອັດຕາຄ່າບໍລິການຕ່າງໆ ຂອງ ລາວໂທລະຄົມ ເລີ່ມແຕ່ວັນທີ 4 ເມສາ 2017 ເປັນຕົ້ນໄປ   +ເຄືອຂ່າຍ ອີທີເອວ ອັບເດດ ຄ່າບໍລິການທາງອິນເຕີເນັດ ລ່າສຸດໃນວັນທີ 15 ກຸມພາ 2017  ປັດຈຸບັນ ຍັງບໍ່ມີການປ່ຽນແປງ.   + ເຄືອຂ່າຍ ຢູທີເທວ  ມີການອັບເດດ ປັບປຸງ ອັດຕາຄ່າອິນເຕີເນັດໃໝ່ ເລີ່ມນຳໃຊ້ແຕ່ 4 ເມສາ 2017 ນີ້ …

Read More »

ຈັ່ງແມ່ນເປັນຕາສະອອນສາວລາວ ມີແຕ່ຄົນງາມໆ ຕື່ນເຕັ້ນໃຜຈະເປັນ ນາງສາວນະຄອນຫຼວງວຽງຈັນ 2017

ໃກ້ເຂົ້າມາແລ້ວສຳລັບການປະກວດ ນາງສາວນະຄອນຫຼວງວຽງຈັນ ປະຈຳປີ 2017 ເຊິ່ງຈະມີການຕັດສິນໃນວັນທີ 8 ເມສາ 2017 ນີ້, ເຊິ່ງທາງກອງປະກວດນາງສາວ ນະຄອນຫຼວງກໍໄດ້ເປີດໂຕ 20 ນ້ອງນາງສາວງາມຜູ້ຜ່ານເຂົ້າຮອບມາແລ້ວ ແລະ ມື້ນີ້ ຊະນີIndy ກໍໄດ້ໄປຊອກເອົາຮູບພາບຂອງນາງສາວງາມນະຄອນຫຼວງມາຝາກ ແຟນໆ ລອງມາເບິ່ງວ່າໃຜຈະງາມ ແລະ ມີຄວາມເໝາະສົມທີ່ຈະເປັນ ນາງສາວນະຄອນຫຼວງ ໃນປີນີ້ ແລະ ຢ່າລືມມາລຸ້ນມາເຊີຍໃນມື້ຕັດສິນ ວັນທີ 8 ເມສາ 2017 ນີ້ ຫຼື ຈະຮ່ວມໂຫວດຮ່ວມເຊີຍໃຫ້ກຳລັງໃຈໃຫ້ທັງ 20 ນາງສາວງາມໄດ້ເລີຍທີ່ເພສ Miss Vientiane ນາງສາວນະຄອນຫຼວງວຽງຈັນ #ແຊຣໄປໃຫ້ໂລກຮູ້ວ່າສາວລາວງາມຫຼາຍ MVTO1 ນາງ ນໍ້າເຜິ້ງ ຈັນທຸມມີ 2. MVTO2 ນາງ ພຸດທະວີນັນ ຫຼວງລາດ 3. MVTO3 ນາງ ດວງພະໄທ ເມກສີທອງ …

Read More »

ການເຝິກອົບຮົມໄລຍະສັ້ນ ໂດຍບໍ່ເສຍຄ່າ

ສຳລັບໃຜ ສົນໃຈຢາກເຂົ້າຮ່ວມການເຝິກອົບຮົມໄລຍະສັ້ນ ເປັນເວລາປະມານ 2 ອາທິດ ໃນຫຼາຍຫົວຂໍ້ ທີ່ນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ ສາມາດສະມັກ ໄດ້ທາງນີ້ (Free ທຸກຢ່າງ): ມີຫຼາກຫຼາຍຫົວຂໍ້ ບໍ່ວ່າ ຈະເປັນ: ການເຝິກອົບຮົມ ດ້ານພາສາອັງກິດ, ສິງແວດລ້ອມ, ພົວພັນຕ່າງປະເທດ, ການທ່ອງທ່ຽວ, ການສື່ສານ, ໄພພິບັດ, ການພັດທະນາຊັບພະຍາກອນມະນຸດ, ອຸດສາຫະກໍາ, ການວາງແຜນການກໍ່ສ້າງ ແລະ ອື່ນໆ. ສະໝັກ ແລະ ຮູ້ລາຍລະອຽດໄດ້ທີ່: https://mtcpcoms.kln.gov.my/mtcpcoms/online/list_course ວັນປິດຮັບສະມັກແຕກຕ່າງກັນໄປ ຕາມແຕ່ລະຫົວຂໍ້ ແຫຼງທີ່ມາ: ຂ່າວສານປະເທດລາວ.

Read More »

ປະທານສະພາແຫ່ງຊາດລາວ ໄດ້ຮັບຫຼຽນໄຊມິດຕະພາບ

ໃນ​ວັນ​ທີ 3 ​ເມສາ 2017 ນີ້ ​ທີ່​ສະຖານທູດ​ ສະຫະພັນລັດ​ເຊຍ ປະ​ຈໍາ​ລາວ.  ຜູ້ຕາງ​ໜ້າລັດຖະບານ ສະຫະພັນລັດ​ເຊ​ຍ​ ທ່ານ ມີ​ຄາ​ອິນ ບາ​ຣານ​ນອ​ບ (Mikhail BARANOV) ​ເອກ​ອັກຄະ​ລັ​ດຖະທູດ​ວິສາມັນ​ ຜູ້​ມີ​ອໍານາດ​ເຕັມ​ແຫ່ງ ສະຫະພັນລັດ​ເຊຍ ປະ​ຈໍາ ສປປ ລາວ ​ໄດ້ປະດັບ​ຫຼູຽນ​ໄຊ​ມິດຕະພາບໃຫ້ ​ທ່ານ ນາງ​ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ແຫ່ງ ສປປ ລາວ. ​ເພື່ອເປັນ​ການປະກອບສ່ວນທີ່ສຳຄັນ​ເຂົ້າ​ ໃນ​ການພັດທະນາ​ເສີມ​ສ້າງ ສາ​ຍພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື ທີ່​ເປັນ​ມູນ​ເຊື້ອ​ ຂອງ​ປະຊາຊົນສອງ​ປະ​ເທດ ກໍ​ຄື ສອງ​ສະພາ​ແຫ່ງ​ຊາດ ລາວ-ລັດ​ເຊຍ ​ໃຫ້​ມີ​ບາດກ້າວ​ສູງ​ຍິ່ງໆ​ຂຶ້ນ. ແຫຼງທີມາ: ຂປລ. ຂ່າວ: ຂັນ​ໄຊ, ພາບ: ສະຫວາດ

Read More »

ມາເບິ່ງ! ຄລິບໜຸ່ມລາວດວງເຮັງຖືກເລກລາງວັນທີ 1 ຈຳນວນເງິນ 6 ລ້ານບາດ ບອກເລີຍເຮັງຕ້ອນຮັບປີໃໝ່ສຸດໆ!!!

ມາເບິ່ງ! ຄລິບໜຸ່ມລາວດວງເຮັງຖືກເລກລາງວັນທີ 1 ຈຳນວນເງິນ 6 ລ້ານບາດ , ຂໍສະແດງຄວາມຍິນດີເດີ້ອ້າຍຈັ່ງແມ່ນເຈົ້າເຮັງຕ້ອງຮັບປີໃໝ່!!!    ຄລິບ: thairath

Read More »