ຖ້າທ່ານເປັນຄົນທີ່ຮີມສົບເທິງຍື່ນອອກມາຫຼາຍກວ່າຮີມສົບລຸ່ມ ໝາຍຄວາມວ່າທ່ານເປັນຄົນເວົ້າກົງໄປກົງມາມີຄວາມຊື່ສັດ ບໍ່ມັກຕົວະກັບຄົນທີ່ທ່ານຮັກ ແລະ ທ່ານກໍບໍ່ມັກໃຫ້ຄົນອື່ນມາເວົ້າສິ່ງທີ່ບໍ່ແມ່ນຄວາມຈິງກັບທ່ານເຊັ່ນກັນ...
Read More »pou peng
ມະຫາເສດຖີອິນເດຍ ຈັດພິທີແຕ່ງດອງໃຫ້ເຈົ້າສາວກຳພ້າ 236 ຄູ່!!!
ມະຫາເສດຖີອິນເດຍ ຈັດພິທີແຕ່ງດອງໃຫ້ເຈົ້າສາວກຳພ້າ 236 ຄູ່ ທ່ານ ມະເຫດ ສະວານີ ມາຫາເສດຖີເຈົ້າຂອງທຸລະກິດເຈຍລະໄນເພັດ-ພອຍຄົນອິນເດຍ ໄດ້ເປັນເຈົ້າພາບຈັດພິທີແຕ່ງດອງໃຫ້ແກ່ເຈົ້າສາວທີ່ກໍາພ້າພໍ່ 236 ຄູ່ ທີ່ລັດ ກູຊະຣາດ (Gujarat). ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ ທ່ານ ມະເຫດ ໄດ້ເປັນເຈົ້າພາບຈັດພິທີແຕ່ງດອງໝູ່ໃຫ້ເຈົ້າສາວກໍາພ້າພໍ່ມາແລ້ວກວ່າ 700 ຄູ່. ສໍາລັບພິທີງານແຕ່ງດອງຫຼ້າສຸດ ທ່ານ ມະເຫດ ໄດ້ຊື້ຄຳ ແລະ ເຄື່ອງໃຊ້ໃນຄົວເຮືອນ ລວມເປັນມູນຄ່າ 5 ແສນຣູປີ ໃຫ້ເຈົ້າສາວແຕ່ລະຄົນ. ໂດຍປົກກະຕິແລ້ວຄົນອິນເດຍຈະມີພິທີແຕ່ງດອງທີ່ເອີ້ນວ່າ: “ກັນຍາດານ” ໂດຍຜູ້ເປັນພໍ່ຂອງຝ່າຍຍິງ ຈະກຽມສິນສອດໄປສູ່ຂໍຝ່າຍຊາຍ ແລະ ທ່ານ ມະເຫດ ໄດ້ຮັບໜ້າທີ່ເປັນພໍ່ລ້ຽງໃຫ້ແກ່ເຈົ້າສາວທີ່ບໍ່ມີພໍ່ເຫຼົ່ານີ້. ທ່ານ ມະເຫດ ມະຫາເສດຖີມີລູກຊາຍ 2 ຄົນ ແລະ ຮ່ວມພິທີແຕ່ງດອງ ທີ່ຈັດຂຶ້ນໃນວັນທີ 26 ທັນວາທີ່ຜ່ານມາ …
Read More »ອະລັງການງານແຕ່ງດອງລູກເສດຖີ!!!
ອະລັງການກະດໍ້!!! ງານດອງທີ່ເຂົາວ່າເປັນລູກເສດຖີລີສອດດັງໃນເມືອງ ວັງວຽງ ທີ່ສັງຄົມອອນລາຍກຳລັງເວົ້າເຖິງຫຼາຍທີ່ສຸດໃນຕອນນີ້, ໄດ້ຍິນວ່າເພິ່ນຈັດຢູ່ໂຮງແຮມຫຼູ Landmark riverside ໃນວັນທີ 26 ທັນວາ 2016 ທີ່ຜ່ານມາ, ເຊິ່ງເງິນ ຄຳ ເຄື່ອງເພັດ ທີ່ເປັນຄ່າສິນສອດກໍບໍ່ທຳມະດາມີເທົ່າໃດກໍຂົນມາໜົດພຸ້ນລະ ແລະ ຍັງໄດ້ຍິນມາວ່າລວມໆກໍປະມານ 1 ຕື້ກີບ , ລົດທີ່ເພິ່ນໃຊ້ກໍແມ່ນລົດ ແລ໋ມໂບກິນີ້ (Lamborghini)ພຸ້ນຕົວ, ປາດຕິໂທ້!!! ແອດມິນກໍຢາກມີໂມເມ້ນແບບນີ້ເດ້ 555 ເອົ້າ…ບໍ່ຕ້ອງຝັນໄປມາເບິ່ງຮູບພາບແລ້ວຄອມເມ້ນໃຫ້ຟັງແດ່ຄິດຢ່າງໃດກັບງານດອງທີ່ເຂົາວ່າເປັນງານດອງທີ່ເລີດ…ສົ່ງທ້າຍປີ 2016 ນີ້.
Read More »ວິທີແຕ້ມອາຍໄລເນີສຸດເລີດ ເຄັດລັບທີ່ບໍ່ມີໃຜເຄີຍຮູ້ມາກ່ອນ!!!
ວິທີແຕ້ມອາຍໄລເນີສຸດເລີດ ເຄັດລັບທີ່ບໍ່ມີໃຜເຄີຍຮູ້ມາກ່ອນ!!! ການແຕ້ມອາຍໄລເນີເປັນທັກສະຂອງການແຕ່ງໜ້າ ບໍ່ແມ່ນວ່າສາວໆທຸກທ່ານຈະເຮັດອອກມາໄດ້ດີໝົດ ບາງຄົນກໍໃຊ້ຕົວຊ່ວຍຫຼາຍໆຢ່າງ ທັງເປີດເບິ່ງວິທີຈາກມືອາຊີບ ແຕ່ຜົນງານອອກມາກໍຍັງບໍ່ຄ່ອຍພໍໃຈປານໃດ ແຕ່ຖ້າຮູ້ວິທີທີ່ເຮົາກໍາລັງຈະບອກຕໍ່ໄປນີ້ເຊື່ອເທາະວ່າວຽກທີ່ຍາກຈະກາຍເປັນວຽກທີ່ງ່າຍພາຍໃນວິນາທີ ສິ່ງທີ່ທ່ານຕ້ອງມີ: ແນ່ນອນວ່າຈະແຕ້ມອາຍໄລເນີ ກໍຕ້ອງມີອາຍໄລເນີທີ່ທ່ານມັກ ແລະ ທີ່ຂາດບໍ່ໄດ້ກໍຄືແວ່ນແຍງນັ້ນເອງ. ວິທີແຕ້ມ: ເມື່ອມີອຸປະກອນແລ້ວກໍມາເບິ່ງວິທີແຕ້ມກັນເລີຍເລີ່ມຈາກການວາງແວ່ນແຍງໄວ້ບ່ອນທີ່ຕໍ່າກວ່າຕົວທ່ານເຊັ່ນ ເທິງໂຕະ ທ່ານຈະຕ້ອງເບິ່ງລົງຕໍ່າໃນຂະນະທີ່ແຕ້ມຂອບຕາ ວິທີນີ້ຈະເຮັດໃຫ້ທ່ານແຕ້ມລາຍເສົ້ນໄດ້ຢ່າງຊັດເຈນສະໝໍ່າສະເໝີ ເສັ້ນບໍ່ຂາດກັນ ວິທີນີ້ໃຫ້ງໍຫົວໂປ້ຕີນໃນເວລາທີ່ທ່ານກໍາລັງແຕ້ມອາຍໄລເນີ ຂໍບອກວ່າເປັນຄວາມຈິງ. ວິທີນີ້ໄດ້ຜົນແບບໃດ: ເຕັກນິກທີ່ອະທິບາຍໄປວ່າ ເມື່ອເຮົາງໍຫົວໂປ້ຕີນສ່ວນອື່ນຂອງຮ່າງກາຍຈະຜ່ອນຄາຍ ໂດຍສະເພາະມື ດັ່ງນັ້ນເສັ້ນທີ່ອອກມາຈຶ່ງສະໝໍ່າສະເໝີທ່ານອາດຈະລອງທົດລອງດ້ວຍຕົວເອງກັບການແຕ້ມຕາທັງສອງເບຶ້ອງເບິ່ງກໍໄດ້ ແລ້ວທ່ານຈະເຫັນຄວາມແຕກຕ່າງເອງ.
Read More »ເຄື່ອງດື່ມເພື່ອສຸຂະພາບ ລະດູໜາວນີ້ດື່ມຫຍັງດີ?
ເຄື່ອງດື່ມເພື່ອສຸຂະພາບ ລະດູໜາວນີ້ດື່ມຫຍັງດີ? ອາກາດເລີ່ມເຢັນລົງແລ້ວລອງມາຊອກຫາເຄື່ອງດື່ມດີໆຊ່ວຍບຳລຸງສຸຂະພາບ ແລະ ຊ່ວຍບັນເທົາຄວາມໜາວເຢັນໃນລະດູໜາວກັນດີບໍ່ ໃຜທີ່ກຽມໄປທ່ອງທ່ຽວພູ ຂຶ້ນຈອມພູໃນຊ່ວງມື້ພັກຜ່ອນປີໃໝ່ນີ້ ລອງເອົາເຄື່ອງດື່ມດີໆຕໍ່ໄປນີ້ທີ່ພວກເຮົາເອົາມາບອກກັນໄປນຳເດີ້…! ນົມຮ້ອນ ເປັນເຄື່ອງດື່ມທີ່ດື່ມງ່າຍ ແລະ ຍັງຊ່ວຍເພີ່ມຄຸນຄ່າທາງອາຫານ ແລະ ແຄວຊ່ຽມໃຫ້ກັບຮ່າງກາຍ ນອກຈາກນີ້ຍັງສາມາດບັນເທົາຄວາມໜາວໄດ້ເປັນຢ່າງດີ ໂດຍການດື່ມນົມອຸ່ນໆປະມານ 37 ອົງສາ ຫຼື ເທົ່າກັບອຸນຫະພູມຮ່າງກາຍຂອງຄົນເຮົາຈະມີຜົນດີທີ່ສຸດເນຶ່ອງຈາກໂປຼຕິນ ແລະ ແຄວຊ່ຽມຈາກນົມຈະສາມາດແຕກຕົວໄດ້ດີກວ່າການດື່ມນົມເຢັນ ແລະ ຍັງສົ່ງຜົນເຮັດໃຫ້ການຂະຫຍາຍຫຼອດເລືອດຝອຍ ສົ່ງຜົນໃຫ້ສານອາຫານຕ່າງໆທີ່ລຳລຽງຜ່ານຫຼອດເລຶອດເດີນທາງໄປໄດ້ດີຂຶ້ນ. ໂກໂກ້ຮ້ອນ ເຄື່ອງດື່ມທີ່ໃຜຫຼາຍຄົນມັກເຊິ່ງປະກອບໄປດ້ວຍປະໂຫຍດຫຼາຍຢ່າງທັງສານຕໍ່ຕ້ານອະນຸມຸນອິດສະລະ ນອກຈາກນີ້ຍັງມີໄຂມັນພຽງແຕ່ 0.3 ກຼາມເທົ່ານັ້ນ ແລະ ເມຶ່ອດຶ່ມເຂົ້າໄປແລ້ວຈະຊ່ວຍເພີ່ມຄວາມອົບອຸ່ນໃຫ້ຮ່າງກາຍຂອງເຮົາໄດ້. ນົມຖົ່ວເຫຼຶອງ ເອີ້ນອີກຢ່າງວ່າ ນ້ຳເຕົ້າຫູ້ ນັ້ນລະເຊິ່ງສາມາດໃຫ້ພະລັງງານກັບຮ່າງກາຍເຮົາບໍ່ໜ້ອຍເລີຍແຖມຍັງບໍ່ຕຸ້ຍອີກເພາະໃນນ້ຳເຕົ້າຫູ້ມີໄຂມັນບໍ່ອິ່ມຕົວສູງເຖິງ 63% ນອກຈາກຈະມີຄຸນຄ່າທາງດ້ານພະລັງງານແລ້ວຍັງມີວິຕາມິນອີໃນປະລິມານທີ່ສູງ ໂດຍມີສ່ວນສຳຄັນທີ່ຊ່ວຍຕ້ານອະນຸມຸນອິດສະລະຊ່ວຍເບິ່ງແຍງເນຶ້ອເຍຶ່ອໃນຮ່າງກາຍໃຫ້ເປັນປົກກະຕິເຮັດໃຫ້ຜິວໜັງເຕັ່ງຕຶງຫຼຸດຜ່ອນຄວາມເຖົ້າຊ່ວຍປ້ອງກັນການເກີດພະຍາດກະດູກຜ່ອຍ ໂລກຫົວໃຈລົ້ມເຫຼວ ແໜ້ນທ້ອງ ແລະ ຫຼຸດຄວາມສ່ຽງຂອງການເກີດມະເຮັງລຳໄສ້ນຳອີກ. ຊາ ແລະ ກາເຟ ເກຶອບຈະເອີ້ນໄດ້ວ່ານິຍົມທີ່ສຸດໃນບັນດາເຄຶ່ອງດື່ມບັນເທົາຄວາມໜາວ ນອກຈາກຈະຊອກດື່ມໄດ້ງ່າຍແລ້ວຍັງມີປະໂຫຍດຕໍ່ຮ່າງກາຍຫຼາຍຢ່າງອີກ ຄືກາເຟກໍເປັນຕົວກະຕຸ້ນປະສາດສ່ວນກາງເຮັດໃຫ້ໄປກະຕຸ້ນບໍ່ໃຫ້ຢາກນອນ ມີສະມາທິໃນການເຮັດວຽກດີຂຶ້ນ …
Read More »