ສະບາຍດີ ວັນສຸກ ເປັນວັນສະບາຍໆຂອງທຸກໆຄົນ ແຕ່ ຊະນີIndy ບໍ່ຄ່ອຍສະບາຍປານໃດ…ເພາະວ່າແອບໄປສ່ອງ Profile ຂອງສາວໜ້າຮັກຄົນໜຶ່ງຊື່ວ່າ ຕິນ່າ ແຖມຍິ້ມນາງນິຫວານໆ ໂອ…ໂອ້ຍ ຊະນີIndy ເຫັນແລ້ວມີຄວາມອິດສາໃນຄວາມໜ້າຮັກຂອງນາງໜ້ອຍໜຶ່ງ (ຮະຮ່າ ) ແຕ່ກໍແມ່ນແທ້ໃດທີ່ວ່ານາງໜ້າຮັກ ແຖມມີຄວາມສາມາດຫຼາກຫຼາຍຢ່າງ ເພາະສາວຄົນນີ້ເປັບພະນັກງານສັງກັດລັດເຮັດວຽກຢູ່ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ແຕ່ຍັງບໍ່ໝົດເດີ້ ເພາະນາງຍັງເປັນນາງແບບຕາມປະຕິທິນ ບໍ່ວ່າຈະເປັນແບຼນສິນຄ້າໃດດັງໆນາງກໍໄປຂຶ້ນປະຕິທິນນັ້ນມາແລ້ວ ແຖມນາງຍັງມີງານເດີນແບບຕ່າງໆຫຼາກຫຼາຍ, ແຖມຍັງບໍ່ໝົດພຽງເທົ່ານີ້ເພາະນາງກໍເປັນຄົນໜຶ່ງຢູ່ໃນໂລກອອນລາຍທີ່ມີຄົນຕິດຕາມນາງຫຼາຍພໍສົມຄວນ ບໍ່ວ່ານາງຈະໂພສຮູບພາບໃດກໍຈະມີແຟນໆຂອງນາງຕາມກົດໄລ້ກັນແບບລົວໆ ສາວ ຕິນ່າ ຈະມີຄວາມໜ້າຮັກ ແລະ ຍິ້ມຫວານພຽງໃດ ລອງມາເບິ່ງຮູບພາບຂອງນາງເບິ່ງເດີ້… #ແຊໄປໃຫ້ໂລກຮູ້ວ່າສາວລາວງາມແລະມີຄວາມສາມາດ ຂໍຂອບໃຈຮູບພາບຈາກ: Tinaz Ngonphachanh
Read More »pou peng
ຍອ້ນປະຊາຊົນຈຳນວນໜຶ່ງ ຍັງກັງວົນກັບການເກັບອາກອນມູນຄ່າເພີ່ມ
ທ່ານ ທອງທິບ ສີວິໄຊ ຮັກສາການຫົວໜ້າກອງຄຸ້ມຄອງດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດໃນຕົ້ນເດືອນມີນາ ຜ່ານມາວ່າ: ດ່ານເຮັດໜ້າທີ່ໃນການຄຸ້ມຄອງບໍລິຫານ ແລະ ການບໍລິການເຂົ້າ-ອອກ ກໍ່ຄືຜູ້ໂດຍສານ ລົດຂົນສົ່ງໂດຍສານ ແລະ ລົດຂົນສົ່ງສິນຄ້າ ເລີ່ມແຕ່ປີ 2012 ເປັນຕົ້ນມາແມ່ນນັບມື້ຫຼາຍຂຶ້ນ ສະເລ່ຍທັງເຂົ້າ-ອອກປະມານ 15 ພັນຄົນຕໍ່ວັນ ລົດທົ່ວໄປເຂົ້າ-ອອກປະມານ 3 ພັນຄັນຕໍ່ວັນ ແລະ ລົດບັນທຸກສິນຄ້າ ປະມານ 60-70 ຄັນຕໍ່ວັນ ສ່ວນວັນຈັນ ແລະ ວັນສຸກ ລົດບັນທຸກສິນຄ້າສະເລ່ຍ ປະມານ 300-400 ຄັນຕໍ່ວັນ ສະເພາະປີ 2015 ສະເລ່ຍມີຄົນເຂົ້າ-ອອກ ປະມານ 16 ພັນຄົນ ແຕ່ປີ 2016 ເຫັນວ່າຫຼຸດລົງປະມານ 10% ເນື່ອງຈາກປະຊາຊົນຈຳນວນໜຶ່ງ ມີຄວາມຕື່ນເຕັ້ນກ່ຽວກັບການເກັບອາກອນມູນຄ່າເພີ່ມ 10% …
Read More »ວັນໃໝ່ ດາວເດັ່ນໃນການປະກວດ “Miss International Queen 2016” (ຢ່າລືມເປັນກຳລັງໃຈໃຫ້ວັນໃໝ່ແດ່ເດີ້)
ລໍຖ້າລຸ້ນກັນມາພໍສົມຄວນກັບການປະກວດທີ່ເອີ້ນໄດ້ວ່າເປັນກະແສທີ່ຮືຮາທີ່ສຸດໃນຕອນນີ້ ນັ້ນກໍຄືເວທີການປະກວດສາວງາມປະເພດສອງ “Miss International Queen 2016” ແລະ ໜຶ່ງໃນນັ້ນກໍມີສາວງາມປະເພດສອງຈາກປະເທດລາວເຮົານັ້ນກໍຄື: ນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ອາຍຸ 21 ປີ ຈາກແຂວງ ສະຫວັນນະເຂດ ທີ່ເອີ້ນສຽງຮືຮາທັງພາຍໃນປະເທດ ແລະ ຕ່າງປະເທດໄດ້ເປັນຢ່າງດີ ແຖມຕ່າງຊາດກໍຕ້ອງຂໍຍອມນາງໃນຄວາມງາມ ແຖມພຽບພ້ອມທັງກິຣິຍາທ່າທາງ ຈົນໃນໂລກສັງຄົມອອນລາຍມີການກົດໄລ້ ກົດແຊຣຮູບພາບ ແລະ ຕິດຕາມນາງໃນຕາມໜ້າເພສຕ່າງໆ ຈົນຂຶ້ນເປັນດາວເດັ່ນໃນການປະກວດ “Miss International Queen 2016” ໃນເທື່ອນີ້ໄປແລ້ວ. ໃນວັນທີ 10 ມີນາ 2017 ນີ້ ຈະເປັນທີ່ຮູ້ກັນແນ່ນອນວ່າສາວງາມປະເພດສອງຈາກປະເທດໃດຈະໄດ້ຮັບມົງກຸດອັນຊົງກຽດນີ້ໄປຄອງ ແລະ ນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ຂວັນໃຈປະຊາຊົນລາວຈະໄດ້ລາງວັນມາຝາກພີ່ນ້ອງຊາວລາວເຮົາ ຫຼື ບໍ່? ຢ່າລືມເປັນກຳລັງໃຈຕິດຕາມການປະກວດຂອງນ້ອງ ວັນໃໝ່ ມົນຈຳປາ ໄດ້ທີ່ທາງໂທລະພາບຊ່ອງ 7 …
Read More »ນາງສັງຂານຫຼວງພະບາງ ປະຈຳປີ ພສ 2560 ອາດແມ່ນເຈົ້າ!
ກອງປະກວດນາງສັງຂານຫຼວງພະບາງ ເປີດຮັບສະໝັກ ນາງສາວງາມ ຜູ້ທີ່ມີຄວາມສົນໃຈ ເຂົ້າຮ່ວມການປະກວດ ສາມາດ ລົງທະບຽນ ໄດ້ແລ້ວ ຕັ້ງແຕ່ມື້ນີ້ ຈົນໄປຖິງວັນທີ 16 ມີນາ 2017 ນີ້. ສາວງາມແຫ່ງດິນແດນເມືອງມໍລະດົກໂລກ ທີ່ເປັນເພດຍິງ ໂດຍກຳເນີດ ອາຍຸ 15-23 ປີ ສາມາດອ່ານ-ຂຽນ ພາສາລາວໄດ້ເປັນຢ່າງດີ ສຳນຽງສຽງປາກເອກະລັກຫຼວງພະບາງ ສາມາດຂໍໃບສະໝັກໄດ້ທີ່: ຫ້ອງວ່າການປົກຄອງເມືອງຫຼວງພະບາງ, ບ້ານວຽງໃໝ່ ເມືອງຫຼວງກະບາງ. ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີເບີ: 071 212 160 ຮອບຄັດເລືອກຈະມີຂຶ້ນໃນວັນທີ 17 ກຸມພາ 2017 ນີ້. ຂໍມູນຈາກ: ເຟສບຸກ ນາງສັງຂານ ຫລວງພະບາງ
Read More »ປຸງແຕ່ງທຸກຈານດ້ວຍຄວາມຮັກ ເຊັ່ນດຽວກັບເຮັດໃຫ້ຄົນທີ່ເຮົາຮັກທີ່ສຸດກິນ
ຮ້ານອາຫານ ປິນໂຕ (Pintoh Restaurant) ໃນພາວະການແຂ່ງຂັນສູງ ແລະ ດຸເດືອດ ຂອງທຸລະກິດຮ້ານອາຫານໃນເຂດນະຄອນຫຼວງວຽງຈັນ ມີຮ້ານອາຫານນ້ອຍໆຮ້ານໜຶ່ງໄດ້ເປີດຕົວຂຶ້ນ ເມື່ອປະມານ 8 ເດືອນກ່ອນ ຊື່ວ່າ ຮ້ານປິນໂຕ ທ່າມກາງຈຸດທີ່ສັບສົນວຸ່ນວາຍທີ່ສຸດໃຈກາງເມືອງ ນັ້ນກໍ່ຄືແຖວສີຫອມຮ້ານນ້ອຍໆແຫ່ງນີ້ ເກີດຂຶ້ນຈາກແຮງບັນດານໃຈຂອງສອງເອື້ອຍນ້ອງ ເອື້ອຍເຟີຍ ແລະ ເອື້ອຍໝານ້ອຍ ທີ່ຢາກນຳເອົາເມນູທີ່ປຸງແຕ່ງດ້ວຍຄວາມຮັກ ສຳລັບສະມາຊິກຄອບຄົວຂອງຕົນເອງ ມາແບ່ງປັນໃຫ້ກັບລູກຄ້າໄດ້ລິ້ມລອງ ດ້ວຍສູດທີ່ບໍ່ຄືໃຜ ດ້ວຍການເລືອກວັດຖຸດິບທີ່ພີຖີພິຖັນ ທຸກຢ່າງຕ້ອງສົດໃໝ່ ຄຸນນະພາບດີ ແລະ ທີ່ສຳຄັນ ປາສະຈາກແປ້ງນົວ ເຮັດໃຫ້ທຸກໆເມນູບ້ານໆ ຫຼື ເມນູປະຈຳບ້ານຂອງເພິ່ນ ອອກມາມີລົດຊາດພິເສດ ເພາະແນວຄວາມຄິດຂອງເພິ່ນຄື “ປຸງແຕ່ງທຸກຈານດ້ວຍຄວາມຮັກ ເຊັ່ນດຽວກັບເຮັດໃຫ້ຄົນເຮົາຮັກທີ່ສຸດກິນ” ບັນຍາາດຂອງຮ້ານກໍແສນຈະເຂົ້າກັນກັບແນວຄິດຂອງອາຫານ ທີ່ເຕັມໄປດ້ວຍອາຍອຸ່ນແບບຄອບຄົວອີ່ຫລີ ຈາກອຸປະກອນຕົບແຕ່ງແນວຢ້ອນອາດີດ ບໍ່ວ່າຈະເປັນ ປິນໂຕເຫຼັກ, ພາຖາດເຫຼັກລາຍດອກ ຫ້ອຍຢູ່ເທິງຝາ ພ້ອມທັງລວດລາຍຮູບແຕ້ມ ວິຖີຊິວິດຂອງຄົນລາວສະ ໄໝກ່ອນ ເຊິ່ງຖ້າໃຜຢູ່ໃນໄວກາງຄົນ ກໍພາໃຫ້ຄິດຮອດພາເຂົ້າທີ່ອີ່ແມ່ເຮັດໃຫ້ກິນສະໄໝຍັງນ້ອຍ (ເວົ້າລະນໍ້າຕາຊຶມ) …
Read More »