Breaking News

“ຮີດສິບສອງຄອງສິບສີ່” (ມີຄໍາຕອບ)

ແບ່ງປັນ

“ຮີດສິບສອງຄອງສິບສີ່” (ມີຄໍາຕອບ)

ສາວໆທັງຫຼາຍອາດຈະເຄີຍໄດ້ຍິນຄຳວ່າ “ຮີດ ແລະ ຄອງ” ແຕ່ສາວໆຮູ້ຄວາມໝາຍຂອງມັນດີແລ້ວບໍ່ ແລະ ຍ້ອນຫຍັງຈຶ່ງໃສ່ຊື່ວ່າ “ຮິດຄອງ” ຖ້າຍັງບໍ່ຮູ້ກໍເຂົ້າມາຮູ້ກັນຈັກພ້ອມກັນເລີຍເຊິ່ງ “ຮີດຄອງ” ມີຄວາມໝາຍວ່າ: “ແນວທາງການປະພຶດປະຕິບັດທີ່ສືບທອດກັນມາເປັນເວລາດົນນານ”. ສ່ວນ “ຮີດສິບສອງຄອງສິບສີ່” ແມ່ນແນວທາງການປະພຶດປະຕິບັດ ທີ່ເຈົ້າຟ້າງຸ່ມມະຫາລາດ ໄດ້ກຳນົດຂຶ້ນ ພາຍຫຼັງທີ່ທ້ອນໂຮມບັນດາຫົວເມືອງລາວເຂົ້າເປັນອານາຈັກລ້ານຊ້າງ. ຈຸດປະສົງກໍແມ່ນເພື່ອໃຫ້ປະຊາຊົນທີ່ເຊື່ອຖືຜີສາງນາງໄມ້ທີ່ ງົມງວາຍ ໃຫ້ມານັບຖືສາສະໜາພຸດ ໂດຍມີແນວທາງປະຕິບັດຄື ຮີດສິບສອງຄອງສິບສີ່ແທນ. ເຊິ່ງມື້ນີ້ BeautyGuru ຈະເອົາຄໍາວ່າ “ຮີດສິບສອງ” ມາຕ້ອນກັນກ່ອນຄຳວ່າ “ຮີດ” ແມ່ນໝາຍເຖິງສິ່ງທີ່ໄດ້ປະພຶດປະຕິບັດກັນມາເປັນເວລາດົນນານ ຮີດສິບສອງ: ໃນແຕ່ລະເດືອນຂອງປີໜຶ່ງ ຈະມີການເຮັດບຸນປະເພນີຂອງພຸດທະສາສະນິກະຊົນທີ່ແຕກຕ່າງກັນໄປ ເຊິ່ງສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຕໍ່ສິ່ງສັກສິດ ທີ່ຊ່ວຍໃຫ້ຕົນເອງມີຊີວິດການເປັນຢູ່ທີ່ດີ. ຮີດສິບສອງປະກອບມີ: 1. ເດືອນຈຽງ (ເດືອນໜຶ່ງ) ບຸນນິມົນພະສົງເຂົ້າກຳ 2. ເດືອນຍີ່ (ເດືອນສອງ) ເຮັດບຸນລານເຂົ້າ ຫຼືບຸນຄຸນເຂົ້າ, ບາງທ້ອງຖິ່ນເອີ້ນວ່າ “ບຸນກອງເຂົ້າ” ກໍມີ. 3. ເດືອນສາມ ເຮັດບຸນເຂົ້າຈີ່ 4. ເດືອນສີ່ ເຮັດບຸນພະເວດ 5. ເດືອນຫ້າ ເຮັດບຸນສົງພະ ຫຼື ບຸນປີໃໝ່ລາວ 6. ເດືອນຫົກ ເຮັດບຸນບັ້ງໄຟ 7. ເດືອນເຈັດ ເຮັດບຸນບ້ານ ຫຼື ບຸນລ້ຽງຜີມະເຫສັກຫຼັກເມືອງ 8. ເດືອນແປດ ບຸນເຂົ້າພັນສາ 9. ເດືອນເກົ້າ ບຸນຫໍ່ເຂົ້າປະດັບດິນ 10. ເດືອນສິບ ບຸນຫໍ່ເຂົ້າສະຫຼາກ 11. ເດືອນສິບເອັດ ບຸນອອກພັນສາ 12. ເດືອນສິບສອງ ບຸນທອດກະຖິນ ເປັນແນວໃດສາວໆ ເມຶ່ອຮູ້ແລ້ວວ່າ “ຮີດສິບສອງ” ປະກອບດ້ວຍຫຍັງແດ່? ກໍຢ່າລືມໄປປະຕິບັດ ເພຶ່ອຮັກສາຮີດຄອງທີ່ດີຂອງລາວໄວ້ຊ່ວຍກັນເດີ້. ສ່ວນວ່າ “ຄອງສິບສີ່” ນັ້ນມື້ໜ້າ BeautyGuru ຈະເອົາມາຕ້ອນກັນອີກ.

By: BeautyGuru ເຄຼດິດຮູບຈາກ: 100 ເລຶ່ອງເມຶອງລາວ

ແບ່ງປັນ