ທ້າຍອາທິດແບບນີ້ ເປັນມື້ສະບາຍຂອງເພື່ອນໆທຸກຄົນ ແຕ່ນັກຂຽນຢ່າງ ຊະນີIndy ບໍ່ມີມື້ພັກ ເພາະມີພາລະກິດໄປຊອກຂ່າວສານມາອັບເດດໃຫ້ໝູ່ເພື່ອນທຸກໆຄົນໄດ້ເກາະຕິດກະແສ ສ່ວນວ່າມື້ນີ້ຈະພາເພື່ອນໆທຸກຄົນໄປອັບເດດເລື່ອງລາວຂອງສາວ ພັດທະສອນ ມະນີດາລັດ (ກິຕ້າ) ສາວລາວຄົນທໍາອິດທີ່ສາມາດໄປຮ່ວມໃນລາຍການເລືອກຄູ່ຊື່ດັງຂອງປະເທດເພື່ອນບ້ານ “Take me out Thailand” ຈົນກາຍເປັນ “Talk of the town” ໃນເວລາຂ້າມຄືນ ຈົນມີແຟນໆເຂົ້າມາຄອມເມັ້ນ ກົດໄລ້ ກົດແຊຣ ກັນຢ່າງສະໜັ່ນຫວັນໄຫວ ແລະ ສາວຄົນນີ້ກໍໄດ້ຖືກຍົກຍ້ອງຈາກສັງຄົມອອນລາຍທັງພາຍໃນປະເທດລາວເຮົາ ແລະ ປະເທດເພື່ອນບ້ານວ່ານາງມີຄວາມໜ້າຮັກ ແຖມເຊັກຊີ່ຂື້ດື້ ມີຄວາມໂດດເດ່ນ ຈົນເຮັດໃຫ້ນາງກາຍເປັນຄົນດັງໃນຊົ່ວພິບຕາຈົນມີຫຼາຍໆລາຍການເຊີນນາງໄປເປັນແຂກຮັບເຊີນ, ດັ້ງນັ້ນ! ຢ່າຊ້າມາເບິ່ງຮູບພາບຂອງນາງແລ້ວຄອມເມັ້ນບອກແດ່ວ່າສາວກິຕ້າມີຄວາມໜ້າຮັກ ປົນເຊັກຊີ່ຂີ້ດື້ແທ້ບໍ່? ຢ່າລືມ! ກົດໄລ້ ກົດແຊຣເປັນກຳລັງໃຈໃຫ້ສາວກິຕ້າກັນແດ່ເດີ້! ຂໍຂອບໃຈຮູບພາບຈາກ: Kitar Phatthasone Manydalath
Read More »pou peng
ຍິນດີກັບຄູ່ສ້າງຄອບຄົວໃໝ່…
ອາຍຸເປັນພຽງໂຕເລກ ຂໍພຽງມີໃຈຮັກ ແລະ ເຂົ້າໃຈກັນກໍພຽງພໍແລ້ວ ຖືວ່າເປັນພາບປະທັບໃຈ ແລະ ຂໍສະແດງຄວາມຍິນດີນໍາຄູ່ສ້າງຄອບຄົວໃໝ່. ໂດຍ: “ລູກຊາວນາ”
Read More »ຄຣິບໝາແສນຮູ້ຊ່ວຍຊີວິດໝູ່
ຄຣິບໝາຊ່ວຍຊີວິດໝູ່ຂອງມັນ ທີ່ມີຄົນ Share ຫຼາຍທີ່ສຸດໃນ ໂຊຊ່ຽວ ມື້ນີ້ “ລູກຊາວບ້ານ” ຈະພາມາຮູ້ຈັກກັບ ໝາໜ້າຮັກໂຕໜຶ່ງທີ່ຊ່ວຍໝູ່ກໍາລັງຕົກນໍ້າ. ໝາໂຕໜຶ່ງກໍາລັງແລ່ນລົງໄປນໍ້າຄາບກິ່ງໄມ້ ແຕ່ປາກົດວ່າ: ກະແສນໍ້າແຮງໄດ້ພັດໝາໄຫຼໄປ ແຕ່ມີໝູ່ຂອງມັນອີກໂຕໜຶ່ງໃຊ້ປາກງັບກິ່ງໄມ້ທີຄາບເອົາໄວ້ຢູ່ ເຮັດໃຫ້ສາມາດຊ່ວຍຊີວິດໝາທີ່ຕົກນໍ້າໄວ້ໄດ້ ແລະ ຂຶ້ນຝັ່ງຢ່າງປອດ. ແຕ່ແນວໃດ ກໍຕາມກໍມີຜູ້ຄົນຈໍານວນຫຼາຍອອກມາວິພາກວິຈານເຈົ້າຂອງຄຣິບດັ່ງກ່າວ ທີ່ມົວແຕ່ຖ່າຍຮູບ ເປັນຫຍັງບໍ່ຊ່ວຍໂຕໝາກ່ອນ.
Read More »ສຸດຍອດ! ສາວຄົນນີ້ແມ່ນໃຜນໍ?
ຊະນີIndy ຂີ້ຝອຍມາແລ້ວໆ ມື້ນີ້ຈະມາເວົ້າເລື່ອງສາວງາມຄົນໜຶ່ງທີ່ມັກໂພສຮູບງາມໆ ເຊັກຊີ່ໆ ແລະ ນາງກໍມີແຟນໆຕິດຕາມນາງຫຼາຍພໍສົມຄວນ ເປັນທີ່ສະດຸດຕາເຂົ້າແບບຈັງໆເທົ່າທີ່ ຊະນີIndy ໄດ້ໄປສອດສ່ອງ Profile ຂອງສາວຄົນນີ້ມາເລີຍໄດ້ຮູ້ຊື່ສຽງຮຽງນາມຂອງເພິ່ນມາວ່າຊື່ ນາງ ອະລິວັນດາ ສິຣິພົງ (ອາລີ) ແລະ Life style ຂອງນາງກໍຈະເປັນສາວສາຍ Party ອອກງານຕະຫຼອດ ແຖມນາງຍັງເປັນສາວສາຍມັກສວຍມັກງາມ ແບບວ່າໝໍເກັ່ງໆນາງຈະຮູ້ໝົດ (ມື້ໜ້າແນະນຳ ຊະນີIndy ແດ່), ສ່ວນວ່າໜຸ່ມໆຕ້ອງອົດທົນເດີ້ເພາະວ່າສາວຄົນນີ້ນາງມີຫວານໃຈແລ້ວຈ້າ…ຮີ້ວໆໆໆ ກົດໄລ້ ກົດແຊຣໄປໃຫ້ໂລກຮູ້ວ່າສາວລາວງາມເລີດສຸດໆ…! ຂໍຂອບໃຈທີ່ມາຮູບພາບຈາກ: Alee Alivanhda Siliphong
Read More »Fashion ຊຸດກີ່ເພົ້າງາມໆ ສໍາລັບເທສະການ…
Fashion ຊຸດກີ່ເພົ້າງາມໆ ສໍາລັບເທສະການບຸນປີໃໝ່ຂອງຊາວຈີນ ຊຸດກີ່ເພົ້າເປັນຊຸດປະຈໍາຊາດຂອງປະເທດຈີນ ແຕ່ໃນປະເທດເຮົາກໍນິຍົມກັນໃສ່ຫຼາຍໃນໄລຍະເທສະການບຸນປີໃໝ່ຂອງຊາວຈີນ (ກຸດຈີນ) ເພາະວ່າໃນປະເທດເຮົາກໍມີຄົນຈີນອາໄສຢູ່ບໍ່ໜ້ອຍກໍເລີຍເຮັດໃຫ້ປະເທດເຮົານິຍົມເອົາມາໃສ່ເພຶ່ອເປັນການສະເຫຼີມສະຫຼອງບຸນປີໃໝ່ຂອງປະເທດຈີນນີ້ ແລ້ວສາວໆແຟນຂວັນໃຈເດ້ມີຊຸດກີ່ເພົ້າທີ່ຕົນເອງມັກແລ້ວບໍ່? ຖ້າຍັງບໍ່ມີມື້ນີ້ BeautyGuru ໄດ້ນໍາເອົາ Fashion ແບບຊຸດກີ່ເພົ້າງາມໆມາຝາກ ຫຼື ສາວໆຄົນໃດທີ່ຍັງບໍ່ເຄີຍໃສ່ກໍສາມາດຊອກຊື້ມາໃສ່ກັນດ່ວນ ດຽວຊິຕົກເທຼນເດີ້!!! By: BeautyGuru ເຄຼດິດຮູບຈາກ: Taobaoshop
Read More »