Breaking News

ເຄື່ອງດື່ມເພື່ອສຸຂະພາບ ລະດູໜາວນີ້ດື່ມຫຍັງດີ?

ແບ່ງປັນ

ເຄື່ອງດື່ມເພື່ອສຸຂະພາບ ລະດູໜາວນີ້ດື່ມຫຍັງດີ?

ອາກາດເລີ່ມເຢັນລົງແລ້ວລອງມາຊອກຫາເຄື່ອງດື່ມດີໆຊ່ວຍບຳລຸງສຸຂະພາບ ແລະ ຊ່ວຍບັນເທົາຄວາມໜາວເຢັນໃນລະດູໜາວກັນດີບໍ່ ໃຜທີ່ກຽມໄປທ່ອງທ່ຽວພູ ຂຶ້ນຈອມພູໃນຊ່ວງມື້ພັກຜ່ອນປີໃໝ່ນີ້ ລອງເອົາເຄື່ອງດື່ມດີໆຕໍ່ໄປນີ້ທີ່ພວກເຮົາເອົາມາບອກກັນໄປນຳເດີ້…!

  • ນົມຮ້ອນ

ເປັນເຄື່ອງດື່ມທີ່ດື່ມງ່າຍ ແລະ ຍັງຊ່ວຍເພີ່ມຄຸນຄ່າທາງອາຫານ ແລະ ແຄວຊ່ຽມໃຫ້ກັບຮ່າງກາຍ ນອກຈາກນີ້ຍັງສາມາດບັນເທົາຄວາມໜາວໄດ້ເປັນຢ່າງດີ ໂດຍການດື່ມນົມອຸ່ນໆປະມານ 37 ອົງສາ ຫຼື ເທົ່າກັບອຸນຫະພູມຮ່າງກາຍຂອງຄົນເຮົາຈະມີຜົນດີທີ່ສຸດເນຶ່ອງຈາກໂປຼຕິນ ແລະ ແຄວຊ່ຽມຈາກນົມຈະສາມາດແຕກຕົວໄດ້ດີກວ່າການດື່ມນົມເຢັນ ແລະ ຍັງສົ່ງຜົນເຮັດໃຫ້ການຂະຫຍາຍຫຼອດເລືອດຝອຍ ສົ່ງຜົນໃຫ້ສານອາຫານຕ່າງໆທີ່ລຳລຽງຜ່ານຫຼອດເລຶອດເດີນທາງໄປໄດ້ດີຂຶ້ນ.

  • ໂກໂກ້ຮ້ອນ

ເຄື່ອງດື່ມທີ່ໃຜຫຼາຍຄົນມັກເຊິ່ງປະກອບໄປດ້ວຍປະໂຫຍດຫຼາຍຢ່າງທັງສານຕໍ່ຕ້ານອະນຸມຸນອິດສະລະ ນອກຈາກນີ້ຍັງມີໄຂມັນພຽງແຕ່ 0.3 ກຼາມເທົ່ານັ້ນ ແລະ ເມຶ່ອດຶ່ມເຂົ້າໄປແລ້ວຈະຊ່ວຍເພີ່ມຄວາມອົບອຸ່ນໃຫ້ຮ່າງກາຍຂອງເຮົາໄດ້.

  • ນົມຖົ່ວເຫຼຶອງ

ເອີ້ນອີກຢ່າງວ່າ ນ້ຳເຕົ້າຫູ້ ນັ້ນລະເຊິ່ງສາມາດໃຫ້ພະລັງງານກັບຮ່າງກາຍເຮົາບໍ່ໜ້ອຍເລີຍແຖມຍັງບໍ່ຕຸ້ຍອີກເພາະໃນນ້ຳເຕົ້າຫູ້ມີໄຂມັນບໍ່ອິ່ມຕົວສູງເຖິງ 63% ນອກຈາກຈະມີຄຸນຄ່າທາງດ້ານພະລັງງານແລ້ວຍັງມີວິຕາມິນອີໃນປະລິມານທີ່ສູງ ໂດຍມີສ່ວນສຳຄັນທີ່ຊ່ວຍຕ້ານອະນຸມຸນອິດສະລະຊ່ວຍເບິ່ງແຍງເນຶ້ອເຍຶ່ອໃນຮ່າງກາຍໃຫ້ເປັນປົກກະຕິເຮັດໃຫ້ຜິວໜັງເຕັ່ງຕຶງຫຼຸດຜ່ອນຄວາມເຖົ້າຊ່ວຍປ້ອງກັນການເກີດພະຍາດກະດູກຜ່ອຍ ໂລກຫົວໃຈລົ້ມເຫຼວ ແໜ້ນທ້ອງ ແລະ ຫຼຸດຄວາມສ່ຽງຂອງການເກີດມະເຮັງລຳໄສ້ນຳອີກ.

  • ຊາ ແລະ ກາເຟ

ເກຶອບຈະເອີ້ນໄດ້ວ່ານິຍົມທີ່ສຸດໃນບັນດາເຄຶ່ອງດື່ມບັນເທົາຄວາມໜາວ ນອກຈາກຈະຊອກດື່ມໄດ້ງ່າຍແລ້ວຍັງມີປະໂຫຍດຕໍ່ຮ່າງກາຍຫຼາຍຢ່າງອີກ ຄືກາເຟກໍເປັນຕົວກະຕຸ້ນປະສາດສ່ວນກາງເຮັດໃຫ້ໄປກະຕຸ້ນບໍ່ໃຫ້ຢາກນອນ ມີສະມາທິໃນການເຮັດວຽກດີຂຶ້ນ ແລະ ຍັງຫຼຸດອາການເມື່ອຍ ຈາກໄຂ້ຫວັດ ກະຕຸ້ນອະໄວຍະວະຂອງຮ່າງກາຍ ແລະ ເປັນຕົວຫຼຸດນ້ຳໜັກໄດ້ອີກ,

ສ່ວນຊາກໍຊ່ວຍກະຕຸ້ນການໄຫຼວຽນຂອງເລຶອດ ຂະຫຍາຍຫຼອດເລຶອດ ຊ່ວຍໃຫ້ກ້າມເນື້ອຜ່ອນຄາຍປ້ອງກັນໂລກຫົວໃຈຕີບຕັນ ບັນເທົາອາການເຈັບໜ້າເອິກ ຮັກສາຫວັດ ແລະ ອາການເຈັບຫົວໄດ້ ແລະ ໃນໃບໍຊາກໍຍັງມີວສານທີ່ສາມາດເຮັດປະຕິກິລິຍາກັບນ້ຳລາຍແລ້ວຈະຊ່ວຍໃຫ້ກະຈຮາຍຄວາມຮ້ອນໃນຮ່າງກາຍອອກໄປພ້ອມໆກັນກັບຂັບສານຜິດໃນຮ່າງກາຍ

  • ນ້ຳຂິງ

ຢາພື້ນເມຶອງທີ່ມີລົດຊາດເຜັດຮ້ອນສາມາດຊ່ວຍໃຫ້ຄວາມອົບອຸ່ນແຕ່ຮ່າງກາຍ ແລະ ຂັບເຫຶ່ອໄດ້ເປັນຢ່າງດີ ນອກຈາກນີ້ຍັງຊ່ວຍຍ່ອຍອາຫານ ແກ້ອາການແໜ້ນທ້ອງ ປວດຮາກ ໄຂ່ຕາມຂໍ້ຕ່າງໆອີກ ລວມທັງບັນເທົາອາການປວດເມື່ອຍເນຶ່ອງຈາກຂໍ້ເສື່ອມນຳອີກ.

  • ນ້ຳໝາກຕູມ

ເຄື່ອງດື່ມພື້ນເມຶອງທີ່ມີປະໂຫຍດຫຼາຍ ເປັນທັງຢາບຳລຸງຮ່າງກາຍ ຮັກສາທາດ ບຳລຸງທາດໄຟ ຢາລະບາຍຊ່ວຍຮັກສາອາການທ້ອງຂີ້ຮາກ ພະຍາດລຳໄສ້ ອາການແໜ້ນທ້ອງ ແກ້ຫວັດ ອາການໄຂ້ສັ່ນ ແກ້ລົມ ແລະ ຮັກສາອາການຫຼອດລົມອັກເສບ.

ເຫັນບໍ່ຖ້າເຮົາຢາກບັນເທົາຄວາມໜາວໂດຍບໍ່ຕ້ອງອາໄສເຄື່ອງດືຶ່ມທີ່ມີແອລກໍຮໍ ກໍມີໃຫ້ເລຶອກຫຼາຍເລີຍ ດື່ມແລ້ວນອກຈາກຈະອົບອຸ່ນຮ່າງກາຍແລ້ວຍັງອົບອຸ່ນໃຈນຳອີກເພາະວ່າແຕ່ລະຢ່າງປະກອບໄປດ້ວຍຄຸນປະໂຫຍດທັງໝົດເລີຍ. ປີໃໝ່ນີ້ຂໍໃຫ້ທຸກຄົນທ່ອງທ່ຽວໃຫ້ມ່ວນ ແລະ ຢ່າລືມຮັກສາສຸຂະພາບກັນນຳເດີ້.

ແບ່ງປັນ