ຕະລຶງທົ່ວປະເທດ!!! ອະລັງການງານສ້າງຫຼາຍ ໃນວັນທີ 24 ມິຖຸນາ 2017 ທີ່ຜ່ານມາໄດ້ສ້າງປະກົດການຮືຮາທົ່ວໂລກອອກລາຍ ເມື່ອເຈົ້າບ່າວໃຈປໍ້າເໝົາຍົນເພື່ອແຮ່ເຂີຍ ງານນີ້ເຮັດໃຫ້ຄົນໃນງານດອງຕ້ອງຕະລຶງໄປຕາມໆກັນ ເມື່ອເຈົ້າບ່າວແຮ່ຂັນໝາກມາແບບນີ້, ບໍ່ເທົ່ານັ້ນພໍແຕ່ຮູບພາບຂອງເຈົ້າສາວເຈົ້າບ່າວສຸດອະລັງການຄູ່ນີ້ໄດ້ເຜີຍແຜ່ໄປເຮັດໃຫ້ມີຜູ້ຄົນໃຫ້ຄວາມສົນໃຈ ກົດໄລ້ ກົດແຊຣກັນຢ່າງສະໜັ່ນໂລກອອນລາຍກັນເລີຍ!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມອະລັງການ ແມ່ເຖົ້າເອີຍລູກເຂີຍມາແລ້ວ?R&King ? Ning Naovarathさんの投稿 2017年6月24日(土) ສຳລັບງານແຕ່ງຂອງຄູ່ວິວາສຸດອະລັງການນີ້ໄດ້ຈັດຂຶ້ນທີ່ ບ້ານ ຫາດກ້ຽງ ເມືອງ ທຸລະຄົມ ແຂວງ ວຽງຈັນ, ຢ່າງໃດກໍຂໍສະແດງຄວາມຍິນດີກັບທັງສອງທ່ານນຳເດີ້!!! ຂໍຂອບໃຈຮຸບພາບ ແລະ ຄລິບຈາກ: Ning Naovarath , ບ່າວ-ສາວ Laoskyway
Read More »pou peng
ແຫ່ແຊຣສະໜັ່ນໂລກອອນລາຍ ກັບຄລິບສາວນ້ອຍ Net Idol ນັກຮຽນເກັ່ງ!!!
ນ້ອງໆຄົນໃດທີ່ຍັງງົງກັບຊີວິດ ຫຼັງຈາກຮຽນຈົບ ມໍ7 ແລ້ວບໍ່ຮູ້ຈະເລືອກຮຽນຢູ່ໃສ? ລອງປະຕິບັດຕາມຄຳແນະນຳດີໆຈາກສາວນ້ອຍໜ້າຮັກ NET IDOL ນັກຮຽນເກັ່ງຄົນນີ້ເບິ່ງເດີ້! ຫຼັງຈາກສອບເສັງຈົບຊັ້ນແລ້ວ ກໍ່ເປັນໄລຍະເວລາສຳຄັນທີ່ສຸດ ສໍາລັບນັກຮຽນທົ່ວປະເທດ ທີ່ຈະຊອກຫາ, ຄົ້ນຫາຂໍ້ມູນ ໃນການເລືອກມະຫາວິທະຍາໄລ ທີ່ເໝາະສົມທີ່ສຸດທີ່ຈະສືບຕໍ່ສຶກສາຫາຄວາມຮູ້ໃນລະດັບທີ່ສູງຂຶ້ນ. ບໍ່ວ່າປັດຈຸບັນ ຫຼື ອາດີດ, ກັບໄວເຍົາຄືແນວນີ້ ແມ່ນຕ້ອງປະເຊີນກັບຄວາມກົດດັນຢ່າງໜັກ ຍ້ອນບໍ່ມີປະສົບການພຽງພໍທີ່ຈະຕັດສິນໃຈດ້ວຍຕົວເອງ ວ່າຄວນຮຽນຢູ່ໃສ. ທຸກຄົນຄືຊິຄຸ້ນຫູຄຸ້ນຕາ ສາວນ້ອຍໜ້າຮັກ net idol “AmlexLungsee”, ທີ່ຄ່ອງແຄ້ວ 4 ພາສາ ທັງເປັນຊາວໜຸ່ມທີ່ໄດ້ສ້າງແຮງບັນດານໃຈໃຫ້ໄວໜຸ່ມລາວທົ່ວປະເທດ. ບໍ່ນານມານີ້ AmlexLungseeກໍ່ໄດ້ແບ່ງປັນປະສົບການ ແລະ ຄຳແນະນຳໃນການເລືອກມະຫາວິທະຍາໄລທີ່ເໝາະສົມທີ່ສຸດແກ່ພວກເຮົາ, ໃນ Amlex Journey ກັບວິດີໂອລ້າສຸດ. ການເລືອກສາຍຮຽນ ຫຼື ມະຫາວິທະຍາໄລໃດໜຶ່ງ ແມ່ນໜຶ່ງໃນການຕັດສິນໃຈຄັ້ງດຽວໃນຊີວິດຂອງທຸກຄົນ ເພາະມັນຈະເປັນພື້ນຖານທາງເດີນອັນທຳອິດເລີ່ມຈາກການເປັນນັກສຶກສາ ຈົນກ້າວຂຶ້ນສູ່ພະນັກງານ. ຈາກຂໍ້ມູນພົບວ່າບໍ່ພຽງແຕ່ນັກຮຽນ ທີ່ບາງຄັ້ງກໍ່ຄາເຄິ່ງໆກາງໆໃນການຕັດສິນໃຈເລືອກທາງເດີນຫຼັງຈາກຮຽນຈົບ ແຕ່ຍັງລວມທັງຜູ້ປົກຄອງອີກດ້ວຍ. ສ່ວນຫຼາຍ ທຸກຄົນແມ່ນມີແນວໂນ້ມທີ່ເນັ້ນໃສ່ຊິວິດພາຍໃນຮົ້ວມະຫາວິທະຍາໄລວ່າຈະເປັນແນວໃດ, ແຕ່ສິ່ງທີ່ຄວນເອົາໃຈໃສ່ແມ່ນຊີວິດຫຼັງຈາກໄດ້ຮັບໃບປະລິນຍາ. Kuanjai ເອງກໍ່ບໍ່ພາດໂອກາດທີ່ຈະສອບຖາມ Amlex …
Read More »ໃຜຍັງຕຸ້ຍຢູ່ ຖືວ່າລ້າສະໄໝເດີ້!!
ສະບາຍດີ ແຟນໆ ເພສຂວັນໃຈ ມື້ນີ້ ຈະມາເລົ່າເລື່ອງ ຂອງສາວງາມຄົນໜຶ່ງ ທີ່ລາວສາມາດຫຼຸດນ້ຳໜັກ ຈາກ 75 ກິໂລ ເຫຼືອ 45 ກິໂລ ພາຍໃນ 6 ເດືອນ ຈົນມີຊີວິດທີ່ດີຂຶ້ນ ໄດ້ເປັນເຈົ້າຂອງທຸລະກິດຫຼັກລ້ານບາດ ຖືວ່າປ່ຽນແປງຂຶ້ນຫຼາຍອີ່ຫລີ. ຜູ້ຂຽນເລີຍໄປສອບຖາມເພິ່ນມາວ່າ “ໄປເຮັດຫຍັງມາ ຄືມາງາມຂຶ້ນໝັ້ນໃຈຂຶ້ນກວ່າເກົ່າແທ້” ແບບວ່າໄປໃສມາໃສໃຜກໍທັກທ້ວງວ່າ ລາວເປັນຄົນໃໝ່ໄປເລີຍ. BeautyGuru ໄດ້ ຮູ້ຈັກສາວຄົນໜຶ່ງ ຊື່ ເອື້ອຍ ຂວັນ ເຈົ້າຂອງຮ້ານເສີມສວຍ ແຖວບ້ານດົງຄຳຊ້າງ ນະຄອນຫຼວງວຽງຈັນເຮົານີ້ແຫຼະ ເພື່ອນໆຮູ້ບໍ່ວ່າ ເອື້ອຍຂວັນ ລາວອາຍຸ ເກືອບເທົ່າກັບແມ່ຂອງຜູ້ຂຽນພຸ້ນໃດ (ໃຫ້ທວາຍເບິ່ງຈາກຮູບວ່າລາວອາຍຸຈັກປີ?) ແລະ ກໍມີລູກຊາຍຄົນ 1 ອາຍຸ 16 ປີ ແຕ່ເບິ່ງເອື້ອຍຂວັນ ຄືຜູ້ສາວອາຍຸ 26-27 ປີນີ້ແຫຼະ. ເອື້ອຍຂວັນໄດ້ເລົ່າໃຫ້ຟັງວ່າ: ເມື່ອກ່ອນ …
Read More »ແອັບເປີ້ນ-ຟຸກ ບໍ່ພາດທີ່ຈະໄປຮ່ວມໃຫ້ກຳລັງໃຈຮູບເງົາລາວທີ່ໄປເປີດໂຕຮອບສື່ມວນຊົນທີ່ປະເທດໄທ!!!
ອ໊າຍໆໆໆ ໜ້າຮັກໄປອີກສຳລັບວ່າທີ່ຄູ່ເຈົ້າສາວ-ເຈົ້າບ່າວ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຸກ ຈິຣະ ຄູ່ຮັກສິລະປິນ ສາວລາວ-ບ່າວໄທ ທີ່ໄປຮ່ວມໃນງານເປີດໂຕຮູບເງົາ “ຫົງຫາມເຕົ່າ ຂ້ອຍຕວົະເຈົ້າ ເຮົາຮັກກັນ” ທີ່ບິນລັດຟ້າໂກອີນເຕີໄປສາຍຮອດປະເທດເພື່ອນບ້ານ, ແຖມຍັງຖ່າຍຮູບຮ່ວມກັບສິລະປິນລາວເຊັ່ນ: ອ້າຍ ສັກ ວົງເຊວ ສິລະປິນ-ນັກແຕ່ງເພງຊື່ດັງ, ອ້າຍ ເຈ້ຍ ປາຊີຟິກ ຜູ້ກຳກັບ-ນັກສະແດງນຳຮູບເງົາຫົງຫາມເຕົ່າ ແລະ ໜຸ່ມ ອະເລັກ LOG ຢ່າງເປັນກັນເອງ ແລະ ຍັງໂພສໃຫ້ກຳລັງໃຈສິລະປິນລາວນຳກັນອີກດ້ວຍ. เย้ๆ มาให้กำลังใจ ดนทอได กายังคือเก่า อยากให้ปะสบความสำเลดทุกคน ❤️❤️❤️❤️ หงหามเต่า คนลาวคนอุดรคนอยู่ใสกาไปเบิ่งกันเดี้ #ลักรูปมาจากอ้ายสัก 5555 แทงยู โพสต์โดย Appleple Sihalath บน 21 มิถุนายน 2017 ຂໍຂອບໃຈຮູບພາບ.
Read More »ບໍລິສັດ ປັນຍາທິບແອັດເວີທາຍຊິງ ຈັບມືກັບ ແພຼນບີ ມີເດຍ ຮ່ວມລົງທຶນເພື່ອພັດທະນາເປັນອັນດັບ 1 ໃນຕະຫຼາດສື່ໂຄສະນາ.
ປັນຍາທິບແອັດເວີທາຍຊິງ ຈັບມືກັບແພຼນບີ ມີເດຍ ຮ່ວມລົງທຶນເພື່ອການພັດທະນາເປັນອັນດັບ 1 ໃນຕະຫຼາດສື່ໂຄສະນານອກສະຖານທີ່ໃນ ສປປ ລາວ ໃຫ້ໄດ້ມາດຕະຖານສາກົນ. ນະຄອນຫຼວງວຽງຈັນ ວັນທີ 22 ມິຖຸນາ 2017 ທີ່ໂຮງແຮມ ລາວ-ພຣາຊ່າ ໄດ້ມີພີທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ບໍລິສັດ ປັນຍາທິບ ແອັດເວີທາຍຊິງ ເຊິ່ງເປັນບໍລິສັດການລົງທຶນທາງດ້ານໂຄສະນາຄົບວົງຈອນອັນດັບຕົ້ນໆຂອງ ສປປ ລາວ ແລະ ບໍລິສັດ ແພຼນບີ ມີເດຍ (ຈາກປະເທດໄທ) ໄດ້ຮ່ວມເຊັນສັນຍາລົງນາມຮ່ວມທຸລະກິດດ້ານສື່ໂຄສະນາ, ເປັນກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ກິດສະໜາ ວົງໄຊ ປະທານກຸ່ມ ບໍລິສັດ ເຄແອນຊີ, ທ່ານ ນາງ ຢານີ ສີວິໄຊ ອັກຄະຣາຊະທູດທີ່ປຶກສາຝ່າຍການຄ້າປະຈຳສະຖານທູດໄທ ປະຈຳນະຄອນຫຼວງວຽງຈັນ, ພ້ອມດ້ວຍແຂກຜູ້ທີ່ມີກຽດ ແລະ ສື່ມວນຊົນຈຳນວນຫຼວງຫຼາຍທີ່ເຂົ້າຮ່ວມເປັນສັກຂີພະຍານໃນພິທີເຊັນສັນຍາໃນຄັ້ງນີ້. ບໍລິສັດ …
Read More »