ການປະກວດວົງດົນຕີລະດັບປະເທດ “Beerlao Band Challenge Season2” ຊິງເງິນລາງວັນເຖິງ 150 ລ້ານກີບ!!! ກັບມາອີກຄັ້ງກັບໂຄງການປະກວດ Beerlao Band Challenge Season2 ເຊິ່ງໄດ້ມີຮອບAuditionໃນວັນທີ 17 ມິຖຸນາ 2017 ທີ່ຜ່ານມາ ຢູ່ທີ່ສູນການຄ້າລາວ-ໄອເຕັກ, ເປັນກຽດເຂົ້າຮ່ວມ ແລະ ເປີດພິທີໃນການແຂ່ງຂັນຢ່າງເປັນທາງການໂດຍ ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ຈັດການຝ່າຍການຕະຫຼາດ ບໍລິສັດເບຍລາວ, ພ້ອມດ້ວຍຄະນະກຳມະການຜູ້ທີ່ມີປະສົບການໃນວົງການບັນເທີງລາວມາດົນນານ ທ່ານ ສົມສິນ ຜູ້ບໍລິຫານໂຄງການ Yamaha by Imusic, ທ່ານ ສຸລິນທອນ ຂຸນສະທອງ ນັກດົນຕີຣ ຜູ້ປະດິດດົນຕີ ຫຼື ອ້າຍ ໝີ ເມັກກ່າແດັນ, ທ່ານນາງ ອາລູນາ ຖາວອນສຸກ, ທ່ານ ອຸດາໄລ ນູສີຫາລາດ ຫຼື …
Read More »pou peng
ນູ່ນີ່ ອອກມາເວົ້າແລ້ວກ່ຽວກັບຮູບຄູ່ກັບຜູ້ຊາຍ ແລະ ແຄັບຊັ້ນສຸດຫວານທີ່ເຮັດເອົາແຟນຄລັບງົງ!!! (ມີຄລິບ)
ກາຍເປັນກະແສຮືຮາໃນຊ່ວງທ້າຍອາທິດທີ່ຜ່ານມາ ເປັນເລື່ອງລາວຂອງສາວ ນູ່ນີ່ ກຸມພົນພັກດີ ສາວໂຕນ້ອຍໜ້າຮັກຂວັນໃຈຂອງຫຼາຍໆຄົນ ທີ່ຢູ່ໆນາງກໍໄດ້ອອກມາໂພສຮູບຄູ່ພ້ອມແຄັບຊັ່ນສຸດຫວານ…ຈົນກາຍເປັນກະແສ ດຣ່າມ່າ ພາຍໃນຂ້າມຄືນ ເພາະເປັນໃຜກໍຄົງຈະຄິດວ່າຜູ້ຊາຍທີ່ຢູ່ໃນຮູບພາບເປັນຫວານໃຈຂອງນາງ, ຈົນຫຼ້າສຸດ ນູ່ນີ່ ແລະ ຜູ້ຊາຍຢູ່ໃນຮູບພາບກໍໄດ້ອອກມາຂໍໂທດແຟນຄລັບທີ່ເຮັດໃຫ້ເຂົ້າໃຈຜິດ ເພາະທັງສອງເປັນພຽງແຕ່ໜູ່ຮ່ວມງານທີ່ມີຄວາມຮູ້ສຶກດີໆໃຫ້ກັນເທົ່ານັ້ນ ບໍ່ໄດ້ເປັນແຟນແຕ່ຢ່າງໃດ!!! https://www.facebook.com/noony.koumphonphakdee/videos/1883473171907691/ ໂອ້ຍ!!! ໃຄແດ່…ເຮັດເອົາ ຊະນີIndy ແລະ ແຟນໆງົງ ແລະ ໃຈຫາຍໃຈຄວໍ້າໄປຕາມໆກັນ ມື້ໜ້າຖ້າຈະໂພສລັກສະນະແບບນີ້ຝາກສາວ ນູ່ນີ່ ຄົນງາມບອກເປັນໄນໆໃຫ້ທຸກໆຄົນໄດ້ຮູ້ກັນກ່ອນແດ່ເດີ້ ອິອິ ເພື່ອຈະບໍ່ໄດ້ມານັ່ງງົງວ່າມັນເປັນແນວໃດກັນແທ້ຫັ້ນນ່າ (555) ຂໍຂອບໃຈຮູບພາບ: Noony Koumphonphakdee
Read More »ກຸ່ມບໍລິສັດ K&C ບິແບ່ງຜົນກຳໄລຊ່ວຍເຫຼືອສັງຄົມ
ກຸ່ມບໍລິສັດ ເຄແອນຊີ (K&C Group) ໄດ້ຈັດພິທີ ມອບ-ຮັບ ເສັ້ນທາງເບຕົງເສີມເຫຼັກ ມູນຄ່າ 602,046,000 ກີບ ຢູ່ທີຮ່ອມ 13 ບ້ານ ສີສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນຕອນແລງຂອງວັນທີ 16 ມິຖຸນາ 2017. ໂດຍການມອບຂອງທ່ານ ກິດສະໜາ ວົງໄຊ ແລະ ນາງ ຈັນທະຈອນ ວົງໄຊ ປະທານ ແລະ ຮອງປະທານ ກຸ່ມບໍລິສັດ ເຄແອນຊີ ແລະ ກ່າວຮັບໂດຍທ່ານ ນາງ ບົວລອນ ວົງດາລາແສນ ຄະນະພັກນະຄອນຫຼວງວຽງຈັນ, ເລຂາພັກເມືອງ ເຈົ້າເມືອງ ເມືອງຈັນທະບູລີ. ໃຫ້ກຽດເຂົ້າຮ່ວມງານໂດຍທ່ານ ປອ ສິນລະວົງ ຄຸດໄພທູດ ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນຜູ້ຕາງໜ້າໃຫ້ກັບທາງພາກລັດຖະບານ ໃນການມອບຫຼຽນໄຊ ພັດທະນາຊັ້ນ III …
Read More »ຕະລຶງ! ນູ່ນີ່ ໂຊຄວາມຫວານຜ່ານສື່ ເປີດໂຕແຟນຕົວຈິງສຽງຈິງ!!!
ກາຍເປັນກະແສສຸດຮ້ອນແຮງທາງສັງຄົມອອນລາຍ ເພາະວ່າສາວ ນູ່ນີ່ ກຸມພົນພັກດີ ຫຼື (ນູ່ນີ່ Take me out Thailand) ໄດ້ອອກມາໂພສຮູບຄູ່ກັບຫວານໃຈ ແຖມຍັງຂຽນຄຳອະທິບາຍສຸດແສນຈະໂລແມນຕິກວ່າ: “ຂອບໃຈຫຼາຍໆ ທີ່ຢູ່ນຳກັນຕະຫຼອດມາ ໃນເວລາທຸກ ແລະ ເວລາສຸກ ຂອບໃຈທີ່ຮັກກັນສະເໝີມາ” ພໍແຕ່ໂພສແບບນີ້ເຮັດໃຫ້ມີແຟນຄລັບເຂົ້າມາສະແດງຄວາມຍິນດີກັບສາວນູ່ນີກັນຢ່າງຫຼວງຫຼາຍ. ແຕ່ກໍເກີດມີກະແສ ດຣ່າມ່າ ເພາະເກີດຄວາມຕະລຶງຂອງແຟນໆວ່າ ໃນຂະນະນີ້ ນູ່ນີ່ ຍັງເປັນອີກໜຶ່ງສາວທີ່ໄປຮ່ວມໃນລາຍການເລືອກຄູ່ຊື່ດັງຂອງຝັ່ງປະເທດເພື່ອນບ້ານ ແຕ່ກັບເປີດໂຕແຟນຕົວຈິງສຽງຈິງ ເຮັດໃຫ້ເກີດມີຄົນເຂົ້າໄປສະແດງຄວາມຄິດເຫັນກັນຕ່າງໆນາໆ, ເຖິງຢ່າງໃດກໍຕາມກໍຂໍເປັນກຳລັງໃຈໃຫ້ກັບສາວ ນູ່ນີ່ ເພາະຄວາມຮັກງົດງາມສະເໝີເນາະ!!! ຂໍຂອບໃນຮູບພາບຈາກ: Noony Koumphonphakdee
Read More »ຫວານສຸດໆ! ປ໋ອກຈັດເຊີໄພ້ຂໍມາກີ້ແຕ່ງດອງທີ່ສວນສະໜຸກດິດນີ່ແລນ!!!
ເປີດເຟສບຸກມາກໍເຈິຂ່າວດີແຕ່ເຊົ້າເລີຍ… ເຊິ່ງເປັນຂ່າວດີຂອງຄູ່ຮັກປະເທດເພື່ອນບ້ານຂອງເຮົານັ້ນກໍຄື ມາກີ້ ແລະ ປ໋ອກ ຄູ່ຮັກນັກສະແດງຊື່ດັງຂວັນໃຈຂອງໃຜຫຼາຍໆຄົນ, ຫຼ້າສຸດໃນມື້ນີ້ທີ່ສວນສະໜຸກດິດນີ່ແລນ ປະເທດ ອາເມລິກາ ໜຸ່ມ ປ໋ອກ ແຟນໜຸ່ມຂອງ ນັກສະແດງສາວ ມາກີ້ ກໍໄດ້ຈັດເຊີໄພ້ໂດຍການກຽມກັບບັນດາໜູ່ເພື່ອນໃນວົງການ 10 ກວ່າຄົນເພື່ອຈະຂໍສາວ ມາກີ້ ແຕ່ງດອງຈົນສຳເລັດໃນທີ່ສຸດ, ເຊິ່ງເປັນທີ່ໜ້າຍິນດີ ບັນຍາກາດອ້ອມຮອບກໍເປັນໃຈສຸດໆ ຈົນເຮັດໃຫ້ມີທັງໜູ່ເພື່ອນຂອງທັງສອງ ແລະ ບັນດາແຟນຄລັບເຂົ້າໄປສະແດງຄວາມຍິນດີກັບທັງສອງຢ່າງຫຼວງຫຼາຍ. ສຳລັບການຈັດກຽມເຊີໄພ້ຂໍແຕ່ງດອງໃນເທື່ອນີ້ ປ໋ອກ ໃຊ້ເວລາເຖິງ 1 ປີໃນການກະກຽມກັນເລີຍ, ຢ່າງໃດກໍຂໍສະແດງຄວາມຍິນດີກັບທັງສອງນຳເດີ້!!!
Read More »