Breaking News

pou peng

ສຸດຍອດ! ຕົວແທນຈາກປະເທດລາວຄວ້າລາງວັນ “ຂວັນໃຈສື່ມວນຊົນ” ໃນເວທີລະດັບໂລກ!!!

ເປັນທີ່ໜ້າຊື່ນຊົມຍິນດີກັບຕົວແທນຈາກປະເທດລາວ ອຸງ ທົດສະພອນ ສິດພະໄຊ ທີ່ສາມາດເອົາຊະນະລາງວັນ “ຂວັນໃຈສື່ມວນຊົນ” ໃນເວທີລະດັບໂລກຢ່າງ “Mister National Universe 2017” ເຊິ່ງການປະກວດໄດ້ຜ່ານໄປແບບສົດໆຮ້ອນໆໃນຄໍ່າຄືນຂອງວັນທີ 13 ມິຖຸນາ 2017 ທີ່ຜ່ານມາ, ການປະກວດໃນເວທີລະດັບໂລກຕົວແທນຈາກປະເທດລາວເຮົາກໍເຮັດໄດ້ດີ ແລະ ມີຄວາມພະຍາຍາມຢ່າງເຕັມທີ່ ແລະ ກໍບໍ່ເຮັດໃຫ້ຄົນລາວຜິດຫວັງເພາະສາມາດເຂົ້າໄປເຖິງຮອບ 10 ຄົນສຸດທ້າຍ ແຖມຍັງເອົາຊະນະໃຈທັງຄົນລາວເຮົາ ແລະ ຄົນທົ່ວໂລກເພາະຄວ້າລາງວັນ Media Choice Awards ຫຼື “ຂວັນໃຈສື່ມວນຊົນ” ນັ້ນເອງ. ການທີ່ຄົນລາວເຮົາກ້າວມາໄກ ແລະ ມີຄວາມສາມາດເຖິງພຽງນີ້ກໍເປັນເລື່ອງທີ່ໜ້າຍິນດີແລ້ວ, ເຖິງຈະບໍ່ໄດ້ລາງວັນທີ 1,2,3 ກໍບໍ່ເປັນຫຍັງເພາະຖືວ່າເຮັດໄດ້ດີຫຼາຍ ແລະ ເອົາຊະນະໃຈຄົນລາວເຮົາໄປແບບເຕັມໆ!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ ຂໍຂອບໃຈຮູບພາບ

Read More »

ຕື່ນເຕັ້ນກັນສຸດໆເລີຍ!!! ມາຮ່ວມສົ່ງແຮງໃຈໃຫ້ ອຸງ ທົດສະພອນ ຕົວແທນຈາກປະເທດລາວ

ຕື່ນເຕັ້ນກັນສຸດໆເລີຍ!!! ມື້ນີ້ແລ້ວທີ່ຈະໄດ້ຮູ້ຜົນການປະກວດ “Mister National Universe 2017” ເຊິ່ງໜຶ່ງໃນນັ້ນມີຊາຍໜຸ່ມສຸດເຈົ້າຊູ້ ອຸງ ທົດສະພອນ ສິດພະໄຊ ທີ່ເດີນທາງໄປເປັນຕົວແທນປະເທດລາວ ແລະ ເຊື່ອວ່າແຟນໆທຸກໆຄົນກໍຄົງຈະໄດ້ຮູ້ກັນແດ່ແລ້ວວ່າການປະກວດ Mister National Universe ໃນປີນີ້ຈັດຂຶ້ນທີ່ ຫົວຫິນ ປະເທດໄທ ແລະ ການປະກວດກໍເລີ່ມຕັ້ງແຕ່ວັນທີ 5 ມິຖຸນາ ຈົນມາຮອດວັນທີ 13 ມິຖຸນາ ກໍເປັນມື້ທີ່ທຸກໆຄົນທົ່ວໂລກຈະຮູ້ກັນວ່າໃຜຈະເປັນຄົນໄດ້ຮັບຕຳແໜ່ງ Mister National Universe 2017 ນີ້ໄປຄອງ, ດັ່ງນັ້ນເຮົາຄົນລາວມາຮ່ວມສົ່ງກຳລັງໃຈໃຫ້ໜຸ່ມລາວ ອຸງ ທົດສະພອນ ໂດຍການເຂົ້າໄປ ກົດໄລ້ ກົດແຊຣ ຮູບພາບຂອງໜຸ່ມອຸງຢູ່ທີ່ເພສ (Mister National Universe the new Gen of the future) ເພາະຄະແນນທີ່ຄົນລາວເຮົາກົດໄລ້ ແລະ ແຊຣ ນັ້ນຈະເປັນຄະແນນສະສົມໃຫ້ຕົວແທນຈາກລາວເຮົານັ້ນເອງ. …

Read More »

ເອົາໃຈແຟນຄລັບຊາວລາວໄປເລີຍ!!! ໂອປໍ ມາລາວທັງທີບໍ່ພາດທີ່ຈະນຸ່ງຊຸດໄໝລາວ ແຖມຊື້ກັບປະເທດ!!!

ເປັນທີ່ຮືຮາກັນໃນໂລກສັງຄົມອອນລາຍໃນທ້າຍອາທິດທີ່ຜ່ານມາເມື່ອ ເອື້ອຍ  ໂອປໍ ປານິສະຣາ ດາລາ-ພິທີກອນຊື່ດັງຂອງປະເທດເພື່ອນບ້ານໄດ້ນຸ່ງຊຸດໄໝລາວໄປຮ່ວມໃນງານ Top Thai Brands 2017 ທີ່ສູນການຄ້າ ລາວ-ໄອເຕັກ ຈົນເປັນທີ່ຖືກໃຈຂອງແຟນຄລັບຊາວລາວ, ແລະ ນອກຈາກນັ້ນເອື້ອຍ ໂອປໍ ກໍຍັງໄດ້ນຸ່ງຊຸດໄໝລາວງາມໆເພື່ອໄປໄຫ້ວພະເຮັດບຸນທີ່ວັດສີເມືອງ ແລະ ຍັງຊື້ຊຸດໄໝລາວກັບປະເທດ ແຖມຍັງໂພສໃນອິນສະຕາແກຼມອີກວ່າ ຊຸດໄໝລາວງາມໆ ແລະ ນາງກໍມັກຫຼາຍ!!! ไหว้พระ #Vientiane #oabssoap #Smithproducts #น้อยแต่มากเรียบแต่โก้ฮายแฟชึ่นทริป #DITP A post shared by Opal Panisara (@opalpanisara) on Jun 10, 2017 at 3:01am PDT ເຫັນບໍ່… ນິແຫຼະຄວາມງົດງາມຂອງເອກະລັກປະເພນີລາວ ຊຸດໄໝລາວເປັນຫຍັງທີ່ມີສະເໜ່ຫຼາຍ ເພາະດາລາດັງຂອງຕ່າງຊາດແຕ່ລະຄົນທີ່ມາກໍບໍ່ພາດທີ່ຈະນຸ່ງ ຫຼື ນຳກັບປະເທດເພື່ອເກັບໄວ້ເປັນທີ່ລະນຶກວ່າຄັ້ງໜຶ່ງພວກເຂົາເຫຼົ່ານັ້ນກໍເຄີຍມາປະເທດລາວ, ດັ່ງນັ້ນແຟນໆທຸກຄົນຄວນເອົາໃຈໃສ່ຮັກສາເອກະລັກປະເພນີລາວທີ່ງົດງາມນີ້ໄວ້ ເພາະມັນເປັນສິ່ງທີ່ເຮົາມີມາຕັ້ງແຕ່ບູຮານນະການ …

Read More »

ທຽບຊັ້ນກັນແບບຈະໆ! ຊຸດປະຈຳຊາດຂອງແຕ່ລະປະເທດໃນການປະກວດ “Mister National Universe 2017”

ແຟນໆຊາວລາວທຸກຄົນມື້ນີ້ ຂວັນໃຈ ຈະພາມາເບິ່ງຊຸດປະຈຳຊາດຂອງແຕ່ລະປະເທດໃນການປະກວດ “Mister National Universe 2017”  ລອງມາເບິ່ງກັນເບິ່ງເດີ້!!!   ເຫັນແລ້ວເປັນແນວໃດແດ່? ຄິດວ່າຊຸດປະຈຳຊາດຂອງລາວຊຸດ “ສັງສິນໄຊ” ທີ່ໄດ້ຕົວແທນຈາກລາວເຮົາໜຸ່ມ ອຸງ ທົດສະພອນ ສິດພະໄຊ ນຸ່ງນັ້ນຈະສາມາດເອົາຊະນະໄດ້ ຫຼື ບໍ່? (ຄອມເມັ້ນບອກກັນແດ່), ສ່ວນແຟນໆທ່ານໃດທີ່ຢາກເປັນກຳລັງໃຈໃຫ້ຕົວແທນຈາກລາວເຮົາສາມາດໄປຮ່ວມ Vote ໃຫ້ໜຸ່ມ ອຸງ ໂດຍການກົດໄລ້ຮູບພາບຂອງຕົວແທນຈາກລາວຄົນນີ້ໄດ້ທີ່ເພສ  Mister National Universe the new Gen of the future  ໄດ້ເລີຍ. #ແຊຣໄປເພື່ອເປັນກຳລັງໃຈໃຫ້ຕົວແທນຈາກລາວ via: misternationaluniverse  

Read More »

ໄດ້ແລ້ວ! ໂສມໜ້າຜູ້ເຂົ້າຮອບ 2 ຄົນສຸດທ້າຍໃນໂຄງການ “AirAsia Runway Ready Designer Search 2017”

ປະກາດໂສມໜ້າຜູ້ເຂົ້າຮອບ 2 ຄົນສຸດທ້າຍ ຈາກການແຂ່ງຂັນຄັດເລືອກຢູ່ປະເທດລາວ (AirAsia Runway Ready Designer Search 2017) ນະຄອນຫຼວງວຽງຈັນ, ວັນທີ 10 ມິຖຸນາ 2017 ທີ່ຜ່ານມາໄດ້ມີການຈັດງານການປະກາດຜົນຜູ້ເຂົ້າຮອບ 2 ຄົນສຸດທ້າຍໃນໂຄງການ AirAsia Runway Ready Designer Search ເຊິ່ງຈັດເປັນຄັ້ງທີ່ສາມ, ໂດຍມີຄະນະກຳມະການຜູ້ຊົງຄຸນນະວຸດໃຫ້ກຽດເປັນກຳມະການເຊັ່ນ: ທ່ານ Andrew Tan ຜູ້ສ້າງ KL Fashion Week; ທ່ານ ເທບ ນິຣະນາດພູຣີ ຜູ້ຈັດການອະວຸໂສ ຝ່າຍຜະລິດຕະພັນ ຂົງເຂດອິນໂດຈີນ ຂອງ ແອເອເຊຍ; ທ່ານ Tan Hooi Min ຫົວໜ້າຝ່າຍຊື້ FashionValet ; ທ່ານ ນາງ ປານີ ໄຊຍະວົງ …

Read More »