ສົມຈັນ ຝຣັ່ງເວົ້າລາວ ເຊື່ອວ່າແຟນເພສຫຼາຍໆທ່ານກໍຄົງຈະຮູ້ຈັກກັບໜຸ່ມຝຣັ່ງສັນຊາດ ອາເມຣິກາ ຄົນນີ້ ເພາະທ້າວມີຄວາມໂດ່ງດັງມາຈາກຄລິບຕ່າງໆທີ່ໄດ້ໂພສລົງທາງເພສ Facebook ຂອງ ສົມຈັນ ເອງ, ແຕ່ຖ້າແຟນໆທ່ານໃດທີ່ຍັງບໍ່ຮູ້ວ່າໜຸ່ມ ຝຣັ່ງ ຄົນນີ້ແມ່ນໃຜ ຊະນີIndy ກໍໄດ້ໄປສືບມາແລ້ວວ່າ ໜຸ່ມຄົນນີ້ມີຊື່ແທ້ວ່າ: Gabriel Kupeman ແຕ່ສ່ວນຫຼາຍຄົນລາວເຮົາຈະຮູ້ທ້າວໃນນາມວ່າ ສົມຈັນ, ເປັນຜູ້ກໍ່ຕັ້ງ ບຸນມະໂຫລານ ຮູບເງົາຫຼວງພະບາງ (Luang Prabang Film, Festival) ເປັນຄົນສັນຊາດ ອາເມຣິກາ ຈາກລັດ ວໍຊິງຕັນ ດີຊີ, ຍ້າຍມາຢູ່ລາວຕັ້ງແຕ່ປີ 2008 ເພື່ອມາຊ່ວຍພັດທະນາອຸດສາຫະກຳຮູບເງົາ, ປັດຈຸບັນອາໄສຢູ່ ແຂວງ ຫຼວງພະບາງ. ຊະນີIndy ເບິ່ງຄລິບ ໜຸ່ມຝຣັ່ງ ສົມຈັນແລ້ວ ຮູ້ສຶກວ່າມີຄວາມໜ້າຮັກດີ ເພາະເວົ້າສຳນຽງລາວຢ່າງຊັດຖ້ອຍຊັດຄຳ ເລີຍນຳມາຝາກແຟນເພສ ລອງມາເບິ່ງກັນເບິ່ງເດີ້ ວ່າຈະໜ້າຮັກແທ້ບໍ່ນໍ… ? ? …
Read More »pou peng
ຄ່າອິນເຕີເນັດຜ່ານໂທລະສັບ ຖືກປັບລາຄາໃໝ່
ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ອອກຂໍ້ຕົກລົງ ໃໝ່ໃນວັນທີ 13/03/2017 ນີ້ ວ່າດ້ວຍການກຳນົດອັດຕາຄ່າໂທລະຊັບ, ອິນເຕີເນັດ ແລະ ລັກການສົ່ງເສີມການຂາຍ. ເຊິ່ງຈຸດປະສົງກໍ່ແມ່ນເພື່ອການກຳນົດລະບຽບ ແລະ ມາດຕະການ, ໃນການກຳນົດອັດຕາຄ່າໂທລະສັບ, ອິນເຕີເນັດ ແລະ ຫຼັກການສົ່ງເສີມການຂາຍ ເພື່ອຮັບປະກັນໃຫ້ການບໍລິການດ້ານໂທລະສັບ ແລະ ອິນເຕີເນັດໃຫ້ມີປະສິດທິພາບ, ປະສິດທິຜົນສູງ ແນໃສ່ການຮັບປະກັນການແຂ່ງຂັນທີ່ເປັນທຳ, ມີຄວາມໂປ່ງໃສ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ໄຊ້ບໍລິການ ທົ່ວປວງຊົນ. ເຊິ່ງຄ່າບໍລິການ ອິນເຕີເນັດຜ່ານໂທລະສັບມືຖືຈະ ແມ່ນ 150ກີບ/MB ແລະ ຖ້າເປັນລະບົບ ຮູບແບບແພັກເກັດ ຜ່ານຊີມໂທ ລາຄາຕ່ຳສຸດ ທີ່ 40 ກີບ/MB ຖ້າຜ່ານຊີມເນັດແມ່ນ 10 ກີບ/MB ລາຍລະອຽດຂໍ້ຕົກລົງຕາມລິງລຸ່ມນີ້: ຂອບໃຈຂໍ້ມູນຈາກ: ຈົດໝາຍເຫດທາງລັດຖະການ ແຫ່ງ ສປປ …
Read More »ແພນເຄັກ ໂພສຂອບໃຈແຟນໆຊາວລາວ ພ້ອມຈັດງານ Meet and Greet ບັນຍາກາດເຕັມໄປດ້ວຍຄວາມອົບອຸ່ນ!!!
ແພນເຄັກ ເຂມມະນິດ ຈາມິກອນ ດາລາ-ນາງແບບແຖວໜ້າ ຈາກປະເທດໄທ ໂພສຂອບໃຈແຟນຊາວລາວໃນອິນສະຕຣາແກຼມສ່ວນຕົວ ໃນວັນທີ 19 ມີນາ 2017, ພ້ອມທັງຈັດງານ Meet and Greet ໃຫ້ແຟນໆໄດ້ໃກ້ຊິດກັນຢ່າງອົບອຸ່ນ ແລະ ດາລາຊື່ດັງຍັງໄດ້ໂພສຄລິບກິນເຂົ້າຈີ່ປາເຕ້ຂອງລາວເຮົາເປັນເທື່ອທຳອິດ ພ້ອມທັງບອກວ່າແຊບຫຼາຍ ກິນເທື່ອດຽວເຖິງຂັ້ນຕິດໃຈ, ຍັງບໍ່ໝົດນາງຍັງມີຄວາມດີໃຈທີ່ແຟນຄຣັບຊາວລາວມອບສິ້ນຜືນງາມເປັນຂອງຝາກໃຫ້ດາລາສາວກັບບ້ານ ແລະ ນາງຍັງສັນຍາວ່າຖ້າມີໂອກາດໄດ້ມາ ປະເທດລາວ ອີກນາງກໍຈະນຸ່ງສິ້ນຜືນງາມມາໃຫ້ເບິ່ງແນ່ນອນ. Lovely time with all fans ka. Thank you for coming na ka. ขอบใจหลายหลายเด้อ!!!! ?????????? #khemanito #pancakekhemanitofficial A post shared by PANCAKE KHEMANIT JAMIKORN (@khemanito) on Mar 18, …
Read More »ເລັ່ງປັບປຸງ ການບໍລິການ ລົດເມ ສາທາລະນະ
ທ່ານ ຄໍາພູນ ເຕເມຣາດ ອໍານວຍການ ລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວ ໃນທ້າຍອາທິດທີ່ຜ່ານມາວ່າ: ເພື່ອແນ່ໃສ່ປັບປຸງການຂົນສົ່ງ ສາທາລະນະ ໃນນະຄອນຫຼວງວຽງຈັນ ພ້ອມທັງປັບປຸງລະບົບ ການຄຸ້ມຄອງຂອງລັດວິສາຫະກິດ ລົດເມ ຄືນໃໝ່ ເພື່ອເຮັດໃຫ້ການ ບໍລິການມວນຊົນ ດີຂຶ້ນ ແນ່ໃສ່ເຮັດໃຫ້ມວນຊົນ ຫຼຸດຜ່ອນການນໍາໃຊ້ລົດສ່ວນຕົວ ຫັນມານໍາໃຊ້ລົດສາທາລະນະ ໃຫ້ຫຼາຍຂຶ້ນ. ໂດຍໄດ້ສືບຕໍ່ໂຄງການ ປັບປຸງໄລຍະ II ໃຫ້ບໍລິການສັງຄົມ ມີຄວາມວ່ອງໄວ, ປອດໄພ, ລາຄາປະຢັດ ແລະ ຂະຫຍາຍເສັ້ນທາງບໍລິການ ໃຫ້ກວ້າງຂວາງ ເພື່ອຊ່ວຍຫຼຸດຜ່ອນບັນຫາ ການສັນຈອນແອອັດ ໃນຕົວເມືອງ ແລະ ອຸບັດເຫດຕາມທ້ອງຖະໜົນ ໃຫ້ຫຼຸດລົງເທື່ອລະກ້າວ. ພາຍໃຕ້ອົງການ JICA ປະເທດຍີ່ປຸ່ນ ແຕ່ປີ 2016-2018, ເຊິ່ງລັດວິສາຫະກິດລົດເມ ຈະນໍາໃຊ້ລົດເມໃໝ່ ຈໍານວນ 34 ຄັນທີ່ໄດ້ຮັບການຊ່ວຍເຫຼືອ ຈາກນະຄອນຫຼວງກຽວໂຕ ປະເທດຍີ່ປຸ່ນ. …
Read More »ມ່ວນຫຼາຍ!!! Joss Stone ສິລະປິນສາວຊື່ດັງລະດັບໂລກ Cover ເພງ “ຈໍາປາເມືອງລາວ” (ມີ Clip)
ສິລະປິນສາວສັນຊາດ ອັງກິດ Joss Stone ນັກຮ້ອງ-ສິລະປິນລະດັບໂລກ Cover ເພງ “ຈຳປາເມືອງລາວ” ຮ່ວມກັບ ໂຈ ພູມະໂນ ສິລະປິນໜຸ່ມລາວ, ເຊິ່ງບົດເພງ “ຈຳປາເມືອງລາວ” ເປັນບົດເພງປະຈຳຊາດຂອງລາວເຮົາ ແລະ ເປັນອີກບົດເພງໜຶ່ງທີ່ມ່ວນຫຼາຍຈົນເຮັດໃຫ້ Joss ມີຄວາມສົນໃຈໃນບົດເພງນີ້ ແລະ Cover ບົດເພງ “ຈຳປາເມືອງລາວ” ແລ້ວປ່ອຍລົງໃນ YouTube ເພື່ອໃຫ້ຜູ້ຄົນໄດ້ເຫັນກັນທົ່ວໂລກ. Joss Stone ເປັນນັກຮ້ອງສິລະປິນຍິງທີ່ມີພະລັງສຽງຊົງພະລັງ ແລະ ມີຊື່ສຽງລະດັບໂລກ ໂດຍເພງຮິດຂອງສາວຄົນນີ້ກໍມີຫຼາຍບົດເພງເຊັ່ນ: Stuck On You, The Love We Had, You Had Me, It’s a Man’s World ແລະ ຍັງມີອີກຫຼາຍຫຼາຍບົດເພງທີ່ມ່ວນ, ຫຼ້າສຸດນັກຮ້ອງສາວ Joss Stone …
Read More »