ເພື່ອສຳເລັດພາລະບົດບາດ ແລະ ໜ້າທີ່ ໃນຊຸມປີຕໍ່ໜ້າ ສະຫະພັນແມ່ຍິງລາວ ໄດ້ວາງຄາດໝາຍສູ້ຊົນ, ທິດທາງລວມ ແລະ ທິດທາງລະອຽດ ເປັນຕົ້ນແມ່ນແມ່ຍິງມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຮັກສາໄດ້ຄຸນລັກສະນະ ທີ່ເປັນມູນເຊື້ອຂອງແມ່ຍິງລາວ, ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນຖັນແຖວແມ່ຍິງ ແລະ ຄອບຄົວ; ຈັດຕັ້ງສະຫະພັນ ແມ່ຍິງແຕ່ລະຂັ້ນ ໄດ້ຮັບການປັບປຸງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ; ຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງກວ້າງຂວາງ; ແມ່ຍິງ ໄດ້ຮັບການພັດທະນາດ້ານແນວຄິດຈິດໃຈ, ຮ່າງກາຍ, ການສຶກສາ, ວິຊາອາຊີບ ແລະ ສີມືແຮງງານ ແລະ ໄດ້ຮັບນາມມະຍົດ ດີເດັ່ນໃນທຸກສາຂາ ອາຊີບເພີ່ມຂຶ້ນ; ການປົກປ້ອງສິດຜົນປະໂຫຍດ ອັນຊອບທຳຂອງ ແມ່ຍິງ-ເດັກນ້ອຍ, ການສົ່ງເສີມ ຄວາມກ້າວໜ້າ ຂອງແມ່ຍິງ ແລະ …
Read More »pou peng
ໜຸ່ມລາວຜູ້ມີຄວາມຝັນ ເຂົ້າຮ່ວມແຂ່ງຂັນຮ້ອງເພງໃນລາຍການດັງຂອງປະເທດໄທ (ມີຄຣິບ)
ໃນວັນທີ 7 ມີນາ 2017 ທີ່ຜ່ານມາລາຍການແຂ່ງຂັນຮ້ອງເພງຊື່ດັງຂອງປະເທດເພື່ອນບ້ານລາຍການ “ສຶກວັນດວນເພງ” ໄດ້ເຮັດການແຂ່ງຂັນເພງໂດຍມີໜຸ່ມລາວຈາກແຂວງ ໄຊຍະບູລີ, ມີຊື່ວ່າ ທ້າວ ແດນ ຄຳຫຼ້າ ເຂົ້າຮ່ວມແຂ່ງຂັນປະຊັນສຽງເພງກັບໜຸ່ມໄທ, ເຊິ່ງ ແດນ ຄຳຫຼ້າ ກໍໃຫ້ສຳພາດໃນລາຍການວ່າຕົນເອງເປັນຄົນສູ້ຊີວິດຈາກບ້ານມາເພື່ອມາເຮັດວຽກຢູ່ທີ່ປະເທດໄທ ເພື່ອເກັບເງິນກັບໄປຫາແມ່ ແລະ ເປີດຮ້ານລາບຢູ່ທີ່ບ້ານເກີດຕົນ ແລະ ໝຸ່ມ ແດນ ຄຳຫຼ້າ ກໍຍັງບອກອີກວ່າຕົນເອງມີຄວາມມັກຮັກໃນການຮ້ອງເພງເປັນຊີວິດຈິດໃຈ ແລະ ຢາກເປັນນັກຮ້ອງອາຊີບ ຈຶ່ງຢ່າງຕາມຄວາມຝັນລອງສະໝັກເຂົ້າມາຮ່ວມແຂ່ງຂັນໃນລາຍການດັ່ງກ່າວ ເຖິງຢ່າງໃດກໍຕາມເຖິງແມ່ນວ່າ ແດນ ຄຳຫຼ້າ ຈະບໍ່ສາມາດເອົາຊະນະໃນການແຂ່ງຂັນເທື່ອນີ້ໄດ້ ແຕ່ເຮົາຂໍເປັນກຳລັງໃຈໃຫ້ ແລະ ຂໍໃຫ້ເຮັດຕາມຄວາມຝັນຕໍ່ໄປເດີ້. #ແຊຣໄປໃຫ້ໂລກຮູ້ວ່າຄົນລາວເຮົາມີຄວາມສາມາດຫຼາກຫຼາຍຢ່າງ ມີຄຮິບຈາກລາຍການ “ສຶກວັນດວນເພງ” ມາຝາກແຟນໆນຳເດີ້ ມາເບິ່ງກັນເລີຍ: ຂໍຂອບໃຈຮູບພາບຈາກ: ศึกวันดวลเพลง ຄຣິບລາຍການຈາກ: one31
Read More »ຕົວຢ່າງຮູບເງົາເລື່ອງ Pirates of the Caribbean 5
ມາເບິ່ງຕົວຢ່າງຮູບເງົາເລື່ອງ Pirates of the Caribbean 5 ທີ່ແຟນໆ…ຫຼາຍໆຄົນລໍຖ້າ ເຊິ່ງໃນພາກນີ້ບອກເລີຍວ່າ ຕື່ນຕາຕື່ນໃຈແນ່ນອນ ເພາະພາກນີ້ຈະສະເໜີບົດບາດຂອງຕົວລະຄອນເອກນຳເລື່ອງເຊັ່ນ ກັບຕັນ ແຈ໋ກ ສະເປໂລ ທີ່ຕ້ອງພົບເຈິກັບຄວາມໂຊກຮ້າຍ…, ເຊິ່ງຮູບເງົາເລື່ອງນີ້ຄາດວ່າຈະເຂົ້າສາຍໃນວັນທີ 26 ພຶດສະພາ 2017 ແຟນໆຈົ່ງອົດໃຈລໍຖ້າກັນໜ້ອຍໜຶ່ງເດີ້ ບໍ່ດົນໄດ້ເບິ່ງກັນແນ່ນອນ… ມາເບິ່ງຕົວຢ່າງຮູບເງົາ Pirates of the Caribbean 5 ກັນເລີຍ: via: Disney Movie Trailers , Kapook
Read More »ເຂົ້າກວດເຊື້ອມະເຮັງເຕົ້ານົມ ບໍ່ເສຍຄ່າຢູ່ໂຮງໝໍມະໂຫສົດ
ເນື່ອງໃນໂອກາດວັນແມ່ຍິງສາກົນ 8 ເດືອນມີນາ 2017 ທາງໂຮງໝໍມະໂຫສົດ ຮ່ວມກັບສະມາຄົມມະເຮັງເຕົ້ານົມລາວ (ABCD) ຈະໄດ້ຈັດກິດຈະກຳມອບຂອງຂວັນ ໃຫ້ແມ່ຍິງລາວທົ່ວປະເທດ ໂດຍການກວດຊອກຫາເຊື້ອມະເຮັງເຕົ້ານົມ ຂັ້ນເລີ່ມຕົ້ນ ສຳຫຼັບແມ່ຍິງໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ ເຊິ່ງຈະຈັດຂຶ້ນໃນວັນທີ 4 ມີນາ 2017 ກົງກັບວັນເສົາ ເວລາ10:00 -15:00 ໂມງ ຢູ່ໂຮງໝໍມະໂຫສົດ ນະຄອນຫຼວງວຽງຈັນ. ສະນັ້ນ, ຈຶ່ງເຊີນຊວນແມ່ຍິງລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ເຂົ້າມາກວດຊອກຫາເຊື້ອມະເຮັງເຕົ້ານົມ ເນື່ອງຈາກວ່າເຊື້ອມະເຮັງ ຖ້າບໍ່ໄດ້ຮັບການປິ່ນປົວແຕ່ເລີ່ມຕົ້ນ ອາດເຮັດໃຫ້ເກີດຜົນເສຍຫາຍແກ່ຊີວິດໄດ້, ເຊື້ອມະເຮັງບໍ່ພຽງຈະເກີດກັບຄົນທີ່ມີອາຍຸຫຼາຍເທົ່ານັ້ນ ແຕ່ຄົນຢູ່ໃນໄລຍະຈະເລີນພັນ ກໍມີຄວາມສ່ຽງເປັນມະເຮັງໄດ້ ໂດຍສະເພາະມະເຮັງເຕົ້ານົມ. ສຳລັບຄວາມສ່ຽງທີ່ເຮັດໃຫ້ເກີດມະເຮັງເຕົ້ານົມ ມີຫຼາຍປັດໄຈ ເປັນຕົ້ນ ການມີປະຈຳເດືອນຄັ້ງທຳອິດເມືອອາຍຸຍັງນ້ອຍ, ການໝົດປະຈຳເດືອນຊ້າ, ບໍ່ມີລູກ, ມີລູກຄົນທີ 1 ຕອນອາຍຸກາຍ 30 ປີ ແລະ ຍັງລວມເຖິງຄົນໃນຄອບຄົວ ທີ່ມີປະຫວັດເນື້ອເຫຍື້ອເຕົ້ານົມຜິດປົກກະຕິ ຫຼື ຄົນໃນຄອບຄົວ ທີ່ມີສາຍເລືອດດຽວກັນ ເຄີຍເປັນມະເຮັງເຕົ້ານົມມາກ່ອນ. …
Read More »ມາເບິ່ງ! ຜູ້ເຂົ້າປະກວດ “Miss International Queen 2016” ວ່າໃຜຈະງາມ ແລະ ໄດ້ມົງກຸດໄປຄອງ!
ແມ່ຍິງແທ້ໆຢ່າງ ຊະນີIndy ຕ້ອງຂໍລົບໄປຊົ່ວຄາວ ເພາະຈະນຳພາແຟນໆ ຂວັນໃຈ ມາເບິ່ງຄວາມງາມເລີດຂອງ ສາວປະເພດສອງ (ຟັງບໍ່ຜິດດອກເດີ້) ແມ່ນແລ້ວ…ຄວາມງາມຂອງສາວງາມປະເພດສອງ ທີ່ເຂົ້າປະກວດໃນເວທີ “Miss International Queen 2016” ແລະ ກໍຈະມີການຕັດສິນໃນມໍ່ໆນີ້ ໃນວັນທີ 10 ມີນາ 2017 ໂດຍຕົວແທນຈາກ ປະເທດລາວ ເຮົາກໍຄື ວັນໃໝ່ ມົນຈຳປາ ທຳມະວົງ ສາວປະເພດສອງຜູ້ທີ່ກຳລັງເປັນກະແສຮືຮາຢູາໃນເວລານີ້ ແລະ ມື້ນີ້ ຊະນີIndy ກໍຈະນຳເອົາຮູບພາບ ແລະ ຄຣິບໜ້າຮັກຂອງສາວງາມປະເພດສອງທີ່ມາຈາກຫຼາກຫຼາຍປະເທດມາຝາກວ່າ ໃຜຈະງາມກວ່າໃຜ, ໃຜເໝາະສົມທີ່ຈະໄດ້ມົງກຸດໄປຄອງ ມາເບິ່ງກັນໄດ້ເລີຍ: ແຟນໆຢ່າລືມກົດໄລ້ ກົດແຊຣ ຫຼື ຄອມເມັ້ນບອກທາງທີມງານເຮົາແດ່ເດີ້ວ່າ ແຟນໆຄິດວ່າໃຜງາມ ແລະ ສາວປະເພດສອງຈາກປະເທດໃດຈະໄດ້ມົງກຸດໄປຄອງ? ຄຣິບໜ້າຮັກທີ່ໂພສໂດຍ ວັນໃໝ່ ມົນຈຳປາ ທຳມະວົງ ມາເບິ່ງກັນເລີຍ: โพสต์โดย วันใหม่ ธรรมวงศ์ …
Read More »