Breaking News

pou peng

ຕຸກກະຕາຂ້າມເພດ ໂຕທຳອິດຂອງໂລກ

ງານເປີດໂຕກະຕູນເພດຍິງຂ້າມເພດໂຕທໍາອິດຂອງໂລກ ໃນງານເທສະການຂອງຫຼິ້ນນິວຢອກ ທີ່ຈໍາລອງແບບມາຈາກ “ນາງສາວແຈັດ ເຈນນິ່ງ” ນັກກິດຈະກໍາຄົນດັງອາຍຸ 16 ປີ ຜູ້ລົນນະລົງເລື່ອງຄວາມຫຼາກຫຼາຍທາງເພດ ຫຼື LGBTQ ຊຶ່ງເປັນໄວໜຸ່ມຄົນທໍາອິດ ທີ່ໄດ້ຮັບເອກະສານຮັບຮອງຖານະ “ບຸກຄົນຂ້າມເພດ” ຢ່າງເປັນທາງການ. ຊຶ່ງລາວຍັງກ່າວອີກວ່າ: ໂຕກະຕູນໂຕນີ້ເປັນການບອກເລົ່າເລື່ອງດີໆຂອງການເປັນຄົນຂ້າມເພດ ແລະ ລາວເອງເປັນຄົນມັກຫຼິ້ນກະຕູນມາແຕ່ຕອນຍັງນ້ອຍແລ້ວ ເພາະມັນເປັນວິທີທີ່ດີໃນການບອກໃຫ້ພໍ່ແມ່ຮູ້ວ່າລາວເປັນຜູ້ຍິງ ເປັນການສະແດງຕົວຕົນທີ່ສະທ້ອນອອກມາ ຊຶ່ງມັນສໍາຄັນຕໍ່ການປ່ຽນແປງທາງຊີວິດ. ຊຶ່ງກະຕູນຂ້າມເພດຈະວາງຂາຍໃນຕົ້ນເດືອນ ມິຖຸນາ ໂດຍຂາຍທາງອອນໄລ໌ ແລະ ຮ້າຍຄ້າບາງຮ້ານເທົ່ານັ້ນ ໃນລາຄາ 90 ໂດລາ-100 ໂດລາ.

Read More »

ຈ່ອນນີ້ ໜຸ່ມໂສດທີ່ໄປລາຍການ “Take me out Thailand” ໄດ້ຄູ່ແລ້ວ…(ມີຄຣິີບ)

ຮິ້ວໆໆໆ ຊະນີIndy ມີຄວາມຟິນເວີ້ ເພາະວ່າໜຸ່ມໂສດຈາກລາວເຮົາ ຈ່ອນນີ້ ສິຣິວັນ ໄຊຍະສານ ທີ່ໄປລາຍການເລືອກຄູ່ຊື່ດັງ  “Take me out Thailand” ທ້າວໄດ້ຄູ່ເດດເປັນທີ່ຮຽບຮ້ອຍແລ້ວເດີ້ ສາວຄົນນີ້ເປັນສາວໂສດຈາກປະເທດເພື່ອນບ້ານທີ່ມີຊື່ວ່າ ປະນັດດາ ຫຼື ນະດາ, ໂອ່ຍ…ເບິ່ງແລ້ວມີຄວາມອິດສາຄູ່ນີ້ ເພາະທັງສອງມີຄວາມຫວານເວີ້ ໂພສຮູບຄູ່ໃນເຟັກບຸກແບບລົວໆ ແຖມແຟນໆຂອງທັງສອງກໍມີໄປຕາມກົດໄລ້ກົດແຊຣຈົນເປັນກະແສຮືຮາທີ່ສຸດໃນຕອນນີ້ ຈະມີຄວາມຫວານເວີ້ພຽງໄດມາເບິ່ງໄດ້ເລີຍ… ມີຄຣິບມາຝາກໝູ່ເພື່ອນທຸກຄົນນຳເດີ້ ສາມາດເບິ່ງຄຣິບ ໜຸ່ມຈ່ອນນີ້ ແລະ ສາວນະດາ ໄດ້ເລີຍ…         ຂໍຂອບໃຈຮູບພາບຈາກ:​ Johnny Xayyasan   ແລະ  Punnada Nada ຄຣິບຈາກ: Take Me Out Thailand

Read More »

ໄລຍະ 3 ເດືອນການເຂົ້່າ-ອອກຂອງພາຫະນະ, ຜູ້ໂດຍສານຫຼຸດລົງເກືອບ 50%

ໃນທ້າຍອາທິດທີ່ຜ່ານມາ ຢູ່ທີ່ດ່ານພາສີສາກົນ ຂົວມິດຕະພາບ 1 ໄດ້ຈັດກອງປະຊຸມເພື່ອ ສະຫຼຸບຕີລາຄາຄືນ ໃນການຈັດຕັ້ງປະຕິບັດວຽກງານ ຈັດເກັບອາກອນມູນຄ່າເພີ່ມ 10% ໂດຍການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີ ກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ. ການສະຫຼຸບຕີລາຄາ ຄືນການຈັດຕັ້ງປະຕິບັດ ການຈັດເກັບອາກອນມູນຄ່າເພີ່ມ 10% ຈາກເຄື່ອງຂອງຕິດໂຕຜູ້ໂດຍສານ. ທ່ານ ວົງວັນເພັງ ພູມສະຫວັນ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ1 ໄດ້ລາຍງານວ່າ: ຜ່ານການດໍາເນີນການ ຈັດຕັ້ງປະຕິບັດມາໄດ້ 3 ເດືອນ ດ່ານພາສີສາກົນຂົວມິດຕະພາບ 1 ສາມາດສ້າງລາຍຮັບເຂົ້າງົບປະມານໄດ້ ຈໍານວນ 115 ລ້ານກວ່າກີບ, ສະເລ່ຍແລ້ວມື້ໜຶ່ງມີພາຫະນະຂາເຂົ້າ ທີ່ຊື້ເຄື່ອງຂອງມາແຈ້ງ ຊໍາລະອາກອນມູນຄ່າເພີ່ມ 10% ຈໍານວນ ປະມານ 20 ກວ່າຄັນ ແລະ ສາມາດຈັດເກັບລາຍຮັບໄດ້ ປະມານ 1 …

Read More »

ແມດສ໌ ແລະ ໂຕໂນ່ ຮ່ວມເປີດໂຕ GLUTA G-MAZE

  ໃນວັນທີ 19 ກຸມພາ 2017 ຢູ່ສູນການຄ້າວຽງຈັນເຊັນເຕີ້ ນະຄອນຫຼວງວຽງຈັນ, ໄດ້ມີພິທີເປີດໂຕຜະລິດຕະພັນເສີມອາຫານ ຈີເມສ ກູຕ້າ ຈີເມສ (G-MAZE GLUTA G-MAZE) ຢ່າງເປັນທາງການໃນ ສປປ ລາວ, ໂດຍໃຫ້ກຽດເປັນປະທານໂດຍ  ທ່ານ   ສົມບັດ ສິລິພອນວິທະຍາ ຜູ້ອວຍການໃຫຍ່ສູນການຄ້າວຽງຈັນເຊັນເຕີ, ທ່ານນາງ ນຸ່ນ ປານນະພັດ ເກຕຸດີ ກຳມະການຜູ້ຈັດການຜະລິດຕະພັນເສີມອາຫານ ກູຕ້າ ຈີເມສ (GLUTA G-MAZE) ແລະ ທີ່ພິເສດສຸດຍັງໄດ້ມີ ນັກສະແດງ-ນັກຮ້ອງ ຊື່ດັງຂອງປະເທດເພື່ອນບ້ານ ສາວ ແມດສ໌ ພີຣະນີ ຄົງໄທ ແລະ ໜຸ່ມ ໂຕ່ໂນ່ ພາຄິນ ທີ່ທັງສອງໄດ້ມາ ປະເທດລາວ ເຮົາເປັນເທື່ອທຳອິດອີກດ້ວຍ. ພາຍໃນງານຍັງເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ອົບອຸ່ນ ເພາະມີທັງການຈັດກິດຈະກຳຫຼິ້ນເກມເພື່ອຮັບຂອງລາງວັນຢ່າງຫຼວງຫຼາຍ …

Read More »

ຈ່ອນນີ້ ໝຸ່ມລາວໃນລາຍການ “Take me out Thailand” ຝາກມາບອກວ່າ…

ໃກ້ຈະໄດ້ຮູ້ກັນແລ້ວວ່າ ໝຸ່ມໂສດ ຈ່ອນນີ່ ສິຣິວັນ ໄຊຍະສານ  ໝຸ່ມໂສດສຸດເຈົ້າຊູ້ດູດີ ມີດີກຼີເປັນເຖິງຊາຍແບບ ຈາກປະເທດລາວທີ່ໄປເລືອກຄູ່ໃນລາຍການ “Take me out Thailand” ວ່າໜຸ່ມຄົນນີ້ຈະໄດ້ສາວໂສດຄົນໃດໄປອອກເດດ ຫຼື ວ່າຈະຖືກ Black-Out ຫຼືບໍ່? ຫຼ້າສຸດໜຸ່ມ ຈ່ອນນີ້ ກໍໄດ້ໂພສຮູບພາບ ແລະ ຂຽນຄຳອະທິບາຍທີ່ວ່າ: “ວັນສຸກແລ້ວ….ເຮົາມີນັດກັນວັນເສົາເດີ້ໃຜຈະເປັນຄູ່ລຸ້ນນຳຊ່ວຍກັນແນ່“ ແລະ ກໍມີແຟນໆຂອງໜຸ່ມຈ່ອນນີ້ໄປໃຫ້ກຳລັງໃຈ ກົດໄລ້ກົດແຊຣກັນລົວໆ… ຖ້າໃຜຢາກໃຫ້ກຳລັງໃຈໜຸ່ມໂສດຄົນນີ້ວ່າຈະໄດ້ສາວໂສດຄົນໃດໄປອອກເດດ ສາມາດຕິດຕາມໄດ້ເລີຍທີ່ລາຍການ  “Take me out Thailand” ຈະອອກອາກາດໃນວັນທີ 18 ກຸມພາ 2017 ນີ້… ຂໍຂອບໃຈຮູບພາບຈາກ: Johnny Xayyasan

Read More »