ໝາກໜອດເປັນໝາກໄມ້ບ້ານໆທີ່ໃຜໆກໍເບິ່ງຂ້າມ ແຕ່ຮູ້ບໍ່? ວ່າໜາກໜອດດີຕໍ່ສຸຂະພາບຫຼາຍໄດ໋…! ນໍ້າໝາກໜອດ ເຖິງຈະມີລົດສົ້ມ ແຕ່ກໍໃຫ້ຄຸນປະໂຫຍດຢ່າງໜ້າເຫຼືອເຊື່ອ ຖ້າດື່ມເປັນປະຈຳຈະເຮັດໃຫ້ຫາຍເຊົາຈາກພະຍາດຢ່າງໜ້າອັດສະຈັນແນ່ນອນ… ນອກຈາກນີ້ ການດື່ມນໍ້າໝາກໜອດຍັງຊ່ວຍເພີ່ມປະລິມານສານຕ້ານອະນຸມູນອິດສະລະ ຈຶ່ງຊ່ວຍສ້າງພູມຄຸ້ມກັນພະຍາດໄດ້ດີ ໂດຍສະເພາະໃນຜູ້ສູງອາຍຸຄວນດື່ມນໍ້າໜາກໜອດເປັນປະຈຳເພື່ອກະຕຸ້ນລະບົບພູມຄຸ້ມກັນ ສ່ວນຄົນທົ່ວໄປໃນທຸກເພດທຸກໄວ ກໍບໍ່ຄວນພາດທີ່ຈະດື່ມນໍ້າໝາກໜອດເຊັ່ນກັນ ເພາະໝາກໜອດທຸກໆສາຍພັນຈະມີວິຕາມິນ A ສູງທີ່ມີສ່ວນຊ່ວຍບໍາລຸງດວງຕາ ແລະ ຍັງມີວິຕາມິນ C ທີ່ຊ່ວຍບຳລຸງຜິວພັນ ຫຼຸດຮອຍຕີນກາ ແລະ ຫຼຸດໄຂມັນໃນເສັ້ນເລືອດນຳອີກ ແຕ່ຂໍ້ແນະນຳກໍຄື: ຖ້າຈະດື່ມນໍ້າໜາກໜອດກໍຄວນຄັ້ນແບບສົດໆ ບໍ່ຄວນເຕີມນໍ້າຕານເພື່ອເພີ່ມຄວາມຫວານ ຫຼື ຖ້າທ່ານອົດຕໍ່ຄວາມສົ້ມຂອງໝາກໜອດບໍ່ໄຫວກໍຄວນໃສ່ພຽງໜ້ອຍດຽວກໍພຽງພໍ ເພື່ອທຸກທ່ານຈະໄດ້ຮັບປະໂຫຍດທີ່ດີຕໍ່ສຸຂະພາບຈາກໝາກໜອດຢ່າງເຕັມທີ່ນັ້ນເອງ. #ດີແບບນີ້ຢ່າລືມແຊຣຕໍ່ໆກັນເດີ້
Read More »pou peng
ນູ່ນີ່ ເປີດໃຈຄັ້ງທຳອິດເຖິງການໄປລາຍການ “Take Me Out Thailand”
ສຳພາດພິເສດສາວ ນູ່ນີ່ ກຸມພົນພັກດີ ສາວລາວທີ່ໄປຮ່ວມລາຍການເລືອກຄູ່ຊື່ດັງ “Take Me Out Thailand” ແລະ ມີການເປີດໃຈຄັ້ງທຳອິດກັບ ທີມງານ ຂວັນໃຈ ທີ່ນູ່ນີ່ໄດ້ໄປອອກລາຍການຕັ້ງແຕ່ມື້ທຳອິດຈົນເຖິງປັດຈຸບັນ… ລອງມາອ່ານບົດສຳພາດຂອງສາວ ນູ່ນີ່ ສາວໂຕນ້ອຍໜ້າຮັກຄົນນີ້ເບິ່ງເດີ້!!! ຂັວນໃຈ: ເຮັດແນວໃດ? ຈຶ່ງໄປຮອດລາຍການດັງຂອງປະເທດເພື່ອນບ້ານ? ນູ່ນີ່: ໂດຍ ກໍສົ່ງອີເມວໄປຕາມຊ່ອງທາງທີ່ທາງລາຍການເລີຍ ແລະ ນູ່ນີ່ເອງກໍມີອ້າຍຢູ່ທາງໄທແດ່ ເພິ່ນກໍເປັນຄົນແລ່ນເລື່ອງສະໝັກໃຫ້ ເພາະເພິ່ນກໍເຫັນເຮົາໂສດ ຢາກເຫັນເຮົາມີແຟນ (555) ຂັວນໃຈ: ຄວາມຮູ້ສຶກທີ່ໄດ້ໄປລາຍການ “Take Me Out Thailand” ນູ່ນີ່: ກໍຮູ້ສຶກວ່າຕົນເອງເປັນຄົນໂສດ ກໍຮູ້ສຶກວ່າຢາກເປີດໂອກາດໃຫ້ຕົວເອງ ຢາກເຈິຄົນທີ່ດີ ຖ້າມີໂອກາດເຈິຄົນທີ່ດີເນາະກໍລົມ ແຕ່ຖ້າລົມແລ້ວບໍ່ເຂົ້າໃຈກັນກໍບໍ່ເປັນຫຍັງສາມາດເປັນອ້າຍເປັນນ້ອງກັນໄດ້ ແລະ ເທົ່າທີ່ນູ່ນີ່ໄດ້ໄປອອກລາຍການທາງຝັ່ງໄທແລ້ວເນາະ ກໍຮູ້ສຶກວ່າມີແຟນຄລັບທາງຝັ່ງລາວຝັ່ງໄທຫຼາຍຂຶ້ນ ກະມີທັງດີ ແລະ ບໍ່ດີ ກະມີທັງຜູ້ຄອມເມັ້ນມາ ແຕ່ກໍບໍ່ເປັນຫຍັງເພາະນູ່ນີ່ກໍນຳເອົາມາປັບປຸງຕົວເອງ ຂັວນໃຈ: ຊີວິດປ່ຽນບໍ່? …
Read More »ຮູບເງົາ “ຫົງຫາມເຕົ່າ” ມາແຮງທະລຸ 1000 ລ້ານ!!!
ເປັນກະແສກັນມາເລື້ອຍໆເລີຍສຳລັບຮູບເງົາລາວ “ຫົງຫາມເຕົ່າ ຂ້ອຍຕວົະເຈົ້າ ເຮົາຮັກກັນ” ຂອງຜູ້ກຳກັບສຸດເກັ່ງ ອ້າຍ ເຈ້ຍ ປາຊີຟິກ, ເຊິ່ງຮູບເງົາເລື່ອງນີ້ກໍບໍ່ເຮັດໃຫ້ຄົນລາວຜິດຫວັງເພາະນອກຈາກຈະສາຍໃນບ້ານເຮົາແລ້ວ ຍັງໂກອິນເຕີໄປສາຍເຖິງຕ່າງປະເທດອີກດ້ວຍ, ແລະ ຫຼ້າສຸດ ຜູ້ກຳກັບກໍຄື ອ້າຍ ເຈ້ຍ ປາຊິຟິກ ກໍໄດ້ໂພສໃນເຟສບຸກວ່າຮູບເງົາເລື່ອງດັ່ງກ່າວມີຂ່າວດີເພາະສ້າງລາຍໄດ້ເຖິງ 1000 ລ້ານ ເຮັດໃຫ້ມີແຟນໆເຂົ້າໄປຄອມເມັ້ນສະແດງຄວາມຍິນດີກັນຢ່າງຫຼວງຫຼາຍ!!! ເຢ້ 1.000ລ້ານ ແລ້ວເດີ້ ຫົງຫາມເຕົ່າຂໍຂອບໃຈຫມົດທຸກໆຄົນ ທີ່ຊ່ວຍສະຫນັບສະຫນູນຮູບເງົາລາວ ເຈ້ຍ ສັນຍາເລື່ອງຕໍ່ໄປຈະເຮັດໃຫ້ດີກວ່າ… โพสต์โดย Phoumsana Sirivongsa บน 9 มิถุนายน 2017 ນີ້ກໍຖືເປັນອີກບາດກ້າວໜຶ່ງຂອງວົງການຮູບເງົາລາວທີ່ປະສົບຜົນສຳເລັດ ຢ່າງໃດກໍຂໍສະແດງຄວາມຍິນດີກັບ ອ້າຍ ເຈ້ຍ ປາຊີຟິກ ແລະ ຫວັງວ່າໃນໂອກາດໜ້າຈະມີຮູບເງົາດີໆມາໃຫ້ຄົນລາວເຮົາເບິ່ງອີກ. #ແຊຣໄປເພື່ອໃຫ້ກຳລັງໃຈຮູບເງົາລາວ ທີ່ມາ: Jear Pacific
Read More »ຄູ່ນີ້ໜ້າຮັກ! ໂອປໍ-ໝໍໂອກ ເດີນທາງມາປະເທດລາວເປັນທີ່ຮຽບຮ້ອຍ…
ເປັນຄູ່ ສາມີ-ພັນລະຍາ ທີ່ໜ້າຮັກສຸດໆເລີຍສຳລັບ ໂອປໍ ປານິສະລາ ແລະ ໝໍໂອກ ສະມິດ ເຊິ່ງທັງ 2 ເປັນພິທີກອນ-ນັກສະແດງ ຊື່ດັງຂອງປະເທດເພື່ອນບ້ານ, ແລະ ໃນຕອນບ່າຍຂອງມື້ນີ້ທັງສອງກໍໄດ້ເດີນທາງມາຮອດປະເທດລາວເປັນທີ່ຮຽບຮ້ອຍເພື່ອມາຮ່ວມເປັນສິລະປິນຮັບເຊີນໃນງານ “Top Thai Brands 2017” ຢູ່ທີ່ສູນການຄ້າລາວ-ໄອເຕັກ. ແຕ່ພໍມາຮອດປະເທດລາວດາລາດັງທັງ 2 ກໍມີໂອກາດໄປກິນເຂົ້າທ່ຽງທີ່ຮ້ານອາຫານຊື່ດັງແຖວນາໄຊ (Senglao cafe) ເຊິ່ງເປັນຮ້ານອາຫານທີ່ມີບັນຍາກາດດີ ອາຫານແຊບ ຕົບແຕ່ງສະໄຕຍຸກ 70’s ຈົນເຮັດໃຫ້ທັງສອງຕິດອົກຕິດໃຈເຖິງຂັ້ນໂພສລົງໃນອິນສະຕາແກຼມກັນເລີຍ ແລະ ນອກຈາກນັ້ນທັງ ໂອປໍ ແລະ ໝໍໂອກ ກໍມີໂອກາດໄດ້ຖ່າຍຮູບກັບບັນດາແຟນຄລັບຊາວລາວດ້ວຍຄວາມເປັນກັນເອງອີກດ້ວຍ. Senglao Cafe' #Vientiane A post shared by Opal Panisara (@opalpanisara) on Jun 8, 2017 at 11:20pm …
Read More »ເອົາແລ້ວໆໆ ອຸງ ຕົວແທນຈາກລາວມີລຸ້ນ!! ຕິດອັນດັບ Top 5 ໃນການປະກວດ “Mister National Universe 2017”
ເອົາແລ້ວໆໆ!!! ອຸງ ທົດສະພອນ ສິດພະໄຊ ຕົວແທນຈາກປະເທດລາວເຮົາມີລຸ້ນ…. ເພາະຕິດ 1 ໃນ 5 ໜຸ່ມ Hot ຂອງຜູ້ເຂົ້າປະກວດທັງໝົດໃນເວທີ “Mister National Universe 2017” #ແຊຣໄປໃຫ້ໂລກຮູ້ ຢ່າລືມເຊຍເປັນກຳລັງໃຈໃຫ້ໜຸ່ມຄົນນີ້ ແຟນໆສາມາດໄປໂຫວດໄປເຊຍເປັນກຳລັງໃຈໃຫ້ໜຸ່ມຄົນນີ້ໄດ້ທີ່ເພສ Mister National Universe the new Gen of the future ໄດ້ເລີຍ!!! ຍັງມີຮູບ Hot2 ຂອງໝຸ່ມ ອຸງ ມາຝາກທຸກຄົນນຳເດີ້!! ຂໍຂອບໃຈຮູບພາບ
Read More »