Breaking News

pou peng

ຮ້ານອາຫານ DAO The High Tea

ສະບາຍດີ! ສາວໆຂວັນໃຈ  ມື້ນີ້ Kuanjai foodie ຂໍແນະນຳຮ້ານອາຫານທີ່ຮັບຮອງວ່າຖືກໃຈສາວໆນັກຊີມ, ນັກຖ່າຍຮູບຫຼາຍຄົນແນ່ນອນເປັນຮ້ານອາຫານຫວຽດນາມທີ່ຄົນລາວເຮົາມັກກິນເປັນປະຈຳ ນັ້ນກໍຄືຮ້ານອາຫານ “DAO The High Tea” ເຊິ່ງເປັນ Franchise ຂອງກາເຟດາວ. ແຮງບັນດານໃຈໃນການສ້າງຮ້ານແມ່ນ ການຢາກມີ Dao Coffee ທີ່ເປັນສິນຄ້າຜະລິດຕະພັນຂອງຄົນລາວ ຢູ່ໃຈກາງເມືອງ ເຊິ່ງແຂກທັງພາຍໃນ ແລະ ຕ່າງປະເທດສາມາດຊອກຫາຊື້ຜະລິດຕະພັນຂອງດາວໄດ້ງ່າຍ ແລະ ສະດວກສະບາຍ ນອກຈາກ ຈະມາກິນອາຫານແຊບໆຈາກທາງຮ້ານແລ້ວ ກໍຍັງສາມາດຊື້ຂອງຝາກຂອງຕ້ອນທີ່ເປັນຜະລິດຕະພັນຂອງຄົນລາວເຮົາເປັນຂອງທີ່ລະນຶກໄດ້ອີກບໍ່ວ່າຈະເປັນ ຊາ, ກາເຟ, ນໍ້າຕານ, ໝາກໄມ້ອົບແຫ້ງ… ເຊິ່ງຖ້າຄິດຢາກໄດ້ສິນຄ້າຜະລິດຕະພັນຂອງກາເຟດາວ ຕ້ອງຮ້ານ DAO The High Tea ເທົ່ານັ້ນ. ຈຸດເດັ່ນຂອງຮ້ານ ນອກຈາກມີອາຫານທີ່ສະອາດ, ແຊບ ແລະ ມີຜະລິດຕະພັນຂອງກາເຟດາວທຸກຢ່າງແລ້ວອີກຢ່າງກໍຄືສະຖານທີ່ ທີ່ຢູ່ໃຈກາງເມືອງ ຊຶ່ງຊອກເຫັນງ່າຍ, ເປັນຕຶກສີຂາວ ຕົກແຕ່ງທາງນອກເບິ່ງແລ້ວອອກແບບ Style …

Read More »

ຕະລຶງ! ສາວຈີນກິນໝາກເຜັດຢ່າງແຊບຊ້ອຍ!!! (ມີ Clip)

  ກາຍເປັນຄລິບດັງໄປແລ້ວ! ສຳລັບຄລິບທີ່ມີສາວຈີນຄົນໜຶ່ງອັດຄລິບນັ່ງກິນໝາກເຜັດຢ່າງແຊບຊ້ອຍ ມີທັງໝາກເຜັດແຫ້ງ ແລະ ໝາກເຜັດດິບ ໂດຍຄລິບດັ່ງກ່າວໂພສໂດຍເພສເຟັກບຸກຊື່ດັງຂອງຈີນ ຈົນມີຄົນເຂົ້າໄປເບິ່ງຄລິບສາວຈີນກິນໝາກເຜັດນີ້ເປັນຈຳນວນຫຼວງຫຼາຍ ແລະ ກໍມີຄົນວິພາກວິຈານກັນຕ່າງໆນາໆວ່າ ສາວຄົນນີ້ອາດຈະກິນໝາກເຜັດທີ່ບໍ່ມີຄວາມເຜັດຫຼາຍກໍເປັນໄດ້.   https://www.facebook.com/GuaGuaEnt/videos/390940744607835/   ເຖິງຢ່າງໃດກໍຕາມ ກໍບໍ່ຄວນເອົາແບບຢ່າງເດີ້ ເພາະມັນອາດຈະເຮັດໃຫ້ເສຍສຸຂະພາບ #ຢ່າລືມກົດໄລ້ກົດແຊຣຫຼືຄອມເມັ້ນບອກກັນແດ່ວ່າຄິດຢ່າງໃດກັບຄລິບນີ້ via: GuaGuaEnt

Read More »

ນຸຖາ ຖືກເຊີນໄປເປັນຕົວແທນນາງມະທີ ໃນງານບຸນພະເຫວດ ທີ່ປະເທດໄທ!

  ພິທີກອນ-ນັກສະແດງຊື່ດັງ Pj ນຸຖາ ລາດຊະວົງເລົາ ຖືກເຊີນໄປເປັນຕົວແທນນາງມະທີ ໃນພິທີແຫ່ງານບຸນພະເຫວດ ທີ່ຈັງຫວັດ ຂອນແກ່ນ ປະເທດໄທ ເຊິ່ງງານນີ້ນັບວ່າເປັນງານປະເພນີທີ່ຈັດຢ່າງຍິ່ງໃຫຍ່. Pj ນຸຖາ ກໍມີຄວາມດີໃຈ ແລະ ເປັນກຽດທີ່ໄດ້ຖືກຮັບເຊີນໄປໃນງານເຊິ່ງນາງກໍໄດ້ມີການໂພສຄວາມຮູ້ສຶກລົງໃນ Facebook ສ່ວນຕົວຂອງນາງວ່າ: “ຮູ້ສຶກເປັນກຽດທີ່ໄດ້ເປັນນາງມະທີ ໃນພິທີແຫ່ງານບຸນພະເຫວດ ທີ່ຂອນແກ່ນ ປະເທດໄທ” ຈົນເຮັດໃຫ້ແຟນຄຣັບຂອງນາງເຂົ້າມາໃຫ້ກຳລັງໃຈຢ່າງລົ້ນຫຼາມ. ຊະນີIndy ກໍບໍ່ພາດທີ່ຈະນຳເອົາຮູບພາບພາຍໃນງານທີ່ສາວນຸຖາຖືກຮັບເຊີນໄປ ແລະ ຍັງນຳເອົາຮູບພາບງາມໆ ໜ້າຮັກໆຂອງສາວຄົນນີ້ມາຝາກແຟນໆ ມາເບິ່ງກັນເລີຍ… #ຢ່າລືມກົດໄລ້-ກົດແຊຣ ມີຮູບພາບງາມໆ ໜ້າຮັກໃນແບບຂອງ Pj ນຸຖາ ມາຝາກ…ມາເບິ່ງໄດ້ເລີຍ!! ຂໍຂອບໃຈຮູບພາບຈາກ: Pj Nutha

Read More »

ສະຫຼຸບຜົນການປະກວດ “Miss International Queen 2016”

ປະກາດຜົນກັນໄປເປັນທີ່ຮຽບຮ້ອຍແລ້ວ ສຳລັບການປະກວດສາວງາມປະເພດສອງ “Miss International Queen 2016” ແລະ ສາວງາມທີ່ໄດ້ມົງກຸດອັນຊົງກຽດ ແລະ ໄດ້ລາງວັນຊະນະເລີດອັນດັບທີ 1 ໄປນັ້ນກໍຄື JIRATCHAYA SIRIMONGKOLNAWIN ສາວງາມຈາກ ປະເທດໄທ, ຮອງອັນດັບໜຶ່ງໄດ້ແກ່ NATHALIE DE OLIVEIRA ຈາກປະເທດ (BRAZIL) ແລະ ຮອງອັນດັບສອງໄດ້ແກ່ ANDREA COLLAZO ຈາກປະເທດ (VENEZUELA). ສຳລັບລາງວັນອື່ນໆມີດັ່ງລຸ່ມນີ້:  ລາງວັນຊຸດປະຈຳຊາດດີເດັ່ນໄດ້ແກ່ ວັນໃໝ່ ມົນຈຳປາ ທຳມະວົງ ຈາກ ປະເທດລາວ 2. ລາງວັນນາງງາມຂັວນໃຈຊ່າງພາບ Stacy Biano ຈາກປະເທດ Philippines 3. ລາງວັນ Video ແນະນຳຕົວດີເດັ່ນໄດ້ແກ່ Gisselle Valero ຈາກປະເທດ Mexico 4. ລາງວັນຊຸດລາຕີດີເດັ່ນໄດ້ແກ່ Lavine Holanda ຈາກປະເທດ Brazil 5. ລາງວັນຄວາມສາມາດພິເສດໄດ້ແກ່ Roberta Marten ຈາກປະເທດ Italy 6. ລາງວັນສາວງາມມິດຕະພາບໄດ້ແກ່ Star …

Read More »

ສຸດຍອດ! ວັນໃໝ່ຊະນະລາງວັນຊຸດປະຈຳຊາດດີເດັ່ນໃນການປະກວດ “Miss International Queen 2016”

  ປະກາດຜົນກັນໄປແບບສົດໆຮ້ອນໆໃນຄໍ່າຄືນຂອງວັນທີ 10 ມີນາ 2017 ທີ່ຜ່ານມາ ໃນການປະກວດ “Miss International Queen 2016” ແລະ ນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ຂວັນໃຈຄົນໃໝ່ຂອງພໍ່ແມ່ພີ່ນ້ອງຊາວລາວ ກໍບໍ່ເຮັດໃຫ້ຜິດຫວັງ ເພາະນາງສາມາດຄວ້າລາງວັນຊະນະເລີດຊຸດປະຈຳຊາດດີເດັ່ນມາໄດ້ຢ່າງງົດງາມ,  ໃນການປະກວດໃນຄັ້ງນີ້ ນ້ອງ ວັນໃໝ່ ສາມາດເຂົ້າໄປເຖິງຮອບ 10 ຄົນສຸດທ້າຍ ເຖິງແມ່ນວ່າ ວັນໃໝ່ ຈະບໍ່ສາມາດເອົາມົງກຸດ “Miss International Queen 2016” ມາຝາກພໍ່ແມ່ພີ່ນ້ອງຊາວລາວໄດ້ ແຕ່ກໍຖືວ່ານາງເຮັດໄດ້ດີຫຼາຍ ທາງທີມງານ ເວັບໄຊ້ ຂວັນໃຈ ແລະ ແຟນໆກໍຂໍສະແດງຄວາມຍິນດີກັບ ວັນໃໝ່ ແລະ ຂໍເປັນກຳລັງໃຈໃຫ້ ສູ້ໆເດີ້. #ແຊຣໄປໃຫ້ໂລກຮູ້ວ່າຄົນລາວເຮົາມີດີ   ຂໍຂອບໃຈຮູບພາບຈາກ: Miss International Queen Pageant , Wanmai Thammavong

Read More »