Breaking News

ສິ່ງທີ່ຄວນຮູ້ກ່ຽວກັບອາຫານເສີມເພື່ອສຸຂະພາບ

ແບ່ງປັນ

 

ຂໍ້ຄວນຮູ້ກ່ຽວກັບອາຫານເສີມເພື່ອສຸຂະພາບ ຫຼື ຜະລິດຕະພັນເສີມອາຫານ

ອາຫານເສີມເພື່ອສຸຂະພາບ: ອາຫານເສີມ ຫຼື ຜະລິດຕະພັນເສີມອາຫານຊະນິດນີ້ມີການຜະລິດຂຶ້ນມາແພ່ຫຼາຍເປັນເວລາດົນແລ້ວ ແລະ ເປັນທີ່ນິຍົມໃນກຸ່ມຄົນທົ່ວໄປ ໂດຍການຮັບປະທານອາຫານເສີມຊະນິດນີ້ມັກຈະຫວັງຜົນເພື່ອໃຫ້ຮ່າງກາຍຂອງເຮົາມີປະສິດທິພາບດີຂຶ້ນ ທົນຕໍ່ສະພາບຄວາມເຄັ່ງຕຶງ, ຄວາມອິດເມື່ອຍທີ່ເກີດຈາກການເຮັດວຽກໄດ້ ອາຫານເສີມເຫຼົ່ານີ້ມັກຈະປະກອບໄປດ້ວຍວິຕາມິນແຮ່ທາດທີ່ຈໍາເປັນຕ່າງໆຂອງຮ່າງກາຍ, ສານຕ້ານອະນຸມູນອິດສະລະຕ່າງໆ ສານສະກັດຕ່າງໆທີ່ໂຄສະນາວ່າຊ່ວຍໃນເລື່ອງກ່ຽວກັບບັນຫາສຸຂະພາບຕ່າງໆເຊັ່ນ: ບໍາລຸງສະໝອງໃນກຸ່ມຄົນທີ່ຮຽນຫຼາຍ, ໃຊ້ຄວາມຄິດຫຼາຍ, ພົບກັບຄວາມຕຶງຄຽດເປັນປະຈໍາ ຄົນທີ່ມີພະຍາດປະຈໍາຕົວຕ່າງໆທີ່ຕ້ອງການອາຫານເສີມເພື່ອບັນເທົາພະຍາດຂອງຕົນ ທັງນີ້ການເລືອກອາຫານເສີມຄວນຄໍານຶງເຖິງປະສິດທິພາບທີ່ແທ້ຈິງ, ຄວາມປອດໄພຂອງອາຫານເສີມເປັນຫຼັກ.

 

 

ແບ່ງປັນ