ເໝາະສົມກັບຕຳແໜ່ງ MISS UNIVERSE 2016 ສາວງາມທີ່ບໍ່ໄດ້ມີດີແຕ່ໜ້າຕາ! ປະກາດຜົນກັນໄປແລ້ວແບບສົດໆຮ້ອນໆກັບ Miss Universe ຄົນໃໝ່ Iris Mittenaere ຫຼືສາວງາມຈາກ ປະເທດ ຝຣັ່ງ (Miss France) ມີຄວາມງາມແຕ່ຫົວຈົນຮອດຕີນກັນເລີຍກັບສາວຄົນນີ້ມີ ອາຍຸ 24 ປີ ແລະ ອະນາຄົດເປັນວ່າທີ່ທັນຕະແພດ ເພາະນາງກຳລັງສຶກສາຢູ່ຄະນະແພດສາດ ແລະ ຫວັງວ່າຈະໃຊ້ເວທີ Miss Universe ຕໍ່ຍອດການຊ່ວຍເຫຼືອເລື່ອງແຂ້ວ ແລະ ຄວາມສະອາດຂອງຊ່ອງປາກ ສິ່ງທີ່ເຮັດໃຫ້ Iris Mittenaere ສາມາດເອົາຊະນະໃຈກຳມະການ ແລະ ຜູ້ຄົນທົ່ວໂລກຈົນໄດ້ມົງກຸດມາຄອງກໍຄືການຕອບຄຳຖາມຢ່າງສະຫຼຽວສະຫຼາດ ຈົນເຮັດກຳມະການ ແລະ ກອງເຊີຍລຸກຂຶ້ນຕົບມືຊົມເຊີຍ Miss Universe 2016 ປີນີ້ບໍ່ໄດ້ມີດີແຕ່ໜ້າຕາ ແຕ່ນາງມີຄວາມຮູ້ຮອບຕົວ ສົນໃຈຄວາມເຄື່ອນໄຫວຂອງໂລກ ແລະ ມີຄວາມຄິດທີ່ເປັນປະໂຫຍດ ສາມາດເປັນກະບອກສຽງໃຫ້ກັບຄົນທົ່ວໂລກໄດ້. Picture Via: missuniverse and irismittenaeremf …
Read More »pou peng
ມາເບິ່ງການທົດລອງບາງຢ່າງໃນຫົວຂໍ້ “ເຈົ້າງາມ…ກວ່າທີ່ເຈົ້າຄິດ”
ມາເບິ່ງການທົດລອງບາງຢ່າງໃນຫົວຂໍ້ “ເຈົ້າງາມ…ກວ່າທີ່ເຈົ້າຄິດ” (You’re more beautiful than you think) ມີການທົດລອງກ່ຽວກັບແມ່ຍິງ ແລະ ໃຫ້ແມ່ຍິງເວົ້າກັບຕົວເອງ ໃຫ້ເວົ້າໃນສິ່ງທີ່ແມ່ຍິງບໍ່ມັກ ແລະ ບໍ່ພໍໃຈກ່ຽວກັບໜ້າຕາຂອງຕົວເອງ (ໂຈດກໍຄືວ່າໃຫ້ບັນລະຍາຍໃບໜ້າຂອງຕົວເອງ) ແຕ່ເມື່ອໃຫ້ຄົນອື່ນທີ່ພົບເຫັນມາບັນຍາຍໜ້າຕາຄືນແລ້ວ ຄົນອື່ນຈະເວົ້າເຖິງແຕ່ສິ່ງດີໆ ແລະ ຈື່ຈຳໃນໜ້າຕາຂອງແມ່ຍິງຄົນນັ້ນແທນ. #ເລື່ອງເກົ່າເລົ່າໃໝ່ ສາວໆສາມາດເບິ່ງຄຣິບ
Read More »ຊຸດຮັບໃບປະກາສະນີຍະບັດໃນຍີ່ປຸ່ນ
ຄວາມຄິດທີ່ແປກໆໃໝ່ໆ ແລະ ບໍ່ຄືໃຜ ແລະ ບໍ່ມີໃຜຄື ທີ່ສ້າງຄວາມຮູ້ຮືຮາໃຫ້ກັບຊາວ ໂຊຊ່ຽວໃນທົ່ວໂລກ ຕ້ອງຍີ່ປຸ່ນເທົ່ານັນ. ມີມະຫາວິທະຍາໄລແຫ່ງໜຶ່ງໃນໃນຍີ່ປຸ່ນສັ່ງໃຫ້ນັກສຶກສາແຕ່ງຕົວທໍແບບແປກປະລາດຕາມໃຈມັກຂອງໃຜລາວ ເພື່ອຮັບໃບປະກາສະນີຍະບັດ ຈຸດປະສົງແມ່ນເພື່ອສ້າງຄວາມບັນເທິງ ແລະ ສິລະປະເທົ່ານັ້ນ. ເຫັນແລ້ວບອກເລີຍວ່າ ສຸດຍອດ! ດັ່ງຮູບລຸ່ມນີ້. ຈາກ “ລູກຊາວບ້ານ”
Read More »ພິທີກອນສຸດເຈົ້າຊູ້ ຄົນນີ້ແມ່ນໃຜ?
ສະບາຍດີ ໝູ່ເພື່ອນທຸກຄົນ ຊະນີIndy ມາແລ້ວເດີ້ ຫຼັງຈາກທີ່ໄປປະຕິບັດພາລະກິດເຊັ່ນ: ໄປເກາະຕິດກະແສ Superstar ອໍ້າ ພັດຊະຣາພາ ເພື່ອໄປນຳເອົາຮູບພາບ ແລະ ຄຣິບມາຝາກແຟນໆໃຫ້ໄດ້ເຫັນໂສມໜ້າງາມໆຂອງແມ່ອໍ້າແລ້ວ, ແຕ່ຍັງໆຍັງບໍ່ໝົດເດີ້ເພາະ ຊະນີIndy ໄປສະດຸດຕາກັບພິທີກອນລາວເຮົາ ໜຸ່ມສຸດເຈົ້າຊູ້ດູດີທີ່ຢືນສຳພາດດາລານັກສະແດງເບີໜຶ່ງຂອງປະເທດເພື່ອນບ້ານ ແລະ ເທົ່າທີ່ໄດ້ໄປສືບມາແມ່ນເພິ່ນມີຊື່ວ່າ: ຈັນທະສອນ ທະວີໄຊ (ມ໋ອນ) ໜຸ່ມເຈົ້າຊູ້ຂາວຕີ໋ ຖືກສະຕາສາວໆຫຼາຍໆຄົນ ເຊິ່ງວຽກຫຼັກທີ່ເພິ່ນເຮັດກໍແມ່ນຜູ້ປະກາດຂ່າວທາງສະຖານີໂທລະພາບແຫ່ງຊາດ, ພິທີກອນ, ໂຄສົກວິທະຍຸ, ນັກສະແດງຮູບເງົາຫຼາຍເລື່ອງ ແລະ ຍັງເປັນນາຍແບບອີກເດີ້. ມາເບິ່ງຮູບພາບຂອງໜຸ່ມ ມ໋ອນ ກັນເລີຍວ່າຈະເຈົ້າຊູ້ດູດີຊໍ່າໄດ… #ແຊຣວົນໄປໃຫ້ໂລກຮູ້ວ່າໜຸ່ມລາວເຮົາກໍເຈົ້າຊູ້ແລະມີຄວາມສາມາດ ຂໍຂອບໃຈຮູບພາບຈາກ: mondthavixay ເພື່ອນໆສາມາດຕິດຕາມໜຸ່ມຄົນນີໄດ້ເລີຍ!!!
Read More »ບັນຫາຂີ້ເຫຍື້ອໃນນະຄອນຫຼວງ
ການເກັບມ້ຽນຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນຍັງບໍ່ສາມາດເຮັດໄດ້ຢ່າງທົ່ວເຖິງ ທ່ານ ພູດອນ ເມກສະຫວັນ ຮອງຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໄດ້ເປີດເຜີຍວ່າ: ໜ່ວຍ ງານເກັບມ້ຽນຂີ້ເຫຍື້ອມີ 9 ພາກສ່ວນ ໃນນັ້ນ 1 ພາກສ່ວນເປັນຂອງລັດ ໄດ້ບໍລິການເກັບມ້ຽນຂີ້ເຫຍື້ອໃນລາຄາ 10.000 ກີບຕໍ່ເຂັ້ງຢູ່ບັນດາບ້ານໃນ 8 ເມືອງ ແລະ ກຳລັງປຸກລະດົມຢູ່ເມືອງສັງທອງ. ແຕ່ລະເດືອນ ຄບຕ ແລະ 9 ພາກສ່ວນ ໄດ້ປະຊຸມຖອດຖອນບົດຮຽນ ເພື່ອແກ້ໄຂ ແລະ ປັບປຸງບັນດາຂໍ້ຄົງຄ້າງ. ພ້ອມນີ້ ຄບຕ ຍັງໄດ້ ທົດລອງໃຫ້ ປະຊາຊົນພາຍໃນເມືອງ ແລະ ບ້ານ ໃຫ້ແຍກຂີ້ເຫຍື້ອ ເຫັນວ່າໄດ້ຮັບຜົນດີ ແລະ ຈະສືບຕໍ່ຈັດຕັ້ງ ປະຕິບັດຢູ່ແຕ່ລະບ້ານ ໃນທຸກໆ ເມືອງ ເພື່ອເອົາຂີ້ເຫຍື້ອທີ່ຈຳເປັນປະເພດເສດຜັກ, ໝາກໄມ້ ມາຜະລິດເປັນແກັສ. …
Read More »