ເປີດໂຕຢ່າງເປັນທາງການໄປເປັນທີ່ຮຽບຮ້ອຍແລ້ວສຳລັບຮູບເງົາເລື່ອງ “ວັນຄົບຮອບ” ເຊິ່ງກຳກັບໂດຍຜູ້ກຳກັບຄົນເກັ່ງຄື JoJo Miracle ແລະ ຍັງມີບັນດາຄົນວົງການບັນເທິງຂອງລາວເຮົາ ເຂົ້າຮ່ວມຈຳນວນຫຼວງຫຼາຍເຊັ່ນ: ໄກ່ ໂອເວີ້ແດ໋ນ, ເຈ້ຍ ປາຊີຟິກ, ລູກນໍ້າ ທິດາລັດ, ຕ້າ Apacts, ນຸຖາ ລາດສະວົງເລົາ, ໂອລ່າ ຄຳປະສົງ, ແອນນິຕ້າ, ອະເລັກ LOG, ປ໋ອກ ແສງມະນີ, Dj ອາມມີ່, ຄຣິດຕິນ້າ, ແລະ ຍັງມີອີກຫຼາຍໆທ່ານທີ່ເຂົ້າຮ່ວມງານໃນຄັ້ງນີ້, ສ່ວນບັນຍາກາດພາຍໃນງານຈະເປັນຢ່າງໃດ ລອງໄປເບິ່ງຮູບພາບທີ່ທາງທີມງານເຮົາໄດ້ລວບລວມມາຝາກແຟນໆກັນເລີຍ. ຂໍຂອບໃຈຮູບພາບຈາກ: Tar Apacts Thavixay, Kai Overdance, Annita Chanthrasomboune, Khampasong Thirasack, Maminé Pockyy, Jear Pacific, Pj Nutha, Aleqs Log
Read More »pou peng
ມີໂຄງການດີໆມາບອກໝູ່ເພື່ອນ ເປີດຮັບສະໝັກນັກສຶກສາໄປຮຽນຕໍ່ USA
ທ່ານສົນໃຈຢາກໄປຮຽນແລກປ່ຽນທີ່ສະຫະລັດອາເມລິກາບໍ່? ໂຄງການ YSEALI Professional Fellow 2017 ເປີດຮັບສະຫມັກແລ້ວ! ຢ່າລືມກົດໄລ້ ກົດແຊຣ ໃຫ້ໝູ່ເພື່ອນໄດ້ຮູ້ນຳກັນເດີ້! ຖ້າໝູ່ເພື່ອນທ່ານໃດມີອາຍຸລະຫວ່າງ 25-35 ປີ, ສະໝັກເລີຍເພື່ອຮຽນຮູ້ ແລະ ສຶກສາໃນຂົງເຂດເສດຖະກິດ ຢູ່ທີ່ສະຫະລັດອາເມລິກາ ເປັນໄລຍະເວລາ 5 ອາທິດ ໃນວັນທີ່ 10 ຕຸລາ ຫາ ວັນທີ່ 17 ພະຈິກ. ທ່ານສາມາດອ່ານລາຍລະອຽດເພີ່ມຕື່ມໄດ້ທີ່ https://goo.gl/XdCQMY ແລະ ສາມາດສະໝັກອອກລາຍໄດ້ຕາມລິ້ງນີ້ເລີຍ https://ais.americancouncils.org/pfp. ຢ່າພາດໂອກາດດີໆແບບນີ້ເດີ້! ປິດຮັບສະຫມັກວັນທີ່ 7 ເມສາ 2017 ນີ້! ຂໍຂອບໃຈຂໍ້ມູນ ແລະ ຮູບພາບຈາກ: U.S. Embassy Vientiane
Read More »ບົດເພງ: “ຍອມ” ຈາກ Tou Hero
Update ເພງສະຕຣິງລາວໃໝ່ຫຼ້າສຸດກັນແດ່ກັບບົດເພງ “ຍອມ” ຂອງໝຸ່ມ Tou Hero ເຊິ່ງບົດເພງນີ້ເປັນບົດເພງທີ່ບອກໄດ້ຄຳດຽວເລີຍເພາະວ່າຍອມ… ສົມກັບຊື່ເພງ ເພາະວ່າພໍແຕ່ປ່ອຍເພງນີ້ໄດ້ບໍ່ເຖິງອາທິດກໍມີແຟນເພງຂອງໝຸ່ມ Tou Hero ເຂົ້າມາກົດໄລ້ກົດແຊຣ ຄອມເມັ້ນ ກັນຢ່າງລົ້ນເຫຼືອ, ສ່ວນເນື້ອຫາ ແລະ MV ຂອງເພງດັ່ງກ່າວກໍເຖິງໃຈເຖິງອາລົມແທ້ໆ ບໍ່ເຊື່ອແຟນໆລອງມາເບິ່ງກັນວ່າຈະສົມກັບຄຳວ່າ “ຍອມ” ສົມກັບຊື່ເພງແທ້ບໍ່? #ກົດໄລ້ກົດແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ ທີ່ມາຈາກ: HERO MUSIC Official
Read More »ມາແລ້ວ! ເມນູໃໝ່ປະຈຳໜ້າຮ້ອນ “ໝາກມ່ວງອົກລ້ອງທອງ ຊັນເດ” ຈາກຮ້ານ Swensen’s Laos
ເປີດໂຕຢ່າງເປັນທາງການແລ້ວ ສຳລັບກະແລັມລົດຊາດໃໝ່ຫຼ້າສຸດ “ໝາກມ່ວງອົກລ້ອງທອງ ຊັນເດ” ຈາກຮ້ານກະແລັມຍອດນິຍົມ Swensen’s Laos ເຊິ່ງໃນໜ້າຮ້ອນປີນີ້ຈະມີ 2 ລົດຊາດໃໝ່ຄື ແມງໂກ້ ອົກລ້ອງທອງ ແລະ ແມງໂກ້ ຊອດເບທ໌ ແລະ ຈະເສີບມາເປັນເມນູເຖິງ 6 ເມນູເຊັ່ນ: ແມງໂກ ດີໄລ້ (Mango Delight), ແມງໂກ້ໂບດ (Mango Boat), ແມງໂກ້ ເຮີລີເຄນ (Mango Hurricane), ແມງໂກ້ ສະມູດຕີ້ (Mango Smoothie), ແມງໂກ້ ເຄຣັບ (Mango Crepe), ແມງໂກ້ ທີໂອ້ (Mango Trio) ແລະ ລາຄາກໍເລີ່ມຕົ້ນຕັ້ງແຕ່ 28.000 ພັນກີບໄປຈົນເຖິງ 65.000 ພັນກີບ ຈາກການສຳພາດ ທ່ານ ນິກອນ ທ່ຽງທຳ …
Read More »ມາເບິ່ງ! Life Style ຂອງ ຫຼິງຫຼິງ ປິຍະດາ ສາວປະເພດສອງອັນດັບໜຶ່ງ!
ບໍ່ວ່າຈະເບິ່ງຍາມໃດສາວ ຫຼິງຫຼິງ ປິຍະດາ ສາວປະເພດສອງອັນດັບໜຶ່ງຂອງລາວເຮົາກໍມີຄວາມງາມ ໜ້າຮັກ ມີຄວາມລຽບຫຼູດູດີຢູ່ຕະລອດເວລາ, ໃນມື້ນີ້ ຊະນີIndy ກໍມີໂອກາດໄດ້ໄປສ່ອງ IG ຂອງດາລາ-ນັກສະແດງສາວຄົນນີ້ ເລີຍເຫັນ Life Style ສຸດເລີດ…ຂອງນາງ ບໍ່ວ່າຈະເປັນການໃຊ້ຊີວິດເພາະນາງມັກໂພສຮູບພາບໄປທ່ອງທ່ຽວໃນສະຖານທີ່ ແລະ ປະເທດຕ່າງໆ ແຖມເສື້ອຜ້າໜ້າຜົມນາງກໍມີຄວາມງາມຄົບເຄື່ອງຢູ່ຕະຫຼອດເວລາ ບອກໄດ້ເລີຍວ່າສາວຄົນນີ້ນອກຈາກຈະມັກຄວາມສວຍຄວາມງາມສົມກັບເປັນສາວປະເພດສອງອັນດັບໜຶ່ງຂອງບ້ານເຮົາແລ້ວ ນາງຍັງມັກການທ່ອງທ່ຽວເປັນຊີວິດຈິດໃຈ #ແຊຣໄປໃຫ້ໂລກຮູ້ວ່າສາວສອງບ້ານເຮົາເລີດ…ສຸດໆ #ท่านั่งของลิงลิง??? A post shared by I'm Lingling Piyadar(laos) (@lingpiyadar) on Mar 21, 2017 at 7:17pm PDT ใช้ชีวิตในฝัน ฝันที่เป็นจริง ? A post shared by I'm Lingling Piyadar(laos) (@lingpiyadar) on Mar …
Read More »