Breaking News

pou peng

ແອນນິຕ້າ ທິວາພອນ ເຖິງຈະມີລູກແລ້ວຍັງງາມ!!!

  ແອນນິຕ້າ ທິວາພອນ ດາລາ-ນັກຮ້ອງ ຜູ້ມີຄວາມສາມາດຫຼາກຫຼາຍຢ່າງ ເວົ້າໄດ້ເລີຍວ່າເປັນ Superstar ແຖວໜ້າຂອງບ້ານເຮົາເລີຍກໍວ່າໄດ້ ແຕ່ແຟນໆຮູ້ບໍ່ວ່າສາວຄົນນີ້ນາງມີຄອບຄົວທີ່ອົບອຸ່ນ ແລະ ມີລູກສາວໜ້າຮັກໆເຖິງ 2 ຄົນຄືນ້ອງ Nora ແລະ ນ້ອງ Elsa ແຕ່ກ່ອນກໍບໍຄ່ອຍທີ່ຈະເຫັນສາວ ແອນນິຕ້າ ພາລູກໆອອກສື່ພໍເທົ່າໃດ ແຕ່ບໍ່ດົນມານີ້ນາງກໍໄດ້ພາລູກສາວອອກງານຕ່າງໆ ແລະ ລູກໆຂອງ ແອນນິຕ້າ ກໍໜ້າຮັກຫຼາຍ ມີຄວາມຄ້າຍຄືຜູ້ເປັນແມ່, ຈົນ ຊະນີIndy ອົດບໍ່ໄດ້ທີ່ຈະນຳເອົາຮູບພາບໜ້າຮັກໆລະຫວ່າງ ແມ່ແລະລູກ ມາຝາກແຟນໆ. ປາດດດດ!!! ມີລູກ 2 ຍັງງາມພຽງນີ້ ຫວ່າງໆຝາກສາວ ແອນນິຕ້າ ມາບອກເຄັດລັບຄວາມງາມດີໆໃຫ້ ຊະນີIndy ແລະ ແຟນເພສ ເວັບໄຊ້ ຂວັນໃຈ ແດ່ເດີ້!!!  ຮູບພາບຈາກ: Annita Thivaphone

Read More »

5 ຮ້ານອາຫານ ນັ່ງຫຼິ້ນ ພ້ອມກັບບັນຍາກາດສຸດເລີດ!

ກ່ອນຈະຮອດບຸນປີໃໝ່ລາວ ເພື່ອນໆ Kuanjai Foodie ມີຮ້ານອາຫານ ທີ່ດີໆ ແຊບໆ ບັນຍາກາດສຸດເລີດ ເພື່ອໄປສ້າງສັນກັບຄອບຄົວ, ໝູ່ເພື່ອນ ແລະ ຄົນຮັກ ແລ້ວຫຼືບໍ່?      ນີ້ເລີຍ!!   ມື້ນີ້!  ທາງ Kuanjai Foodie ຈະໄດ້ມາຈັດອັນດັບ TOP 5 ຮ້ານອາຫານທີ່ສຸດແຊບ, ບັນຍາກາດດີໆ ຢູ່ໃນຕົວເມືອງນະຄອນຫຼວງວຽງຈັນ ປະຈຳເດືອນ ມີນາ 2017 ນີ້ ມາແນະນຳໃຫ້ເພື່ອນໆໄດ້ຮູ້ຈັກເພື່ອໄວ້ເປັນຕົວເລືອກໃນການຮັບປະທານອາຫານທີ່ດີທີ່ສຸດ. ຮ້ານອາຫານ 3434  ຫາກທ່ານກຳລັງຊອກຫາຮ້ານອາຫານທີ່ແຊບ! ເສບດົນຕີສົດ! ການບໍລິການທີ່ເປັນກັນເອງ! ມີໂປຣໂມຊັ່ນໃໝ່ໆ ສຳລັບທຸກເທສະການ ໃຫ້ລູກຄ້າຕື່ນເຕັ້ນໄດ້ຕະຫຼອດທັງປີ ຕ້ອງຮ້ານ 3434 .  ຕອນກາງເວັນ ຈະເປັນຮ້ານອາຫານປະເພດອາຫານຕາມສັ່ງ ລູກຄ້າສາມາດມານັ່ງພັກຜ່ອນ, ກິນອາຫານແຊບໆ, ດື່ມກາເຟເຢັນໆພ້ອມກັບມາໃຊ້ບໍລິການລ້າງອັດສີດລົດກໍໄດ້. ສ່ວນຕອນແລງ ຮ້ານຈະເປັນຮູບແບບຄາເຟ່ ອາຫານປະເພດຂອງແກ້ມ …

Read More »

ຈັນແກ້ວ ຮູບເງົາຈາກແຂວງຫຼວງພະບາງ ໄດ້ຮັບລາງວັນ “ຮູບເງົາສັ້ນດີເດັ່ນ”

  ຈັນແກ້ວ ຮູບເງົາຈາກແຂວງຫຼວງພະບາງ ໄດ້ຮັບລາງວັນ “ຮູບເງົາສັ້ນດີເດັ່ນ” ຈາກເວທີ Vientianale FilmFestival 2017 ທີ່ຈັດຂຶ້ນໃນວັນທີ 22-26 ມີນາ 2017 ທີ່ຜ່ານມາ, ຮູບເງົາສັ້ນເລື່ອງນີ້ສ້າງຂຶ້ນໂດນທີມງານ XIENG DONG FILM ເປັນຮູບເງົາທີ່ພວກເຂົາມີຄວາມພູມໃຈ ແລະ ປະທັບໃຈໃນການສ້າງຂື້ນມາ ເຖິງຈະເປັນພຽງເລື່ອງສັ້ນແຕ່ກໍເປັນຄວາມພະຍາຍາມທີ່ພວກເຂົາທຸກຄົນລວມທັງນັກສະແດງທຸ້ມເທ ແລະ ຕັ້ງໃຈຫຼາຍ. #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ ມາເບິ່ງ! ຮູບເງົາສັ້ນເລື່ອງ “ຈັນແກ້ວ” ໄດ້ເລີຍ!!! Short Film Chan keo. Filmmaker by Xeingdong Film Best Film win… (Full Version" Chan Keo "Short film. Best Film The Winner in Vientianale FilmFestival …

Read More »

ຄືນນີ້!!! ຖົ່ວລຽນ ຖອດໜ້າກາກແນ່ນອນ…

  ໜ້າກາກ ຖົ່ວລຽນ Champ of the Champ ຂອງລາຍການແຂ່ງຂັນເພງຍອດນິຍົມ The Mask Singer , ຫຼັງຈາກທີ່ອາທິດກ່ອນເປີດສຶກແຂ່ງຂັນເພງກັນຢ່າງດຸເດືອດກັບ ໜ້າກາກ ກາດຳ ຈົນສາມາດຊະນະເລີດ ແລະ ເຊື່ອວ່າທຸກໆຄົນກໍຕ້ອງລໍຖ້າລຸ້ນວ່າພາຍໃຕ້ໜ້າກາກຖົ່ວລຽນນັ້ນຈະເປັນນັກຮ້ອງ ຫຼື ດາລາດັງຄົນໃດ ແລະ ມາຖ້າລຸ້ນໄປພ້ອມໆກັນໃນຄືນມື້ນີ້ ເວລາ 20:00 ໂມງ ສຳລັບ ໜ້າກາກ ຖົ່ວລຽນ ນອກຈາກນໍ້າສຽງຮ້ອງເພງທີ່ມ່ວນ ແລະ ຄວາມສາມາດໂດດເດັ່ນແລ້ວ ຍັງມີສາຍາວ່າ “ຕະມຸຕະມິ” ເພາະດ້ວຍບຸກຂະລິກ ນິໃສ ການວາງຕົວ ເປັນຄົນໜ້າຮັກ ມັກເວົ້າຍອກໃຍກັບກຳມະການ ແຖມມັກອ້ອນແຟນໆຈົນເຮັດໃຫ້ໄດ້ຮັບຄວາມນິຍົມ ແລະ ເຖິງຂັ້ນຖືກໂຫວດຈົນໄດ້ຮັບ Champ of the Champ ໃນການແຂ່ງຂັນໃນເທື່ອນີ້. ໃນເວລາທີ່ລໍຖ້າລອງມາຟັງເພງຮິດຂອງ ໜ້າກາກ ຖົ່ວລຽນ ໄປກ່ອນເດີ້ແຟນໆທີ່ໜ້າຮັກທຸກຄົນ!!! ຮູບພາບ: The Mask Singer …

Read More »

ແອບສ່ອງ! ເຮືອນຫໍສຸດຫຼູຫຼາຂອງ ແອັບເປີ້ນ&ຟຸກ ຄູ່ຮັກດາລາສາວລາວ-ບ່າວໄທ!!!

  ຮືຮາກັນທົ່ວບ້ານທົ່ວເມືອງຫຼັງຈາກທີ່ຄູ່ຮັກດາລາດັງ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຸກ ຈິຣະ ຄູ່ຮັກດາລາສາວລາວ-ບ່າວໄທ ທີ່ຄົບຫາເບິ່ງໃຈກັນມາຢ່າງດົນນານເປັນເວລາເຖິງ 10 ປີ ແລະ ຫຼ້າສຸດທັງສອງກໍໄດ້ປະກາດຂ່າວດີວ່າກຳລັງຈະຈັບມືກັນເຂົ້າພິທີແຕ່ງດອງໃນ ວັນທີ 3 ພະຈິກ 2017 ໃນທ້າຍປີທີ່ຈະມາເຖິງນີ້, ຈົນເຮັດໃຫ້ມີແຟນໆໃຫ້ຄວາມສົນໃຈ ແລະ ຮ່ວມສະແດງຄວາມຍິນດີກັບທັງສອງຄົນເປັນຈຳນວນຫຼວງຫຼາຍ ແລະ ໃນມື້ນີ້ ຊະນີIndy ກໍບໍ່ເຄີຍເຮັດໃຫ້ແຟນໆຜິດຫວັງ ເພາະໄດ້ໄປຊອ໋ກແຊກຊອກຫາຂໍ້ມູນເດັດໆມາຝາກນັ້ນກໍຄື ເຮືອນຫໍຂອງທັງສອງບອກເລີຍວ່າຫຼູຫຼາອະລັງການງານສ້າງແນ່ນອນ, ເອົ້າ!!! ຈະອະລັງການພຽງໃດ ມາເບິ່ງກັນແບບອີ່ມຫູອີ່ມຕາກັນເລີຍ… ใกล้แล้วๆๆๆ คิคิ @fluke_jira @piggyminiberry เก็บ defect กันต่อปายยย A post shared by แอปเปิ้ล สีสะเหงียน สีหาราช ? (@appleminiberry) on Mar 24, 2017 …

Read More »