1 ເຮົາສາມາດເປັນທັງຄົນ “ຄົນລວຍ” ແລະ “ຄົນດີ” ໄປພ້ອມກັນ ບາງຄົນອາດມີທັດສະນະຄະຕິໃນທາງບໍ່ດີຕໍ່ຄວາມຮັ່ງມີ ເພາະຄິດວ່າຄວາມລວຍນັ້ນ ໄດ້ມາຈາກຄວາມກິເລດຕັນຫາ ຊຶ່ງຄວາມຄິດນີ້ມັນກໍມີສ່ວນຖືກຢູ່ໃນສ່ວນໜຶ່ງ ແຕ່ໃນໂລກນີ້ຍັງມີຄົນລວຍອີກຫຼາຍຄົນທີ່ເປັນຄົນດີຊ່ວຍເຫຼືອສັງຄົມແບບບໍ່ຫວັງຜົນຕອບແທນ ພຽງແຕ່ວ່າຄວາມຄິດຂອງຄົນຈໍານວນນັ້ນບາງເທື່ອມັນອາດບໍ່ຖືກກັບຈິດໃຈຂອງຄົນທີ່ຄິດຕ່າງນັ້ນແຫຼະ! 2 ສ້າງ “ເສັ້ນທາງ” ສູ່ຄວາມລວຍ ແທນ “ຄວາມຄິດ” ຢາກລວຍ ຄວາມລວຍ ເປັນສິ່ງທີຄົນເຮົາຕ້ອງສ້າງມັນດ້ວຍຕົວເອງ ເຮົາອາດເຫັນຄົນທີລວຍຫຼາຍໆຄົນຢູ່ອ້ອມຮອບເຮົາ ບໍ່ເຫັນເລີຍວ່າມີໃຜລວຍຂຶ້ນມາແບບສະບາຍສະບາຍ ບໍ່ມີເລີຍ ເພາະທຸກສິ່ງນັ້ນຕ້ອງສ້າງດ້ວຍ “ການລົງມື” ບໍ່ໃຊ້ແຕ່ຄວາມຄິດຢ່າງດຽວ ຕ້ອງລົງມືເຮັດໄປພ້ອມຈຶ່ງຈະເຫັນຜົນ. 3 ຖ້າເຮົາບໍລິຫານເງິນໂຕເອງບໍ່ໄດ້ ເຮົາກໍບໍລິຫານຊີວິດຂອງເຮົາບໍໍໄດ້ຄືກັນ ລອງສັງເກດເບິ່ງວ່າ ໃນການດໍາເນີນຊີວິດແຕ່ລະມື້ນັ້ນ ບໍ່ມີມື້ໃດເລີຍທີເຮົາຈະບໍ່ຈ່າຍເງິນ ດັ່ງນັ້ນ ການບໍຫານເງິນຂອງເຮົານັ້ນຕ້ອງໃຫ້ສອດຄ່ອງຄືກັບການບໍລິຫານຊີວິດນໍາອີກ. 4 ໃຫ້ຄວາມສົນໃຈກັບ “ຊັບສິນ” ບໍ່ແມ່ນ “ລາຍໄດ້” ຄົນຈະລວຍ ຕ້ອງລວຍທີຊັບສິນ ໂດຍການສ້າງຊັບສິນທາງການເງິນເພື່ອສ້າງລາຍໄດ້ຈາກການລົງທຶນໃຫ້ໂຕເຮົາ ບໍ່ແມ່ນເອົາແຕ່ຫາລາຍໄດ້ຈາກບ່ອນເຮັດວຽກພຽງຢ່າງດຽວ ເພາະຖ້າວ່າມື້ໃດມື້ໜຶ່ງທ່ານເຮັດວຽກບໍ່ໄດ້ ກໍສະແດງວ່າທ່ານບໍ່ມີລາຍໄດ້ຫຍັງເລີຍ ດັ່ງນັ້ນ ຢ່າໃຫ້ຄວາມສໍາຄັນຜິດບ່ອນ. 5 …
Read More »pou peng
25 ແບບຜົມສັ້ນງາມໆ ສົ່ງທ້າຍປີ 2016
ແບບຜົມສັ້ນ ລວມເທຼນຜົມສັ້ນງາມໆ ທີ່ກຳລັງມາແຮງ ຢ່າຊ້າຮີບມາອັບເດດເອົາໄປປ່ຽນລຸກກ່ອນໝົດປີ 2016 ນີ້ເລີຍ!!! ສຳລັບເທຼນຊົງຜົມປີນີ້ຕ້ອງບອກເລີຍວ່າ ຊົງຜົມສັ້ນ ຍັງຄົງມາແຮງ ແລະ ນິຍົມບໍ່ເຊົາເລີຍ ເພາະຕັ້ງແຕ່ຕົ້ນປີຈົນມາຮອດຕອນນີ້ເຂົ້າສູ່ໄລຍະທ້າຍປີ 2016 ແລ້ວກໍຍັງບໍ່ມີທ່າວ່າຜົມສັ້ນຈະຕົກເທຼນໄປເລີຍ ດັ່ງນັ້ນຖ້າສາວໆຄົນໃດທີ່ຍັງບໍ່ເຄີິຍຕັດຜົມສັ້ນຕາມເທຼນຄືຄົນອຶ່ນໆ ນາທີນີ້ຕ້ອງບອກເລີຍວ່າຄົງຕ້ອງຟ້າວເລີຍເດີ້ ເພາະຖືວ່າເປັນໂຄ້ງສຸດທ້າຍຂອງເດືອນແລ້ວ. ແລະ ມຶ້ນີ້ເຮົາກໍໄດ້ຮວບຮວມແບບຊົງຜົມສັ້ນຍອດນິຍົມທີ່ກຳລັງມາແຮງໃນຊົ່ວໂມງນີ້ມາໃຫ້ສາວໆໄດ້ອັບເດດກັນແລ້ວ ມັກຊົງໃດ ຢາກຕັດຊົງໃດ ກໍເລືອກເອົາໄປໃຫ້ຊ່າງຕັດກັນເລີຍ ຮັບຮອງວ່າເກ໋ໄກ໊ນ່າຮັກທຸກຊົງຈ໋າ.
Read More »ຖ້າຄິດຮອດກໍຕິດຕໍ່ກັນແດ່!!!
ເວລາມີໂທລະສັບຢູ່ໃນມືບໍ່ໄດ້ໝາຍຄວາມວ່າສາວໆຕ້ອງບອກທຸກຄວາມຮູ້ສຶກນຶກຄິດ ຂອງເຈົ້າຂອງຜ່ານໂລກອອນລາຍທັງໝົດດອກ ສິ່ງສໍາຄັນຄືຂໍໃຫ້ຮັບໂທລະສັບຄົນທີ່ກໍາລັງສົ່ງສັນຍານ ດ້ວຍຄວາມໃຈຈົດໃຈຈໍ່ນັ້ນແດ່...
Read More »ແຟຊັ່ນ 2016!!! ລວມ 9 ເທຼນແຟຊັ່ນທີ່ໄດ້ຮັບຄວາມນິຍົມໃນປີ 2016
ລວມເທຼນແຟຊັ່ນຍອດນິຍົມໃນປີ 2016 ມາເບິ່ງກັນເລີຍວ່າຕະຫຼອດທັງປີຜ່ານມາສາວໆໄດ້ພາດແຟຊັ່ນໃດໄປແດ່? 1. ສາຍຄໍ Choker ຖືວ່າເປັນເທຼນທີ່ມາແຮງຫຼາຍໃນປີ 2016 ສໍາລັບ “ແຟຊັນສາຍຄໍ Choker” ບອກເລີຍວ່າບໍວ່າຈະເປັນຄົນດັງ ຫຼື ສາວໆກໍຮິດໃສ່ທົ່ວບ້ານທົ່ວເມືອງເລີຍ. 2. ສາຍດ່ຽວທັບເສື້ອຢືດ ເທຼນແຟຊັນ ສາຍດ່ຽວທັບເສື້ອຢືດໃນເກົາຫລີກໍມາ ງານນີ້ສໍາລັບໃຜທີ່ບໍ່ຕິດຫຼູບອກເລີຍວ່າເດັ່ນແນ່ນອນ 3. ເສື້ອຍາວມິນິເດຣສ ເສື້ອຕົວຍາວທີ່ຈັບມາໃສ່ເປັນ ມິນິເດຣສ ແຟຊັນເບົາໆແບບນີ້ ບອກເລີຍວ່າໃສ່ຕົວດຽວກໍເລີດແລ້ວ 4. ໂສ້ງຢີນຂາມ້າ ເທຼນໂສ້ງຂາມ້າແຟຊັນສຸດເກົ໋າ ກໍມາແຮງບໍ່ແພ້ກັນ ໃສ່ແລ້ວເບີ່ງເປັນສາວວີນເທສ ຂຶ້ນມາເລີຍ 5. ໂສ້ງຍີນຂາຂາດ ນາທີນີ້ຢີນຂາຂາດ ເຊີໆ ຖືເປັນແຟຊັນຮິດໃນໃຈຂອງສາວໆຍຸກນີ້ ຍິ່ງຂາດແຮງກໍຍິ່ງຄັກເດີ້ຂໍບອກເລີຍ! 6. ແຟຊັນມັດຍ້ອມ ຕັ້ງແຕ່ກາງປີ 2016 ແຟຊັນມັດຍ້ອມກໍຄືວ່າຈະກັບມາຮິດອີກຄັ້ງ ແຖມຍັງໃສ່ສະບາຍໃນລຸກຂອງສາວ ຮິບປີ້ນໍາອີກ. 7. ແຟຊັນເດຣສກັບແຈັກເກັດຢີນ ຈັບຄູ່ 2 ແຟຊັນ …
Read More »ດວງເນື້ອຄູ່ຂອງສາວ 12 ປີເກີດ!!
ດວງເນື້ອຄູ່ຂອງສາວ 12 ປີເກີດ ແລະ ນິໃສທີ່ແທ້ຈິງຈະມີແນວໃດ? ມື້ນີ້ ວາລະສານ ຂວັນໃຈ ເຮົາກໍບໍ່ພາດທີ່ຈະໄປຊອກຫາເພື່ອມານຳສະເໜີເພື່ອນໆທຸກຄົນ ຈະມີຫຍັງແດ່ນັ້ນມາເບິ່ງກັນເລີຍ… 1. ສາວປີຊວດ ສາວປີນີ້ນອກຈາກຈະມີຄວາມສະຫຼາດມີໄຫວພິບແລ້ວ ຍັງມີຄວາມສາມາດເຂົ້າກັບຄົນທົ່ວໄປໄດ້ເປັນຢ່າງດີ ເຮັດນີ້ເຮັດນັ້ນຢ່າງບໍຫຍຸດບໍ່ເຊົາ ແຕ່ອອກຈະເປັນຄົນຂີ້ສົງໄສບໍ່ໜ້ອຍເລີຍ ບໍ່ແມ່ນຄົນທີ່ຈະໄວ້ໃຈໃຜງ່າຍໆ ສາວປີນີ້ລ້ວງຄວາມລັບຈາກທ່ານໄດ້ເກັ່ງຫຼາຍ ແລະ ເປັນພັນລະຍາທີ່ຍາກທີ່ຈະຕົວະໄດ້ ດວງເນຶ້ອຄູ່ໜຸ່ມທັງຫຼາຍທີ່ມີຄວາມລັບ ຖ້າຄິດຈະຄົບສາວຄົນນີ້ຕ້ອງລະວັງໄວ້ແນ່ແຕ່ຖ້າທ່ານເປັນຄົນພິເສດຂອງນາງ ເມື່ອໃດກໍຕາມທ່ານຈະໄດ້ຮັບການເບິ່ງແຍງທີ່ດີທີ່ສຸດ ນາງເປັນຄົນທີ່ມີການເກັບອອມຢ່າງດີ ແຕ່ໃນເວລາທີ່ໃຊ້ຈ່າຍກໍມັກຈະໃຊ້ໃນທັນທີເຊັ່ນດຽວກັນ. 2. ສາວປີສະຫຼູ ເປັນຄົນເຈົ້າລະບຽບ ແລະ ສະອາດຮຽບຮ້ອຍ ແຕ່ຄ່ອນຂ້າງຈະດື້ພໍສົມຄວນ ແຕ່ເປັນຄົນທີ່ມີຄວາມຊື່ສັດ ແລະ ອົດທົນດີບໍ່ວ່າຈະເຮັດຫຍັງກໍຕາມຕ້ອງເຮັດໃຫ້ສຳເລັດບໍ່ຖອຍ ດ້ວຍນິໄສນີ້ເອງຈຶ່ງເຮັດໃຫ້ຊີວິດມັກຈະປະສົບຄວາມສຳເລັດດ້ວຍຕົວເອງໂດຍບໍ່ຕ້ອງເພິ່ງພາອາໄສໃຜເລີຍ ແລະ ບໍ່ມັກໃຫ້ໃຜມາຍື່ນຄວາມສຳເລັດໃຫ້ອີກ ສາວປີນີ້ຈະເກັບອາການໄດ້ເກັ່ງເຮັດໃຫ້ເຂົ້າໃຈນາງໄດ້ຍາກ ແຕ່ນາງຈະເປັນຜູ້ຟັງ ແລະ ແນະນຳແກ້ໄຂບັນຫາໄດ້ດີ. 3. ສາວປີຂານ ຜູ້ຍິງປີນີ້ມີຄວາມຈິງໃຈ ແລະ ທ່ານສາມາດແນ່ໃຈໄດ້ວ່າຖ້າທ່ານຄົບກັບນາງແລ້ວທ່ານຈະໄດ້ໝູ່ແທ້ທີ່ບໍ່ຖີ້ມກັນ ແລະ ເປັນຄົນທີ່ມີຄວາມຮູ້ສຶກໄວ ແລະ ໃຈນ້ອຍ …
Read More »