ສະບາຍດີສາວໆທຸກຄົນ ໃນມື້ນີ້ ຂວັນໃຈ ຈະນຳສາວໆທຸກທ່ານມາຮູ້ຈັກກັນ Fashion 15 ກະເປົ໋າ ທີ່ສຸດຂອງຄວາມເກ໋ໄກ ສາວໆຄົນໃດຊື້ມາໃຊ້ຖືວ່າວ່າ High Fashion ສຸດໆ ມາເບິ່ງກັນເລີຍ: ເປັນຢ່າງໃດກັນແດ່ກັບ Fashion ກະເປົ໋າທີ່ທາງ ຂວັນໃຈ ເຮົາໄດ້ນຳມາຝາກຖ້າຖືກໃຈກໍ່ຢ່າລືມ ກົດໄລ້-ກົດແຊຣ ໄປໃຫ້ໝູ່ເພື່ອນທຸກຄົນໄດ້ຮິດຕິດເທນສ໌ນຳກັນເດີ້.
Read More »pou peng
ເຕັກນິກໃນການກິນອາຫານໃຫ້ສຸຂະພາບດີ!!!
ເຕັກນິກໃນການກິນອາຫານໃຫ້ສຸຂະພາບດີ ຄຳວ່າ “ ອາຫານ ”ກັບ “ສຸຂະພາບ ”ເປັນສິ່ງທີ່ຄູ່ກັນບໍ່ວ່າໃຜໆກໍຢາກມີສຸຂະພາບທີ່ດີ ການກິນເພື່ອສຸຂະພາບຄືສິ່ງທີ່ຈຳເປັນທີ່ຈະຕ້ອງໃຫ້ຄວາມສົນໃຈ ເພາະການກິນບໍ່ແມ່ນການສະໜອງຄວາມຕ້ອງການຫຼືໃຫ້ອີ່ມທ້ອງເທົ່ານັ້ນຍັງຕ້ອງຄິດເຖິງຜົນທີ່ມີຕໍ່ສຸຂະພາບອີກດ້ວຍມື້ນີ້ ວາລະສານ ຂັວນໃຈ ກໍ່ມີເຄັດລັບໃນການກິນເພື່ອໃຫ້ໄດ້ສຸຂະພາບທີ່ດີມາຝາກ: ກິນເຂົ້າເຊົ້າເປັນປະຈຳ ເພາະເຂົ້າໃນຕອນເຊົ້າສຳຄັນທີ່ສຸດ ແລະ ຄວນກິນໃຫ້ຄົບ 5 ໝູ່ໃນປະລິມານທີ່ເໝາະສົມ ເພາະນອກຈາກຈະຊ່ວຍເພິ່ມເຕີມພະລັງໃຫ້ຮ່າງກາຍ ແລະ ສະໝອງແລ້ວຍັງຊ່ວຍຫຼຸດລະດັບຄໍເລດເຕີຣໍ (cholesterol) ໃນເສັ້ນເລືອດຊ່ວຍໃຫ້ການເຜົາຜານພະລັງງານໄດ້ດີ. ເລືອກອາຫານຈາກທຳມະຊາດເຊັ່ນ: ເຂົ້າກ່ອງ, ເຂົ້າບາເລຼ່, ຖົ່ວ, ສາລີເປັນຕົ້ນ ເຊິ່ງອາຫານເຫຼົ່ານີ້ມີຄຸນຄ່າທາງໂພຊະນາການສູງເປັນແຫຼ່ງລວມຂອງແຮ່ທາດ, ວິຕາມິນ, ໂປຣຕີນທີ່ບໍ່ມີຄໍເລດເຕີຣອນ (cholesterol) ແລະ ຄາໂບໄຮເດດ (Carbohydrate), ຊ່ວຍຫຼຸດຄວາມສ່ຽງພະຍາດຫົວໃຈ, ຫຼຸດຄໍເລດເຕີຣອນ (cholesterol) ແລະ ຄວາມດັນເລືອດໄດ້ ຫຼື ອາດເລືອກອາຫານທີ່ມີສ່ວນປະກອບຂອງພືດເປັນຕົ້ນ. ກິນຜັກ, ໝາກໄມ້ ແລະ ອາຫານ ກິນເປັນປະຈຳເພື່ອເພິ່ມວິຕາມິນ, ເກືອແຮ່ ແລະ ສານອື່ນໆທີ່ຈຳເປັນຕໍ່ຮ່າງກາຍ, …
Read More »ເຮັດແບບນີ້ອາດເຖົ້າແບບບໍ່ຮູ້ຕົວ
ເຮັດແບບນີ້ອາດເຖົ້າແບບບໍ່ຮູ້ຕົວ ມີຕົວການຫຼາຍຢ່າງທີ່ທໍາຮ້າຍຜິວພັນຂອງຜູ້ຍິງເຮົາ ແລະ ໜຶ່ງໃນນັ້ນການສະແດງອາລົມລວມໄປເຖິງການເຮັດພຶດຕິກໍາບາງຢ່າງທີ່ເຮັດໃຫ້ຜິວພັນແຫ່ວ ແລະ ເຖົ້າແບບບໍ່ຮູ້ຕົວ. ພຶດຕິກໍາບາງຢ່າງອາດທໍາຮ້າຍຜິວພັນໃຫ້ຊຸດໂຊມໂດຍທີ່ທ່ານບໍ່ຮູ້ຕົວໄດ້ ສະນັ້ນຕ້ອງລະວັງສິ່ງຕໍ່ໄປນີ້: ໃຊ້ Cleanser ຜິດ: ຖ້າທ່ານຮູ້ສຶກຜິວແຫ້ງຜິວເຄັ່ງທຸກຄັ້ງຫຼັງຈາກລ້າງໜ້າ Cleanser ທີ່ທ່ານໃຊ້ຢູ່ອາດທໍາລາຍນໍ້າມັນຫຼໍ່ລ້ຽງຜິວຕາມທໍາມະຊາດ ເຊິ່ງເມື່ອປ່ອຍໃຫ້ຜິວແຫ້ງໄປດົນໆກໍຈະເຮັດໃຫ້ມີຮິ້ວຮອຍຂຶ້ນມາໄດ້. ນອນສະແຄງ: ການກົດໃບໜ້າເຂົ້າກັບໝອນຈົນເກີດຮອຍຊໍ້າແລ້ວຊໍ້າອີກ ຈະເຮັດໃຫ້ຮິ້ວຮອຍເຫຼົ່ານັ້ນຕິດຢູ່ເທິງໃບໜ້າແບບຖາວອນໄດ້ ຖ້າຢຸດການນອນສະແຄງບໍ່ໄດ້ແທ້ໆກໍ່ປ່ຽນສົບໝອນເປັນແບບຜ້າໄໝມື່ນໆແທນກໍອາດຈະຊ່ວຍຫຼຸດຜ່ອນໄດ້. ສະແດງອາລົມ: ຖ້າທ່ານມັກສະແດງອາລົມເທິງໃບໜ້າຫຼາຍໆບໍ່ວ່າຈະເຮັດໜ້າຍີ້ມ ຫຼື ໜ້າຮ້າຍການກະທໍາຕ່າງໆກໍ່ລ້ວນແລ້ວແຕ່ຈະເຮັດໃຫ້ເກີດຮິ້ວຮອຍທີ່ກາຍເປັນຮິ້ວຮອຍຖາວອນໄດ້. ສະນັ້ນຢ່າສະແດງອາລົມຫຼາຍເກີນໄປ ແລະ ຊອກຫາແວ່ນກັນແດດມາໃສ່ເວລາອອກທາງນອກ.
Read More »ວິທີບໍາລຸງຜົມເສຍແຕກປາຍໃຫ້ມີສຸຂະພາບດີ
ວິທີບໍາລຸງຜົມເສຍແຕກປາຍໃຫ້ມີສຸຂະພາບດີ ວິທີບໍາລຸງຜົມເສຍຫຼາຍ ຖືວ່າເປັນເຄັດລັບຄວາມງາມທີ່ຈໍາເປັນຕໍ່ສາວໆທີ່ມີບັນຫາເສັ້ນຜົມແຫ້ງເສຍຫຼາຍ ແລະ ມື້ນີ້ ວາລະສານຂັວນໃຈ ໄດ້ນໍາເອົາວິທີການບໍາລຸງຜົມໃຫ້ມີສຸຂະພາບດີມາຝາກທ່ານດັ່ງຕໍ່ໄປນີ້: ເລືອກໃຊ້ຜະລິດຕະພັນເບິ່ງແຍງເສັ້ນຜົມແຫ້ງເສຍເປັນພິເສດ ບໍ່ວ່າຈະເປັນແຊມພູສະຜົມ, ຄຣີມນວດຜົມ, ວິຕາມິນເບິ່ງແຍງເສັ້ນຜົມ ສາວໆຄວນເລືອກໃຊ້ແຊມພູ, ຄຣີມນວດ ແລະ Treatment ທີ່ມີສ່ວນປະສົມຂອງສານ Moyseriser, ວິຕາມິນລວມເຖິງຄ່າ pH balance ທີ່ມີຄວາມດຸ່ນດ່ຽງເພື່ອຊ່ວຍເຮັດຄວາມສະອາດ ແລະ ບໍາລຸງຜົມໃຫ້ງາມໄດ້ຢ່າງຄົບຖ້ວນ ທີ່ສໍາຄັນຄວນໃຊ້ເຊຣໍາບໍາລຸງຜົມສູດເຂັ້ມຂົ້ນທຸກເທື່ອຫຼັງສະ. ບໍາລຸງຜົມແບບຈັດໜັກ ດ້ວຍນໍ້າມັນສະກັດຈາກທໍາມະຊາດໄດ້ແກ່ ນໍ້າມັນໝາກພ້າວ, ນໍ້າມັນໝາກກອກ ມານວດບໍາລຸງເສັ້ນຜົມໃຫ້ທົ່ວໂດຍໃຊ້ປາຍນິ້ວມືນວດບໍລິເວນໜັງຫົວປະມານ 2 ນາທີແລ້ວປະໄວ້ 20 ນາທີກ່ອນສະຜົມ ເຮັດອາທິດລະ 3 ເທື່ອຈະຊ່ວຍຟື້ນຟູໃຫ້ຜົມເສຍກັບມາມີຊີວິດຊີວາ ແລະ ເງົາງາມໄດ້ໄວຂຶ້ນ. ອົບອາຍນໍ້າເສັ້ນຜົມແບບລະຫວ່າງມື້ ເພື່ອເປັນການເປີດເກັດຜົມໃຫ້ໄດ້ຮັບສານອາຫານ ແລະ ວິຕາມິນໄປບໍາລຸງຜົມຢ່າງເຕັມທີ່ ໃຫ້ໃຊ້ໄຂ່ແດງ 1 ໜ່ວຍ + ໂຍເກິດລົດທໍາມະຊາດ 1 ຈອກ ປະສົມໃຫ້ເຂົ້າກັນ …
Read More »ຂໍ້ຫ້າມໃນການສີດໂບທ໋ອກ (Botox) ມີຢູ່ 5 ຂໍ້
ຂໍ້ຫ້າມໃນການສີດໂບທ໋ອກ (Botox) ມີຢູ່ 5 ຂໍ້ຄື: ມີປະຫວັດເກີດພູມແພ້ຢ່າງຮຸ່ນແຮງຕໍ່ ໂບທູລິນຼາມ ທ໋ອກຊິນ (Botulinum toxin). ຜູ້ຍິງທີ່ຖືພາ ຫຼື ກໍາລັງໃຫ້ນົມລູກ. ມີຄວາມຜິດປົກກະຕິຂອງພະຍາດກ້າມເນື້ອອ່ອນແຮງ. ມີບັນຫາເລືອດອອກງ່າຍຜິດປົກກະຕິ ຫຼື ກໍາລັງກິນຢາທີ່ມີຜົນເຮັດໃຫ້ເລືອດອອກແລ້ວຢຸດຍາກ. ກໍາລັງປິ່ນປົວດ້ວຍຢາບາງຊະນິດເຊິ່ງມີຜົນຕໍ່ການອອກລິດຂອງໂບທ໋ອກ (Botox).
Read More »