Breaking News

ດວງເນື້ອຄູ່ຂອງສາວ 12 ປີເກີດ!!

ແບ່ງປັນ

ດວງເນື້ອຄູ່ຂອງສາວ 12 ປີເກີດ ແລະ ນິໃສທີ່ແທ້ຈິງຈະມີແນວໃດ? ມື້ນີ້ ວາລະສານ ຂວັນໃຈ ເຮົາກໍບໍ່ພາດທີ່ຈະໄປຊອກຫາເພື່ອມານຳສະເໜີເພື່ອນໆທຸກຄົນ ຈະມີຫຍັງແດ່ນັ້ນມາເບິ່ງກັນເລີຍ…

b-2

 

1.  ສາວປີຊວດ

Beautiful young model walking through tallgrass meadow

 

ສາວປີນີ້ນອກຈາກຈະມີຄວາມສະຫຼາດມີໄຫວພິບແລ້ວ ຍັງມີຄວາມສາມາດເຂົ້າກັບຄົນທົ່ວໄປໄດ້ເປັນຢ່າງດີ ເຮັດນີ້ເຮັດນັ້ນຢ່າງບໍຫຍຸດບໍ່ເຊົາ ແຕ່ອອກຈະເປັນຄົນຂີ້ສົງໄສບໍ່ໜ້ອຍເລີຍ ບໍ່ແມ່ນຄົນທີ່ຈະໄວ້ໃຈໃຜງ່າຍໆ ສາວປີນີ້ລ້ວງຄວາມລັບຈາກທ່ານໄດ້ເກັ່ງຫຼາຍ ແລະ ເປັນພັນລະຍາທີ່ຍາກທີ່ຈະຕົວະໄດ້ ດວງເນຶ້ອຄູ່ໜຸ່ມທັງຫຼາຍທີ່ມີຄວາມລັບ ຖ້າຄິດຈະຄົບສາວຄົນນີ້ຕ້ອງລະວັງໄວ້ແນ່ແຕ່ຖ້າທ່ານເປັນຄົນພິເສດຂອງນາງ ເມື່ອໃດກໍຕາມທ່ານຈະໄດ້ຮັບການເບິ່ງແຍງທີ່ດີທີ່ສຸດ ນາງເປັນຄົນທີ່ມີການເກັບອອມຢ່າງດີ ແຕ່ໃນເວລາທີ່ໃຊ້ຈ່າຍກໍມັກຈະໃຊ້ໃນທັນທີເຊັ່ນດຽວກັນ.

 2. ສາວປີສະຫຼູ

Business woman with mobile phone in hands

ເປັນຄົນເຈົ້າລະບຽບ ແລະ ສະອາດຮຽບຮ້ອຍ ແຕ່ຄ່ອນຂ້າງຈະດື້ພໍສົມຄວນ ແຕ່ເປັນຄົນທີ່ມີຄວາມຊື່ສັດ ແລະ ອົດທົນດີບໍ່ວ່າຈະເຮັດຫຍັງກໍຕາມຕ້ອງເຮັດໃຫ້ສຳເລັດບໍ່ຖອຍ ດ້ວຍນິໄສນີ້ເອງຈຶ່ງເຮັດໃຫ້ຊີວິດມັກຈະປະສົບຄວາມສຳເລັດດ້ວຍຕົວເອງໂດຍບໍ່ຕ້ອງເພິ່ງພາອາໄສໃຜເລີຍ ແລະ ບໍ່ມັກໃຫ້ໃຜມາຍື່ນຄວາມສຳເລັດໃຫ້ອີກ ສາວປີນີ້ຈະເກັບອາການໄດ້ເກັ່ງເຮັດໃຫ້ເຂົ້າໃຈນາງໄດ້ຍາກ ແຕ່ນາງຈະເປັນຜູ້ຟັງ ແລະ ແນະນຳແກ້ໄຂບັນຫາໄດ້ດີ.

3. ສາວປີຂານ

3

ຜູ້ຍິງປີນີ້ມີຄວາມຈິງໃຈ ແລະ ທ່ານສາມາດແນ່ໃຈໄດ້ວ່າຖ້າທ່ານຄົບກັບນາງແລ້ວທ່ານຈະໄດ້ໝູ່ແທ້ທີ່ບໍ່ຖີ້ມກັນ ແລະ ເປັນຄົນທີ່ມີຄວາມຮູ້ສຶກໄວ ແລະ ໃຈນ້ອຍ ຄວາມຮູ້ສຶກຮຸນແຮງທີ່ມີອາດຈະເຮັດໃຫ້ພາດທ່າໄດ້ໃນເລື່ອງຂອງຄວາມຮັກ ນອກຈາກນັ້ນຍັງເປັນຄົນຂີ້ຫຶງຂີ້ຫວງຫຼາຍ ສາວຄົນນີ້ເຖິງຈະມີອາລົມດີພຽງໃດກໍຕາມໃຫ້ລະວັງເວລາທີ່ນາງໃຈຮ້າຍນຳ ດ້ວຍຄວາມໃຈຮ້ອນ ແລະ ການທີ່ມັກເຮັດຫຍັງດ້ວຍຕົວເອງເຮັດໃຫ້ເປັນຄົນທີ່ຖ້າບໍ່ເປັນ ຖ້ານາງຄິດຈະເຮັດຫຍັງແລ້ວຕ້ອງເຮັດໃນທັນທີ ເຮັດໃຫ້ບາງຄັ້ງຕ້ອງມານັ່ງເສຍໃຈກັບສິ່ງທີ່ຕັດສີນໃຈເຮັດໄປ ເຖິງວ່າຈະໃຈກ້ວາງພຽງໃດກໍຕາມແຕ່ໃນບາງຄັ້ງນາງກໍຄິດເລັກຄິດນ້ອຍໄດ້.

    4. ສາວປີເຖາະ

Happy young woman in sweater on beach with cup of hot beverage looking on copy space

ມັກເປັນຄົນອາລົມດີ ແລະ ມັກສະສົມເຄື່ອງທີ່ມີລາຄາທີ່ຈະເຮັດໃຫ້ຕົວເອງດູດີ ນາງສາມາດຮັບຟັງ ແລະ ໃຫ້ຄຳແນະນຳຄົນອື່ນໄດ້ເປັນຢ່າງດີມີເພື່ອນຟູງຫຼາຍ ແລະ ບໍ່ມັກໄປໃສມາໃສຄົນດຽວ ອາດຈະເປັນຄົບຄົນຕິດໝູ່ ຕິດແຟນ ເຊິ່ງຕ່າງຈາກສາວປີຂານທີ່ມັກຊີວິດແບບຜະຈົນໄພ.

5.  ສາວປີມະໂລງ

Young woman smoking in park. Lifestyle outdoor portrait

ເປັນສາວທີ່ມີຄວາມເຊື່ອໝັ້ນສູງ ແລະ ຖ້ານາງຄິດວ່າຄວາມຄິດນັ້ນຖືກຕ້ອງ ຫຼື ຕ້ອງການຫຍັງນາງກ້າທີ່ຈະເວົ້າສຽງດັງໆ ແລະ ມີຄວາມຊື່ສັດແຕ່ນາງຄ່ອນຂ້າງໃຊ້ເງິນເກັ່ງ ເອີ້ນວ່າຖ້າຖືກໃຈກໍໂອເຄ ນາງຈະໃຫ້ຄວາມສຳຄັນກັບຄອບຄົວ ແລະ ໝູ່ສະເໝີ ແລະ ບໍ່ເຄີຍປະຕິເສດໃຜຖ້າຂໍຮ້ອງໃຫ້ນາງຊ່ວຍ ບໍ່ແນະນຳໃຫ້ມີບັນຫາກັບນາງເພາະນາງຈະຄຽດດົນ ແລະ ຖ້າຄິດຈະແກ້ແຄ້ນນາງກໍເຮັດໄດ້ດີເລີຍ.

   6. ສາວປີມະເສັງ

6

ສາວປີງູມັກຈະເປັນບ່ອນສົນອົກສົນໃຈຈາກຄົນອ້ອມຂ້າງແຕ່ນາງຄ່ອນຂ້າງທີ່ຈະລະມັດລະວັງຕົວໃນການເລຶອກທີ່ຈະຄົບຄົນ ຫຼື ຄູ່ຮັກພໍສົມຄວນ ຕ້ອງດີແທ້ ແລະ ເມື່ອເລຶອກໃຜແລ້ວກໍຈະບໍ່ຍອມໃຫ້ໃຜມາຍາດໄປເດັດຂາດ ແລະ ມັກເປັນຄົນທີ່ຈະເວົ້າຈາກົງໄປທີ່ຈຸດທີ່ຢາກເວົ້າເລີຍ ເປັນຄົນເບີ່ງໄກ ແລະ ມັກຈະເປັນໄປຕາມທີ່ນາງເວົ້ານຳອີກ.

7. ສາວປີມະເມຍ

7

ເອີ້ນໄດ້ວ່າເປັນຄົນທີ່ເປັນຕາຮູ້ຈັກເພາະວ່ານາງເປັນຄົນທີ່ລົມມ່ວນ ແລະ ບໍ່ແມ່ນຄົນຂີ້ອາຍເປັນຄົນທີ່ມີມະນຸດສຳພັນດີນາງສາມາດຊ່ວຍຄົນນີ້ຄົນນັ້ນໄດ້ຢ່າງບໍ່ອາຍ ຖ້ານາງຢາກໄດ້ຫຍັງກໍຈະເຮັດທຸກຢ່າງເພື່ອໃຫ້ໄດ້ມາ ແລະ ນາງຍັງເປັນຄົນທີ່ມີຄວາມໝັ້ນໃຈສູງທີ່ຈະປະສົບຄວງາມສຳເລັດ ມີຄວາມຄິດບໍ່ຢູ່ກັບບ່ອນ ແລະ ມັກຈະເຮັດສິ່ງໃໝ່ໆສະເໝີການຢູ່ເຮືອນລ້າໆບໍ່ແມ່ນນາງ ແລະ ໜ້າເບື່ອທີ່ສຸດສຳລັບນາງ

8. ສາວປີມະແມ

Beautiful young woman in sunglasses in the city

ມັກຈະມີຄວາມໂດດເດັ່ນ ແລະ ຄວາມອ່ອນນ້ອມ ສຸພາບ ຄືກັບຜູ້ຊາຍປີນີ້ແຕ່ເປັນຄົນທີ່ມີຈິດໃຈດີແຕ່ຂີ້ອາຍ ບໍ່ຮັບຟັງຄຳຕຳນິ ຖ້າທ່ານສົນໃຈສາວປີນີ້ກໍຕ້ອງໃຊ້ເວລາຈັກໜ້ອຍເພາະນາງຈະຄ່ອຍໆສະແດງຄວາມເປັນຕົວເອງອອກເທື່ອລະໜ້ອຍ ນາງຈະມັກຊ່ວຍເຫຼືອຄົນອື່ນ ແລະ ໝູ່ ແຕ່ເວລາທີ່ນາງຕ້ອງການຄວາມຊ່ວຍເຫຼືອກໍມັກຈະໄດ້ຮັບຄວາມຊວ່ຍເຫຼືອຄືນເຊັ່ນດຽງກັນ.

9. ສາວປີວອກ

legs of girl warm woolen socks and a cup of coffee warming, winter morning at home in bed

ຄືກັບຜູ້ຊາຍທີ່ເກີດປີວອກ ສະລາດ ແລະ ມີຄວາມເປັນຕົວຂອງຕົວເອງສູງ ເປັນທີ່ໝາຍປອງຂອງບ່າວທົ່ວໄປ ມີການປັບຕົວເຂົ້າກັບສະພາບແວດລ້ອມໄດ້ດີ ມະນຸດສຳພັນດີທີ່ສຸດ ບໍ່ມີຜິດໄພກັບໃຜ ແລະ ມັກຊ່ວຍເຫຼືອຜູຸ້ອື່ນນຳອີກ ສຳລັບຄຳເວົ້າຄຳວ່າຂອງສາວປີນີ້ມັກຈະຮູ້ເລື່ອງກາລະເທສະໄດ້ຢ່າງດີ ຈຶ່ງບໍ່ເວົ້າໃຫ້ໃຜລຳບາກໃຈເປັນຄົນທີ່ມັກສຶກສາ ແລະ ຊອກຫາຄວາມຮູ້ເພີ່ມຕື່ມຢູ່ສະເໝີ.

10. ສາວປີລະກາ

Portrait of happy business woman sitting in office

ເຮືອນຂອງສາວປີນີ້ເອີ້ນໄດ້ວ່າສະອາດຮຽບຮ້ອຍເນື່ອງຈາກວ່ານາງຈະເປັນຄົນເຈົ້າລະບຽບ ແລະ ເຄື່ອງໃຊ້ຂອງນາງຈະຕ້ອງເປັນລະບຽບນຮຽບຮ້ອຍ ເຖີງຈະພິຖີພິຖັນກັບເລຶ່ອງແຕ່ງຕົວ ແລະ ເປັນຄົນທີ່ໜ້ານັບຖື ສາວປິີນີ້ຈະມັກປະສົບຄວາມສຳເລັດໃນໜ້າທີ່ວຽກງານເນື່ອງຈາກເປັນຄົນທີ່ເຮັດຫຍັງແລ້ວເຮັດແທ້ ຊື່ສັດ ແລະ ບໍ່ສໍ້ໂກງໃຜ ຮັກສາຄຳໝັ້ນສັນຍາໄດ້ດີ ປັບຕົວເຂົ້າກັບສິ່ງຕ່າງໆໄດ້ດີ.

 11. ສາວປີຈໍ

Trendy Hipster Girl Sitting on the Wooden Porch. Toned Photo. Modern Youth Lifestyle Concept.

ເປັນຄົນທີ່ມີພອນສະຫວັນເລຶ່ອງສະຕິປັນຍາທີ່ດີທີ່ສຸດ ມີຄວາມສະຫຼຽວສະຫຼາດ ມີຄົນຢາກຮູ້ຈັກຫຼາຍ ແລະ ລົມມ່ວນມີຄວາມເປັນຢູ່ງ່າຍເຖິງວ່າສາວປີຈໍຈະມີຄວາມທະເຍີທະຍານກວ່າບ່າວປີຈໍ ຂໍແຕ່ໃຫ້ນາງໄດ້ມີຄວາມສຳເລັດໃນຊີວິດເທົ່ານັ້ນກໍເພາະວ່ານາງບໍ່ໄດ້ສົນໃຈກັບອຳນາດ ບໍ່ຄ່ອຍສົນໃຈໃນເລື່ອງຂອງເງິນທອງຫຼາຍປານໃດ ນາງສາມາດເປັນເມຍ ເປັນແມ່ ແລະ ເປັນແມ່ບ້ານທີ່ດີໄດ້ ແຕ່ເວລາທີ່ນາງໃຈຮ້າຍຂຶ້ນມາກໍບໍ່ໄດ້ນ້ອຍກ່ວາບ່າວປີຈໍເລີຍເດີ້.

12. ສາວປີກຸນ

Four beautiful young cheerful women looking happy and playful while sitting in car

ສາວປີໝູມັກຈະມີສະເໜ່ ຍີ້ມງ່າຍ ແລະ ບໍ່ວ່າຈະໄປບ່ອນໃດກໍຕາມກໍຈະມີຮອຍຍີ້ມຢູ່ສະເໝີ ອາລົມດີ ຊື່ສັດ ແລະ ຄົບຄົນງ່າຍ ມັກຊ່ວຍເຫຼືອ ຫຼື ແກ້ໄຂບັນຫາໃຫ້ຄົນອື່ນສະເໝີ ແຕ່ພໍບັນຫາຂອງຕົວເອງພັດແກ້ບໍ່ໄດ້ ແລະ ບໍ່ຟັງຄົນອື່ນ ອາດຈະເປັນເພາະວ່ານາງຈະເກັບຄວາມຮູ້ສຶກຕ່າງໆໄວ້ໂດຍບໍ່ຍອມໃຫ້ໃຜຮູ້ ແຕ່ແນວໃດກໍຕາມນາງກໍມັກຈະມີໂຊກດີຢູ່ສະເໝີ ແລະ ຄວາມໂຊກດີນີ້ລະທີ່ຈະມາຊ່ວຍນາງສະ ເໝີ ແລະ ນາງຈະເຊື່ອຄົນອື່ນໃນເລື່ອງຂອງຄວາມຮັກເພື່ອຈະໄດ້ບໍ່ຕ້ອງຜິດຫວັງ.

 

 

ແບ່ງປັນ