Breaking News

pou peng

ຂ່າວດ່ວນເກີດເຫດລະເບີດຢູ່ແຂວງອຸດົມໄຊ (ມີຄລິບ)

ຂ່າວດ່ວນເກີດເຫດລະເບີດແຕກຢູ່ແຂວງອຸດົມໄຊ ເວລາ 9:00 ວັນທີ 24 ມັງກອນ 2017 ທີ່ ມສ ເມືອງໄຊ ແຂວງອຸດົມໄຊໄດ້ລາຍງານວ່າ: ເຫດດັ່ງກ່າວ ໄດ້ເກີດຂຶ້ນທີ່ນັກຮຽນກໍາລັງການທະຫານ, ພໍຮອດການສາທິດການນໍາໃຊ້ລະເບີດແລ້ວ ເຮັດໃຫ້ເກີດອຸບັດຕິເຫດເກີດລະເບີດແທ້ . ລາຍງານໃນເບື້ອງຕົ້ນຮູ້ວ່າ ມີນັກຮຽນໄດ້ຮັບບາດເຈັບປະມານ 30 ກວ່າຄົນ ແລະ ຜູ້ເຝິກສອນ ເສຍຊີວິດຄາທີ່, ສ່ວນສາເຫດໃນການລະເບີດແຕກຄັ້ງນີ້ເຈົ້າໜ້າທີ່ກໍາລັງສືບສວນ.     ພາບລະຂ່າວ: ນັກຮຽນ ມສ ເມືອງອຸດົມໄຊ  

Read More »

ແຈ້ງການກວດມະເຮັງເຕົ້ານົມຟຣີ…!

ກວດມະເຮັງເຕົ້ານົມຟຣີ ອ່ານດ່ວນສໍາຫຼັບແມ່ຍິງທີ່ອາຍຸຕັ້ງແຕ່ 45 ປີຂຶ້ນໄປ ກວດມະເຮັງເຕົ້ານົມຟຣີທີ່ໂຮງໝໍມະໂຫສົດ ໃນວັນທີ 31 ມັງກອນ 2017 ທີ່ມາຈາກ: ໂທລະໂຄ່ງ THOLAKHONG

Read More »

ມາເບີ່ງ! Style ການແຕ່ງໜ້າທີ່ງາມແບບສາວລາວ

ມາເບີ່ງ! Style ການແຕ່ງໜ້າທີ່ງາມແບບສາວລາວ ຄວາມສວຍງາມ ເປັນສິ່ງທີ່ຢູ່ຄູ່ກັບແມ່ຍິງເກືອບທຸກຄົນຈົນເກືອບແຍກກັນບໍ່ອອກເລີຍກໍວ່າໄດ້ໂດຍສະເພາະ ການແຕ່ງໜ້າ ສາວໆຫຼາຍຄົນຖ້າບໍ່ໄດ້ແຕ່ງໜ້າກໍຈະບໍ່ຍອມອອກຈາກບ້ານເລີຍ ບາງຄົນກໍແຕ່ງຕາມປົກກະຕິທຸກມື້ ແຕ່ບໍ່ຮູ້ເລີຍວ່າແຕ່ງແນວໃດຈຶ່ງຈະເຂົ້າກັບໜ້າຕົວເອງ ແຕ່ງແນວໃດຈຶ່ງຈະງາມຄືສາວລາວຫຼາຍໆຄົນທີ່ແຕ່ງກັນຕອນອອກງານຕ່າງໆ, ມື້ນີ້ BeautyGuru ກໍໄດ້ນໍາເອົາແບບການແຕ່ງໜ້າໃນ ແບບທີ່ເອີ້ນວ່າ ງາມແບບລາວມາຕ້ອນກັນ ໃຫ້ສາວໆໄດ້ເບິ່ງແບບ ແລະ ລອງເອົາໄປຮຽນແບບກັນເບິ່ງ ແລ້ວສາວໆກໍຈະງາມແບບລາວໆທີ່ບໍ່ແພ້ຊາດໃດ (ຄິດໄປໄກອີກລະ) ເພຶ່ອເປັນການບໍ່ເສຍເວລາເຮົາໄປເບິ່ງກັນເລີຍວ່າ ການແຕ່ງໜ້າແບບສາວລາວນັ້ນມີແບບໃດແດ່? By: BeautyGuru ເຄຼດິດຮູບຈາກ: IG: alex_ariya

Read More »

ສາວໆ ທີ່ຫຼົງໄຫຼ ຫຼື ມັກສະສົມເກີບ Fashions ງາມໆມາທາງນີ້…

ສາວໆ ທີ່ຫຼົງໄຫຼ ຫຼື ມັກສະສົມເກີບ Fashions ງາມໆທັງຫຼາຍມາທາງນີ້… ເກີບ ກັບຜູ້ຍິງເປັນອີກສິ່ງໜຶ່ງທີ່ແຍກອອກຈາກກັນໄດ້ຍາກ ເພາະວ່າເກີບ ເປັນສິ່ງທີ່ເຂົ້າກັນໄດ້ດີກັບຜູ້ຍິງໂດຍສະເພາະສາວໆຄົນໃດທີ່ມີສັດສ່ວນບໍ່ຄ່ອຍສູງ (ເອີ້ນອີກຢ່າງວ່າເຕ້ຍ) ຍິ່ງປາສະຈາກບໍ່ໄດ້ເລີຍກັບເກີບສົ້ນສູງ (ບ້ານເຮົາເອີ້ນອີ່ຢ່ອງນັ້ນລະ) ເຊິ່ງບາງຄົນນັ້ນກໍມີຄວາມຄັ້ງໄຄ້ໃນບັນດາເກີບສົ້ນທີ່ແສນຈະສູງເຫຼົ່ານັ້ນຫຼາຍໆ ແລະ ບັນດານັກອອກແບບເກີບ Fashion ທັງຫຼາຍກໍຮູ້ໃຈນາງເປັນພິເສດຈຶ່ງໄດ້ຜະລິດເກີບສົ້ນສູງທີ່ມີຫຼາຍຮູບແບບມາໃຫ້ຊະນີຕົວເຕ້ຍ ເອີ້ຍ ຕົວບໍ່ສູງໄດ້ຄັ່ງໄຄ່ກັນຕະຫຼອດ ສ່ວນສາໆທີ່ສູງແລ້ວທີ່ມັກໃນເກີບ Fashion ກໍຫຼາຍ ແລະ ມື້ນີ້ Beauty Guru ກໍໄດ້ເອົາບາງຕົວຢ່າງມາໃຫ້ສາວໆໄດ້ຄັ່ງໄຄ້ກັບຄວາມງາມຂອງເກີບ Fashion ທີ່ເຫຼົ່ານັກອອກແບບໄດ້ Design ມາດ້ວຍຄວາມສວຍງາມ ວ່າແລ້ວເຮົາໄປເບິ່ງພ້ອມກັນເລີຍ!!! By: Beauty Guru

Read More »

ໄຊຊະນະ (ເຈົ້າພໍ່ຄ້າຢາເສບຕິດ) ຖືກຄັດຄ້ານການປະກັນຕົວ

ໄຊຊະນະ (ເຈົ້າພໍ່ຄ້າຢາເສບຕິດ) ຖືກຄັດຄ້ານການປະກັນຕົວ ໃນວັນທີ  23 ມັງກອນ 2017 ເວລາ 10:30 ທີ່ສານອາຍາ ຣາຊະດາພິເສກ ປະເທດໄທ ເຈົ້າຫນ້າທີຕຳຫຼວດປາບປາມຢາເສບຕິດ ໄດ້ຄຸມຕົວ ທ້າວ ໄຊຊະນະ ແກ້ວພິມພາ, ທ້າວຊຸມພອນ ພະນົມໄພ, ທ້າວປຸ່ນ ຊະຣິນທອນ ແລະ ນາງອ້ອຍທິບ ປັນຍາຣັກ ຜູ້ຕ້ອງຫາເຄືອຂ່າຍຢາເສບຕິດຂ້າມຊາດ ທີ່ຖືກຈັບຕົວໃນວັນທີ 19 ເດືອນ ມັງກອນ ທີ່ຜ່ານມາ ມາຂໍອຳນາດສານອາຍາຝາກຂັງໄວ້ເປັນເວລາ 12 ມື້ ໃນຄວາມຜິດຖານນຳເຂົ້າ ແລະ ຮ່ວມກັນມີຢາເສບຕິດໄວ້ໃນຄອບຄອງເພື່ອຈຳຫນ່າຍໂດຍຜິດກົດໝາຍ ເນື່ອງຈາກການສອບສວນຍັງບໍ່ສຳເລັດເທື່ອ ຕ້ອງກວດປະຫວັດອາຊະຍາກຳຢ່າງລະອຽດ ໃນຂັ້ນຕອນການສອບສວນຜູ້ຕ້ອງຫາໃຫ້ການຮັບສາລະພາບ ແລະ ປະຕິເສດບາງສ່ວນ ຈຶ່ງຈຳເປັນຕ້ອງຂໍອຳນາດສານຝາກຂັງໃນລະຫວ່າງການສອບສວນ ຕັ້ງແຕ່ວັນທີ 23 ມັງກອນ ຫາ 3 ກຸມພານີ້ ເຊິ່ງໄດ້ມີການຄັດຄ້ານປະກັນຕົວເນື່ອງຈາກຄະດີເປັນຄວາມຜິດຮ້າຍແຮງ ແລະ …

Read More »