Breaking News

pou peng

ແຫວນແຫວນ ດີໃຈທີ່ໄດ້ມາປະເທດລາວ!

  ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ປະວະຣິສາ ເພັນຊາດ (ແຫວນແຫວນ) ໄດ້ໂພສຮູບລົງໃນອິນສະຕາແກຼມສ່ວນຕົວພ້ອມ Caption ກ້ອງຮູບພາບວ່າ: ມີຄວາມຕື່ນເຕັ້ນ ແລະ ດີໃຈຫຼາຍທີ່ໄດ້ມາ ສປປ.ລາວ ເປັນເທື່ອທຳອິດ ເຊັ່ນດຽວກັບ Superstar ອໍ້າ ພັດຊະຣາພາ, ແຖມນາງຍັງຍົກຍ້ອງວ່າອາຫານລາວວ່າແຊບ ແລະ ຊຸດໄໝລາວກໍງາມຫຼາຍ ແລະ ມີຄວາມດີໃຈທີ່ໄດ້ພົບເອື້ອຍອ້າຍນ້ອງຊາວລາວທຸກຄົນ ຂອບໃຈຫຼາຍໆສຳລັບການຮັບຕ້ອນທີ່ອົບອຸ່ນ ຫວັງວ່າສິໄດ້ມາອີກໄວໆນີ້…! ຊະນີIndyຫວັງວ່າຈະເຫັນສາວ ແຫວນແຫວນ ແລະ Superstar ອໍ້າ ພັດຊະຣາພາ ມາຢ້ຽມຢາມປະເທດລາວອີກ ພີ່ນ້ອງຊາວລາວເຮົາຍິນດີຕ້ອນຮັບສະເໝີເດີ້. #ແຊຣໄປໃຫ້ໂລກຮູ້ວ່າປະເທດລາວເຮົາມີດີ   ຂໍຂອບໃຈຮູບພາບຈາກ: whanpavarisa

Read More »

ສາວງາມຈາກປະເທດ ຝຣັ່ງ ຄວ້າມົງກຸດ Miss Universe ໄປຄອງ! (ມີຄຣິບ)

  ປະກາດຜົນໄປແລ້ວສຳລັບເວທີການປະກວດສາວງາມລະດັບໂລກຢ່າງ Miss Universe ເຊິ່ງສາວງາມຕິດອັນດັບ 1 ໃນ 3 ກໍຄື: HAITI, FRANCE ແລະ COLOMBIA ເຊິ່ງສາວງາມທີ່ໄດ້ຕຳແໜ່ງ Miss Universe 2016 ໄປຄອງກໍຄືສາວງາມຈາກປະເທດ ຝຣັງ ຊື່ວ່າ ໄອຣິດ ມິດຕອງນາແອຣ (Iris Mittenaere) ອາຍຸ 23 ປີ ເຊິ່ງນາງສາວງາມຄົນນີ້ກໍຢູ່ໃນທ໋ອບຂອງຜົນໂຫວດມາຕະຫຼອດ, ສ່ວນຮອງອັນດັບໜຶ່ງໄດ້ແກ່ສາວງາມຈາກປະເທດ HAITI ແລະ ຮອງອັນດັບສອງກໍເປັນສາວງາມຈາກປະເທດ COLOMBIA. ທ່ານສາມາດເບິ່ງຄຣິບວິນາທີຕື່ນເຕັ້ນຕອນປະກາດຜົນ… 65th Miss Universe: Miss Universe France Beauty, grace, confidence, intelligence. Those are the qualities embodied by your 65th #MissUniverse, …

Read More »

ອໍ້າ ພັດຊະຣາພາ ຕິດໃຈໃນຊຸດໄໝລາວ ນຳກັບປະເທດເລີຍ! (ມີຄຣິບ)

  ກຣີດໆໆໆ…Superstar ອໍ້າ ພັດຊະຣາພາ ຕິດໃຈໃນຊຸດໄໝລາວຈົນນຸ່ງສິ້ນ ພ້ອມນຳເສື້ອໄໝກັບປະເທດພ້ອມເລີຍ ແລະ ເທົ່າທີ່ດາລາສາວຄົນດັງຂອງປະເທດເພື່ອນບ້ານເຮົາເຄີຍໃຫ້ສຳພາດຕອນທີ່ນາງປະກົດຕົວຢູ່ ຫ້າງວຽງຈັນເຊັນເຕີ້ ໃນວັນທີ 28 ມັງກອນ 2017 ທີ່ວ່ານາງມັກຊຸດໄໝລາວ ຢາກແຕ່ງກາຍແບບແມ່ຍິງລາວ ແລະ ນາງກໍບໍ່ເຮັດໃຫ້ແຟນໆຜິດຫວັງ ນຳກັບປະເທດຈົນໄດ້.   https://www.facebook.com/kuanjaimagazine/videos/1571860866162201/   ປະເພນີລາວ ເອກະລັກແບບລາວໆ ເປັນສິ່ງທີ່ງົດງາມ Superstar ອໍ້າ ພັດຊະຣາພາ ກໍຍັງຫຼົງໄຫຼມາແລ້ວ, ເຮົາເປັນຄົນລາວກໍຄວນອະນຸລັກຮັກສາໄວ້ເດີ້ ເພາະເອກະລັກທີ່ເຮົາມີເປັນສິ່ງທີ່ງົດງາມຫຼາຍ. #ແຊຣວົນໄປໃຫ້ໂລກຮູ້ວ່າລາວເຮົາມີດີ   โพสต์โดย Souksavanh Vanh Sisoulath บน 28 มกราคม 2017   โพสต์โดย Souksavanh Vanh Sisoulath บน 29 มกราคม 2017   โพสต์โดย Souksavanh …

Read More »

“ຮີດສິບສອງຄອງສິບສີ່” (ມີຄໍາຕອບ)

“ຮີດສິບສອງຄອງສິບສີ່” (ມີຄໍາຕອບ) ສາວໆທັງຫຼາຍອາດຈະເຄີຍໄດ້ຍິນຄຳວ່າ “ຮີດ ແລະ ຄອງ” ແຕ່ສາວໆຮູ້ຄວາມໝາຍຂອງມັນດີແລ້ວບໍ່ ແລະ ຍ້ອນຫຍັງຈຶ່ງໃສ່ຊື່ວ່າ “ຮິດຄອງ” ຖ້າຍັງບໍ່ຮູ້ກໍເຂົ້າມາຮູ້ກັນຈັກພ້ອມກັນເລີຍເຊິ່ງ “ຮີດຄອງ” ມີຄວາມໝາຍວ່າ: “ແນວທາງການປະພຶດປະຕິບັດທີ່ສືບທອດກັນມາເປັນເວລາດົນນານ”. ສ່ວນ “ຮີດສິບສອງຄອງສິບສີ່” ແມ່ນແນວທາງການປະພຶດປະຕິບັດ ທີ່ເຈົ້າຟ້າງຸ່ມມະຫາລາດ ໄດ້ກຳນົດຂຶ້ນ ພາຍຫຼັງທີ່ທ້ອນໂຮມບັນດາຫົວເມືອງລາວເຂົ້າເປັນອານາຈັກລ້ານຊ້າງ. ຈຸດປະສົງກໍແມ່ນເພື່ອໃຫ້ປະຊາຊົນທີ່ເຊື່ອຖືຜີສາງນາງໄມ້ທີ່ ງົມງວາຍ ໃຫ້ມານັບຖືສາສະໜາພຸດ ໂດຍມີແນວທາງປະຕິບັດຄື ຮີດສິບສອງຄອງສິບສີ່ແທນ. ເຊິ່ງມື້ນີ້ BeautyGuru ຈະເອົາຄໍາວ່າ “ຮີດສິບສອງ” ມາຕ້ອນກັນກ່ອນຄຳວ່າ “ຮີດ” ແມ່ນໝາຍເຖິງສິ່ງທີ່ໄດ້ປະພຶດປະຕິບັດກັນມາເປັນເວລາດົນນານ ຮີດສິບສອງ: ໃນແຕ່ລະເດືອນຂອງປີໜຶ່ງ ຈະມີການເຮັດບຸນປະເພນີຂອງພຸດທະສາສະນິກະຊົນທີ່ແຕກຕ່າງກັນໄປ ເຊິ່ງສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຕໍ່ສິ່ງສັກສິດ ທີ່ຊ່ວຍໃຫ້ຕົນເອງມີຊີວິດການເປັນຢູ່ທີ່ດີ. ຮີດສິບສອງປະກອບມີ: 1. ເດືອນຈຽງ (ເດືອນໜຶ່ງ) ບຸນນິມົນພະສົງເຂົ້າກຳ 2. ເດືອນຍີ່ (ເດືອນສອງ) ເຮັດບຸນລານເຂົ້າ ຫຼືບຸນຄຸນເຂົ້າ, ບາງທ້ອງຖິ່ນເອີ້ນວ່າ “ບຸນກອງເຂົ້າ” ກໍມີ. …

Read More »

ກິຕ້າ ໄດ້ຄູ່ສົມໃຈແລ້ວ! (ມີຄຮິບ)

ສາວລາວຄົນທໍາອິດທີ່ສາມາດໄປຮ່ວມໃນລາຍການເລືອກຄູ່ຊື່ດັງຂອງປະເທດເພື່ອນບ້ານ “Take me out Thailand” ພັດທະສອນ ມະນີດາລັດ (ກິຕ້າ), ຊະນີIndy ຢາກຈະບອກວ່ານາງໄດ້ຄູ່ເດດສົມໃຈນາງແລ້ວເດີ້ແຖມເປັນ oppa ເກົາຫລີ ຊື່ວ່າ Jae Min Lee, ໂອ້ຍ ອີ່ຫຍັງຈະເລີດເລີເພີເຟັກຫຍັງປານນີ້ ເບິ່ງແລ້ວດູດີເໝາະສົມກັນແບບສຸດໆ ແຖມເຟັກບຸກສ່ວນຕົວຂອງທັງສອງຄົນຍັງດຸໝັ່ນໂພສຮູບຄູ່ຫວານເວີ້ ຈົນມີແຟນໆເຂົ້າໄປກົດໄລ້ແບບລົວໆ.     ທ່ານສາມາດເບິ່ງຄຣິບລາຍການໄດ້ເລີຍ       ຂໍຂອບໃຈຮູບພາບຈາກ: Jae Min Lee ແລະ Kitar Phatthasone Manydalath

Read More »