ເປັນຄູ່ຮັກ Idol ເລີຍກໍວ່າໄດ້ສຳລັບ ແອບເປີ້ນ ສີສະຫວຽນ (ນັກສະແດງ-ພິທີກອນຊື່ດັງຂອງລາວເຮົາ) ແລະ ຟຸກ ຈິລະ (ນັກຮ້ອງ-ນັກສະແດງຂອງປະເທດໄທ) ທີ່ຄົບຫາກັນມາຢ່າງຍາວນານກວ່າ 10 ປີ ແລະ ຫຼ້າສຸດໜຸ່ມ ຟຸກ ກໍໄດ້ອອກມາເປີດເຜີຍຂ່າວດີວ່າທັງສອງໄດ້ເລິກງາມຍາມດີ ຈັດພິທີງານແຕ່ງດອງໃນວັນທີ 3 ພະຈິກ 2017 ທີ່ຈະມາເຖິງນີ້, ເຊິ່ງພິທີໃນງານມົງຄົນສົມລົດທີ່ຈະຈັດຂຶ້ນໄວໆນີ້ ໜຸ່ມ ຟຸກ ຍັງເປີດເຜີຍອີກວ່າຈະຈັດຂຶ້ນທີ່ເຮືອນຫໍຂອງທັງສອງໃນເຂດ ບາງນາ (ປະເທດໄທ) ຈະຈັດເປັນ 3 ປະເພນີເຊັ່ນ: ປະເພນີແບບໄທ (ຕັກບາດ-ແຫ່ຂັນໝາກ), ປະເພນີແບບ ຈີນ (ປະເພນີຍົກນໍ້າຊາ) ແລະ ປະເພນີແບບລາວຄື ບາສີ-ສູ່ຂວັນ, ຄາດວ່າໃນງານຈະໃຊ້ຊຸດທັງໝົດ 4 ຊຸດດ້ວຍກັນ. ຢ່າງໃດ ເວັບໄຊ້ ຂວັນໃຈ ແລະ ແຟນໆ ກໍຂໍສະແດງຄວາມຍິນດີກັບທັງສອງຄົນນຳເດີ້ ຂໍໃຫ້ມີຄວາມສຸກ ມີລູກເຕັມບ້ານຫຼານເຕັມເມືອງ …
Read More »pou peng
ນາງແບບ-ນາຍແບບ ຈາກລາວຮ່ວມເດີນແບບທີ່ປະເທດໄທ
ນາງແບບ ແລະ ນາຍແບບ ຈາກປະເທດລາວເຮົາ ຈາກຄ້າຍ First Modeling ຮ່ວມເດີນແບບໃນງານ “ເທສະການຮູບເງົາເມືອງແຄນ” ຄັ້ງທີ 3 ທີ່ຈັງຫວັດ ຂອນແກ່ນ ປະເທດໄທ, ເຊິ່ງໃນງານເຕັມໄປດ້ວຍການເດີນແບບສຸດອະລັງການຂອງນາງແບບ ນາຍແບບ ຈາກລາວ ແລະ ໄທ, ສຳລັບນາງແບບ-ນາຍແບບ ຈາກລາວເຮົານັ້ນນຳທີມໂດຍ ເມ ວະລິສະລາ ຕັງສຸວັນ,ເບບີ້ ປິຍະມາດ, ຈ່ອນນີ່ ໄຊຍະສານ, ມິມີ່ ພູນຊັບ ແລະ ຍັງມີນ້ອງໆນາງແບບ-ນາຍແບບ ອີກຈຳນວນຫຼວງຫຼາຍ ໃນການເດີນແບບໃນຄັ້ງນີ້ ຖືເປັນການໄດ້ເຜີຍແຜ່ຊຸດໄໝລາວ ເອກະລັກປະເພນີລາວ ແລະ ໄດ້ເຜີຍແຜ່ຄວາມສາມາດຂອງໄວໜຸ່ມຍຸກໃໝ່ຂອງລາວເຮົາ ທີ່ມີຄວາມສາມາດບໍ່ດ້ອຍຈາກປະເທດອື່ນ. #ແຊຣໄປໃຫ້ໂລກຮູ້ວ່າລາວເຮົາມີດີ ຂໍຂອບໃຈຮູບພາບຈາກ: Firstmodelinglao
Read More »ສຸດຍອດ! ລີລາສາວຄູສອນນັກຮຽນເລົ່າບັ້ງສູດ!!!
ກຳລັງຮືຮາໃນໂລກອອນລາຍເມື່ອມີເພສດັງ ໄດ້ໂພສຄລິບສາວຄູ ຄາດວ່າຈະເປັນສາວຄູຂອງປະເທດເພື່ອນບ້ານ ກຳລັງສອນນັກຮຽນເລົ່າບັ້ງສູດຢ່າງມ່ວນຊື່ນ ສາວຄູທ່ານນີ້ໄດ້ເຕັ້ນປະກອບໄປນຳດ້ວຍລີລາທ່າທາງທີ່ເບິ່ງແລ້ວບອກເລີຍວ່າ ສຸດຍອດ!!! ໃນຂະນະທີ່ນ້ອງໆນັກຮຽນເອງກໍ່ເລົ່າບັ້ງສູດໄປດ້ວຍຄວາມຕັ້ງອົກຕັ້ງໃຈ ພໍແຕ່ຄລິບນີ້ໄດ້ໂພສລົງໄປໃນເວລາບໍ່ເທົ່າໃດ ກໍເຮັດໃຫ້ມີຄົນກົດໄລ້ກົດແຊຣກັນສະໜັ່ນຫວັນໄຫວ. https://www.facebook.com/clipsak/videos/1666006033695552/ ຄລິບຈາກ: คลิปเด็ด คลิปดัง เฟสบุ๊ค
Read More »ນາງສາວນະຄອນຫຼວງວຽງຈັນ 2017 ປີນີ້ຈະແມ່ນໃຜ?
ໃກ້ເຂົ້າມາແລ້ວສຳລັບການປະກວດ ນາງສາວນະຄອນຫຼວງວຽງຈັນ ປະຈຳປີ 2017 ເຊິ່ງຈະມີການຕັດສິນໃນວັນທີ 8 ເມສາ 2017 ນີ້, ເຊິ່ງທາງກອງປະກວດນາງສາວນະຄອນຫຼວງກໍໄດ້ເປີດໂຕ 20 ນ້ອງນາງສາວງາມຜູ້ຜ່ານເຂົ້າຮອບມາແລ້ວ ແລະ ມື້ນີ້ ຊະນີIndy ກໍໄດ້ໄປຊອກເອົາຮູບພາບຂອງນາງສາວງາມນະຄອນຫຼວງມາຝາກແຟນໆ ລອງມາເບິ່ງວ່າໃຜຈະງາມ ແລະ ມີຄວາມເໝາະສົມທີ່ຈະເປັນ ນາງສາວນະຄອນຫຼວງ ໃນປີນີ້. #ແຊຣໄປໃຫ້ໂລກຮູ້ວ່າສາວລາວງາມຫຼາຍ MVTO1 ນາງ ນໍ້າເຜິ້ງ ຈັນທຸມມີ 2. MVTO2 ນາງ ພຸດທະວີນັນ ຫຼວງລາດ 3. MVTO3 ນາງ ດວງພະໄທ ເມກສີທອງ 4. MVTO4 ນາງ ຫຍິງງາມ ໜໍ່ຄຳ 5. MVTO5 ນາງ ສຸດາລັດ ສີນະລາດ 6. MVTO6 ນາງ ມະນິດາ ເອ້ກັນຫາ 7. MVTO7 ນາງ ວິນັດ …
Read More »ການຄ້າລາວຈະໄດ້ປຽບ ດ້ວຍຍຸດທະສາດການສົ່ງເສີມ
ເພື່ອແນ່ໃສ່ ເຮັດໃຫ້ ສປປ ລາວ ມີຄວາມໄດ້ປຽບ ໃນການແຂ່ງຂັນການຄ້າ ດ້ວຍການຫຼຸດ ຜ່ອນເວລາ ແລະ ຄ່າໃຊ້ຈ່າຍ ໃນການດຳເນີນການຄ້າລົງ ແລະ ໃຫ້ມີປະສິດທິຜົນຫຼາຍຂື້ນ ໂດຍຜ່ານການກວດກາໃນຈຸດດຽວ, ການບໍລິການປະຕູດຽວ ແຫ່ງຊາດ, ການນໍາໃຊ້ລະບອບຜູ້ປະກອບການ ລະດັບມາດຕະຖານ AEO ແລະ ເຮັດໃຫ້ຂັ້ນຕອນການແຈ້ງພາສີຂ້າມແດນ ກັບບັນດາປະເທດໃກ້ຄຽງ ມີການເຊື່ອມໂຍງກັນ. ໃນກອງປະຊຸມ ທົບທວນແຜນຍຸດທະສາດ ອໍານວຍຄວາມສະດວກ ທາງດ້ານການຄ້າລາວ ໄລຍະປີ 2017-2020 ແມ່ນຕ້ອງສຸມໃສ່ການຈັດຕັ້ງປະຕິບັດສັນຍາ ອໍານວຍຄວາມສະດວກທາງດ້ານການຄ້າ ຂອງອົງການການຄ້າໂລກ ພາຍໃນປີ 2020 ເນື່ອງຈາກສັນຍານີ້ ຈະເປັນທ່າແຮງ ທີ່ຈະຊ່ວຍເຮັດໃຫ້ ຫຼຸດຜ່ອນຕົ້ນທຶນທາງດ້ານ ການຄ້າໄດ້ເຖິງ 19%. ພ້ອມດຽວກັນນີ້, ຍັງໃຫ້ຮູ້ ກ່ຽວກັບຮ່າງແຜນດຳເນີນງານ ຍຸດທະສາດອຳນວຍຄວາມສະດວກ ທາງດ້ານການຄ້າ ໄລຍະ 2017-2020 ໄດ້ກໍານົດ 6 ມາດຕະການ …
Read More »