ສາວໆຮູ້ບໍ່ວ່າສະເໜຂອງແມ່ຍິງລາວເຮົານັ້ນ ນອກຈາກຈະງາມທັງໜ້າຕາ ແລະ ກິລິຍາແລ້ວ ຍັງຕ້ອງປະກອບດ້ວຍສິ່ງນີ້ “ເຮືອນ 3 ນ້ຳ 4” ສາວໆຮູ້ສຶກແນວໃດເມຶ່ອໄດ້ຍິນຄໍານີ້ ເຄີຍໄດ້ຍິນມາແມ່ນບໍ່? ແຕ່ສາວໆບາງຄົນອາດຈະຍັງບໍ່ທັນຮູ້ຄວາມໝາຍຂອງມັນຊັດເຈນເທຶ່ອ ແຕ່ທີ່ BeautyGuru ເອົາມາຕ້ອນສາວໆໃນມື້ນີ້ຮັບຮອງວ່າສາວໆຈະໝົດຂໍ້ສົງໄສເລຶ່ອງ “ເຮືອນ 3 ນ້ຳ 4” ຢ່າງແນ່ນອນ #ເຮືອນສາມ (ເຮືອນ 3) 1. ເຮືອນຄົວ: ເຮັດວຽກເຮືອນຄົວໃຫ້ດີງາມ ເປັນລະບຽບຮຽບຮ້ອຍ ທໍາຄວາມສະອາດເຮືອນຊານໃຫ້ເບິ່ງງົດງາມ, ຂອງໃຊ້ໃນເຮືອນຄົວຈັດໃຫ້ຖືກບ່ຶອນ ຮັບຜິດຊອບງານຄົວກິນ. ນອກຈາກນັ້ນ ວຽກງານຄົວເຮືອນທຸກ ປະເພດແມ່ນໜ້າທີ່ຂອງແມ່ຍິງ. 2. ເຮືອນຜົມ: ຄົນລາວບູຮານທຸກເຜົ່າຊົນແມ່ນເກົ້າຜົມໃຫ້ສວຍງາມສະ ເໝີ, ແຕ່ປັດຈຸບັນນີ້ ມີທັງດັດ, ມີທັງຕັດ, ມີທັງຊອຍ ແຕ່ຈະເຮັດຈັ່ງໃດກໍ ສຸດແລ້ວແຕ່ຕາມໃຈມັກ ທັງນີ້ກໍຕ້ອງຮັບປະກັນຄວາມງາມ, ຄວາມສະອາດ ແລະຖືກກັບໂຄງໜ້າ. 3. ເຮືອນກາຍ: ແຕ່ງກາຍໃຫ້ສະອາດຮຽບຮ້ອຍ ເບິ່ງແລ້ວງາມຕາ …
Read More »pou peng
ເອກະລັກ ປະເພນີລາວ
ເອກະລັກ ປະເພນີລາວເປັນສິ່ງທີ່ດີງາມ ແລະ ປະຕິບັດກັນມາແຕ່ສະໄໝບູຮານ ເມຶ່ອເວົ້າເຖິງປະເພນີ້ແລ້ວ ປະເທດລາວເຮົາເປັນອີກປະເທດໜຶ່ງທີ່ມີເອກະລັກປະເພນີທີ່ດີງາມມາຕັ້ງແຕ່ບູຮານ ແລະ ຍັງຄົງສືບຕໍ່ກັນມາຈົນຮອດປັດຈຸບັນນີ້ ແລະ ມື້ນີ້ BeautyGuru ຈະນໍາເອົາເອກະລັກ ປະເພນີການໃສ່ບາດມາຕ້ອນກັນ ເຊິ່ງ BeautyGuru ເຊຶ່ອວ່າສາວໆຫຼາຍຄົນທີ່ມັກເຮົດບຸນ ໂດຍສະເພາະສາວໆທີ່ມັກໃນການໃສ່ບາດຈະຕ້ອງມັກແນ່ນອນ ເພາະການໃສ່ບາດນອກຈາກຈະເປັນການສືບສານປະເພນີລາວອີກຢ່າງໜຶ່ງແລ້ວ ຍັງເປັການເຮັດບຸນທີ່ເຮັດໄດ້ງ່າຍໆບໍ່ຫຍຸ້ງຍາກ ພຽງແຕ່ສາວໆພະຍາຍາມຕຶ່ນໃຫ້ເຊົ້າຂຶ້ນຈັກໜ້ອຍເພຶ່ອກະກຽມເຄຶ່ອງ ຫຼື ຖ້າສາວໆຄົນໃດຢ້ານບໍ່ທັນກໍສາມາດກະກຽມໄວ້ແຕ່ຕອນກາງຄືນກໍໄດ້ເພຶ່ອໃຫ້ທັນໄປໃສ່ບາດໃນຕອນເຊົ້າກ່ອນໄປວຽກ ກ່ອນໄປໂຮງຮຽນ ຫຼື ໄປໃສກໍຕາມຈະເຮັດໃຫ້ເຮົາສຶກສະບາຍໃຈຂຶ້ນນັ້ນເອງລະຈະສາວໆ ສ່ວນການແຕ່ງຕົວ ຫຼື ການນຸ່ງຖືໃນການໃສ່ບາດນັ້ນສາວໆຫຼາຍຄົນຄົງຮູ້ກັນດີຢູ່່ແລ້ວເພາະເອກະລັກຂອງຄົນລາວກໍແມ່ນການນຸ່ງສິ້ນ, ເສຶ້ອໄໝ ຫຼື ເສຶ້ອສຸພາບ ເກົ້າ ຫຼື ມັດຜົມລະກະບ່ຽງແພຄືກັບເຂົ້າວັດ ຟັງທໍາທົ່ວໄປນັ້ນລະສາວໆ ແລະ ມື້ນີ້ BeautyGuru ກໍມີຮູບງາມໆຂອງການໃສ່ບາດໃນຕອນເຊົ້າມາຕ້ອນສາວໆກັນອີກ!!! ເຮົາໄປເບິ່ງພ້ອມກັນເລີຍ … By: BeautyGuru ເຄຼດິດຮູບຈາກ: ວັດທະນະທໍາລາວ
Read More »ຂ່າວດີສໍາລັບພີ່ນ້ອງຊາວລາວ…
ຂ່າວດີສໍາລັບພີ່ນ້ອງຊາວລາວ ຂໍເຊີນພີ່ນ້ອງທຸກທົ່ວໜ້າ ປິ່ນປົວບາດແຜຈາກໄຟໄໝ້ນໍ້າຮ້ອນລວກຟຣີ ຢູ່ທີ່ໂຮງໝໍມະໂຫສົດ ໃນວັນທີ 6-16 ກຸມພາ 2017 , ມີຜູ້ຊ່ຽວຊານຈາກ ອົດສາລີ ແລະ ນິວຊີແລນ ສາມາດຕິດຕໍ່ ພົວພັນຕາມເບີໂທ 030 9604893 ທີ່ມາຈາກ:Laopost
Read More »ອັ້ມ ພັດຊະຣາພາ ຈະເດີນທາງມາລາວເປັນເທື່ອທຳອິດ!
ອັ້ມ ພັດຊະຣາພາ ຈະເດີນທາງມາລາວເປັນເທື່ອທຳອິດ! ກຣີດໆໆໆ…ໃນ IG ຂອງ Superstar ອັ້ມ ພັດຊະຣາພາ ໄດ້ໂພສຮູບເຊີນຊວນສາວົກແຟນຄຣັບ ເພາະນາງກຳລັງຈະເດີນທາງມາລາວໄວໆນີ້ ໃນວັນເສົາ ວັນທີ 28 ມັງກອນ 2017 ຢູ່ທີ່ຫ້າງວຽງຈັນເຊັນເຕີ້ ນະຄອນຫຼວງວຽງຈັນ ເວລາ 15.45 ນາທີ ແລະ Superstar ອັ້ມ ຍັງໄດ້ເປີດເຜີຍອີກວ່າການເດີນທາງມາປະເທດລາວເຮົາໃນເທື່ອນີ້ເປັນການມາເທື່ອທຳອິດຂອງນາງເລີຍກໍວ່າໄດ້. ໝູ່ຄົນໃດທີ່ມັກໃນຜົນງານຂອງ ອັ້ມ ພັດຊະຣາພາ ໄຊເຊື້ອ…ໄປເຈິກັນແນ່ນອນເດີ້ເພື່ອນໆ ແລະ ໜຶ່ງໃນນັ້ນມີ ຊະນີIndy ນໍາເດີ້ (555) ທີ່ມາຈາກ: aum_patchrapa
Read More »ສະເໜ!ສາວມົ້ງລາວ ງາມບໍ່ແພ້ຊົນເຜົ່າອື່ນ
ສະເໜ!!! ສາວມົ້ງລາວ ງາມບໍ່ແພ້ຊົນເຜົ່າອື່ນ… ປະເທດລາວເປັນປະເທດທີ່ປະກອບດ້ວຍຫຼາຍຊົນຊາດ ຊົນເຜົ່າ, ເຜົ່າມົ້ງເປັນອີກຊົນເຜົ່າໜຶ່ງທີ່ດໍາລົງຊີວິດ ແລະ ເປັນຊົນເຜົ່າທີ່ສໍາຄັນຢູ່ໃນປະເທດລາວເຮົາ, ການລົງຊີວິດຂອງຊົນເຜົ່າມົ້ງກໍຄືກັນກັບຊົນເຜົ່າຕ່າງໆຂອງລາວທົ່ວໄປ ໃນເມຶ່ອກ່ອນນັ້ນຊົນເຜົ່າມົ້ງຈະອາໄສຢູ່ຕາມ ເຂດພູດອຍ ເຊິ່ງຈະມີຄວາມສະດວກໃນການປະກອບອາຊີບຂອງເຂົາເຈົ້າຄື ການເຮັດໄຮ່ ເຮັດສວນນັ້ນເອງ ແຕ່ມາຮອດປັດຈຸບັນຊົນເຜົ່າມົ້ງສ່ວນຫຼາຍໄດ້ມີການຍົກຍ້າຍລົງມາຕັ້ງຖິ່ນຖານຢູ່ຮ່ວມກັບຊົນເຜົ່າລາວລຸ່ມຕາມສະຖານທີ່ຕ່າງໆ ເຖິງຈະມາຢູ່ຮ່ວມກັນຫຼາຍຊົນເຜົ່າແຕ່ຊົນເຜົ່າມົ້ງກໍມີວັດທະນະທໍາທີ່ເປັນເອກະລັກຂອງຕົວເອງ ແລະ ປະຕິບັດກັນມາແຕ່ສະໄໝປູ່ຍ່າ ຕານາຍຈົນມາຮອດປັດຈຸບັນກໍຍັງປະຕິບັດກັນຢູ່ ແຕ່ວັດທະນະທໍາທີ່ BeautyGuru ເອົາມາຕ້ອນແຟນໆຂວັນໃຈໃນມື້ນີ້ ກໍຄືວັດທະນະທໍາການນຸ່ງຖືທີ່ເປັນເອກະລັກຂອງຊົນເຜົ່າມົ້ງນັ້ນເອງ ເຊິ່ງວ່າຈະມີຄວາມງາມ ແລະ ແຕກຕ່າງຈາກເຜົ່າອື່ນໃນ ປະເທດລາວເຮົາແນວໃດນັ້ນ ເຮົາໄປເບິ່ງພ້ອມກັນເລີຍ. By: BeautyGuru ເຄຼດິດຮູບຈາກ: ສາວມົ້ງ Saomhong
Read More »