Breaking News

pou peng

 ຊົມເຊີຍ! ໄວໜຸ່ມລາວຄົນເກັ່ງ ບິນລີ່ ສີອຳພັນ ພິຊິດມາແລ້ວ 2 ໂຄງການໃຫ່ຍ, ວ່າທີ່ອະນາຄົດຂອງວົງການແຟຼຊັ່ນ!!!

ວ້າວໆໆ!!! ມື້ນີ້ ຊະນີIndy ຮູ້ສຶກຕື່ນເຕັ້ນກັບໄວໝຸ່ມລາວເຮົາຫຼາຍໆ ແລະ ພາກພູມໃຈທີ່ຈະນຳສະເໝີວ່າທີ່ອະນະຄົດຂອງວົງການແຟຊັ່ນລາວນັ້ນກໍຄື ທ້າວ ສີອຳພັນ ຈັນທະວົງວິຈິດ (ບິນລີ່) ອາຍຸ 19 ປີ ຈາກເມືອງ ປາກເຊ ແຂວງຈຳປາສັກ, ກຳລັງສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ຄະນະສະຖາປັດຕະຍາກຳສາດ ພາກວິຊາອອກແບບຜະລິດຕະພັນ, ບິນລີ່ ຈະເອີ້ນໄດ້ວ່າເປັນໄວໜຸ່ມລາວທີ່ເກັ່ງ ແລະ ມີຄວາມສາມາດຫຼາຍກໍວ່າໄດ້ ເພາະສາມາດແຂ່ງຂັນເປັນຜູ້ຊະນະເລີດໃນໂຄງການ ນັກອອກແບບໜຸ່ມນ້ອຍ “Lao Young Designer 2016” ຈົນໄດ້ທຶນໄປສຶກສາຕໍ່ທີ່ສະຖາບັນແຟຼຊັ່ນລະດັບໂລກໃນປະເທດ ຝຣັ່ງ ມາແລ້ວ ແລະ ຫຼ້າສຸດໃນເມື່ອບໍ່ດົນມານີ້ ບິນລີ່ ກໍຍັງເປັນ 1 ໃນ 2 ຄົນ ສຸດທ້າຍຂອງໂຄງການ “AirAsia Runway Ready Designer Search 2017” ທີ່ຈະເປັນຕົວແທນຈາກປະເທດລາວໄປແຂ່ງຂັນຮອບສຸດທ້າຍ ຊຶ່ງການແຂ່ງຂັນດັ່ງກ່າວຈະມີທັງໝົດ 10 …

Read More »

ໜ້າຮັກ! ແອັບເປີ້ນ-ຟຸກ ວ່າທີ່ເຈົ້າສາວ-ເຈົ້າບ່າວ ກຽມຕົວໃນຊຸດໄໝລາວ

ໜ້າຮັກແທ້ເດສຳລັບຄູ່ຮັກໄອດໍ້ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຸກ ຈິຣະ ເຊິ່ງທັງສອງເປັນເຖິງຄູ່ຮັກດາລາສາວລາວ-ບ່າວໄທ ທີ່ໃຜໆກໍຄົງຈະຮູ້ຈັກ ແລະ ທັງ 2 ກໍກຳລັງທີ່ຈະມີຂ່າວດີພິທີວິວາໃນຊ່ວງເດືອນ ພະຈິກ ທີ່ຈະມາເຖິງ, ກ່ອນໜ້ານີ້ແອັບເປີ້ນກໍມີການເປີດເຜີຍຊຸດເຈົ້າສາວປະເພນີໄທເຊິ່ງເປັນຊຸດລາຕີຍາວລາຍລູກໄມ້ສີຂາວທີ່ງາມ ແລະ ລຽບຫຼູ ໄປແລ້ວ ແລະ ຫຼ້າສຸດວ່າທີ່ເຈົ້າສາວເຈົ້າບ່າວກໍໄດ້ເດີນທາງກັບມາທີ່ປະເທດລາວເພື່ອມາເບິ່ງຊຸດໄໝລາວທີ່ຈະໃຊ້ໃນພິທີມົງຄຸນສົມຣົດຂອງທັງສອງນັ້ນເອງ. ສຳລັບຊຸດໄໝລາວຂອງທັງສອງນັ້ນຄາດວ່າຈະຍັງຢູ່ໃນຊ່ວງຄັດເລືອກເພື່ອໃຫ້ໄດ້ຊຸດທີ່ງາມແລະຖືກໃຈທັງສອງທີ່ສຸດ, ກໍແນວວ່າງານມົງຄຸນສົມຣົດທັງທີຕ້ອງໃຫ້ໄດ້ຊຸດທີ່ງາມ ຕໍ່າທໍດ້ວຍຄວາມປານີດ ແລະ ລຽບຫຼູໃຫ້ສົມຊື່ສາວແອັບເປີ້ນ ແລະ ໜຸ່ມຟຸກ ຢູ່ແລ້ວແມ່ນບໍ່…ອິອິ ແຟນເພສຄົນໃດທີ່ຍັງບໍ່ເຫັນຊຸດເຈົ້າສາວທີ່ເປັນຊຸດປະເພນີໄທຂອງສາວແອັບເປີ້ນ, ຊະນີIndy ກໍບໍ່ລືມທີ່ຈະເອົາຮູບພາບມາຝາກທຸກຄົນນຳເດີ້!!! ຂໍຂອບໃຈຮູບພາບ: fluke_jira , appleminiberry

Read More »

ໜູນາ ດີເຈສາວທີ່ກຳລັງມາແຮງ ແຖມມີບຸກຂະລິກໂດດເດັ່ນບໍ່ຄືໃຜ!!!

ມື້ນີ້ ຂວັນໃຈ ຈະພາມາເຮັດຄວາມຮູ້ຈັກກັບ DJ ສາວລາວຄົນງາມ ແລະຫຼາກຫຼາຍຄວາມສາມາດ ເຊິ່ງ DJ ສາວຄົນນີ້ເປັນດີເຈສາວລາວທີ່ກຳລັງມາແຮງ ແຖມມີບຸກຂະລິກທີ່ໂດດເດັ່ນບໍ່ຄືໃຜນັ້ນກໍຄື ສຸກພາລັກ ວົງສອນສະໝຸດ (ໜູນາ) ອາຍຸ 23 ປີ ຫຼືທີ່ຮູ້ກັນໃນວົງການ DJ ສາຍຕືດໆໆໆ…ບ້ານເຮົາກໍຄື  DJ ໜູນາ ນັ້ນເອງ, ເຊິ່ງ ຊະນີIndy ເຊື່ອເລີຍວ່າແຟນໆທຸກຄົນຄົງຈະຄຸ້ນໜ້າຕຸ້ນຕາກັນດີ ເພາະດີເຈສາວຄົນນີ້ທົວມາແລ້ວທຸກແຂວງ ທຸກພາກ ທົ່ວປະເທດລາວ ແລະຫຼາຍໆເວທີລະດັບເທດກໍຈະເຫັນນາງໄປໂຊຝີມືມາໝົດແລ້ວທົ່ວປະເທດ ແລະຍັງໆຍັງບໍ່ໝົດເດີ້ ເພາະສາວ ໜູນາ ຄົນນີ້ຍັງມີໂອກາດໄດ້ໄປໂຊຝີມືໃນສະຖານບັນເທິງດັງໆຂອງຕ່າງປະເທດມາແລ້ວໆໆໆ (ໂອ້ໆໆໆ ບໍ່ທຳມະດາ) ເຊິ່ງປະເທດທີ່ ໜູນາ ໄດ້ໄປໂຊນັ້ນກໍມີທັງ Singapore, Thailand, China, Myanmar, Malaysia, Cambodia ແລະ Macau. ໜູນາ ຍັງເປັນ DJ ສາວທີ່ມີບຸກຂະລິກອັນໂດດເດັ່ນ ເພາະນາງມີ Style …

Read More »

ຫ້າມພາດ! ວິທີປຸງແຕ່ງ ອາຫານເພື່ອຄົນຮັກສາສຸຂະພາບ!!!

ມາພົບກັບ CookGirl… ແມ່ຄົວຄົນງາມ ອີກແລ້ວ ທີ່ຈະມາພ້ອມກັບ ວິທີປຸງແຕ່ງອາຫານເພື່ອສຸຂະພາບ ແບບງ່າຍໆ ຈາກຮ້ານອາຫານຊື່ດັງໃນນະຄອນຫຼວງວຽງຈັນ. ມື້ນີ້ກໍເຊັ່ນເຄີຍ ເຮົາຍັງຢູ່ກັບຮ້ານອາຫານແສງລາວ (Senglao Cafe) ທີ່ຈະມາເປີດເຜີຍສູດເມນູຍອດນິຍົມ ໃຫ້ແຟນໆ Kuanjai Foodie ໄດ້ຮູ້ກັນອີກແລ້ວ!! ລອງນຳເອົາ 2 ສູດເມນູນີ້ ລອງເຮັດເບິ່ງ ວ່າຊິແຊບຄືມືອາຊີບຫຼືບໍ່ ຣ໋ອກເກັດ ແລະ ເປັດຮົມຄວັນ (Rocket and Smoked Duck) 120 Calories ສ່ວນປະກອບ: ຜັກຣ໋ອກເກັດ, ຍອດອ່ອນຕົ້ນຕາເວັນ, ຊີ້ນເອິກເປັດຮົມຄວັນ ສາມາດຊື້ຕາມຕະຫຼາດທົ່ວໄປໄດ້ ປະມານ 60 ກຼາມ, ໝາກເລັ່ນນ້ອຍ, ເຊີລີ່, ແຜ່ນປໍເປ໊ຍ, ນໍ້າຊ໋ອດບາຊາມີໂກ້ (Balsamico sauce) ຂອງອີຕາລີ. ວິທີເຮັດ: ນໍາແຜ່ນປໍເປ໊ຍ ອົບໃຫ້ເປັນຮູບຊົງຖ້ວຍ ແລ້ວໃສ່ຜັກຣ໋ອກເກັດລົງກ່ອນ …

Read More »

ງາມຫຼາຍ! ບັນດານາງສາວລາວຜູ້ເຂົ້າຮອບ 20 ຄົນສຸດທ້າຍ “Miss Grand Laos 2017”

ພິທີເປີດຕົວ 20 ນາງສາວຜູ້ເຂົ້າປະກວດ “Miss Grand Laos” ຢ່າງເປັນທາງການ!!! ໃນວັນທີ 13 ມິຖຸນາ 2017 ທີ່ຜ່ານມາໄດ້ມີພິທີເປີດຕົວ 20 ນາງສາວຜູ້ເຂົ້າປະກວດ “Miss Grand Laos” ຢູ່ທີ່ນະຄອນຫຼວງວຽງຈັນ, ຫຼັງຈາກທີ່ໄດ້ມີການເປີດຮັບສະໝັກບັນດານາງສາວທີ່ມີເງື່ອນໄຂ ແລະ ຄວາມພ້ອມຕ່າງໆ ບໍ່ວ່າຈະເປັນສ່ວນສູງ 168ຊມ ຂຶ້ນໄປ, ມີອາຍຸລະຫວ່າງ 17-27, ແລະ ບຸກຂະລິກກະພາບພຽບພ້ອມ, ເຊິ່ງກໍ່ໄດ້ເປີດຮັບສະໝັກຕັ້ງແຕ່ເດືອນເມສາ ຈົນເຖິງວັນທີ 17 ພຶດສະພາ 2017 ທີ່ຜ່ານມາ, ກໍ່ໄດ້ມີການຄັດເລືອກເພື່ອທີ່ຈະຄັດຜູ້ເຂົ້າຮອບ 20 ຄົນສຸດທ້າຍ, ເພື່ອເຮັດກິດຈະກຳຕ່າງໆກ່ອນທີ່ຈະຮອດວັນປະກວດຮອບຕັດສິນໃນວັນທີ 15 ກໍລະກົດ 2017 ທີ່ຈະມາເຖິງນີ້, ເຊິ່ງເປັນກຽດເປັນປະທານເປີດງານໂດຍ ທ່ານ ດຣ ຫົງຄຳ ສຸວັນນະວົງ ປະທານໂທລະພາບທີວີລາວ ແລະ ປະທານຈັດງານປະກວດມິສແກຣນລາວ, …

Read More »