ປັດຈຸບັນ ນັກລົງທຶນຈາກປະເທດຍີ່ປຸ່ນພວມໃຫ້ຄວາມສົນໃຈ ຢາກມາລົງທຶນຢູ່ ສປປ ລາວ ໃນຫຼາຍຂະແໜງການ ເປັນຕົ້ນຂະແໜງການບໍລິການ, ອຸດສາຫະກໍາ, ກະສິກໍາ, ການຄ້າ-ການລົງທຶນ ແລະ ອື່ນໆ. ວັນທີ 22 ກຸມພາ 2017 ນີ້, ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາ ຫະກຳ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບ ຄະນະນັກລົງທຶນຈາກປະເທດຍີ່ປຸ່ນ ນຳໂດຍທ່ານ Tatsuhiro SHINDO ຮອງປະທານ ອົງການສົ່ງເສີມການຄ້າຍີ່ປຸ່ນ (JETRO) ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານນາງ ເຂັມມະນີ ພົນເສນາ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ຄະນະນັກລົງທຶນຍີ່ປຸ່ນ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນໂອກາດອັນດີ …
Read More »pou peng
ສາເຫດປາຕາຍທີ່ແຂວງບໍ່ແກ້ວ
ເຈົ້າໜ້າທີ່ຈາກກົມຄວບຄຸມມົນລະພິດຢືນຢັນເຕັມປາກ ປາຕາຍຢູ່ວັງສະຫງວນນໍ້າງາວ ແຂວງບໍ່ແກ້ວເປັນຍ້ອນສານພິດ ບໍ່ແມ່ນ ຍ້ອນພະຍາດ ແຕ່ຍ້ອນສານພິດເຄມີປະເພດຢາປາບສັດຕູພືດກົງກັບກະປ່ອງຢາທີ່ພົບເຫັນຢູ່ແຄມນ້ຳງາວ ແທ້. ປາຕາຍປະມານ 1.000 ກິໂລທີ່ວັງສະຫງວນນໍ້າງາວ ບ້ານປຸ່ງນາໜູນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວໃນວັນທີ 12 ກຸມພາ 2017 ຜ່ານມານີ້, ຍ້ອນມີສານເຄມີຕົກຄ້າງ ເຊິ່ງເປັນສານເຄມີຢາ ປາບສັດຕູພືດປະເພດ Fenpropathrin ຫລື Fenopropathin ຊື່ການຄ້າ Danitol/Meothrin ທີ່ປະຊາຊົນຜູ້ໜຶ່ງພົບເຫັນກະປ່ອງຢູ່ແຄມນ້ຳງາວ. ຜ່ານການວິໄຈປາຕາຍຈາກສູນວິໄຈພະຍາດປາທີ່ນ້ຳ ຊ່ວງ, ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ປາຕາຍບໍ່ແມ່ນຍ້ອນເກີດພະຍາດລະບາດ ແຕ່ຍ້ອນສານພິດເຄມີ ປະເພດຢາປາບສັດຕູພືດດັ່ງກ່າວ. ຕາມການໃຫ້ຂໍ້ມູນຂອງທ່ານ ຄຳພັນ ນັນທະວົງ ຫົວໜ້າກົມຄວບຄຸມມົນລະພິດ, ກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມໃນວັນທີ 21 ກຸມພາ 2017 ນີ້ວ່າໄດ້ມີປະຊາຊົນຜູ້ໜຶ່ງຢູ່ບ້ານປຸ່ງນາໜູນ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ໄດ້ໄປພົບເຫັນ ປາຕາຍຈຳນວນຫລວງຫລາຍໃນຕອນກາງຄືນແລ້ວຈຶ່ງເກັບເອົາໄປໄວ້ …
Read More »ງາມຫຼາຍ! ປະມວນພາບ ຫຼິງຫຼິງ ປິຍະດາ ນຸ່ງຊຸດໄໝລາວ…
ຢາກບອກວ່າ ຫຼິງຫຼິງ ປິຍະດາ ອິນທະວົງ ເຫັນຍາມໃດກໍບໍ່ເປີດບໍ່ໜ່າຍເພາະນາງມີຄວາມງາມ ອໍລ້າຈັບຕະຫຼອດເວລາ ຈົນໄດ້ສາຍາມາແລ້ວວ່າເປັນ ສາວປະເພດສອງເບີ 1 ຂອງລາວເຮົາ ແລະ ມື້ນີ້ທາງທີມງາມ ຂວັນໃຈ ເຮົາກໍໄດ້ໄປສ່ອງ Profile ສຸດເລີດຂອງນາງຜ່ານອິນສະຕາແກມ ແຕ່ທີ່ສະດຸດຕາທີມງານເຮົາຫຼາຍທີ່ສຸດກໍໜ້າຈະເປັນທີ່ ຫຼິງຫຼິງ ປິຍະດາ ມັກໂພສຮູບພາບນຸ່ງຊຸດໄໝລາວ ມີຫຼາຍຊຸດຫຼາຍແບບ ຂໍບອກເລີຍວ່າງາມຫຼາຍ ແລະ ເຮົາກໍບໍ່ພາດທີ່ຈະເກັບເອົາຮູບພາບທີ່ ຫຼິງຫຼິງ ໃສ່ຊຸດໄໝລາວງາມໆມາຝາກ ຈະງາມສົມກັບທີມງາມເຮົາຍ້ອງແທ້ບໍ່? ຂໍໄລ້ ຂໍຄອມເມັ້ນຈາກແຟນໆ…ເພື່ອບອກໃຫ້ທາງເຮົາຮູ້ນຳແດ່ເດີ້! #ແຊຣໄປໃຫ້ໂລກຮູ້ວ່າສາວປະເພດສອງບ້ານເຮົາກໍງາມບໍ່ແພ້ຊາດໄດໃນໂລກ ຂໍຂອບໃຈຮູບພາບຈາກ: lingpiyadar
Read More »ສີນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ
ໃນລະຫວ່າງວັນທີ 22-26 ກຸມພາ 2017 ນີ້ ຢູ່ທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ. ໄດ້ຈັດງານວາງສະແດງສີນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ ທົ່ວປະເທດຄັ້ງ I ຂຶ້ນ. ເຊິ່ງມີສີນຄ້າພົ້ນເດັ່ນຂອງລາວ ເຊັ່ນ: ອາຫານພື້ນເມືອງ, ເຄື່ອງດື່ມ, ເຄື່ອງຕົບແຕ່ງ, ເຄື່ອງຫັດຖະກຳ, ຢາພື້ນເມືອງ ແລະ ອື່ນໆອີກ. ນອກຈາກນີ້, ພາຍໃນງານ ຍັງມີການປະກວດ ກະຕ່າຂອງຂວັນສີນຄ້າໂອດ໋ອບ ແລະ ໄດ້ຈັດກອງປະຊຸມຖອດຖອນບົດຮຽນວຽກງານ ໜຶ່ງເມືອງ ໜຶ່ງຜະລິດຕະພັນຂອງລາວ, ຈັດສຳມະນາ ການພັດທະນາຜະລິດຕະພັນລາວ ແລະ ແຂ່ງຂັນຟ້ອນຫລານນ້ອຍ ຂັ້ນອະນຸບານ ແລະ ປະຖົມອີກດ້ວຍ. ທ່ານ ສົມຫວັງ ນິນທະວົງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ການຈັດງານຄັ້ງນີ້ ແມ່ນໄດ້ລວບລວມ ຜູ້ປະກອບການທີ່ໄດ້ຮັບກາໝາຍໂອດ໋ອບ ທົ່ວປະເທດ …
Read More »ນູ່ນີ່ ສາວລາວໃນລາຍການ “Take me out Thailand” ໄດ້ໂພສບອກວ່າ…(ມີຄຣິບ)
ຫຼັງຈາກທີ່ສາວລາວໜ້າຮັກ ນູ່ນີ່ ຂຸນພົນພັກດີ ໄດ້ໄປອອກລາຍ “Take me out Thailand” ຈົນສ້າງກະແສຮືຮາໃນໂລກສັງຄົມອອນລາຍມາແລ້ວ, ຫຼ້າສຸດ ນູ່ນີ່ ນາງກໍໄດ້ໂພສຮູບພາບພ້ອມຄຳອະທິບາຍໃນເຟັກບຸກ ແລະ ອິນສະຕາແກມ ສ່ວນຕົວຂອງນາງວ່າ: “ຝາກຕິດຕາມ ເສົາໜ້າແດ່ເດີ້ ວ່ານູ່ນີ່ຊິໄດ້ຄູ່ເດດ ຫຼື ບໍ່…?” , ຈົນມີແຟນໆຂອງນາງທັງ ລາວ ແລະ ໄທ ອອກມາຄອມເມັ້ນໃຫ້ກຳລັງໃຈນາງແບບລົວໆ… ຈັ່ງໃດກໍເປັນກຳລັງໃຈໃຫ້ເດີ້ ແລະ ເພື່ອນໆທີ່ຢາກຕິດຕາມສາວລາວຄົນນີ້ວ່ານາງຈະໄດ້ໝຸ່ມຄົນໃດໄປເປັນຄູ່ເດດ ກໍຢ່າລືມຕິດຕາມນາງທີ່ລາຍການ “Take me out Thailand” ໃນວັນເສົາ ວັນທີ 25 ກຸມພາ 2017 ນີ້…! #ແຊຣໄປໃຫ້ໂລກຮູ້ວ່າສາວລາວເຮົາງາມຫຼາຍ ສ່ວນໝູ່ເພື່ອນຄົນໃດທີ່ພາດຍັງບໍ່ໄດ້ເບິ່ງຕອນທຳອິດທີ່ສາວ ນູ່ນີ່ ປະກົດຕົວໃນລາຍການສາມາດເບິ່ງຍ້ອນຫຼັງໄດ້ເລີຍ! ที่จริงเฮามักน้าเน็ก น้าโดนสาวนุนีสารภาพรักกลางรายการ ถึงกับออกอาการแบบนี้!! ดูแม่จ๋าอีกคนเถอะ ดูหวงๆนะนั่น #tmo11 #takemeoutthailandถ้าไม่อยากพลาดความสนุกของเทคมีเอาท์ กดนี่ไว้เลย …
Read More »