ຄຣິບໝານ້ອຍພັນ Husky ນອນລຽນກັນ ເບິ່ງແລ້ວເປັນຕາໜ້າຮັກໜ້າເອັນດູ ເຊິ່ງຄຣິບນີ້ມີຄົນເຂົ້າໄປກົດໄລ້ ກົດແຊຣກັນເປັນຈຳນວນຫຼາຍ ມາເບິ່ງຄຣິບກັນເລີຍວ່າຈະມີຄວາມໜ້າຮັກພຽງໃດ. ທ່ານສາມາດເບິ່ງຄຣິບ: Husky Puppies Chilling Just a pile of husky puppies taking it VERY easy ?? โพสต์โดย UNILAD บน 2 กุมภาพันธ์ 2017 via: UNILAD
Read More »pou peng
ພໍ່ຕູ້ອາຍຸ 80 ປີ ເຂົ້າພິທີວິວາກັບເດັກນ້ອຍອາຍຸ 12 (ມີຄຣິບ)
ພໍ່ຕູ້ອາຍຸ 80 ປີ ເຂົ້າພິທີວິວາກັບເດັກນ້ອຍອາຍຸ 12 (ມີຄຣິບ) ເຟສບຸກຂອງ Deplorables Inc ໄດ້ເຜີຍແຜ່ຄຣິບງານແຕ່ງດອງ ລະຫວ່າງ ຜູ້ອາວຸໂສອາຍຸ 80 ປີ ກັບເດັກນ້ອຍອາຍຸ 12. ຄຣິບດັ່ງກ່າວແມ່ນຈັບພາບຕອນເຈົ້າບ່າວຍ່າງເຂົ້າໄປໃນເຮືອນຂອງເຈົ້າທີ່ຍັງເປັນເດັກນ້ອຍຢູ່ ຂະນະທີ່ຍາດພີ່ນ້ອງຂອງເຈົ້າສາວອອກມາຕ້ອນຮັບເຈົ້າບ່າວ ແລະ ສົ່ງສຽງດ້ວຍຄວາມຍິນດີ ຈາກນັ້ນ ຝ່າຍຊາຍກໍບິດກະແຈຫ້ອງຕາມປະເພນີ ແລ້ວຍ່າງໄປຫາເຈົ້າສາວອາຍຸພຽງ 12 ປີ ທີ່ໃສ່ສຸດກະໂປງຍາວຢູ່ເທິງຕຽງ. ຊາວ Social Media ຕ່າງກໍສະແດງຄວາມເຫັນວ່າ ນັ້ນແມ່ນຄວາມໂຊກຮ້າຍຂອງເດັກນ້ອຍ ພ້ອມກັບເວົ້າລຸມໃສ່ເຈົ້າບ່າວ ແລະ ຄອບຄົວຂອງເຈົ້າສາວ ແລະ ກ່າວເປັນປະເພນີທີ່ຕໍ່າຊ້າທີ່ໃຫ້ເດັກນ້ອຍຜູ້ຍິງແຕ່ງດອງກັບຜູ້ເຖົ້າ. ແນວໃດກໍຕາມ ຜູ້ທີ່ເຫັນດ້ວຍປະເພນີເຕືອນວ່າ: ຢ່າຫຍຸ້ງທໍານຽມປະເພນີຂອງຄົນອຶ່ນ ແລະ ອະທິບາຍວ່າເປັນປະເພນີທ້ອງຖິ່ນທີ່ຈັດຂຶ້ນມາຕັ້ງແຕ່ສະໄໝບູຮານ. ທ່ານສາມາດເບິ່ງຄຣິບ! https://www.facebook.com/DeplorablesInc/videos/354763124909877/
Read More »ແພັດ ໂພສແລ້ວຫຼັງຈາກເກີດເລື່ອງ!
ຂ່າວດັງຂອງນັກສະແດງສາວ ປະເທດເພື່ອນບ້ານ ທີ່ມື້ເຊົ້ານີ້ໄດ້ມີເຈົ້າໜ້າທີ່ຕຳຫຼວດບຸກເຂົ້າກວດຄົ້ນທີ່ພັກຂອງ ເບນສ໌ ເຣດຊິ່ງ ຜູ້ຕ້ອງສົງໃສກ່ຽວກັບຄະດີຢາເສບຕິດ ເຄືອຄ່າຍໄຊຊະນະ, ເຊິ່ງ ເບນສ໌ ເຣດຊິ່ງ ເປັນຜົວຂອງນັກສະແດງສາວຊື່ດັງ ແພັດ ນະປະພາ (ເຊິ່ງຕອນນີ້ແພັດກຳລັງຖືພາ) ຫຼ້າສຸດນາງກໍໄດ້ມີການໂພສຮູບ ແລະ ຂຽນ Caption ກ້ອງຮູບສັ້ນໆວ່າ (ຮັກ) ຈົນເຮັດໃຫ້ມີແຟນໆໄປສະແດງຄວາມຄິດເຫັນ ໃຫ້ກໍາລັງໃຈກັບນັກສະແດງສາວຢ່າງຫຼວງຫຼາຍ. ***ຈັ່ງໃດກໍຂໍເປັນກຳລັງໃຈໃຫ້ເດີ້*** ຂໍຂອບໃຈຮູບພາບຈາກ: pat_napapa ແລະ Khaosod – ข่าวสด
Read More »ກິຕ້າ ໄປອອກລາຍການດັງອີກແລ້ວ! (ມິຄຣິບ)
ມາໆມາເມົ້າມອຍກັບ ຊະນີIndy ມື້ນີ້ຈະມາອັບເດດຜົນງານຂອງສາວ ກິຕ້າ ຫຼື ພັດທະສອນ ມະນີດາລັດ ອາຍຸ 25 ປີ ສາວລາວທີ່ມີຄວາມກ້າຫານສະໝັກໄປອອກລາຍການເລືອກຄູ່ຊື່ດັງ “Take me out Thailand” ຈົນກາຍເປັນ “Talk of the town” ດັງທັງໃນປະເທດເຮົາ ແລະ ປະເທດເພື່ອນບ້ານມາແລ້ວ, ແຕ່ຫຼ້າສຸດກະແສນາງກໍບໍ່ຕົກເດີ້ ເພາະນາງຖືກເຊີນໄປເປັນແຂກຮັບເຊີນລາຍການດັງອີກແລ້ວ ລາຍການນີ້ມີຊື່ວ່າ “ແຮງຊັດຈັດເຕັມ” ໂດຍມີພິທີກອນອະດີດນາງງາມ ດຣ. ປະນັດດາ ວົງຜູ້ດີ (ບຸມ) ແລະ ໃນຊ່ວງສຳພາດພິທີກອນກໍໄດ້ຖາມໄຖ່ສາວ ກິຕ້າ ວ່າໄປມາຢ່າງໃດເຖິງມາຮ່ວມໃນລາຍການເລືອກຄູ່ໄດ້ສາວກິຕ້າກໍຕອບຄຳຖາມໄດ້ຢ່າງຄ່ອງແຄ້ວ ແບບບໍ່ມີຂາດຕົກບົກຜ່ອງ. ຢ່າລືມ! ກົດໄລ້ ກົດແຊຣເປັນກຳລັງໃຈໃຫ້ສາວກິຕ້າກັນແດ່ເດີ້! ຊະນີIndy ເອົາຄຣິບລາຍການມາຝາກໝູ່ເພື່ອນທຸກຄົນ ສາມາດເບິ່ງຄຣິບໄດ້ເລີຍ! ຂໍຂອບໃຈຮູບພາບຈາກ: Kitar Phatthasone …
Read More »ນະຄອນຫຼວງຂຶ້ນລາຄາຄ່າເຂົ້າຊົມພິພິທະພັນບູຮານສະຖານ 3 ແຫ່ງ
ນະຄອນຫຼວງຂຶ້ນລາຄາຄ່າເຂົ້າຊົມພິພິທະພັນບູຮານສະຖານ 3 ແຫ່ງ ທ່ານ ນາງ ຄຳເປື່ອງ ວົງຈັນດີ ຮອງອຳນວຍການຫໍພິພິທະພັນບູຮານສະຖານນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ເລີ່ມແຕ່ເດືອນກຸມພານີ້ ເປັນຕົນໄປພິພິທະພັນບູຮານສະຖານ 3 ແຫ່ງຂອງນະຄອນຫຼວງວຽງຈັນຄື: ພະທາດຫຼວງ, ວັດສີສະເກດ ແລະ ຫໍພະແກ້ວ ຈະປັບຂຶ້ນລາຄາຄ່າເຂົ້າຊົມຄື: ຈາກ 2 ພັນກີບເປັນ 3 ພັນກີບ ສຳລັບຄົນລາວ ແລະ ຈາກ 5 ພັນກີບເປັນ 10 ພັນກີບ ສຳລັບນັກທ່ອງທ່ຽວຕ່າງປະເທດ ແລະ ຂະຫຍາຍເວລາເຂົ້າອອກ ເປັນ 8:00 -18:00 ໂມງ, ເນື່ອງຈາກວ່າລາຄາເຂົ້າຊົມສະຖານທີ່ທ່ອງທ່ຽວພາຍໃນປະເທດເຮົາ ເມື່ອທຽບໃສ່ກັບ ປະເທດອື່ນໆແລ້ວແມ່ນຍັງເຫັນວ່າຖືກກວ່າຫຼາຍ, ທັງນີ້ກໍເປັນການສ້າງລາຍຮັບໃຫ້ຂະແໜງທ່ອງທ່ຽວເພີ່ມຂຶ້ນ. ຮອງອຳນວຍການພິພິທະພັນບູຮານສະຖານະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ສຳລັບບັນຍາກາດການທ່ອງທ່ຽວ ເດືອນທຳອີກຂອງປີ 2017 ມີຄວາມຄຶກຄື້ນຫຼາຍຖ້າທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາ, ໂດຍມີນັກທ່ອງທ່ຽວເຂົ້າມາຢ້ຽມຊົມບູຮານສະຖານດັ່ງກ່າວແລ້ວຫຼາຍກວ່າ 69 …
Read More »