Breaking News

pou peng

ຊົມເຊີຍ!!! ເສີດ ພອນປະເສີດ ໜຸ່ມນ້ອຍອະນາຄົດໄກ ວ່າທີ່ນັກອອກແບບຊື່ດັງຂອງລາວ!!!

ຊົມເຊີຍ!!! ໄວໜຸ່ມລາວເກັ່ງບໍ່ແພ້ຊາດໄດໃນໂລກ ທ້າວ ພອນ​ປະ​ເສີດ ​​ແສງ​ມະນີ​ວົງ ອາຍຸ 18 ປີ ຈາກ​ນະຄອນຫລວງ​ວຽງ​ຈັນ  ນັກສຶກສາຈາກຄະນະສະຖາປັດຕະຍະກຳ ມະຫາວິທະຍາໄລແຫ່ງຊາດລາວ, ຜູ້ພິຊິດທຶນຈາກປະເທດ ສິງກະໂປ ຜູ້ເຂົ້າແຂ່ງຂັນໃນ ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ 2017 (Lao Young Designers Project), ເຊິ່ງຜົນງານຂອງເສີດກໍເຂົ້າຕາກຳມະການຈົນຄວ້າລາງວັນຮອງ​ອັນ​ດັບທີ 1 ແລະ ຈະ​ໄດ້​ຮັບ​ທຶນ​ໄປ​ສຶກສາ​ເປັນ​ເວລາ 6 ​ເດືອນ ທີ່​​ໂຮງຮຽນສິລະ​ປະ ​​ແລະ ການ​ອອກ​ແບບ ​​ແຫ່ງ ສະ​ຖາ​ບັນ​ວິ​ຈິ​ດສິນ ນານ​ຢາງ, ປະ​ເທດ​ສິງກ​​ະ​ໂປ ​ໂດຍ​ການ​ຮ່ວມ​ມື​ຢ່າງ​ໃກ້ຊິດ ກັບ ສະ​ຖາ​ບັນ​ວິ​ຈິ​ດສິນ ນານ​ຢາງ, ປະ​ເທດ​ສິງກ​​ະ​ໂປ ​ແລະ ສະຖານທູດ​ສິງກະ​ໂປ​ປະຈຳ​ລາວ. #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງໄວໜຸ່ມລາວ     ນີ້ແມ່ນຜົນງານທີ່ ເສີດ ພອນປະເສີດ ທີ່ສົ່ງເຂົ້າປະກວດຈົນໄດ້ລາງວັນ ຮອງອັນດັບ1 ໃນໂຄງການ Lao Young Designers …

Read More »

ຂໍເປັນກຳລັງໃຈໃຫ້ ເມ ວະລິສະລາ ສາວງາມທີ່ໄປເປັນຕົວແທນປະເທດລາວໃນການປະກວດ “Miss Chinese world 2017”

ໃນວັນທີ 25 ພຶດສະພາ ທີ່ຜ່ານມາເຟັກບຸກຂອງ ເມ ວະລິສະລາ ຕັງສຸວັນ ສາວງາມທີ່ໄປເປັນຕົວແທນປະເທດລາວໃນການປະກວດ “Miss Chinese world 2017” ກໍໄດ້ໂພສຂໍ້ຄວາມເພື່ອຂໍກຳລັງໃຈຈາກແຟນໆຊາວລາວວ່າ: “ Final day ແລ້ວເດີ້  ຝາກກົດໄລກົດແຊກັນຫຼາຍໆແນ່ເດີ້ ❤️??? ເມສັນຍາວ່າຈະເຮັດໃຫ້ເຕັມທີ່ ແລະ ເຕັມຄວາມສາມາດ” ວະລິສະລາ ຕັງສຸວັນ (ເມ) ໄດ້ເປັນຕົວແທນຈາກປະເທດລາວເຮົາໄປແຂ່ງຂັນປະກວດນາງງາມໃນເວທີ “Miss Chinese world 2017” ຢູ່່ທີ່ປະເທດ ມາເລເຊຍ  ແລະ ໃນວັນທີ 26 ພຶດສະພາ 2017 ນີ້ແລ້ວທີ່ເຮົາຈະໄດ້ຮູ້ຜົນການແຂ່ງຂັນໃນການປະກວດໃນເວທີລະດັບໂລກໃນຄັ້ງນີ້ ຂໍເປັນກຳລັງໃຈໃຫ້ ເມ ວະລິສະລາ ຈົ່ງເຮັດໃຫ້ດີທີ່ສຸດ…ສູ້ໆ ເດີ້…ແຟນໆສາມາດຕິດຕາມການປະກວດໄດ້ທີ່ເພສ “Miss Chinese World” ສຳລັບ ເມ ວະລິສະລາ ຕັງສຸວັນ ອາຍຸ …

Read More »

Surprise!!! ເມື່ອ ອາເລັກຊານດ້າ ບຸນຊ່ວຍ ປ່ອຍເພງໃໝ່ຈົນແຟນໆຕະລຶງໃນຄວາມສາມາດ…

ບໍ່ເວົ້າເຖິງຄົງຈະບໍ່ໄດ້ເດີ້ສຳລັບ ອາເລັກຊານດ້າ ບຸນຊ່ວຍ  ນັກຮ້ອງ-ນັກສະແດງ ຊື່ດັງຂອງລາວເຮົາ ທີ່ຜ່ານມາເພິ່ນກໍມີຜົນງານ ແລະ ຄວາມສາມາດຫຼາກຫຼາຍຢ່າງ, ແຕ່ຫຼ້າສຸດນາງໄດ້ເຮັດໃຫ້ແຟນຄລັບ Surprise!!! ໄປຕາມໆກັນເພາະສາວຄົນນີ້ໄດ້ປ່ອຍເພງແນວ Classic ທີ່ມີຊື່ສຽງ ແລະ ເພງປະຕິວັດ ທີ່ນຳມາຂັບຮ້ອງໃໝ່ໄດ້ຢ່າງມ່ວນຫູ ອອນຊອນໃນສຽງອັນອ່ອນຫວານ, ພໍແຕ່ປ່ອຍພຽງເທົ່ານັ້ນແຟນຄລັບຂອງນາງຕ່າງກໍມາໃຫ້ກຳລັງໃຈ ແລະ ຄອມເມັ້ນຍົກຍ້ອງໃນຄວາມສາມາດຂອງ ອາເລັກຊານດ້າ!!! #ແຊຣໄປໃຫ້ໂລກຮູ້ ລອງມາຟັງບົດເພງເກົ່າ ທີ່ຂັບຮ້ອງໃໝ່ຈາກ ອາເລັກຊານດ້າ ບຸນຊ່ວຍ ຄົນນີ້ກັນໄດ້ເລີຍ!!! ຂໍຂອບໃຈ: Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ

Read More »

ສຸດຊຶ້ງກິນໃຈ! “ກັບໄປສາ” ຜົນງານເພງໃໝ່ຫຼ້າສຸດຈາກວົງ Black eyes!!!

ວ້າວວວວ!!! ຊຶ້ງກິນໃຈສຸດໆກັບຜົນງານເພງ “ກັບໄປສາ” ຜົນງານເພງໃໝ່ຫຼ້າສຸດຂອງວົງ Black eyes ແຫ່ງຄ້າຍ Indee record ຄ້າຍເພງອັນດັບ 1 ຂອງລາວ, ເຊິ່ງບົດເພງນີ້ກໍໄດ້ປ່ອຍໃຫ້ທຸກຄົນໄດ້ຟັງກັນໃນວັນທີ 23 ພຶດສະພາ ທີ່ຜ່ານມາທາງ YouTube, ພໍແຕ່ປ່ອຍເພງດັງກ່າວອອກມາເທົ່ານັ້ນກໍເຮັດໃຫ້ມີຄວາມສົນໃຈຈາກແຟນເພງ ແລະ ມີຍອດວິວ, ໄລ້, ຄອມເມັ້ມ ແລະ ແຊຣຈຳນວນຫຼວງຫຼາຍ, ດັ່ງນັ້ນຂາຊອ໋ກແຊ໋ກຢ່າງ ຊະນີIndy ມີຫວາຈະພາດ… ນຳເອົາບົດເພງ “ກັບໄປສາ” ຈາກວົງ Black eyes ນີ້ມາຝາກແຟນໆ… #ແຊຣໄປໃຫ້ໂລກຮູ້ ຄລິບຈາກ: Indee Laos

Read More »

ເກັ່ງຫຼາຍ!! ສາວນ້ອຍຜູ້ຄວ້າລາງວັນຊະນະເລີດໂຄງການ “Lao Young Designers 2017” ໄດ້ທຶນໄປສຶກສາຕໍ່ທີ່ປະເທດຝຣັ່ງ

Wow ມື້ນີ້ ຊະນີIndy ມີຄວາມຮູ້ສຶກພາກພູມໃຈກັບໄວໜຸ່ມລາວ ແລະ ຢາກແນະນຳໃຫ້ແຟນໆໄດ້ຮູ້ຈັກນັ້ນກໍຄືນ້ອງ ລີວັນນາ ກູ້ (ເມເມ) ອາຍຸ 19 ປີ ຈາກນະຄອນຫຼວງວຽງຈັນ ຜູ້ຊະນະເລີດໂຄງການນັກອອກແບບໜຸ່ມນ້ອຍ (Lao Young Designers 2017), ຜົນງານຂອງ ເມເມ ທີ່ສົ່ງເຂົ້າປະກວດມີຄວາມໂດດເດັ່ນຈົນສາມາດເອົາຊະນະໃຈກຳມະການ ແລະ ພິຊິດທຶນການສຶກສາດ້ານອອກແບບທີ່ປະເທດ ຝຣັ່ງ ເປັນເວລາ 6 ເດືອນ ໃນສະຖາບັນການອອກແບບ ESMOD ເປັນສະຖາບັນດ້ານການອອກແບບທີ່ມີຊື່ດັງຂອງໂລກ ໂດຍຈະມີການຮ່ວມມືຢ່າງໃກ້ຊິດກັບສະຖາບັນເອັດສໂມດ, ສະຖານທູດຝຣັ່ງປະຈຳລາວ ແລະ ສະຖາບັນແຄມປັດສ ຝຣັ່ງ ປະຈຳລາວ. ຈາກການສຳພາດນ້ອງ ເມເມ ນາງກໍໄດ້ເປີດເຜີຍໃຫ້ ທີມງານ ຂວັນໃຈ ເຮົາຟັງວ່າ: “ບໍ່ຄິດວ່າຕົນເອງຈະໄດ້ ເພາະທີ່ຈິງຕົນບໍ່ມີຊື່ໃນຜູ້ເຂົ້າຮອບສຸດທ້າຍ ແຕ່ໃນມື້ວັນທີ 23 ພຶດສະພາ ທາງໂຄງການເພິ່ນກໍໄດ້ໂທມາໃຫ້ເຂົ້າມາຮ່ວມໃນການແຂ່ງຂັນ ເພາະມີໝູ່ທີ່ເຂົ້າຮ່ວມໂຄງການສະຫຼະສິດໄປ ແລະ …

Read More »