Breaking News

pou peng

ອາຫານຕ້ານພະຍາດມະເຮັງ

ອາຫານຕ້ານພະຍາດມະເຮັງ ການເລືອກກິນອາຫານກໍເປັນໜຶ່ງໃນທາງອອກສໍາລັບຄົນທີ່ບໍ່ຢາກເປັນພະຍາດມະເຮັງ ໂດຍສະຖາບັນວິໄຈມະເຮັງແຫ່ງສະຫະລັດອາເມລິກາໄດ້ອອກມາແນະນໍາສຸດຍອດອາຫານທີ່ມີສານຕ້ານມະເຮັງດັ່ງນີ້: ກຸ່ມອາຫານທີ່ມີສານຕ້ານມະເຮັງສູງສຸດເຊັ່ນ: ຫົວຜັກທຽມ, ຜັກກະຫຼໍ່າປີ, ຖົ່ວເຫຼືອງ, ຂີງ, ກະຣົດ ແລະ ຜັກເຊີນາລີ (Celery). ກຸ່ມອາຫານທີ່ມີສານຕ້ານມະເຮັງລະດັບກາງເຊັ່ນ: ເຕົາຮູ້, ໝາກກ້ຽງ, ເລມອນ, ໝາກເລັ່ນ. ກຸ່ມອາຫານທີ່ມີສານຕ້ານມະເຮັງລະດັບຕໍ່າເຊັ່ນ: ໝາກແຕງເມລອນ, ມັນຝຣັ່ງ, ໝາກໄມ້ຕະກຸນເບີຣີ່.          

Read More »

8 ວິທີແກ້ໄຂບັນຫາ ໜັງຫົວມັນຢ່າງງ່າຍໆ

8 ວິທີແກ້ໄຂບັນຫາ ໜັງຫົວມັນຢ່າງງ່າຍໆ ຫຼັກການງ່າຍໆໃນການແກ້ໄຂບັນຫາປ້ອງກັນໜັງຫົວມັນ ຫຼື ເສັ້ນຜົມມັນໃຫ້ປະຕິບັດດັ່ງລຸ່ມນີ້. ເລືອກໃຊ້ຢາສະຜົມສໍາລັບຜົມມັນ ຫຼີກລ້ຽງຢາສະຜົມທີ່ຂຽນສັບພະຄຸນວ່າ 2 in 1 ແລະ ຄວນສະຜົມທຸກມື້ຢ່າງນ້ອຍມື້ລະ 1 ເທື່ອ ຄໍາແນະນໍາໃນການສະຜົມນັ້ນເວລາສະຜົມຄວນປະຢາສະຜົມໄວ້ປະມານ 5 ນາທີກ່ອນລ້າງອອກ. ບໍ່ຄວນໃຊ້ນໍ້າຮ້ອນສະຜົມ ຄວນສະຜົມດ້ວຍນໍ້າອຸນຫະພູມປົກກະຕິ. ບໍ່ຄວນໃຊ້ຄີມນວດຜົມ ຫຼື ຖ້າຫາກມີຜົມແຫ້ງແຕກປາຍຄວນໃຊ້ຄີມນວດທີ່ບໍລິເວນປາຍຜົມເທົ່ານັ້ນ. ຫຼີກລ່ຽງການຫວີຜົມເລື່ອຍໆ ເພາະການຫວີຜົມຈະກະຕຸ້ນໃຫ້ໜັງຫົວຜະລິດນໍ້າມັນອອກມາຫຼາຍຂຶ້ນ. ຫຼີກລ້ຽງຜະລິດຕະພັນທີ່ເຮັດໃຫ້ຜົມມັນຫຼາຍຂຶ້ນເຊັ່ນ: ເຈວແຕ່ງຜົມ ຫຼື ຜະລິດຕະພັນທີ່ເພີ່ມຄວາມເປັນປະກາຍໃຫ້ກັບເສັ້ນຜົມ. ຫຼີກລ່ຽງການເຂົ້າໄປຢູ່ໃນສິ່ງແວດລ້ອມທີ່ມີພູມອາກາດປ່ຽນແປງເລື່ອຍໆ ໂດຍສະເພາະອາດຮ້ອນ ເພາະຈະເຮັດໃຫ້ຜົມມັນຫຼາຍຂຶ້ນ. ຫຼຸດຄວາມຕຶງຄຽດຫາເວລາພັກຜ່ອນ ແລະ ຜ່ອນຄາຍ ເພາະຄວາມຕຶງຄຽດຈະສົ່ງຜົນໂດຍລວມຕໍ່ສຸຂະພາບ ແລະ ຫຼຸດປະລິມານເລືອດໄປລ້ຽງໜັງຫົວ. ກິນອາຫານໃຫ້ຖືກສ່ວນ ຫຼຸດການກິນອາຫານທີ່ທີຄວາມມັນຫຼາຍຈົນເກີນໄປ ເພີ່ມການກິນອາຫານພວກວິຕາມິນບີ, ເກືອແຮ່ເຊັ່ນ: ຜັກໃບຂຽວ, ໝາກໄມ້, ນົມຖົ່ວເຫຼືອງເປັນຕົ້ນ.    

Read More »

ການສີດຜິວໃຫ້ຂາວມີວິທີໃດແດ່ ?

ການສີດຜິວໃຫ້ຂາວມີວິທີໃດແດ່ ? ການສີດສານ Glutathione ເຂົ້າສູ່ຮ່າງກາຍເພື່ອ “ເຮັດໃຫ້ສີຂອງເມັດເລືອດຈາງລົງ ເຮັດໃຫ້ຜິວພັນຂາວຂຶ້ນ” ຫຼັງຈາກສີດສານ Glutathione ແລ້ວຜິວພັນຂອງເຮົາຈະປັບສະພາບໃຫ້ຂາວຂຶ້ນກວ່າເກົ່າແຕ່ຕ້ອງເຮັດຄວາມເຂົ້າໃຈກ່ອນວ່າຜິວພັນຂອງເຮົານັ້ນຈະຂາວຂຶ້ນອີກດ້ວຍ, ວິທີສີດສານ ກລູຕ້າໄຮໂອນ ແຕ່ຈະບໍ່ສາມາດຂາວເກີນກວ່າສີຜິວດັ່ງເດີມຂອງເຮົາເຊັ່ນ: ຄົນທີ່ມີຜິວດໍາມາຕັ້ງແຕ່ເກີດເມື່ອສີດສານກລູຕ້າໄຮໂອນແລ້ວຜິວພັນຈະບໍ່ສາມາດຂາວໃສໄດ້.     ການສີດວິຕາມິນຊີ ຄົນສ່ວນຫຼາຍມັກຈະເຂົ້າໃຈຜິດວ່າ ຖ້າສີດວິຕາມິນຊີແລ້ວຜິວພັນຂອງເຮົາຈະຂາວຂຶ້ນ ເຊິ່ງມັນບໍ່ເປັນຄວາມຈິງ ການສີດວິຕາມິນຊີເຂົ້າສູ່ຜິວພັນຈະເຮັດໃຫ້ຜິວພັນຂອງເຮົານຽນນຸ່ມ ຜິວພັນຊຸ່ມເຊິ່ງແຕກຕ່າງຈາກການສີດສານກລູຕ້າໄຮໂອນທີ່ຈະປ່ຽນສີຜິວພັນຂອງເຮົາ ຈາກຜົນສໍາຫຼວດຈາກຄົນທີ່ສີດວິຕາມິນຊີເປັນປະຈໍາຕິດຕໍ່ກັນຫຼາຍເດືອນຜິວພັນທີ່ແຫ້ງແຫ່ວຈະຄ່ອຍໆນຽນນຸ່ມ ຜິວພັນງາມໃສສຸຂະພາບດີຂຶ້ນໄດ້.  

Read More »

ສິ່ງທີ່ຄວນຮູ້ກ່ຽວກັບອາຫານເສີມເພື່ອສຸຂະພາບ

  ຂໍ້ຄວນຮູ້ກ່ຽວກັບອາຫານເສີມເພື່ອສຸຂະພາບ ຫຼື ຜະລິດຕະພັນເສີມອາຫານ ອາຫານເສີມເພື່ອສຸຂະພາບ: ອາຫານເສີມ ຫຼື ຜະລິດຕະພັນເສີມອາຫານຊະນິດນີ້ມີການຜະລິດຂຶ້ນມາແພ່ຫຼາຍເປັນເວລາດົນແລ້ວ ແລະ ເປັນທີ່ນິຍົມໃນກຸ່ມຄົນທົ່ວໄປ ໂດຍການຮັບປະທານອາຫານເສີມຊະນິດນີ້ມັກຈະຫວັງຜົນເພື່ອໃຫ້ຮ່າງກາຍຂອງເຮົາມີປະສິດທິພາບດີຂຶ້ນ ທົນຕໍ່ສະພາບຄວາມເຄັ່ງຕຶງ, ຄວາມອິດເມື່ອຍທີ່ເກີດຈາກການເຮັດວຽກໄດ້ ອາຫານເສີມເຫຼົ່ານີ້ມັກຈະປະກອບໄປດ້ວຍວິຕາມິນແຮ່ທາດທີ່ຈໍາເປັນຕ່າງໆຂອງຮ່າງກາຍ, ສານຕ້ານອະນຸມູນອິດສະລະຕ່າງໆ ສານສະກັດຕ່າງໆທີ່ໂຄສະນາວ່າຊ່ວຍໃນເລື່ອງກ່ຽວກັບບັນຫາສຸຂະພາບຕ່າງໆເຊັ່ນ: ບໍາລຸງສະໝອງໃນກຸ່ມຄົນທີ່ຮຽນຫຼາຍ, ໃຊ້ຄວາມຄິດຫຼາຍ, ພົບກັບຄວາມຕຶງຄຽດເປັນປະຈໍາ ຄົນທີ່ມີພະຍາດປະຈໍາຕົວຕ່າງໆທີ່ຕ້ອງການອາຫານເສີມເພື່ອບັນເທົາພະຍາດຂອງຕົນ ທັງນີ້ການເລືອກອາຫານເສີມຄວນຄໍານຶງເຖິງປະສິດທິພາບທີ່ແທ້ຈິງ, ຄວາມປອດໄພຂອງອາຫານເສີມເປັນຫຼັກ.    

Read More »