ໝຸ່ມລາວເຂົ້າໄປເຮັດວຽກທີ່ ຈັງຫວັດ ຊົນບຸລີ (ປະເທດໄທ) ກາຍເປັນເສດຖີໃໝ່ ເພາະດວງເຮັງຖືກເລກລາງວັນທີ 1 ໄດ້ຮັບເງິນມູນຄ່າ 6 ລ້ານບາດ ແລະ ກຽມພາເມຍກັບປະເທດລາວ ເພື່ອເຮັດອາຊີບກະເສດ ແລະ ໃຊ້ຊີວິດຢ່າງພໍພຽງທີ່ບ້ານເກີດ ວັນທີ 2 ເມສາ 2017 ຜູ້ສື່ຂ່າວຂອງປະເທດໄທລາຍງານວ່າ ຢູ່ທີ່ສະຖານນີຕຳຫຼວດພູທອນ ເມືອງ ຊົນບຸລີ ທ້າວ ບຸນທະວີ ຂຸ່ນວັນທອງ ອາຍຸ 41 ປີ ປະຊາຊົນເມືອງ ປາກເຊ ແຂວງ ຈຳປາສັກ ເຊິ່ງເດີນທາງໄປເຮັດວຽກຢູ່ທີ່ໂຮງງານຮັບອັດດອກຍາງລົດແຫ່ງໜຶ່ງ ມາດົນເກືອບ 10 ປີ, ໄດ້ເດີນທາງມາພ້ອມກັບໝູ່ ພ້ອມນຳພັດສະປອດ ແລະ ບິນເລກ ງວດປະຈຳວັນທີ 1 ເມສາ 2017 ເພາະຕົນເອງໄດ້ຖືກເລກລາງວັນທີ 1 ຈຳນວນ 1 …
Read More »pou peng
ເວົ້າແທ້! ລູກນໍ້າ ສຸດເລີດ…ເບິ່ງແລ້ວລຽບຫຼູ ມີ Style
ມາແລ້ວຈາ ຊະນີIndy ຂາເມົ້າຂາຝອຍ ຄົນເກົ່າກັບມາແລ້ວ ມື້ນີ້ຈະມາອັບເດດຄວາມເຄື່ອນໄຫວຂອງອະດີດ ນາງງາມ ແລະ ເປັນດາລາໃນປັດຈຸບັນ ຜູ້ມີຄວາມສາມາດຫຼາຍຢ່າງ ເປັນໃຜຄົນໃດບໍ່ໄດ້ເລີຍນັ້ນກໍຄື ລູກນໍ້າ ທິດາລັດ ວົງສິຣິ ນັ້ນເອງ ແລະ ສາວຄົນນີ້ກໍງາມຂຶ້ນຫຼາຍ ແບບວ່າໂດດເດັ່ນໃນວົງການບັນເທິງບ້ານເຮົາສຸດໆ ແລະ ຫຼ້າສຸດນາງກໍໄດ້ໂພສຮູບພາບງາມໆ ເບິ່ງແລ້ວດູດີມີ Style ໃນແບບຂອງຕົວເອງ ເບິ່ງແລ້ວກໍງາມລຽບຫຼູດີ ແລະ ຊະນີIndy ບໍ່ໄດ້ມາເວົ້າລ້າໆຊວນໃຫ້ແຟນໆເຊື່ອໄດ ແຕ່ຍັງມີຮູບພາບງາມໆຂອງສາວ ລູກນໍ້າ ຄົນນີ້ມາຝາກນໍາເດີ້…ຊ້າຫຍັງຢູ່ ມາເບິ່ງນຳກັນດ່ວນ!!! #ຢ່າລືມແຊຣໃຫ້ໂລກຮູ້ເຖິງຄວາມສາມາດແລະຄວາມງາມຂອງສາວລາວ ຍັງມີຮູບພາບງາມໆຂອງ ລູກນໍ້າ ມາຝາກຕື່ມ ມາຝາກເພີ່ມນຳນະຈະ ຂໍຂອບໃຈຮູບພາບ: Louknum Vongsili
Read More »ເຂົ້າກວດມະເຮັງເຕົ້ານົມຂັ້ນເລີ່ມຕົ້ນ ບໍ່ເສຍຄ່າໃຊ້ຈ່າຍ
ເນື່ອງໃນໂອກາດ ປີໃຫມ່ລາວ 2017 ໂຮງຫມໍສະໂຫສົດ ຮ່ວມກັບ ສະມາຄົມມະເຮັງເຕົ້ານົມລາວ (ABCD) ຂໍມອບຂອງຂວັນໃຫ້ແມ່ຍິງລາວ ທຸກຄົນທີ່ຕ້ອງການ ກວດຫາມະເຮັງເຕົານົມຂັ້ນເລີ່ມຕົນ. ສຳລັບ ແມ່ຍິງທີ່ອາຍຸ 45 ປີ ແມ່ນບໍ່ເສຍຄ່າໃຊ້ຈ່າຍ ສະຖານທີ່ຢູ່ຫ້ອງປະຊຸມໃຫຍ່ ໂຮງຫມໍສະໂຫສົດ ເວລາ 9:00-15:00 ໂມງ ໃນວັນທີ 13 ເມສາ 2017 ທີ່ຈະມາເຖິງນີ້. ສາມາດຕິດຕໍ່ລົງທະບຽນໄດ້ທີເບີ Whatapp ຫຼື Line 020 77110244, 020 29816209, 020 55618978 ຫຼື ສົ່ງອີເມວ [email protected]
Read More »ງານປະກາດ ແລະ ມອບລາງວັນ “ໂຄງການແຕ້ມຮູບ ລົດໂຕໂຍຕ້າ ໃນຝັນຂອງຂ້ອຍ ປະຈຳປີ 2017”
ໃນວັນທີ 1 ເມສາ 2017 ທີ່ຜ່ານມາ, ບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທ ຈຳກັດ ໄດ້ຈັດໃຫ້ມີ ພິທີມອບ-ຮັບລາງວັນ ລະດັບປະເທດຈາກ ໂຄງການປະກວດແຕ້ມຮູບໃນຫົວຂໍ້ “ລົດໂຕໂຍຕ້າ ໃນຝັນຂອງຂ້ອຍ” ປະຈໍາປີ 2017 ຂຶ້ນ ເພື່ອເປັນການສົ່ງເສີມການສຶກສາໃຫ້ກັບເຍົາວະຊົນລາວ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຮອງສາດສະດາຈານ ປະລິນຍາເອກ ຄຳຜ່າຍ ສີສະຫວັນ ຮອງລັດທະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປະກອນ ວົງວິທະຍາພິຣົມ ປະທານ ຝ່າຍປະຕິບັດການ ສາຍງານຍ່ອຍ ເຂດພູມມິພາກແມ່ນໍ້າຂອງ ບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທ ຈຳກັດ ພ້ອມດ້ວຍຕົວແທນຈຳໜ່າຍໂຕໂຍຕ້າຢ່າງເປັນທາງການ ໃນ ສປປ ລາວ, ຄະນະກຳມະການຜູ້ຊົງຄຸນນະວຸດທິ, ພາກສ່ວນທີ່ກ່ຽວຂອງເຂົ້າຮ່ວມ ແລະ ສື່ມວນຊົນເປັນຈຳນວນຫຼວງຫຼາຍ. …
Read More »ປູນາ ນາງເອກ MV ເພງທີ່ກຳລັງມາແຮງທີ່ສຸດໃນຕອນນີ້!!!
ປູນາ ອາລິນ່າ ສີວົງໄຊ ນາງເອກ Music Video ເພງ “ຍອມ” ຂອງໜຸ່ມ Tou Hero ທີ່ພໍແຕ່ປ່ອຍເພງກໍສ້າງປະກົດການມີຄົນເວົ້າເຖິງເພງນີ້ເປັນຈຳນວນຫຼວງຫຼາຍ ເພາະນອກຈາກເນື້ອຮ້ອງທີ່ກິນໃຈຄົນໃນສັງຄົມປັດຈຸບັນແລ້ວ ຍັງມີອີກໜຶ່ງຢ່າງທີ່ສາມາດດຶງດູດຜູ້ຄົນເຂົ້າໄປເບິ່ງເພງນີ້ກໍຄື ນ້ອງ ປູນາ ນາງເອກ MV ເພາະສາວຄົນນີ້ມີດີກຼີເປັນເຖິງນັກຮ້ອງສາວສຽງດີຢູ່ທີ່ຮ້ານບັນເທິງຊື່ດັງແຖວສີຫອມ ແລະ ຍັງເປັນເນັດໄອດໍ້ສາວທີ່ມີຄົນຕິດຕາມເປັນຈຳນວນຫຼວງຫຼາຍ ແລະ ພໍແຕ່ນາງໄດ້ມາສະແດງເພງດັ່ງກ່າວກໍບອກເລີຍວ່າເຮັດໄດ້ດີຫຼາຍ ຫຼາຍໆຄົນຕ່າງພາກັນຍ້ອງວ່ານາງສະແດງໄດ້ດີ ເຖິງໃຈເຖິງອາລົມ ເຮັດໃຫ້ມີຄວາມອິນໄປຕາມໆກັນ, ຈົນຫຼາຍໆຄົນບອກເປັນສຽງດຽວກັນວ່າ ປູນາ ນິແຫຼະທີ່ເປັນນາງເອກ MV ທີ່ມາແຮງທີ່ສຸດໃນຕອນນີ້!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດແລະຄວາມໜ້າຮັກຂອງສາວລາວ ຮູບພາບຈາກ: Alina Sivongxay
Read More »