ໃກ້ເຂົ້າມາແລ້ວກັບການປະກວດ Miss International Queen 2016 ໃນວັນທີ 10 ມີນາ 2017 ນີ້ ແລະ ຕົວແທນຈາກປະເທດລາວເຮົາກໍແມ່ນນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ສາວປະເພດສອງຈາກ ແຂວງສະຫວັນນະເຂດ ທີ່ຈະເປັນຕົວແທນຈາກ ປະເທດລາວ ໄປປະກວດໃນຄັ້ງນີ້ ໃນວັນທີ 1 ມີນາ ທີ່ຜ່ານມາ ມີຫຼາຍເພສດັງທາງເຟັກບຸກໄດ້ປ່ອຍຮູບພາບ ຊຸດປະຈຳຊາດ ແລະ ຊຸດຣາຕີ ຂອງ ວັນໃໝ່ ທີ່ຈະໃຊ້ເຂົ້າໃນການປະກວດໃນຄັ້ງນີ້ ແລະ ຊຸດຈະມີຄວາມງາມຊໍ່າໃດນັ້ນມາເບິ່ງກັນໄດ້ເລີຍ: ຮູບພາບຊຸດປະຈຳຊາດ ຮູບພາບຊຸດຣາຕີ ຂໍຂອບໃຈຮູບພາບຈາກ: Amy Ratchada Sompanya , Miss International Queen Pageant , missladyboysfanpage , MissAngie BeautyQueen
Read More »pou peng
ງາມຫຼາຍ! ວັນໃໝ່ ສາວປະເພດສອງ ກຽມພ້ອມແລ້ວກັບການປະກວດ “Miss International Queen” (ມີຄຣິບ)
ງາມຫຼາຍ! ຄົງຈະບໍ່ມີໃຜທີ່ຈະປະຕິເສດວ່ານ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ອາຍຸ 21 ປີ ສາວປະເພດສອງຈາກແຂວງ ສະຫວັນນະເຂດ ນັ້ນມີຄວາມງາມ ແລະ ຖ້າບໍ່ບອກກໍຄົງບໍ່ຮູ້ວ່າເປັນສາວປະເພດສອງ. ວັນໃໝ່ ມົນຈຳປາ ມີຄວາມກຽມພ້ອມແລ້ວທີ່ຈະເຂົ້າແຂ່ງຂັນໃນເວທີ “Miss International Queen 2016” ໃນວັນສຸກ ວັນທີ 10 ມີນາ 2017 ທີ່ຈະເຖິງນີ້, ຂໍເປັນກຳລັງໃຈໃຫ້ ນ້ອງ ວັນໃໝ່ ຈົ່ງເຮັດໃຫ້ດີທີ່ສຸດ ສູ້ໆເດີ້… ແລະ ຈົ່ງນຳເອົາວັດທະນະທຳອັນດີງາມຂອງລາວເຮົາໄປເຜີຍແຜ່ເພື່ອໃຫ້ຊາວຕ່າງຊາດໄດ້ຮັບຮູ້ເຖິງຮີດຄອງປະເພນີອັນດີງາມຂອງຊາດລາວເຮົາແດ່ເດີ້. #ແຊຣໄປໃຫ້ໂລກຮູ້ວ່າສາວປະເພດສອງຈາກລາວເຮົາກໍງາມບໍ່ແພ້ຊາດໃດໃນໂລກ ທຸກໆທ່ານສາມາດຕິດຕາມການປະກວດຂອງນ້ອງ ວັນໃໝ່ ມົນຈຳປາ ໄດ້ທີ່ທາງໂທລະພາບຊ່ອງ 7 (ປະເທດໄທ) ໃນວັນທີ 10 ມີນາ 2017 ເວລາ 21:00-23:30 ຫຼື ທ່ານສາມາດເປັນກຳລັງໃຈຮ່ວມໂຫວດໃຫ້ນ້ອງ ວັນໃໝ່ ໝາຍເລກ …
Read More »ຮ້ານອາຫານ 3434 ຟັງແຕ່ຊື່ຮ້ານ ກໍຢາກໄປລອງນັ່ງ ຊິວໆ!! ແລ້ວ
ສະບາຍດີມື້ນີ້ ຂວັນໃຈ Food ຂໍມາແນະນຳຮ້ານອາຫານ ທີ່ໄດ້ຮັບຄວາມນິຍົມ ຂອງຊາວນະຄອນຫຼວງວຽງຈັນ ຊື່ວ່າ ຮ້ານ 3434 ເຊິ່ງເພິ່ນຫາກໍຂະຫຍາຍສາຂາທີ 2 ຫວ່າງບໍ່ດົນມານີ້. ສ່ວນສາຂາທີໜຶ່ງແມ່ນຕັ້ງຢູ່ບ້ານດອນກອຍ ເປີດໃຫ້ບໍລິການໄດ້ປະມານ 2 ປີແລ້ວ ລູກຄ້າຂອງເພິ່ນກໍເພີ່ມຂຶ້ນຢ່າງຕໍ່ເນື່ອງ. ດັ່ງນັ້ນ ເພື່ອເອົາໃຈລູກຄ້າທີ່ໜ້າຮັກ ຈຶ່ງເປີດສາຂາ 2 ເຊິ່ງຕັ້ງຢູ່ບ້ານວັງຊາຍ ນີ້ເອງ ໃຜຢູ່ໃກ້ກໍລອງແວ່ໄປຊິມເບິ່ງເດີ້ ຮ້ານສາຂາ 2 ແມ່ນເລີ່ມເປີດບໍລິການແຕ່ວັນທີ 19 ກັນຍາ 2016 ເປັນຕົ້ນມາ. ກ່ອນຈະໄດ້ຊື່ຮ້ານວ່າ 3434 ເຈົ້າຂອງຮ້ານຄົນງາມ ມະນີຕາວັນ ບຸນນະວົງ ຫຼື ອາລິ່ງ ໄດ້ເລົ່າໃຫ້ຟັງວ່າ: ໄດ້ຈາກເລກປ້າຍລົດສະປອດຄັນທຳອິດ ຂອງຄອບຄົວ ຕໍ່ມາຊື້ຄັນທີສອງ ກໍຍັງໄດ້ປ້າຍຄືເກົ່າ 3434 ອີກ ກໍເລີຍຄິດວ່າເລກນີ້ ເປັນເລກນໍາໂຊກລາບໃຫ້ຄອບຄົວ ແລະ ທຸລະກິດ. ຈຸດເລີ່ມຕົ້ນຂອງການເປີດຮ້ານອາຫານ …
Read More »ເອັມມ່າ ສະໂຕນສ໌ “ນັກສະແດງນຳຍິງດີເດັ່ນ” ໃນເວທີ Oscars 2017
ປະກາດຜົນກັນໄປເປັນທີ່ຮຽບຮ້ອຍແລ້ວສຳລັບລາງວັນຈາກເວທີ Oscars ຄັ້ງທີ 89 ປະຈຳປີ 2017, ຮຸບເງົາທີ່ໄດ້ຮັບລາງວັນ ຮູບເງົາດີເດັ່ນ ປະຈຳປີນີ້ກໍຄືຮູບເງົາເລື່ອງ Moonlight, ນັກສະແດງນຳຊາຍດີເດັ່ນໄດ້ແກ່ Casey Affleck ຈາກເລື່ອງ Manchester by the Sea ແລະ ສຳລັບລາງວັນນັກສະແດງນຳຍິງດີເດັ່ນກໍເປັນໄປຕາມຄາດ ເຊິ່ງນັກສະແດງຍິງທີ່ໄດ້ຮັບລາງວັນນີ້ກໍຄື Emma Stone ຈາກຮູບເງົາເລື່ອງ La La Land ແລະ ຍັງມີລາງວັນອື່ນໆອີກຢ່າງຫຼວງຫຼາຍ ນັກສະແດງ ຫຼື ຜູ້ກຳກັບຈາກຮູບເງົາເລື່ອງໃດຈະໄດ້ຮັບລາງວັນໃດແດ່ນັ້ນ ມາເບິ່ງກັນເລີຍ… ຮູບເງົາດີເດັ່ນຄືຮູບເງົາເລື່ອງ Moonlight ນັກສະແດງນຳຊາຍດີເດັ່ນຄື Casey Affleck ຈາກເລື່ອງ Manchester by the Sea ນັກສະແດງນໍາຍິງດີເດັ່ນຄື Emma Stone ຈາກຮູບເງົາເລື່ອງ La La Land ແລະ ລາງວັນອື່ນໆມີລາຍລະອຽດດັ່ງລຸ່ມນີ້… ນັກສະແດງສົມທົບຊາຍດີເດັ່ນຄື ມາເຮີຊາຣາ ອາລີ ຈາກເລື່ອງ Moonlight ນັກສະແດງສົມທົບຍິງດີເດັ່ນຄື …
Read More »ເວທີ Oscars 2017 ປະກາດລາງວັນ “ຮູບເງົາດີເດັ່ນ” ຜິດພາດ!! (ມີຄຣິີບ)
ໃນຄໍ່າຄືນທີ່ສຸດຍິ່ງໃຫ່ຍຂອງວົງການຮູບເງົາຝັ່ງ Hollywood ກັບການປະກາດຜົນລາງວັນຮູບເງົາ Oscars ຄັ້ງທີ 89 ປະຈຳປີ 2017 ຜ່ານພົ້ນໄປເປັນທີ່ຮຽບຮ້ອຍແລ້ວ ເຊິ່ງຜົນກໍເປັນໄປຕາມຄາດໝາຍ ຮູບເງົາເພງແນວຄຼາກຊິກ La La Land ຄວ້າລາງວັນໄປໄດ້ຫຼາຍທີ່ສຸດເຖິງ 6 ລາງວັນເຊັ່ນ: ອອກແບບງານສ້າງດີເດັ່ນ,ດົນຕີປະກອບດີເດັ່ນ, ເພງປະກອບຮູບເງົາດີເດັ່ນ, ຜູ້ກຳກັບດີເດັ່ນ ແລະ ນັກສະແດງນຳຍິງດີເດັ່ນ. ໂດຍໃນງານເກີດເຫດບໍ່ຄາດຝັນເມື່ອໃນຊ່ວງທ້າຍຂອງຜົນປະກາດລາງວັນ ນັກສະແດງອະວຸໂສ ວໍເຣນ ເບດຕີ້ ປະກາດລາງວັນຮູບເງົາດີເດ່ນ ຜິດພາດ ເຊິ່ງຄວາມຈິງເລື່ອງທີ່ໄດ້ຄື Moonlight ແຕ່ປະກາດເປັນ La La Land ທີມຮັບລາງວັນຈາກ La La Land ຈຶ່ງຕ້ອງລົງຈາກເວທີເປີດທາງໃຫ້ກັບນັກສະແດງຈາກຮູບເງົາເລື່ອງ Moonlight ຂຶ້ນໄປແທນ. Moonlight Wins Best Picture Oscar After La La …
Read More »