Breaking News

pou peng

ສູດຜິວພັນຂາວທັນໃຈພາຍໃນ 2 ອາທິດ!!!

ສາວໆຫຼາຍຄົນຫວັງຢາກຈະມີຜິວຂາວງາມ ຈຶ່ງຊອກຫາຫຼາຍວິທີ ຫຼື ຍອມເສຍເງິນເພຶ່ອຄວາມຂາວທີ່ມາພ້ອມກັບອັນຕະລາຍຕ່າງໆ ຈົນລືມໄປວ່າທຳມະຊາດບຳບັດ ເປັນວິທີທີ່ດີ ແລະ ປອດໄພທີ່ສຸດ. ຜິວດໍານັ້ນເກີດຈາກຫຼາຍປັດໃຈເຊັ່ນ: ແສງແດດ ມົນລະພາວະຕ່າງໆ ການເຈັບເປັນ ລວມໄປເຖິງການເຄັ່ງຄຽດສາວໆຫຼາຍຄົນເລືອກທີ່ຈະໃຊ້ວິທີແບບເລັ່ງດ່ວນເພຶ່ອເຮັດໃຫ້ຜິວຂາວງາມໂດຍອາດຈະເລຶອກໃຊ້ວສານເຄມີ ຫຼື ວິທີການອຶ່ນໆທີ່ມີລາຄາຄ່ອນຂ້າງສູງ ແລະ ສູງຫຼາຍຈົນອາດຈະເຮັດໃຫ້ເກີດການສິ້ນເປຶອງ ຫຼື ບາງເທຶ່ອກໍເປັນອັນຕະລາຍຕໍ່ຜິວໜັງຂອງສາວໆໄດ້, ມື້ນີ້ເຮົາຈະມາແນະນນຳເຄັດລັບທີ່ຈະເຮັດໃຫ້ຜິວພັນຂອງສາວໆ ງາມຂຶ້ນໄດ້ດ້ວຍວິທີທໍາມະຊາດພາຍໃນ 2 ອາທິດ ເຮົາລອງໄປເບິ່ງພ້ອມກັນເລີຍວ່າມີຫຍັງແດ່… ລ້າງໜ້າດ້ວຍນໍ້າເຜິ້ງ ຄຸນປະໂຫຍດຂອງນໍ້າເຜິ້ງຄື ຊ່ວຍເພີ່ມຄວາມຊຸ່ມຊື່ນໃຫ້ກັບຜິວໜັງ ເໝາະສຳລັບຄົນທີ່ຜິວໜັງບາງແພ້ງ່າຍພຽງແຕ່ທ່ານທານໍ້າເຜິ້ງໃສ່ຜິວໜ້າກ່ອນອາບນໍ້າແລ້ວປະໄວ້ສອງເຖິງສາມນາທີ ຈາກນັ້ນຈຶ່ງລ້າງອອກດ້ວຍນໍ້າທີ່ສະອາດທ່ານຈະສໍາພັດໄດ້ວ່າຜິວຂອງທ່ານຂາວ ແລະ ອ່ອນຂຶ້ນ. ອົບອາຍນໍ້າດ້ວຍເປຶອກໝາກນາວ ພຽງແຕ່ຕົ້ມເປຶອກໝາກນາວກັບນໍ້າ ແລະ ຖອກໃສ່ຊາມຈາກນັ້ນເອົາໜ້າໄປຮັບເອົາອາຍນໍ້າທີ່ອອກມາພຽງສອງນາທີ ແລະ ເຊັດໜ້າໃຫ້ແຫ້ງ ວິທີນີ້ຈະຊ່ວຍເປີດຮູຂຸມຂົນ ແລະ ກຳຈັດສິ່ງທີ່ເປຶ້ອນໄດ້ເປັນຢ່າງດີ ແລະ ຍັງອຸດົມໄປດ້ວຍວິຕາມິນຊີທີ່ຊ່ວຍໃຫ້ຜິວໜັງສະຫວ່າງໃສຂຶ້ນ. ຂັດຜິວດ້ວຍນໍ້າໝາກພ້າວ ພຽງແຕ່ຜະສົມແປ້ງເຂົ້າຈ້າວ 2 ບ່ວງແກງ ກັບນໍ້າມັນໝາກພ້າວ ແລະ ນວດໃຫ້ເຂົ້າກັນ ຈາກນັ້ນເອົາມານວດໃສ່ໃບໜ້າວິທີນີ້ຈະຊ່ວຍປັບສີຜິວໃຫ້ຂາວຂຶ້ນ. …

Read More »

ສາວງາມອາຍຸ 19 ປີ ຈາກປະເທດ PUERTO RICO, ຄວ້າຕຳແໜ່ງ Miss World 2016.

ສາວງາມອາຍຸ 19 ປີ ຈາກປະເທດ ເປີໂຕຣິໂກ (PUERTO RICO) ຄວ້າຕຳແໜ່ງ Miss World 2016.      ຕັດສິນກັນໄປຮຽບຮ້ອຍແລ້ວສໍາລັບເວທີປະກວດ Miss World 2016 ໃນຕອນເຊົ້າຂອງວັນທີ 19 ທັນວາ 2016 ນີ້ ຢູ່ທີ່ ປະເທດ ສະຫະລັດອາເມຣິກາ ໂດຍມີສາວງາມຈາກ 117 ປະເທດເຂົ້າຮ່ວມເຊິ່ງຜົນປາກົດວ່າຜູ້ທີ່ຄວ້າມຸງກຸດ Miss World 2016 ໄປຄອງໄດ້ແກ່ ສະເຕຟານີ່ ເດລ ເຟລເລ (Stephanie DEL VALLE) ອາຍຸ 19 ປີ ສາວງາມຈາກປະເທດ ເປີໂຕຣິໂກ. ຮອງອັນດັບ 1: ໄດ້ແກ່ ຍາຣິສຊາ ມິກູລີນາ ເຣເຍສ ຣາມິເຣດ ສາວງາມຈາກ …

Read More »

ສຸນາລີ ຣາດສະສີມາ ແຕ່ງດອງກັບ ວາວເຕີ ຮັກນີ້ຫ່າງກັນ 20 ກໍບໍ່ມີບັນຫາ!!!

ສຸນາລີ ຣາດສະສີມາ ແຕ່ງດອງກັບ ວາວເຕີ ຮັກນີ້ຫ່າງກັນ 20 ກໍບໍ່ມີບັນຫາ!!! ສຸນາລີ ຣາດສະສີມາ ຄວງສາມີ ຮຸ່ນນ້ອງ ວາວເຕີ ເຂົ້າພິທີແຕ່ງດອງແບບລຽບງ່າຍ ເຖິງອາຍຸຈະຕ່າງກັນແຕ່ກໍບໍ່ມີບັນຫາ. ເປັນອີກໜຶ່ງເລຶ່ອງດີໆ  ຂອງວົງການບັນເທິງປະເທດເພື່ອນບ້ານ ເມື່ອນັກຮ້ອງລູກທົ່ງຊື່ດັງ ອາຍຸ 48 ປີ ສຸນາລີ ຣາດສະສີມາ ກັບແຟນນາມວ່າ ວາວເຕີ ອາຍຸ 29 ປີ ໄດ້ເຂົ້າພິທີແຕ່ງດອງກັນເປັນທີ່ຮຽບຮ້ອຍແລ້ວ, ໂດຍ ໃນວັນທີ 18 ທັນວາ 2016 ສຸນາລີ ຣາດສະສີມາ ກໍໄດ້ໂພດສ໌ູບພາບແຕ່ງດອງລົງໃນເຟກບຸກສ່ວນຕົວຂອງນາງເອງ (Sunaree Ratchasima) ແລະ ພ້ອມຂຽນເຄບຊັ່ນຊື້ງໆທີ່ວ່າ: “ເປັນອີກໜຶ່ງມື້ທີ່ມີຄວາມສຸກ ຂອບໃຈິດຕະພາບທີ່ດີຸກຄົນ” ຄວາມຮັກເປັນສິ່ງທີ່ງົດງາມ ພວກເຮົາຂໍເປັນກຳລັງໃຈໃຫ້ເດີ້!!!      

Read More »

ຫົວເຫວີຍ ເປິດໂຕສະມາດໂຟນລຸ້ນຫຼ້າສຸດ Huawei GR5 2017.

ວັນທີ 17 ທັນວາ 2016 ທີ່ສູນການຄ້າວຽງຈັນເຊັນເຕີ, ບໍລິສັດຫົວເຫວີຍໄດ້ເປີດໂຕສະມາດທ໌ໂຟນໃໝ່ຫຼ້າສຸດ Huawei GR5 2017 ສູ່ສາຍຕາຄົນລາວ ເຊິ່ງງານມີຊື່ວ່າ: “ໄວລຸ້ນກວນ ຊວນກັນມາ ພາກັນມັນ”; ໂດຍເປັນປະທານເປີດງານໂດຍ ທ່ານ ຊູຈິນຢົງ ຜູ້ອໍານວຍການຝ່າຍອຸປະກອນສື່ສານ, ພ້ອມທັງແຂກທີ່ມີກຽດຈາກຫຼາຍສາຂາ, ຄູ່ຮ່ວມທຸລະກິດ, ພ້ອມດ້ວຍສື່ມວນຊົນ ແລະ ລູກຄ້າເຂົ້າຮ່ວມຢ່າງໜາແໜ້ນ. ທ່ານ ຊູຈິນຢົງ ຜູ້ອໍານວຍການຝ່າຍອຸປະກອນສື່ສານ ຍັງໄດ້ກ່າວອີກວ່າ: ຫຼັງຈາກຫົວເຫວີຍ P9 ປະສົບຜົນສໍາເລັດຢູ່ລາວ ບໍ່ວ່າຈະເປັນດ້ານຍອດຂາຍ ແລະ ຄວາມມັກຂອງລູກຄ້າ, ເຊິ່ງແມ່ນສັນຍານອັນດີທີ່ລູກຄ້າໄວ້ໃຈ ແລະ ເຊື່ອໝັ້ນ ໃນຜະລິດຕະພັນຂອງຫົວເຫວີຍ, ດັ່ງນັ້ນ ຫົວເຫວີຍ ຈຶ່ງສືບຕໍ່ສະເໜີຜະລິດຕະພັນທີ່ມີຄຸນນະພາບ ລຸ້ນໃໝ່ຫຼ້າສຸດ Huawei GR5 2017, ກ່ອນໜ້ານີ້ 2 ອາທິດເຮົາໄດ້ເປີດໃຫ້ຈອງ ພ້ອມກັບໄດ້ຮັບໂປຼໂມຊັ່ນສຸດພິເສດເຊັ່ນ: ສາຍຮັດຂໍ້ແຂນອັດສະລິຍະ Huawei …

Read More »