ສາວໆຄົນໃດທີ່ກໍາລັງເຮັດ 10 ພຶດຕິກໍານີ້ ຄວນຫຼີກລ່ຽງດ່ວນ ບໍ່ດັ່ງນັ້ນອາດຈະເຮັດໃຫ້ຜິວພັນງາມໆຫ່ຽວຍານລົງໄດ້ ສະນັ້ນເຮົາຄວນມາເບິ່ງແຍງຜິວພັນຂອງເຮົາແບບຖືກວິທີກັນເທາະ. 1. ລືມທາກັນແດດກ່ອນອອກຈາກບ້ານ 2. ອາບນໍ້າຮ້ອນດົນຈົນເກີນໄປ 3. ຂັດຜິວຕະຫຼອດ ກໍບໍ່ດີເດີ້ 4. ນອນພັກຜ່ອນບໍ່ພຽງພໍ 5. ນອນຫຼັບໂດຍທີ່ຍັງບໍ່ໄດ້ລ້າງໜ້າ 6. ບີບ, ແກະ, ເກົາເທິງໃບໜ້າ 7. ບໍ່ທໍາຄວາມສະອາດອຸປະກອນແຕ່ງໜ້າ 8. ໃຊ້ຜະລິດຕະພັນບໍາລຸງຜິວຫຼາຍຊະນິດພ້ອມກັນ 9. ບໍ່ຮູ້ຈັກຜິວໜ້າຂອງຕົວເອງ 10. ເຮັດຜິວສີແທນສ່ຽງພະຍາດມະເຮັງ ສາວໆຄົນໃດທີ່ຮູ້ສຶກວ່າຕົນເອງມັກເຮັດ 10 ຂໍ້ທີ່ກ່າວມາຂ້າງເທິງນີ້ ຮີບປ່ຽນພຶດຕິກໍາດ່ວນເລີຍເດີ້ ຖ້າບໍ່ຢາກໃຫ້ຜິວພັນຫ່ຽວແຫ້ງແຕກລາຍ.
Read More »pou peng
ກົດ 8 ຂໍ້ ຂອງຄົນຢາກລວຍ!!!
ສາວໆມາອ່ານທາງນີ້ເລີຍຖ້າສາວໆຢາກມີເງິນທ້ອນກັບກົດ 8 ຂໍ້ ຂອງຄົນຢາກລວຍ ເຊິ່ງຈະມີຫຍັງແດ່ນັ້ນໄປອ່ານພ້ອມໆກັນເລີຍສາວໆ. ກວດສອບດອກເບ້ຍທະນາຄານ ໝັ່ນກວດສອບເບິ່ງອັດຕາດອກເບ້ຍຂອງທຸກທະນາຄານ ເພາະທະນາຄານມີດອກເບ້ຍທີ່ແຕກຕ່າງກັນ ແລະ ກວດສອບໃຫ້ລະອຽດວ່າທະນາຄານໃດທີ່ໃຫ້ອັດຕາດອກເບ້ຍທີ່ສູງ. ບໍ່ກິນເຂົ້າຢູ່ຮ້ານ ຖ້າຢຸດການອອກໄປກິນເຂົ້າຢູ່ຮ້ານອາຫານໄດ້ຈະເປັນການດີທີສຸດ ຈະເປັນການປະຢັດໄດ້ຫຼາຍໆທາງເຊັ່ນ: ຄ່າອາຫານ, ຄ່ານໍ້າມັນ ວິທີທີ່ດີຄື ການປຸຸງແຕ່ງອາຫານກິນເອງແມ່ນສາມາດປະຢັດໄດ້ດີທີ່ສຸດ. ສ້ອມແປງເຄື່ອງໃຊ້ ເມື່ອເວລາມີເຄື່ອງເປ່ເພຢູ່ໃນຄົວເຮືອນ ລອງພະຍາຍາມສ້ອມແປງສິ່ງຂອງເຫຼົ່ານັ້ນໃຫ້ກັບມາໃຊ້ງານໃຫ້ໄດ້ຄືເກົ່າ ດີກວ່າຈະເອົາເງິນໄປຊື້ສິ່ງຂອງໃໝ່ໆມາໃຊ້ແທນ. ບໍ່ເອົາເງິນຕິດໂຕຫຼາຍ ຈົ່ງຢ່າເອົາເງິນຕິດໂຕໄປນໍາຫຼາຍ ຖ້າບໍ່ມີຈຸດປະສົງທີ່ຈະຊື້ເຄື່ອງຂອງທີ່ລາຄາແພງ ໃຫ້ນໍາຕິດໂຕໄປໜ້ອຍດຽວພໍທີ່ຈະຊື້ສິ່ງຂອງທີ່ຈໍາເປັນໃນຂະນະນັ້ນ. ເອົາອາຫານທ່ຽງໄປກິນຢູ່ຫ້ອງການ ລອງຄໍານວນຄ່າອາຫານທ່ຽງໃນທິດໜຶ່ງ ສາວໆອາດເສຍເງິນໄປຫຼາຍເລີຍແຫຼະ! ແນະນໍາໃຫ້ກຽມອາຫານມາເອງ ເພື່ອເປັນການປະຢັດເງິນ ແລະຍັງໄດ້ກິນອາຫານທີ່ສະອາດຈາກຜົນງານຂອງຕົນນໍາອີກ. ຊໍາລະຄ່າບໍລິການຕ່າງໆຜ່ານອອນລາຍ ບໍ່ຈໍາເປັນເລີຍທີທ່ານຈະເສຍເງິນຄ່ານໍ້າມັນເພື່ອໄປຈ່າຍຄ່າຊົມໃຊ້ໃນຄອບຄົວ ເພາະທ່ານສາມາດຈັດການກັບບັນຫາເຫຼົ່ານີ້ຜ່ານທາງອິນເຕີເນັດໄດ້ເຊັ່ນ: ຄ່ານໍ້າ, ຄ່າໄຟ ແລະ ຄ່າໂທລະສັບ. ຊອກກິດຈະກໍາຍາມຫວ່າງທີບໍ່ໄດ້ໃຊ້ເງິນ ກິດຈະກໍາຍາມຫວ່າງທີບໍ່ໄດ້ເສຍຄ່າໃຊ້ຈ່າຍ ແລະ ດີຕໍ່ສຸຂະພາບນັ້ນກໍຄື ການໄປຍ່າງຫຼິ້ນສວນສາທາລະນາ ເພາະຈະເຮັດເຮົາເພີດເພີນໄປກັບທໍາມະຊາດ ແລະ ກິດຈະກໍາກາງແຈ້ງ. ລ້າງລົດດ້ວຍຕົວເອງ ເມື່ອທ່ານມີລົດ ທ່ານຕ້ອງເສຍເງິນຄ່ານໍ້າມັນ ແລ້ວເປັນຫຍັງ? …
Read More »ນັກບິນສາວ ສຸດເກັ່ງທີ່ເດີນທາງຮອບໂລກເພື່ອຫຼິ້ນໂຍຄະ!!!
ນັກບິນສາວ Malin Rydqvist ສັນຊາດ ສະວີເດັນ ງານຫຼັກໆຄືຂັບເຮືອບິນ Boeing 737 ນອກນັ້ນ;ນາງ ຍັງເປັນນັກຫຼິ້ນໂຍຄະ (Yoga) ທີມີຊື່ສຽງນໍາອີກ ໂດຍນາງມັກຖ່າຍຮູບທ່າຍາກໆໃນເວລາທີ່ຫຼິ້ນໂຍຄະ ຢູ່ຕາມສະຖານທີ່ຕ່າງໆທີ່ງົດງາມ ແລະ ໂພສລົງ IG ສ່ວນໂຕຢູ່ເປັນປະຈໍາ ຊຶ່ງຍອດການຕິດຕາມ IG ຂອງນາງມີຄົນ Follow ເປັນຈຳນວນຫຼາຍເອີ້ນໄດ້ວ່າ: ທັງງາມ ທັງເກັ່ງ ແຖມຍັງມີທ່າໂຍຄະຍາກໆນໍາອີກ.
Read More »ຂໍ້ຄວນຮູ້!!! ສຳລັບສາວໆທີ່ທາເລັບເປັນປະຈຳ
ເອົາໃຈສາວໆທີ່ມັກເຂົ້າຮ້ານທາເລັບ ຫຼື ມັກທາສີເລັບເປັນປະຈຳ ເຮົາຂໍແນະນຳໃຫ້ທ່ານໃສ່ໃຈກັບເລັບຫຼາຍກ່ວາປົກກະຕິເພາະການທາເລັບ ແລະ ລ້າງເລັບດ້ວຍຢາສານເຄມີຕ່າງໆຈະເຮັດໃຫ້ Cuticle ຂອງເລັບຫຼຸດອອກໄປໄດ້ ແລະ ເຮັດໃຫ້ເກີດການຕິດເຊື້ອພະຍາດ ເຊິ່ງສິ່ງທີ່ທ່ານຄວນລະວັງຄື ຄວນເລືອກຮ້ານທີ່ສະອາດ ແລະ ຄວນໃຊ້ອຸປະກອນທີ່ຂ້າເຊື້ອພະຍາດແລ້ວ, ເພາະຜົນທີ່ຕາມມາຂອງການທາເລັບດ້ວຍນ້ຳຢາເຄມີກໍຄືບັນຫາເລັບແຕກຈີກ ເຊິ່ງສຳລັບຄົນທີ່ກຳລັງພົບບັນຫານີ້ ເຮົາຂໍສະເໜີວິທີປ້ອງກັນດັ່ງຕໍ່ໄປນີ້: ຄວນຕັດເລັບໃຫ້ສັ້ນຢູ່ຕະຫຼອດໂດຍຄວນຕັດໃຫ້ເປັນຮູບຊົງ ແນະນຳໃຫ້ຕັດເລັບຫຼັງຈາກອາບນ້ຳ ແລະ ເມື່ອຕັດເລັບແລ້ວຄວນໃຊ້ຄຣີມທາເພື່ອໃຫ້ເກີດຄວາມຊຸ່ມຊື່ນ. ຄວນທາຄຣີມຫຼັງຈາກທີ່ມືປຽກເພາະຜິວທີ່ປຽກຈະຊ່ວຍໃຫ້ຄຣີມແຊກຊືມເຂົ້າສູ່ຜິວໄດ່້ດີຫຼາຍກ່ວາ. 3. ຄວນທາຜະລິດຕະພັນທີ່ເສີມຄວາມແຂງແຮງໃຫ້ແກ່ເລັບ ຫຼີກລ່ຽງຜະລິດຕະພັນທີ່ມີສ່ວນປະກອບຂອງ Toluene sulfonamide ຫຼື Formaldehyde ເພາະສານເຄມີເຫຼົ່ານັ້ນຈະເຮັດໃຫ້ເກີດອາການຄັນໄດ້ ແລະ ຖ້າເປັນໄປໄດ້ຄວນເລືອກໃຊ້ສານທີ່ເປັນທຳມະຊາດທີ່ສຸດ. 4. ຄວນໃຊ້ຜະລິດຕະພັນປະເພດ Nail-polish ຈະຊ່ວຍເກັບຄວາມຊຸ່ມຊື່ນໄວ້ໃຫ້ເລັບໄດ້ດີ ໂດຍຄວນລ້າງ Nail polish ອອກ ແລະ ທາໃໝ່ທຸກອາທິດ. 5. ຫຼີກລ່ຽງການໃຊ້ນ້ຳຢາລ້າງເລັບທີ່ມີສ່ວນປະກອບຂອງ Acetone ເພາະຈະເຮັດໃຫ້ເລັບແຫ້ງ ແລະ ບໍ່ຄວນໃຊ້ຫຼາຍກ່ວາ …
Read More »ຢ່າຟ້າວເປີດໃຈ!!! ຖ້າເຮົາຍັງຕັດໃຈຈາກຄົນຮັກເກົ່າບໍ່ໄດ້
ສຳລັບຄູ່ຮັກທີ່ເລີກກັນໄປແລ້ວບໍ່ວ່າຈະຈົບລົງດ້ວຍສາເຫດໃດກໍ່ຕາມແຕ່ເມື່ອເວລາຜ່ານໄປເມື່ອເຮົາຮູ້ສຶກຕ້ອງການຢາກເລີ່ມຕົ້ນໃໝ່ກັບໃຜຈັກຄົນທີ່ພ້ອມຈະຮ່ວມທຸກຮ່ວມສຸກ ແລະ ຮັກເຮົາຢ່າງແທ້ຈິງເມື່ອເຮົາຕັດສິນໃຈ...
Read More »