Breaking News

pou peng

ຢາກມີຄູ່ຄອງທີ່ດີ!!! ຄວນເຮັດແນວໃດ?

  ຄຳວ່າ: “ຄູ່ຄອງ” ຟັງແນວຮູ້ສຶກມີຄວາມໝາຍຫຼາຍແມ່ນບໍ່ສາວໆ ແລະ ເຊຶ່ອວ່າຫຼາຍຄົນກໍຄົງໄຟ່ຝັນຢາກຈະມີ ແຕ່ສາວໆຮູ້ບໍ່ວ່າການທີ່ເຮົາມີຄູ່ນັ້ນບໍ່ແມ່ນວ່າເຮົາຈະມີຄວາມສຸກ, ສົມຫວັງໄປໝົດທຸກຢ່າງ ການທີ່ສອງຄົນຕ້ອງມາຢູ່ຮ່ວມກັນໂດຍທີ່ຕ່າງຄົນຕ່າງພໍ່ຕ່າງແມ່ ບາງຄົນກໍຕ່າງສະຖານທີ່, ຕ່າງຫຼາຍໆຢ່າງເວລາຢູ່ຮ່ວມກັນຈຶ່ງອາດຈະເຮັດໃຫ້ມີການກະທົບກັນ ແລະ ມີບັນຫາບໍ່ລົງຕົວກັນໃນບາງເລຶ່ອງ, ບາງຄູ່ເຖິງຂັ້ນໄປກັນບໍ່ໄດ້ຕ້ອງປະຕ້ອງຮ້າງກັນກໍມີຫຼາຍ ແຕ່ຖ້າສາວໆຄິດຈະມີຄູ່ຄອງແລ້ວຄອງຮັກກັນຢ່າງມີຄວາມສຸກເຈົ້າຕ້ອງໄດ້ຮູ້ຈັກກັບປະໂຫຍກນີ້: “ຄຸນສົມບັດຂອງຄູ່ຄອງທີ່ດີ” ທີ່ BeautyGuru ໄດ້ຮິບໂຮມມາຕ້ອນສາວໆກັນໃນມື້ນີ້: – ຊື່ສັດສຸຈະລິດ – ບໍ່ປົກປິດຄວາມລັບ – ຮູ້ລະງັບອາລົມ – ຊື່ນຊົມໃຫ້ກໍາລັງໃຈ – ໂປ່ງໃສທຸກສະຖານະການ – ບໍ່ກຽດຄ້ານໃນໜ້າທີ່ – ມີມານະອົດທົນ – ສູ້ຊົນໄປພ້ອມກັນ – ຝ່າຟັນອຸປະສັກ – ຮັກດຽວໃຈດຽວ – ກົມກຽວເລື່ອງຄວາມຄິດ – ບໍ່ເກາະຜິດຈັບຖຽງ – ສຸກທຸກຮ່ວມຄຽງ – ບໍ່ຂຶ້ນສຽງຍາມຈາ – ໄປມາບອກຄອບ – …

Read More »

ດ່ວນໆ…ເກີດເຫດໄຟໃໝ້ລົດຢູ່ໜ້າຕະຫຼາດທົ່ງຂັນຄຳ (ມີຄຣິບ)

  ດ່ວນໆ…ເກີດເຫດໄຟໃໝ້ລົດຢູ່ໜ້າຕະຫຼາດທົ່ງຂັນຄຳ ນັກຂ່າວສັນຈອນ ໄດ້ລາຍງານວ່າມີເຫດໄຟໃໝ້ລົດ ຮຸນໄດ ຢູ່ຕໍ່ໜ້າຕະຫຼາດທົ່ງຂັນຄຳ ຕຶກສ້າງໃໝ່ ໃນເວລາ 13:44 ນາທີ ຈາກເຫດການດັ່ງກ່າວໄດ້ເຮັດໃຫ້ມີປະຊາຊົນແຕກຕື່ນເປັນຈຳນວນຫຼາຍ, ແຕ່ຍັງດີທີ່ລົດນ້ຳປະຈຳອາຄານຕະຫຼາດສາມາດດັບໄຟໄດ້ທັນ ແລະ ບໍ່ເຮັດໃຫ້ມີຜົນເສຍຫາຍຫຼາຍປານໃດ. ທ່ານສາມາດເບິ່ງຄຣິບ.     ຂໍຂອບໃຈຄຣິບຂ່າວຈາກນັກຂ່າວສັນຈອນ

Read More »

ຂະບວນແຫ່ເຂີຍທີ່ບໍ່ເຄີຍເຫັນມາກ່ອນ…!

  “ລູກຊາວບ້ານ” ຈະພາທ່ານ ຜູ້ອ່ານເວັບໄຊ ຂວັນໃຈທຸກທີ່ໜ້າຮັກທຸກທ່ານ ມາເບິ່ງພິທີການແຫ່ເຂີຍ ທີ່ບໍ່ເຄີຍເຫັນມາກ່ອນ ເປັນຂະບວນແຫ່ທີ່ປະສົມປະສານ ສິລະປະມວຍລາວທີ່ຫາເບິ່ງໄດ້ຍາກ ໃນງານແຕ່ງດອງຂອງ ທ້າວ ຄໍາພາວັນ ອິນທະວົງ ແລະ ນາງ ສະແວ່ນຕ້າ ທີ່ບ້ານໄຜ່ລ້ອມ ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ແນວໃດກໍຂໍສະແດງຄວາມຍິນດີນໍາຄູ່ສ້າງຄອບຄົວໃໝ່ນໍາເດີ! ນັກຟ້ອນລາຍລາວແມ່ນມາຈາກ ໂຮງຮຽນ ສ້າງຄູພະລະສຶກສາ ທົ່ງປົ່ງ…! ທ່ານສາມາດເບິ່ງຄຣິບ:    ຂໍ້ມູນຈາກ khampilavan Inthavong

Read More »

ມາຮູ້ຈັກກັບ “ຄອງສິບສີ່”

ສາວໆຄົນໃດທີ່ໄດ້ອ່ານໄປວານນີ້ແລ້ວກ່ຽວກັບ “ຮີດສິບສອງ” ຄົງຈະຮູ້ກັນໄປແລ້ວເນາະ ແລະ ມື້ນີ້ BeautyGuru ມາຕາມສັນຍາຈະມາສະເໜີກ່ຽວກັບ “ຄອງສິບສີ່” ໃຫ້ສາວໆໄດ້ຮູ້ກັນຕື່ມ ເຊິ່ງວ່າ “ຄອງສິບສີ່” ນີ້ໝາຍເຖິງຂໍ້ກຳນົດ 14 ຂໍ້ ທີ່ປະຊາຊົນລາວເຮົາ ຖືເປັນທຳນຽມປະຕິບັດມາຕັ້ງແຕ່ດົນນານ ແລະ ໃນປັດຈຸບັນກໍຍັງເຊື່ອຖືຢູ່ ແຕ່ອາດຈະບໍ່ເຂັ້ມງວດ ຫຼືບາງຂໍ້ ໃນບາງທ້ອງຖິ່ນກໍປ່ອຍວາງໄປແລ້ວ. “ຄອງສິບສີ່” ມີຄື: 1. ຢ່າຢຽບເງົາຂອງພະສົງ ຫຼືຜູ້ມີສິນບໍລິສຸດ 2. ຢ່າເອົາອາຫານເຫຼືອ ຫຼືເງື່ອນ ໄປໃຫ້ພະສົງສັນ 3. ຢ່າເສບກາມະຄຸນໃນມື້ວັນສິນ, ວັນເຂົ້າພັນສາ, ວັນມາຄະບູຊາ, ວັນວິສາຂະບູຊາ ແລະວັນກຸດສົງການຢ່າງເດັດຂາດ. 4. ເມື່ອພະສົງກາຍມາໃຫ້ນັ່ງລົງ, ນົບມືໄຫວ້ ແລ້ວຈຶ່ງຄ່ອຍຍ່າງກາຍ ຫຼືຈຶ່ງຄ່ອຍລົມນຳເພິ່ນ. 5. ມື້ພະສົງເຂົ້າກຳ ໃຫ້ມີດອກໄມ້ທູບທຽນ ແລະເຄື່ອງບໍລິຂານໄປທານຮ່ວມເພິ່ນ. 6. ກ່ອນຈະເຂົ້ານອນໃຫ້ອາບນໍ້າຫຼືລ້າງຕີນເສຍກ່ອນ 7. ເມື່ອເຖິງວັນສິນດັບ-ສິນເພັງ ໃຫ້ເຮັດບຸນໃສ່ບາດ …

Read More »

ອໍ້າ ພັດຊະຣາພາ ຂອບໃຈແຟນໆ ແລະ ຍ້ອງວ່າຄົນລາວທຸກຄົນໜ້າຮັກ! (ມີຄຣິບ)

  ດາລານັກສະແດງເບີ 1 ຂອງປະເທດເພື່ອນບ້ານ ອໍ້າ ພັດຊະຣາພາ ໄຊເຊື້ອ ໄດ້ໂພສຄຣິບວີດີໂອໃນ ອິນສະຕາແກຼມ ສ່ວນຕົວຕອນມາຮ່ວມງານ Mistine+KAONA  ທີ່ຫ້າງວຽງຈັນເຊັນເຕີ້ໃນວັນທີ 28 ມັງກອນ 2017 ວ່ານາງມີຄວາມດີໃຈທີ່ໄດ້ມີໂອກາດມາທີ່ ສປປ.ລາວ ພ້ອມທັງຂໍຂອບໃຈສຳລັບການຕ້ອນຮັບຢ່າງອົບອຸ່ນ ແຖມຍັງບອກວ່າຄົນລາວທຸກຄົນໜ້າຮັກຫຼາຍ ແລະ ຈະກັບມາເຈິກັບທຸກຄົນອີກ, ກຣີດໆໆໆ…ໜ້າຮັກແຖມອ່ອນນ້ອມຖ່ອມຕົນແບບນີ້ບໍ່ໃຫ້ແຟນໆຊາວລາວຮັກໄດ້ຢ່າງໄດວ່າບໍ່ໝູ່ເພື່ອນທຸກຄົນ. ຢ່າລືມກົດໄລ້ ກົດແຊຣໄປໃຫ້ເອື້ອຍອໍ້າເພິ່ນເຫັນແດ່ ນາງຈະໄດ້ກັບມາຫາແຟນໆຊາວລາວອີກ…! ເພື່ອນໆສາມາດເບິ່ງຄຣິບທີ່ເອື້ອຍ ອ້ຳ ໂພສໄດ້ເລີຍ: ดีใจที่ได้มีโอกาสไป สปป.ลาวค่ะ ขอบคุณสำหรับการต้อนรับอย่างอบอุ่น ทุกคนน่ารักมากจริงๆค่ะ ครั้งหน้าจะกลับไปเจอทุกคนอีกนะคะ?❤️ A post shared by aum_patchrapa (@aum_patchrapa) on Jan 29, 2017 at 9:47pm PST   ຂໍຂອບໃຈຮູບພາບ ແລະ ຄຣິບຈາກ: aum_patchrapa  

Read More »