ປະກາດຜົນກັນໄປເປັນທີ່ຮຽບຮ້ອຍແລ້ວສຳລັບການປະກວດ ນາງສາວນະຄອນຫຼວງວຽງຈັນ 2017 ໃນວັນທີ 8 ເມສາ 2017 ທີ່ຜ່ານມາ ແລະ ຕ້ອງຂໍສະແດງຄວາມຍິນດີກັບ ນາງ ວານີພອນ ພູມີໄຊ ຫຼຶ ໂຢ່ໂຢ່ ທີ່ໄດ້ຮັບຕຳແໜ່ງນາງສາວນະຄອນຫຼວງວຽງຈັນ 2017 ແລະ ກາຍເປັນປະກົດການທີ່ກຳລັງຮືຮາຫຼາຍທີ່ສຸດໃນຕອນເວລານີ້ ເພາະສາວງາມຄົນນີ້ສາມາດກວດມາໄດ້ທັງໝົດເຖີງ 5 ຕຳແໜ່ງຖືເປັນນາງສາວງາມ ຄົນທຳອີດທີ່ໄດ້ຮັບລາງວັນຫຼາຍທີ່ສຸດ ຕຳແໜ່ງທີ່ ວານີພອນ ພູມີໄຊ (ໂຢ່ໂຢ່) ໄດ້ຮັບມີດັ່ງລູ່ມນີ້: 1. ນາງສາວ ນະຄອນຫຼວງວຽງຈັນ 2017 2. ຂວັນໃຈຊ່າງພາບ 3. ນາງສາວ ຜິວງາມ 4. ນາງສາວ ໜ້າໃສ 5. ນາງສາວ ທັນສະໄໝ #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດແລະຄວາມງາມຂອງແມ່ຍິງລາວ ຂໍຂອບໃຈ: Miss Vientiane ນາງສາວນະຄອນຫຼວງວຽງຈັນ
Read More »pou peng
ຄົ້ນພົບໄຫບູຮານເກົ່າແກ່ ທີ່ແຂວງສະຫວັນນະເຂດ (ຄລິບ)
ມີການຄົ້ນພົບໄຫບູຮານບູຮານເກົ່າແກ່ ຈຳນວນ 25 ໄຫ ທີ່ບ້ານ ທາດນາລາວ ເມືອງ ວິລະ ແຂວງສະຫວັນນະເຂດ ໂດຍຄລິບດັ່ງກ່າວຖືກເຜີຍແຜ່ຈາກເຟສບຸກ ຈົນເຮັດໃຫ້ມີຜູ້ຄົນເຂົ້າໄປສະແດງຄວາມຄິດເຫັນເຖິງ ໄຫບູຮານເກົ່າແກ່ ທີ່ໄດ້ຖືກຄົ້ນພົບນີ້ເປັນຈຳນວນຫຼວງຫຼາຍ!!! โพสต์โดย Taiy Xayyavong บน 9 เมษายน 2017 โพสต์โดย ສຸມາລີ ໄຊປັນຍາ บน 9 เมษายน 2017 โพสต์โดย ສຸມາລີ ໄຊປັນຍາ บน 9 เมษายน 2017 ຮູບພາບ ໄຫບູຮານ ທີ່ໄດ້ຄົ້ນພົບ!!! ທີ່ມາ:Taiy Xayyavong , ສຸມາລີ ໄຊປັນຍາ
Read More »ຊົມເຊີຍແມ່ຍິງລາວຄົນເກັ່ງ! ສາວລາວຄົນທຳອິດທີ່ໄດ້ທຶນ ປະລິນຍາເອກ ຈາກມະຫາວິທະຍາໄລ Oxford
ເພື່ອເປັນແຮງບັນດານໃຈໃຫ້ກັບທຸກໆຄົນມື້ນີ້ ຊະນີIndy ຂໍນຳບົດຄວາມດີໆຈາກ ວາລະສານ ຂວັນໃຈ ສະບັບເດືອນ ມັງກອນ 2017 ມາໃຫ້ແຟນໆໄດ້ອ່ານເພື່ອອາດຈະໄດ້ Idea ໄດ້ແຮງບັນດານໃຈ ໄດ້ຄວາມຄິດດີໆໃນການດຳລົງຊີວິດຕໍ່ໄປ ຂໍແນະນຳ ອັກຈຸສັນ ຣາຊພົນ ອາຍຸ 34 ປີ ແມ່ຍິງເກັ່ງ ນິໃສດີ ອີກໜຶ່ງຄົນທີ່ມີດີກຼີ ເປັນເຖິງນັກສຶກສາຍິງລາວທີ່ສາມາດພິຊິດທຶນ ປະລິນຍາເອກ ຈາກມະຫາວິທະຍາໄລ Oxford #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງແມ່ຍິງລາວ ເມື່ອເວົ້າເຖິງມະຫາວິທະຍາໄລ Oxford ແນ່ນອນວ່າ ບໍ່ມີໃຜທີ່ບໍ່ຮູ້ຈັກ ເພາະເປັນມະຫາວິທະຍາໄລເກົ່າແກ່ ຂອງປະເທດອັງກິດ ແລະມີຊື່ສຽງອັນດັບຕົ້ນໆຂອງໂລກ ຜູ້ທີ່ໄດ້ມີໂອກາດເຂົ້າຮຽນຢູ່ທີ່ນັ້ນ ກໍຕ້ອງບໍ່ທຳມະດາແນ່ນອນ ໂດຍສະເພາະ ຜູ້ທີ່ທີມງານຂວັນໃຈເຮົາ ມີຄວາມຕື່ນເຕັ້ນ ແລະ ຢາກແນະນຳໃຫ້ຮູ້ຈັກໃນມື້ນີ້ ນາງຊື່ ອັກຈຸສັນ ຣາຊພົນ ອາຍຸ 34 ປີ ເປັນສາວລາວຄົນທຳອິດ ທີ່ໄດ້ຮັບທຶນລະດັບປະລິນຍາເອກ ສາຂາສັດຕະສາດ (Zoology) …
Read More »ງາມຫຼາຍ! ນັກສະແດງປະເທດໄທນຸ່ງຊຸດໄໝລາວໃນລະຄອນ “ແຕ່ປາງກ່ອນ”
ຄວາມໜ້າຮັກຂອງ ວິວ ວັນນະຣົດ ນັກສະແດງຍິງຈາກປະເທດໄທ ໃນບົດບາດ ເຈົ້າຍິງມ່ານແກ້ວ ກັບເຄື່ອງແຕ່ງກາຍຊຸດໄໝລາວ ທີ່ມີຄວາມປານີດ ເບິ່ງແລ້ວງາມຫຼາຍ ໃນລະຄອນເລື່ອງ “ແຕ່ປາງກ່ອນ” ທີ່ກຳລັງດຳເນີນໄປຢ່າງເຂັ້ມຂຸ້ນ, ສຳລັບຊຸດໄໝລາວແລ້ວ ເປັນຊຸດປະຈຳຊາດ ເປັນເອກະລັກປະເພນີລາວຂອງຊາດລາວເຮົາ ບໍ່ວ່າຈະເປັນຄົນລາວ ຫຼື ຕ່າງຊາດໄດ້ນຸ່ງ ຊຸດໄໝລາວນັ້ນກໍຍັງຊົງຄຸນຄ່າບົ່ງບອກເຖິງເອກະລັກຄວາມເປັນລາວທີ່ງົດງາມສືບທອດມາແຕ່ບູຮານນະການ. #ແຊຣໄປໃຫ້ໂລກຮູ້ເຖິງຄວມງົດງາມຂອງຊຸດໄໝລາວ ສຳລັບລະຄອນ “ແຕ່ປາງກ່ອນ” ແຟນໆສາມາດຕິດຕາມທຸກໆວັນ ພຸດ-ພະຫັດ ເວລາ 20:30 ທາງຊ່ອງ One (ປະເທດໄທ) ຂໍຂອບໃຈຮູບພາບຈາກ: google
Read More »ຄຶກຄັກ! ມວນຊົນແຫ່ຊື້ເສື້ອຜ້າຕ້ອນຮັບປີໃໝ່ລາວ
ໃກ້ເຂົ້າມາແລ້ວສຳລັບເທສະການບຸນປີໃໝ່ລາວ ບຸນປະເພນີຂອງຊາດລາວເຮົາ ເຊິ່ງປີນີ້ກົງກັບວັນທີ 14,15,16 ເມສາ 2017 ແລະ ຍັງມີວັນພັກຊົດເຊີຍອີກ 2 ມື້ ຄືວັນທີ 13 ແລະ 17 ເມສາ 2017 ດັ້ງນັ້ນພໍ່ແມ່ພີ່ນ້ອງປະຊາຊົນລາວຖືວ່າມີມື້ພັກກັນແບບຍາວຢຽດກັນເລີຍ, ເທົ່າທີ່ທີມງາມ ເວັບໄຊ້ ຂວັນໃຈ ເຮົາໄດ້ລົງພື້ນທີ່ຕິດຕາມຂ່າວໃນເຂດ ແຄມຂອງ ຈຸດໃຈກາງເມືອງຂອງ ນະຄອນຫຼວງວຽງຈັນ ກໍເຫັນວ່າມີພໍ່ແມ່ປະຊາຊົນເລີ່ມອອກມາຈັບຈ່າຍຊື້ເຄື່ອງຂອງໃຊ້ ແລະ ເສື້ອຜ້າຕ້ອນຮັບປີໃໝ່ລາວກັນຢ່າງຄຶກຄັກ ບາງທ່ານກໍກະກຽມຊື້ໄວ້ໃສ່ໃນຊ່ວງເທສະການ ບາງທ່ານກໍກະກຽມຊື້ໄວ້ເປັນຂອງຕ້ອນຂອງຝາກໃຫ້ແກ່ຄອບຄົວ ເຊິ່ງລາຄາເສື້ອ “ສະບາຍດີປີໃໝ່ລາວ” ໃນປີນີ້ຕົກຢູ່ທີ່ລາຄາ 25,000-35,000 ກີບ (ສຳລັບຜູ້ໃຫ່ຍ) ແລະ 20,000 ກີບ (ສຳລັບເດັກນ້ອຍ) ກໍຖືວ່າຍັງຢູ່ໃນເກນປົກກະຕິທຽບເທົ່າກັບປີທີ່ຜ່ານມາ ແລະ ນອກຈາກນັ້ນກໍຍັງມີເສື້ອຜ້າ Fashion ລາຍດອກໄມ້ ລາຄາເລີມຕົ້ນກໍ 10,000 ກີບ-38,000 ກີບ ມີໃຫ້ເລືອກຫຼາຍແບບຫຼາຍ Style …
Read More »