Breaking News

pou peng

ປ້ອງກັນອັນຕະລາຍຈາກເຄື່ອງສໍາອາງແນວໃດ?

ຈະປ້ອງກັນຕົນເອງຈາກອັນຕະລາຍຂອງເຄື່ອງສໍາອາງແນວໃດ?     ບໍ່ແຕ່ງໜ້າເວລາຂັບລົດ ຫຼື ເປັນຜູ້ໂດຍສານໃນລົດ. ບໍ່ໃຊ້ເຄື່ອງສໍາອາງຮ່ວມກັບຜູ້ອື່ນ. ປິດພາຊະນະໃຫ້ແກ່ນເກັບໃຫ້ພົ້ນຈາກແສງແດດ ແລະ ຄວາມຮ້ອນ. ຢ່າໃຊ້ເຄື່ອງສໍາອາງ ຫາກມີບັນຫາຕາອັກເສບ ແລະ ຖີ້ມຜະລິດຕະພັນນັ້ນໄປຖ້າຫາກພົບບັນຫາເຊັ່ນ: ເກັບຜະລິດຕະພັນໄວດົນເກີນໄປ, ເນື້ອຄີມສະລາຍຕົວ. ຢ່າຕື່ມຂອງແຫຼວ ຫຼື ອື່ນໆລົງໃນຜະລິດຕະພັນ ຍົກເວັ້ນຖ້າມີຄໍາແນະນໍາຈາກປ້າຍກຳກັບ. ໂຢນຖີ້ມຫາກພົບວ່າສີເຄື່ອງສໍາອາງທີ່ໃຊ້ຢູ່ເລີ່ມປ່ຽນສີ ຫຼື ມີກິ່ນຜິດປົກກະຕິ. ຢ່າໃຊ້ປ໋ອງສະເປໃກ້ກັບຄວາມຮ້ອນ ຫຼື ລະຫວ່າງສູບຢາເພາະອາດຈະລະເບີດໄດ້. ຢ່າສູບດົມລະອອງສະເປ ຫຼື ຝຸ່ນແປ້ງເຂົ້າປອດ ເພາະມັກຈະມີໂລຫະເປັນອົງປະກອບກໍ່ໃຫ້ເກີດອັນຕະລາຍຕໍ່ຕາໄດ້.  

Read More »

ເລື່ອງເລັບ ເລື່ອງນ້ອຍ…!

ເລື່ອງເລັບ ເລື່ອງນ້ອຍ…! ຫຼາຍຄົນມີບັນຫາກັບການທາເລັບເວົ້າໄດ້ວ່າຄວາມຢາກງາມຕ້ອງຍອມເສຍເງິນເຂົ້າຮ້ານເຮັດເລັບແພງໆ ບໍ່ກ້າທີ່ຈະແຕ່ງເລັບທາເລັບດ້ວຍຕົນເອງ ແຕ່ອັນທີ່ແທ້ແລ້ວການທາລັບເປັນເລື່ອງທີ່ງ່າຍສຸດໆ ພຽງແຕ່ຕ້ອງມີເຕັກນິກການທາເລັບໜ້ອຍໜຶ່ງ ມາເບິ່ງກັນເລີຍ.     1.  ເຕັກນິກການທາເລັບ   ບີບນໍ້າໝາກນາວ ຫຼື ນໍ້າສົ້ມສາຍຊູລົງໃນອ່າງນໍ້າ ປະໄວ້ບຶດໜຶ່ງແລ້ວນໍາມືລົງໄປແຊ່ຈະຊ່ວຍໃຫ້ເລັບອ່ອນນຸ່ມຂຶ້ນ. ໃຊ້ນໍາຢາຮອງພື້ນທາເລັບໃນຂັ້ນທໍາອິດ ເພື່ອເປັນການເບິ່ງແຍງເລັບຂັ້ນຕົ້ນ ເພາະຖ້າຫາກເຮົາທາເລັບສີຈັດຈະເຮັດໃຫ້ເລັບເຫຼືອງໄດ້. ການລົງສີທາເລັບບໍ່ຄວນປ້ານເກີນ 3 ເທື່ອເພາະສີຈະຈັບເປັນກ້ອນບໍ່ລຽບສະເໝີກັນ ແລະ ຢ່າລົງສີເລັບເກີນ 2 ຊັ້ນເພາະຈະເບິ່ງໜາຈົນເກີນໄປ. ຫຼັງຈາກລົງສີທາເລັບຮຽບຮ້ອຍແລ້ວຄວນປິດທ້າຍດ້ວຍການທານໍ້າຢາເຄືອບເລັບເພາະຈະຊ່ວຍເພິ່ມຄວາມເງົາງາມ, ວິບວັບໃຫ້ກັບເລັບ ແລະ ຍັງປ້ອງກັນສີເລັບຈາງຈາກແສງແດດໄດ້. 2.  ວິທີການເກັບມ້ຽນສີເລັບ ການເກັບມ້ຽນນໍ້າຢາທາເລັບທີ່ດີໃຫ້ຢູ່ກັບເຮົາໄດ້ດົນໆຈະຕ້ອງປິດຝາໃຫ້ແໜ້ນ ແລະ ເກັບໄວ້ໃນບ່ອນເຢັນ, ຫ່າງໄກແສງແດດເຊັ່ນ: ບ່ອນນ້ອຍໆໃນຕູ້ເຢັນ ການເລືອກຢາທາເລັບຄວນເບິ່ງສ່ວນປະສົມຄື: ຢາທາເລັບທີ່ດີບໍ່ຄວນມີແອວກໍຮໍ ເພາະວ່າແອວກໍຮໍຈະເປັນຕົວເຮັດໃຫ້ເລັບແຫ້ງ ແລະ ຈີກງ່າຍ.    3. ການເລືອກສີຢາທາເລັບໃຫ້ເໝາະສົມກັບສີຜິວພັນ ສາວຜິວພັນຂາວອົມເຫຼືອງ: ເໝາະສົມກັບຢາທາເລັບສີບົວອົມສົ້ມ, ສີນໍ້າຕານທອງແຈ້ງ ຫຼື ສີສົດໆ.ສາວຜົວພັນຂາວອົມບົວ: ເໝາະສົມກັບຢາທາເລັບສີບົວນໍ້າຕານ, …

Read More »

ຄຸນປະໂຫຍດຂອງ Vaseline ທີ່ທ່ານຕ້ອງຮູ້!!!

ສາລະພັດປະໂຫຍດຈາກ  Vaseline…!       ສາວໆເຄີຍຮູ້ບໍ່ວ່າ ວາສະລິນ (Vaseline) ນອກຈາກຈະໃຊ້ບໍາລຸງຜິວພັນ, ບໍາລຸງປາກແລ້ວນັ້ນ ຍັງມີປະໂຫຍດອີກຫຼາຍຢ່າງ ທີ່ສາວໆບໍ່ເຄີຍຮູ້ມາກ່ອນເຊິ່ງມື້ນີ້ ວາລະສານຂັວນ ໄດ້ນໍາເອົາປະໂຫຍດຂອງວາສະລິນມາແນະນໍາດັ່ງນີ້: ປະສົມເປັນສະລິບຕິກ ຖືວ່າເປັນເລື່ອງທີ່ດີ ເພາະວ່າວາສະລິນສາມາດນໍາໄປປະສົມກັບ Eyeshadow ສີທີ່ສາວໆມັກ ສ່ວນວິທີເຮັດກໍ່ງ່າຍໆພຽງແຕ່ຂູດ Eyeshadow ທີ່ມັກແລ້ວນໍາມັກປະສົມລວມກັບວາສະລີນແລ້ວຄົນໃຫ້ເຂົ້າເປັນເນື້ອດຽວກັນພຽງເທົ່ານີ້ສາວໆກໍ່ຈະໄດ້ສະລິບຕິກທີ່ຊ່ວຍເພິ່ມຄວາມຊຸມຊື່ນໃຫ້ກັບຮີບປາກຂອງເຮົາໄດ້ຢ່າງຍາວນານເພິ່ມຫຼາຍຂຶ້ນອີກດ້ວຍ.   ຈະເຮັດສີຜົມ ຫຼື ທາເລັບກໍ່ບໍ່ເປື້ອນ ຂໍ້ນີ້ກໍ່ເປັນອີກໜຶ່ງເຕັກນິກງ່າຍໆແບບໃກ້ຕົວ ສໍາລັບສາວໆທີ່ມັກໃນການປ່ຽນສີຜົມດ້ວຍຕົວເອງ ຫຼື ທາສີເລັບຕະຫຼອດ ພຽງແຕ່ໃຊ້ວາສະລິນທາບໍລິເວນຜິວໜັງອ້ອມເລັບ ຫຼື ບໍລິເວນຮອບໜ້າ ແລະ ຫຼັງຫູເວລາຍ້ອມຜົມກໍ່ຈະຊ່ວຍໃຫ້ສີບໍ່ເປື້ອນບໍລິເວນທີ່ເຮົາທາວາສະລິນໄວ້.   ຈັດແຕ່ງຄິ້ວ ຫຼື ເພິ່ມຄວາມດົກງາມໃຫ້ຂົນຕາ ວາສະລິນສາມາດຈັດແຕ່ງຄິ້ວຂອງຄົນເຮົາໃຫ້ເຂົ້າຮູບທີ່ເປັນລະບຽບໄດ້ ແລະ ຍັງສາມາດເພິ່ມລູກຫຼິ້ນໃຫ້ກັບໜ່ວຍຕາເຮົາໄດ້ດີ ພຽງແຕ່ໃຊ້ວາສະລິນທາລົງທີ່ໄມ້ມາດຄາຣ່າ (Mascara) ແລ້ວປັດຂົນຕາກໍ່ຈະຊ່ວຍເພິ່ມຄວາມໜາ ແລະ ຄວາມຍາວຂອງຂົນຕາໄດ້ອີກດ້ວຍ.   ກໍາຈັດຮອຍລິບສະຕິກ ສາວໆຄົນໃດທີ່ເຄີຍພົບກັບບັນຫາລິບສະຕິກເປື້ອນເສື້ອ …

Read More »

4 ທ່າຢືດຢຽດແກ້ເຈັບຫຼັງພາກສ່ວນລຸ່ມ ພະນັກງານ Office ນັ່ງດົນໆຕ້ອງ!!!

  4 ທ່າຢືດຢຽດແກ້ເຈັບຫຼັງພາກສ່ວນລຸ່ມ ພະນັກງານ Office ນັ່ງດົນໆຕ້ອງລອງ ໃຜທີ່ເປັນບ່າວສາວ Office ທີ່ນັ່ງດົນໆແລ້ວມີອາການເຈັບຫຼັງ ລອງນໍາເອົາເຄັດລັບນີ້ລອງໄປນໍາໃຊ້ ແລະ ວິທີກໍ່ງ່າຍໆດັ່ງນີ້: ທ່າຂົວໂຄ້ງ ນອນຫງາຍ ຕັ້ງເຂົ່າທັງສອງຂ້າງຂຶ້ນ ມືທັງສອງວາງຂ້າງລໍາຕົວ ຍົກຕົວໃຫ້ກົ້ນລອຍພົ້ນພື້ນ ເກັງທ່າຄ້າງໄວ້ ນັບ 1-10 ແລ້ວຄ່ອຍໆກັບສູ່ທ່າເກົ່າ ເຮັດຊໍ້າປະມານ 2-3 ເທື່ອ   ທ່າຢືນກົ້ມຕົວ ຢືນຊື່ ຕີນແປະກັນ ປາຍຕີນຂະໜານກັບບ່າໄຫຼ່ ຄ່ອຍໆກົ້ມຕົວໄປດ້ານໜ້າ, ເຂົ່າເຄັ່ງ ແລ້ວຢຽດແຂນໄປແຕະປາຍຕີນ ( ຫາກແຕະບໍ່ເຖິງໃຫ້ກົ້ມຫຼາຍສຸດເທົ່າທີ່ຈະເຮັດໄດ້ ) ຄ້າງທ່າໄວ້ 10 ວິນາທີ ຈາກນັ້ນກັບສູ່ທ່າຢືນປົກກະຕິ ເຮັດຊໍ້າອີກປະມານ 5-10 ເທື່ອ     ທ່ານັ່ງພື້ນ ກົ້ມຕົວ ນັ່ງຫຼັງຊື່ ອ້າຂາອອກເປັນວົງແຫວນໃຫ້ພື້ນຕີນເຂົ້າຫາກັນ ກົ້ມຕົວໄປດ້ານໜ້າ ໃຫ້ຫົວກົ້ມລົງຕິດພື້ນຫຼາຍທີ່ສຸດ …

Read More »