ອີກແລ້ວໆໆໆ!!! ແຟນຄລັບຊາວລາວເຮົາມີເຮ…ເພາະກຽມພົບກັບດາລາໃນດວງໃຈຂອງໃຜຫຼາຍໆຄົນ ອໍ້າ ພັດຊະຣາພາ ໄຊເຊື້ອ ດາລາ-ນັກສະແດງ ໝາຍເລກໜຶ່ງຂອງປະເທດເພື່ອນບ້ານທີ່ກຽມມາພົບກັບແຟນໆຊາວລາວເຮົາອີກແລ້ວເປັນເທື່ອທີ 2 ໃນວັນທີ 7 ມິຖຸນາ 2017 ທີ່ຈະຮອດຈະເຖິງໃນໄວໆນີ້, ຫຼັງຈາກທີ່ເທື່ອກ່ອນຕອນທີ່ເອື້ອຍອໍ້າໄດ້ມາຮ່ວມເປີດໂຕສິນຄ້າຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້ເຊື່ອວ່າທຸກໆຄົນກໍຄົງຈະຍັງຈື່ກັນໄດ້ເພາະສ້າງປະກົດການຮືຮາໄປທົ່ວປະເທດເພາະມີແຟນໆຊາວລາວໄປໃຫ້ການຕ້ອນຮັບກັນຢ່າງເນື່ອງແໜ້ນຈົນໄດ້ສາຍາວ່າ “ເຈົ້າແມ່ຫ້າງແຕກ” ແລະມາໃນເທື່ອນີ້ ເອື້ອຍອໍ້າ ພັດຊະຣາພາ ຊຸບຕາຄົນງາມກໍຈະມາພົບກັບແຟນໆອີກແລ້ວ ສາມາດໄປເຈິກັບເອື້ອຍອໍ້າໄດ້ເລີຍຢູ່ທີ່ ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໃນງານ ” Top Thai Brands 2017 ” ແລະ ການມາຂອງເອື້ອຍ ອໍ້າ ພັດຊະຣາພາ ໄຊເຊື້ອ ໃນເທື່ອນີ້ຈະມາໃນແບບທີ່ໃຫ້ແຟນໆໄດ້ເວົ້າລົມ ແລະ ສຳພາດກັນແບບໃກ້ຊິດອີກເດີ້!!! (ຢ່າລືມຢ່າພາດ) ຮູບພາບ: aum_patchrapa ຂໍ້ມູນ: Khompanya Entertainment
Read More »pou peng
ຊົມເຊີຍ! 15 ປີແຫ່ງຄວາມສຳເລັດຂອງໂຮງຮຽນ ນານາຊາດ ປັນຍາທິບ
ໃນວັນທີ 31 ພຶດສະພາ 2017 ທີ່ຜ່ານມາ ຢູ່ ໂຮງແຮມ Crowne plaza vientiane ນະຄອນຫຼວງວຽງຈັນ ໄດ້ມີພິທີສະເຫຼີມສະຫຼອງ ໂຮງຮຽນນານາຊາດ ປັນຍາທິບ ຄົບຮອບ 15 ປີ, ເປັນກຽດເປັນປະທານໃນງານໂດຍ ທ່ານ ລີຕູ້ ບົວປາວ ອາດີດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ , ທ່ານ ນາງ ປາດຖະໜາ ປັນຍາທິບ ຜູ້ອຳນວຍການ ແລະ ຜູ້ກໍ່ຕັ້ງໂຮງຮຽນນານາຊາດປັນຍາທິບ, ທ່ານ John Gwyn Jones ຮອງຜູ້ອຳນວຍການໂຮງຮຽນນານາຊາດປັນຍາທິບ ແລະ ຮ່ວມດ້ວຍບັນດາແຂກຈາກຫຼາຍພາກສ່ວນທັງການນຳພັກລັດ, ສະຖານທູດ, ຜູ້ບໍລິຫານໂຮງຮຽນຫຼາຍໂຮງຮຽນ, ນັກທຸລະກິດຈາກຫຼາຍຂະແໜງທັງພາຍໃນ ແລະ ຕ່າງປະເທດ, ຜູ້ປົກຄອງນັກຮຽນ ແລະ ນັກຮຽນຈຳນວນໜຶ່ງ ແລະ ສື່ມວນຊົນຈຳນວນຫຼວງຫຼາຍເຂົ້າຮ່ວມ. …
Read More »ມາຮູ້ຈັກກັບ! ແອນນ້າ Dj ສາວລາວສຸດ Sexy ແຖມຄວາມສາມາດແບບຈັດເຕັມ!!!
Wow… ຮູ້ສຶກຄຶກຄື້ນຂຶ້ນມາທັນໃດເລີຍແມ່ນບໍ່ແຟນໆ ເພາະມື້ນີ້ ຊະນີIndy ຢາກແນະນຳອີກໜຶ່ງສາວສຸດ Sexy ນັ້ນກໍຄື ນາງ ສາຍລົມເຢັນ ບຸນຍະແສງ ຫຼື Dj ແອນນ້າ ອາຍຸ 28 ປີ, ຜົນງານຂອງ ແອນນາ ທີ່ຜ່ານມາກໍຄືເປັນ DJ ທີ່ຮ້ານອາຫານ 79 ແລະ ຕາມງານ Event ໃຫ່ຍໆນາງກໍຈະມັກຈະໄດ້ຮັບເຊີນໄປເປັນ Dj ເປີດເພງມ່ວນໆໃຫ້ເຮົາໄດ້ແດ໋ນກະຈາຍ… ນອກນີ້ນາງກໍຍັງເປັນນາງແບບຕາມງານຕ່າງໆ ແລະ ສາວ ແອນນ້າ ຄົນນີ້ຍັງມີຈຸດພິເສດເປັນແມ່ຍິງຂີ້ດື້, ມັກຍີ້ມ, ມັກກວນ, ເຊັກຊີ້ໜ້ອຍໆ ນຳອີກໄດ໋… ແລະເຮົາຍັງມີບົດສຳພາດເຖິງແຮງບັນດານໃຈທີ່ເຮັດໃຫ້ສາວຄົນນີ້ໄດ້ມາເປັນ DJ ລອງມາອ່ານບົດສຳພາດກັນເບິ່ງເດີ້… “ແຮງບັນດານໃຈທີ່ເຮັດໃຫ້ ແອນນ້າ ເປັນ DJ ຍ້ອນອາຊີບນີ້ ເປັນອາຊີບທີແມ່ຍິງລາວສ່ວນຫຼາຍຍັງບໍ່ກ້າເຮັດເປັນອາຊີບທີ່ໜ້າຄົ້ນຫາ ມີສະເໜ່ ແລະແປກໃໝ່ສໍາລັບບ້ານເຮົາ ແລະ ແອນນ້າ ຮູ້ສຶກວ່າການທີ່ແມ່ຍິງ ເປັນ DJ ແຕ່ລະຄົນຈະມີເອກະລັກໃນແບບຂອງຕົນເອງ. ຢາກແນະນຳສາວໆ ທີ່ຢາກລອງເປັນ DJ ຖ້າໄດ້ລອງຄັ້ງທຳອິດຈະຮູ້ສຶກວ່າ ຫຼົງມັກອາຊີບນີ້ເພາະການເປັນ DJ ແມ່ນໄດ້ເປີດເພງໃຫ້ຄົນອື່ນຟັງເຮັດໃຫ້ທຸກຄົນໃນທຸກງານທີ່ໄດ້ໄປ ໄດ້ມ່ວນ ໄດ້ເຕັ້ນ ໄດ້ມີຮອຍຍິ້ມກໍເຮັດໃຫ້ເຮົາ ມີຄວາມສຸກໄປນຳ” ຫວັງວ່າແຟນໆຄົງຈະຖືກໃຈກັບ DJ ແອນນ້າ ຄົນນີ້ເດີ້, ຢ່າລືມແຊຣເພື່ອເປັນກຳລັງໃຈໃຫ້ນາງແດ່… ຂໍຂອບໃຈຮູບພາບຈາກ: Facebook: Anna …
Read More »ມາຮູ້ຈັກກັບ!!! Gal Gadot ນາງເອກ “Wonder Woman” ຮູບເງົາທີ່ຄົນທົ່ວໂລກລໍຖ້າເບິ່ງ!!!
ກຳລັງເປັນກະແສສຸດໆສຳລັບຮູບເງົາຈາກຝັ່ງ Hollywood ທີ່ກໍາລັງຈະເຂົ້າສາຍໃນໄວໆນີ້ “Wonder Woman” ແລະ ສິ່ງທີ່ແຟນໆທຸກຄົນຢາກຮູ້ກັນທີ່ສຸດກໍຄົງຈະໜີບໍ່ພົ້ນນາງເອກສາວທີ່ທັງງາມ ເຊັກຊີ່ ແຖມຄວາມສາມາດນິບອກເລີຍວ່າອັດແໜ້ນສົມກັບໄດ້ຮັບບົດນີ້ອີ່ຫລີໄດ໋ ແລະ ໃນມື້ນີ້ ຂວັນໃຈ ເຮົາກໍຈະພາແຟນໆໄດ້ມາຮູ້ຈັກກັບປະຫວັດຄວາມເປັນມາຂອງສາວ Gal gadot ລອງມາຮູ້ຈັກກັບນາງເບິ່ງ…ແລະເຊື່ອວ່າທຸກຄົນຕ້ອງຫຼົງຮັກນາງແນ່ນອນ!!! Gal gadot (ກັລ ກາດ໊ອດ) ນັກສະແດງຍິງຄົນງາມຈາກປະເທດ Israel, ອາຍຸ 32 ປີ ແລະ ປີນີ້ຖືວ່າເປັນປີທອງຂອງນາງເລີຍກໍວ່າໄດ້ເພາະຈາກບົດບາດນຳສະແດງຫຼັກທີ່ໄດ້ຮັບໃນຮູບເງົາ Wonder Woman ແຕ່ແຟນໆບາງທ່ານອາດຈະຄຸ້ນໜ້າຄຸ້ນຕາກັນດີເພາະສາວຄົນນີ້ເຄີຍໂຊຝີມືທາງດ້ານການສະແດງມາກ່ອນແລ້ວໃນຮູບເງົາເລື່ອງ Fast & Furious, ດ້ວຍຄວາມງາມໃນແບບຄົມເຂັ້ມທັງສີຜິວແລະໜ້າຕາເຮັດໃຫ້ສາວຄົນນີ້ເຂົ້າໄປຄອງໃນຫົວໃຈແຟນໆຮູບເງົາທົ່ວໂລກໄດ້ຢ່າງງ່າຍດາຍ ນອກຈາກຄວາມງາມແລ້ວ Gal ຍັງເປັນສາວທີ່ເກັ່ງ ແລະ ມີຄວາມສາມາດຫຼາກຫຼາຍເຊິ່ງຫຼາຍຄົນອາດຍັງບໍ່ເຄີຍຮູ້ມາກ່ອນ. ຕອນທີ່ Gal gadot ອາຍຸ 18 ສາວຄົນນີ້ເຄີຍຄວ້າຕຳແໜ່ງນາງງາມ Miss Israel ປີ 2004 ແລະ …
Read More »ພາບບັນຍາກາດໃນງານປາຕີ້ຍ້ອນຍຸກສຸດມັນໃນງານ “Flashback Friday” by Tuborg
ໃນວັນທີ 26 ພຶດສະພາ 2017 ທີ່ຜ່ານມາເບຍ Tuborg ໄດ້ຈັດງານປາຕີ້ຍ້ອນຍຸກສຸດມັນ “Flashback Friday” ຢູ່ທີ່ຮ້ານອາຫານ Laoderm SKYBAR, ເຊິ່ງຄອນເສັບພາຍໃນງານໃນຄັ້ງນີ້ຈະມາໃນຕຣີມ #BackToThe2000s ຫຼືຍ້ອນຍຸກກັບໄປຍຸກປີ 2000 ເຊິ່ງເຮັດໃຫ້ມີຜູ້ຄົນສົນໃຈ ແລະ ເຂົ້າຮ່ວມໃນງານນີ້ຢ່າງຫຼວງຫຼາຍ!!! ພາຍໃນງານຍັງພົບກັບກິດຈະກຳທີ່ສຸດແສນຈະມ່ວນຊື່ນ ພົບກັບດີເຈໜຸ່ມສຸດຫຼໍ່ ແລະ ດີເຈສາວສຸດເຊັກຊີ່ດີເຈ ແອນນາ ທີ່ມາຮ່ວມສ້າງສີສັນດ້ວຍການເປີດເພງມ່ວນໆ ເປັນເພງສາກົນດັງໃນອະດີດ ແບບວ່າຖ້າໃຜໄດ້ໄປງານນັ້ນຕ້ອງຄິດວ່າໄດ້ຍ້ອນຍຸກໄປປະມານ 17 ປີກ່ອນພຸ້ນເດີ້ (ບອກເລີຍວ່າມັນອີ່ຫລີ) ແລະ ນອກຈາກນັ້ນຍັງມີກິດຈະກຳຕ່າງໆໃຫ້ຮ່ວມຢ່າງຫຼວງຫຼາຍເຊັ່ນ: ຮ່ວມຫຼິ້ນເກມເພື່ອລຸ້ນຮັບຂອງລາງວັນຕ່າງໆ, ຖ່າຍຮູບໃນ Photo Boot ທີ່ທາງທີມງານຈັດກຽມໄວ້ໃຫ້ຢ່າງຄົບຊຸດເພື່ອໃຫ້ທຸກໆຄົນທີ່ເຂົ້າຮ່ວມງານໄດ້ເກັບໄວ້ເປັນທີ່ລະນຶກ ແລະ ທີ່ເປັນໄຮໄລ້ຂອງງານບອກເລີຍວ່າເດັດສຸດເພາະຍັງມີການປະກວດເຄື່ອງແຕ່ງກາຍຍ້ອນຍຸກ ແລະ ຄົນທີ່ຖືກໃຈກຳມະການກໍຈະໄດ້ຮັບບັດຄອນເສີດ Britney Spears Live in Bangkok 2017 ອີກດ້ວຍ… ສຳລັບແຟນໆທ່ານໃດທີ່ບໍ່ໄດ້ມາຮ່ວມໃນງານ “Flashback Friday” …
Read More »