Breaking News

pou peng

ຂໍສະແດງຄວາມຍິນດີ! ກິກ ໄພລິນດາ ໃຫ້ກຳເນີດທາຍາດແລ້ວເປັນລູກຊາຍ ແຖມໜ້າຮັກຫຼາຍ!!!

ກາຍເປັນຄອບຄົວທີ່ສົມບູນແບບເປັນທີ່ຮຽບຮ້ອຍສຳລັບ ກິກ ໄພລິນດາ ພິລາວັນ ອະດີດນາງງາມປີ 2009 ທີ່ກ່ອນໜ້ານີ້ເພິ່ນກໍແຕ່ງດອງໄປກັບຄົນຮັກກໍຖືວ່າເປັນຂ່າວດີກັບວົງການບັນເທິງບ້ານເຮົາ ແລະ ຫຼ້າສຸດກໍຍິ່ງເປັນຂ່າວດີອີກແລ້ວເມື່ອໄດ້ຍິນຂ່າວວ່າກິກໃຫ້ກຳເນີດທາຍາດໃນວັນທີ 21 ມິຖຸນາ 2017 ເຊິ່ງລູກຂອງກິກເປັນເພດຊາຍ ແຖມມີຄວາມໜ້າຮັກໜ້າຊັງຫຼາຍ ອອກມາໄດ້ສົມບູນແຂງແຮງ, ຢ່າງໃດ ທີມງານ ຂວັນໃຈ ແລະ ແຟນເພສທຸກໆຄົນກໍຂໍສະແດງຄວາມດີໃຈກັບສາວ ກິກ ນຳຫຼາຍໆ ຂໍໃຫ້ແຂງແຮງທັງແມ່ທັງລູກໄວໆເລີຍເດີ້!!! #ແຊຣໄປເປັນກຳລັງໃຈໃຫ້ແມ່ມືໃໝ່ກັນແດ່ ທີ່ມາ: Kik Phailinda Philavanh

Read More »

ແມ່ກໍຄືແມ່! ເຄີຍເຫັນແຕ່ຕອນແຕ່ງໜ້າບໍ່ຄິດວ່າໜ້າສົດ ອໍ້າ ພັດຊະຣາພາ ຈະເປັນແບບນີ້???

ເວົ້າເຖິງ ອໍ້າ ພັດຊະຣາພາ ໄຊເຊື້ອ ໃຜໆກໍຄົງຈະຮູ້ຈັກ ເພາະນາງເປັນເຖິງຊຸບເປີສະຕາໝາຍເລກໜຶ່ງຂອງປະເທດເພື່ອນບ້ານ ແຖມມີແຟນຄລັບຢ່າງຫຼວງຫຼາຍໄປໂຊໂຕຢູ່ໃສ ຫ້າງໃດ ຫ້າງນັ້ນຕ້ອງຄັບຄາໜາແໜ້ນໄປດ້ວຍຜູ້ຄົນທີ່ໄປລໍຖ້າເບິ່ງຄວາມງາມ ໜ້າຮັກ ແລະ ເຊັກຊີ່ຂອງເພິ່ນ, ແຕ່ແຟນຄລັບສ່ວນຫຼາຍກໍຄົງຈະຍັງບໍ່ເຄີຍເຫັນຕອນທີ່ ອໍ້າ ພັດຊະຣາພາ ເຜີຍໜ້າສົດໆ ແບບໄຮ້ເຄື່ອງສຳອາງແມ່ນບໍ່? ຫຼ້າສຸດ ອໍ້າ ພັດຊະຣາພາ ກໍໂພສຮູບພາບເຂົ້າວັດເຮັດບຸນແຕ່ເຊົ້າໆ ແຖມບໍ່ແຕ່ງໜ້າເປີດເຜີຍໜ້າສົດທີ່ໃສໆ ປານສາວນ້ອຍຂຶ້ນໃໝ່ ຂະໜາດບໍ່ແຕ່ງຍັງງາມສົມກັບເປັນຊຸບເປີສະຕາໝາຍເລກ 1 ອີ່ຫລີ!!! ບໍ່ເຊື່ອລອງມາເບິ່ງຮູບພາບໜ້າສົດຂອງ ຊຸບເປີສະຕາ ອໍ້າ ພັດຊະຣາພາ ຄົນນີ້ລອງເບິ່ງເດີ້!!! ທີ່ມາ: aum_patchrapa

Read More »

ນັກຮຽນລາວໄດ້ຮັບລາງວັນຫຼຽນທອງແດງ ກ່ຽວກັບສິ່ງແວດລ້ອມໂລກ ຢູ່ນະຄອນຫຼວງນິວຢອກ

ຂໍຊົມເຊີຍ! ກັບນ້ອງໆນັກຮຽນລາວ ທ້າວ ແສງສອນເພັດ ວົງດາຣາ ແລະ ທ້າວ ພອນທໍາ ວິຊາປຣາ ຈາກໂຮງຮຽນ ອິດສະເຕີນສະຕາ ໂດຍຕາງໜ້າ ສປປ ລາວ ໄດ້ຮັບຫຼຽນທອງແດງອັນດັບໂລກ ໃນການແຂ່ງຂັນຫົວຄິດປະດິດສ້າງກ່ຽວກັບສິ່ງແວດລ້ອມໂລກ ປະຈໍາປີ 2017 (Genius Olympiad 2017) ທີ່ນະຄອນຫຼວງນິວຢອກ ສະຫະລັດອາເມລິກາ ເຊິ່ງ ລາວສາມາດຍາດໄດ້ຫຼຽນທອງແດງ ສາຂາ ວິຈິດສິນມາມອບໃຫ້ປະຊາຊົນລາວຢ່າງຫນ້າພາກພູມໃຈ. ການແຂ່ງຂັນຄັ້ງນີ້ປະກອບມີ 6 ສາຂາຈາກ 73 ປະເທດທົ່ວໂລກເຂົ້າຮ່ວມແຂ່ງຂັນ. ທີ່ມາ: ຂ່າວສານປະເທດລາວ  

Read More »

ຊົມເຊີຍ! ອຸງ ທົດສະພອນ ທັງເຈົ້າຊູ້ທັງເກັ່ງ ຮັບໃບປະກາດໃນລະດັບປະລິນຍາຕີທີ່ມະຫາວິທະຍາໄລລະດັບໂລກ!!!  

ກາຍເປັນ ຂວັນໃຈ ຄົນໃໝ່ຂອງປະຊາຊົນລາວເຮົາໄປແລ້ວສຳລັບ ອຸງ ທົດສະພອນ ສິດພະໄຊ ທີ່ກ່ອນໜ້ານີ້ເພິ່ນໄດ້ໄປສ້າງຊື່ສຽງໃຫ້ປະເທດລາວຂອງເຮົາໂດຍການໄປປະກວດ “Mister national universe 2017” ແລະ ແຖມຍັງບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງເພາະຄວ້າລາງວັນຂວັນໃຈສື່ມວນຊົນ “Media’s Choice Awards” ມາຝາກຄົນລາວເຮົາຈົນສ້າງສຽງຮືຮາມາແລ້ວ, ແລະ ຫຼ້າສຸດເລື່ອງລາວຂອງໜຸ່ມຮ໋ອດຄົນນີ້ກໍຍັງບໍ່ໝົດໄປເພາະ ອຸງ ໄດ້ກັບໄປຮັບໃບປະກາດໃນລະດັບປະລິນຍາຕີ ສາຂາ “Accounting – Marketing” ທີ່ປະເທດ ອົດສະຕຣາລີ ຈາກ University of New South Wales ເຊິ່ງກໍຖືວ່າເປັນມະຫາວິທະຍາໄລທີ່ມີຄຸນນະພາບ ແລະ ຕິດອັນດັບໂລກ ແຖມບໍ່ແມ່ນເລື່ອງງ່າຍທີ່ຈະເຂົ້າໄປສຶກສາຖ້າບໍ່ເກັ່ງແທ້ໆ, ເອົ້າ ຢ່າງໃດກໍຂໍສະແດງຄວາມຍິນດີ ແລະ ຊົມເຊີຍໝຸ່ມ ອຸງ ໜຸ່ມລາວເຮົາຄົນນີ້ທີ່ທັງເຈົ້າຊູ້ ມີຄວາມສາມາດແຖມຮຽນເກັ່ງ ຂໍຕົບມືໃຫ້ເລີຍ!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ ຮູບພາບຈາກ: Oung Thotsaphone Sitphaxay

Read More »

ມ່ວນຫຼາຍ! “ປ່ຽນ” ເພງໃໝ່ຊຶ້ງກິນໃຈຈາກ 4 ໜຸ່ມວົງ GB2

ມາເດີ້ໆໆ ມາຟັງເພງລາວສະໜັບສະໜູນເພງລາວນຳກັນ!!!  ມື້ນີ້ ຊະນີIndy ກໍມີເພງລາວໃໝ່ໆ ມ່ວນໆ ມາຝາກທຸກໆຄົນເປັນເພງຈາກ 4 ໜຸ່ມສຸດເຈົ້າຊູ້ແຫ່ງວົງ GB2 ເຊິ່ງເມື່ອບໍ່ດົນມານີ້ເພິ່ນກໍໄດ້ເປີດຕົວເພງໃໝ່ຊື່ວ່າເພງ “ປ່ຽນ” ເປັນບົດເພງທີ່ມ່ວນກິນໃຈ ຖືກໃຈໄວໜຸ່ມບ້ານເຮົາກັນສຸດໆ, ປົກກະຕິ ເວົ້າແທ້ໄດ໋ວ່າແຕ່ກ່ອນ ຊະນີIndy ເປັນຄົນທີ່ບໍ່ມັກຟັງເພງລາວປານໄດ໋ ສ່ວນຫຼາຍຈະເປັນສາຍເພງ Inter ຫັ້ນນ່າ… ແນະໆ ແຕ່ບໍ່ໄດ້ໝາຍຄວາມວ່າເພງລາວເຮົາບໍ່ມ່ວນເດີ້ ເປັນບົດເພງທີ່ມ່ວນ ແລະ ໜ້າສະໜັບສະໜູນຫຼາຍ ແຕ່ມັນກໍຂຶ້ນກັບຄວາມມັກຂອງໃຜມັນຫັ້ນເດ ແຮ່ໆ… ແຕ່ມາດຽວນີ້ມີເພງລາວມ່ວນໆ ຊຶ້້ງໆ ມາໃຫ້ເຮົາໄດ້ຟັງກັນເລື້ອຍໆ ຈົນເຮັດໃຫ້ ຊະນີIndy ເອງມີຄວາມຄິດປ່ຽນ ແລະ ຫັນມາຟັງເພງລາວຈົນຮ້ອງໄດ້ເກືອບໝົດທຸກເພງ  (ເອົາຈົນ…ໝູ່ທາງຂ້າງລຳຄານພຸ້ນລະ ຮະຮ່າ) ແລະ ກໍຢາກມາຊວນໝູ່ເພື່ອນທຸກຄົນຫັນມາຟັງເພງລາວ ເພື່ອເປັນການສະໜັບສະໜູນສິລະປິນລາວ ຜູ້ສ້າງສັນເພງລາວເຮົາໃຫ້ກ້າວໄກລະດັບໂລກ. ໂອ້ຍ…ຝອຍສະຍືດຍາວເລີຍແມ່ນບໍ່? ບໍ່ວ່າກັນເນາະ ແນວຄົນມັກຝອຍເຮັດແນວໄດ໋ໄດ້ 555, ເອົາເປັນວ່າລອງມາຟັງບົດເພງ “ປ່ຽນ” ເພງໃໝ່ຊຶ້ງກິນໃຈຈາກວົງ GB2 ກັນເລີຍ!!! #ແຊຣໄປເພື່ອໃຫ້ກຳລັງໃຈສິລະປິນລາວ ຄລິບຈາກ: Indee Laos

Read More »