Breaking News

pou peng

ສຸດຍອດເຄື່ອງດື່ມເພື່ອສຸຂະພາບຜິວທີ່ດີ

ສຸດຍອດເຄື່ອງດື່ມເພື່ອສຸຂະພາບຜິວທີ່ດີ ນໍ້າໝາກພ້າວ ເມື່ອທຽບກັບເຄື່ອງດື່ມເກືອແຮ່ແລ້ວຖືວ່ານໍ້າໝາກພ້າວນັ້ນດີຕໍ່ສຸຂະພາບຫຼາຍກວ່າ ເນື່ອງຈາກນໍ້າໝາກພ້າວຈະມີລົດຊາດຫວານຕາມທໍາມະຊາດ ແລະ ບໍ່ມີສານໃຫ້ຄວາມຫວານທຽມອີກດ້ວຍ ນອກຈາກນີ້ຍັງເປັນແຫຼ່ງ potassium ເຊິ່ງຄົນສ່ວນຫຼາຍມັກຈະຂາດເຊິ່ງເກີດຈາກການກິນຜັກ ແລະ ໝາກໄມ້ບໍ່ພຽງພໍ  ເຖິງຢ່າງໃດກໍ່ຕາມຂໍ້ດີຂອງນໍ້າໝາກພ້າວທີ່ມີຕໍ່ຜິວ ອຸດົມໄປດ້ວຍສານຕ້ານອະນຸມູນອິດສະລະເຊິ່ງຈະຊ່ວຍຂະບວນການທີ່ເຮັດໃຫ້ຜິວນານແກ່ກ່ອນໄວ ຫຼ້າສຸດໄດ້ມີການຄົ້ນພົບສານອາຫານໃນນໍ້າໝາກພ້າວທີ່ມີປະໂຫຍດໃນທາງການແພດເຊັ່ນ: Fire growth hormone ຫຼື hormone ພືດ ແລະ ໜຶ່ງໃນນັ້ນມີຊື່ວ່າ hormone ເຊິ່ງມີຄຸນສົມບັດຕໍ່ຕ້ານຮິ້ວຮອຍ ແລະ ຊ່ວຍຮັກສາຄວາມອ່ອນເຍົາ.   ຊາຂຽວ ເນື່ອງຈາກຄາເຟອິນເຮັດໃຫ້ຮ່າງກາຍຂາດນໍ້າເຮົາຈຶ່ງງຄວນຈໍາກັດປະລິມານການບໍລິໂພກກາເຟ ແຕ່ຊາຂຽວບໍ່ໄດ້ໃຫ້ຜົນລັບແບບນັ້ນ ແລະ ຍັງອຸດົມໄປດ້ວຍ Poly-phenols ເຊິ່ງເປັນສານຕ້ານອະນຸມູນອິດສະລະທີ່ມີສັບພະຄຸນຕ້ານການອັກເສບ ແລະ ຕ້ານມະເຮັງ, ສານ EGCG ໃນໃບຊາຂຽວຈະຊ່ວຍປິ່ນປົວພະຍາດຜິວໜັງບາງຊະນິດໄດ້ເຊັ່ນ: ພະຍາດສະເກັດເງິນ, ພະຍາດສິວໜ້າແດງ ແລະ ແມ່ນແຕ່ຮິ້ວຮອຍ. ນອກຈາກນີ້ສານ Poly-phenols ຍັງມີຄຸນສົມບັດປ້ອງກັນອັນຕະລາຍ ແລະ ສ້ອມແປງພາກສ່ວນທີ່ເສຍຫາຍຈາກແສງ ແລະ ການດື່ມຊາຂຽວກໍ່ຊ່ວຍປ້ອງກັນຄວາມເສຍຫາຍຈາກແສງແດດໄດ້ຢ່າງມີປະສິດທິພາບອີກດ້ວຍ …

Read More »

ເບິ່ງແຍງເສັ້ນຜົມຢ່າງໃດດີ?

5 ວິທີການເບິ່ງແຍງເສັ້ນຜົມ ຊ່ວງໜ້າຝົນ ເຂົ້າສູ່ໜ້າຝົນເທື່ອໃດການເບິ່ງແຍງເລື່ອງສຸຂະພາບຮ່າງກາຍຈຶ່ງເປັນສິ່ງທີ່ທຸກຄົນຄວນໃຫ້ຄວາມສໍາຄັນ ແລະ ໃຫ້ຄວາມໃສ່ໃຈກັນເປັນຢ່າງຫຼາຍເພາະໂອກາດໃນການທີ່ຈະເຮັດໃຫ້ເກີດອາການປ່ວຍ ຫຼື ພະຍາດຕ່າງໆມີໂອກາດສູງສໍາລັບການເບິ່ງແຍງເສັ້ນຜົມທີ່ຖືວ່າເປັນໜຶ່ງໃນອະໄວຍະວະຂອງຮ່າງກາຍຈຶ່ງເປັນສິ່ງທີ່ທ່ານຕ້ອງເບິ່ງແຍງບໍ່ຕ່າງຫຍັງກັບອະໄວຍະວະພາກສ່ວນອື່ນໆຂອງຮ່າງກາຍ ມື້ນີ້ເຮົາຈຶ່ງນໍາເອົາວິທີເບິ່ງແຍງເສັ້ນຜົມໃນຊ່ວງໜ້າຝົນມາຝາກສາວໆທຸກຄົນດັ່ງນີ້: ຄວນສະຜົມທຸກເທື່ອທີ່ຖືກຝົນ ຖ້າເປັນໄປໄດ້ທຸກເທື່ອທີ່ທ່ານລຸຍຝົນມາຈົນປຽກໄປໝົດຕົວ ທ່ານຈໍາເປັນຕ້ອງສະຜົມເພາະນໍ້າຝົນທີ່ຕົກລົງມາເທິງເສັ້ນຜົມຂອງທ່ານນັ້ນຈະນໍາເອົາສິ່ງເປິະເປື້ອນ ແລະ ເຊື້ອພະຍາດທີ່ຢູ່ໃນອາກາດລົງມາພ້ອມ ນອກຈາກນັ້ນມັນຈະເຮັດໃຫ້ທ່ານສ່ຽງຕໍ່ການເຈັບປ່ວຍໄດ້ງ່າຍແລ້ວຍັງອາດເຮັດໃຫ້ເສັ້ນຜົມ ແລະ ໜັງຫົວຂອງທ່ານເກີດຄວາມອັບຊື້ນສະສົມຈົນເຮັດໃຫ້ເກີດອາການຄັນ ແລະ ເປັນບາດໄດ້. ໃຊ້ຜ້າແພຂົນໜູເຊັດທຸກເທື່ອທີ່ຖືກຝົນ ໃນກໍລະນີທີ່ທ່ານບໍ່ສາມາດອາບນໍ້າເຮັດຄວາມສະອາດເສັ້ນຜົມໄດ້ທັນທີ ການໃຊ້ຜ້າແພຂົນໜູ ຫຼື tissue ເຊັດນໍ້າຝົນທີ່ຖືກເສັ້ນຜົມ ຈະຊ່ວຍຫຼຸດຄວາມສ່ຽງໃນການເຮັດໃຫ້ທ່ານບໍ່ເຈັບປ່ວຍໄດ້ ຖ້າຫາກມີໄດເປົ່າຜົມກໍ່ແນະນໍາໃຫ້ເປົ່າຜົມໃຫ້ແຫ້ງ ລະຫວ່າງທີ່ລໍຖ້າຊ່ວງເວລາທີ່ຈະອາບນໍ້າສະຜົມເພື່ອເຮັດຄວາມສະອາດເສັ້ນຜົມຕໍ່ໄປ. ໃຊ້ຫວີຫ່າງໆຫວີຜົມຄ່ອຍໆ ຫຼັງຈາກທີ່ທ່ານໃຊ້ໄດເປົ່າຜົມແລ້ວຮຽບຮ້ອຍ ແນະນໍາໃຫ້ໃຊ້ຫວີຫ່າງໆມາຫວີຜົມແຕ່ຫວີຄ່ອຍໆເພື່ອບໍ່ໃຫ້ເສັ້ນຜົມເກີດການພັນກັນອີກທັງຍັງຊ່ວຍຫຼຸດບັນຫາການເກີດຜັມຟູຫຼັງຈາກຜົມແຫ້ງໄດ້ອີກດ້ວຍ. ບໍ່ຄວນສະຜົມກ່ອນນອນ ໃນຊ່ວງໜ້າຝົນສາວໆຄົນໃດທີ່ຕິດນິໄສອາບນໍ້າ ແລະ ສະຜົມກ່ອນເຂົ້ານອນ ແນະນໍາໃຫ້ຫຼີກການສະຜົມໃນຊ່ວງນີ້ ເພາະໂອກາດທີ່ຈະເຮັດໃຫ້ເກີດຄວາມອັບຊື້ນສະສົມພາຍໃນຍ່ອມມີສູງຫຼາຍ ແມ່ນວ່າຈະໝັ້ນໃຈວ່າຜົມແຫ້ງຈາກການໃຊ້ໄດເປົ່າຜົມ ກໍ່ຍັງບໍ່ສາມາດເພິ່ມຄວາມໝັ້ນໃຈໄດ້ຢູ່ດີ. ເຊັດຜົມໃຫ້ແຫ້ງທຸກເທຶ່ອກ່ອນໃຊ້ຜະລິດຕະພັນບໍາລຸງເສັ້ນຜົມ ເຊື່ອວ່າສາວໆຫຼາຍຄົນມັກຫຼົງລືມໃນການເຊັດຜົມໃຫ້ແຫ້ງໝາດໆ ກ່ອນທີ່ຈະໃຊ້ຜະລິດຕະພັນບໍາລຸງເສັ້ນຜົມ ດັ່ງນັ້ນຖ້າຫາກທ່ານຕ້ອງການໃຊ້ຜະລິດຕະພັນດັ່ງກ່າວ ສິ່ງທີ່ສໍາຄັນຄືການເຊັດຜົມໃຫ້ແຫ້ງທຸກເທື່ອເພື່ອບໍ່ໃຫ້ເກີດຄວາມອັບຊື້ນສະສົມຈົນອາດເຮັດໃຫ້ເກີດອາການຄັນໜັງຫົວໄດ້ ເພາະຜະລິດຕະພັນບຳລຸງເສັ້ນຜົມສ່ວນຫຼາຍຕ້ອງລ້າງອອກຈຶ່ງມີໂອກາດເຮັດໃຫ້ເກີດບັນຫາຣັງແຄໄດ້ອີກດ້ວຍ.        

Read More »

ຂໍ້ເສຍ ແລະ ຜົນຂ້າງຄຽງຂອງ Botox!!!

ຂໍ້ເສຍ ແລະ ຜົນຂ້າງຄຽງຂອງ ໂບທ໋ອກ (Botox)     ຫຼັງຈາກການສີດໂບທ໋ອກ (Botox) ອາດເກີດບັນຫາແຊກຊ້ອນໄດ້ເຊັ່ນ: ໜັງຕາຕົກ, ຄິ້ວຕົກ, ມຸມປາກຕົກ, ຮູບປາກບ້ຽວ, ຮອຍຊໍ້າເລືອດຕໍາແໜ່ງທີ່ສີດໂບທ໋ອກ (Botox). ການເກີດພູມຕ້ານທານຕໍ່ໂບທ໋ອກ (Botox) ແລະ ອາດຈະພົບອາການຕາແຫ້ງຫຼັງຈາກການສີດ ດັ່ງນັ້ນແພດທີ່ໃຊ້ຄວນມີຄວາມຮູ້, ຄວາມເຂົ້າໃຈທາງການຢາຂອງໂບທູລິນຼາມ ທ໋ອກຊິນ (Botulinum toxin) ຄວນຮູ້ວິທີປະສົມຢາ, ການປິ່ນປົວທີ່ຖືກຕ້ອງ ນອກຈາກນີ້ຄວນມີຄວາມຮູ້ພື້ນຖານທາງຮ່າງກາຍ ຕະຫຼອດຈົນເຖິງເຕັກນິກການປິ່ນປົວທີ່ຖືກຕ້ອງເພື່ອໃຫ້ຜົນການປິ່ນປົວເກີດເປັນປະໂຫຍດສູງສຸດ ແລະ ມີຜົນຂ້າງຄຽງໜ້ອຍທີ່ສຸດ. ນອກຈາກນັ້ນໂບທ໋ອກ (Botox) ມີຢູ່ໃນຕະຫຼາດວົງການສັນຍະກໍາຫຼາຍ ຈົນມີທັງຂອງແທ້ ແລະ ຂອງປອມ ຂອງທີ່ປອດໄພ ແລະ ຂອງທີ່ອັນຕະລາຍ ດັ່ງນັ້ນການເລືອກຜະລິດຕະພັນໂບທ໋ອກ(Botox) ຕ້ອງເລືອກທີ່ມີ ອຢ. ເຊິ່ງກ່ອນສີດຄວນຖາມທ່ານໝໍກ່ອນວ່າໃຊ້ຢີ່ຫໍ້ຫຍັງ  ຜະລິດຢູ່ໃສ ຄວນສຶກສາມາໃຫ້ດີເພາະອາດຖືກໂບທ໋ອກ (Botox) ທີ່ບໍ່ມີຄຸນນະພາບ ໂດຍຂະບວນການຜະລິດບໍ່ດີມັນກໍ່ອາດຕິດເຊື້ອໄດ້ ເພາະສານພິດຈະເປັນພິດດຽວກັບບາດທະຍັກ …

Read More »

Hot Hit ແລະ In-trend ກັບກະແສເສື້ອຜ້າ DIY

ສະບາຍດີສາວໆມື້ນີ້ Trend Kuanjai Hight-Show ຈະພາສາວໆໄປ Hot Hit ແລະ In-trend ກັບກະແສ DIY ເຊິ່ງເປັນເສື້ອຜ້າທີ່ໄດ້ຮັບຄວາມນິຍົມຫຼາຍໃນປັດຈຸບັນ ໂດຍສະເພາະ Sticker ເກ໋ໆ ເທ້ໆ ທີ່ຈັບມາຕິດແປະກັບເຄື່ອງນຸ່ງແລ້ວຄັກສຸດໆບໍ່ວ່າຈະເປັນ ໂສ້ງ ເສື້ອ ກະເປົ໋າ ເກີບ ເບິ່ງແລ້ວເຂົ້າກັນໜົດ ສາວໆທ່ານໃດທີ່ສົນໃຈຢາກລອງເຮັດ DIY ເສື້ອຜ້າໄວ້ໃສ່ເທ້ໆກໍ່ໄດ້ເລີຍເດີ້.              

Read More »

ອາຫານເສີມແບບເມັດໄດ້ຜົນດີແທ້ ຫຼື ບໍ່ ?

  ມື້ນີ້ ວາລະສານ ຂັວນໃຈ ໄດ້ນໍາເອົາຄໍາຄິດເຫັນຈາກຜູ້ທີ່ເຄີຍກິນອາຫານເສີມແບບເມັດ ແລະ ຄວາມຄິດເຫັນຂອງທ່ານໝໍມາຝາກ ສຳລັບສາວໆທ່ານໃດທີ່ກຳລັງບໍ່ເຂົ້າໃຈວ່າ ການກິນອາຫານເສີມແບບເມັດນັ້ນ ດີແທ້ ຫຼື ບໍ່? ມາເບິ່ງກັນເລີຍ: ສໍາລັບຄົນທີ່ເຄີຍກິນອາຫານເສີມແບບເມັດໄດ້ເວົ້າວ່າ: ມັນດີຕໍ່ຮ່າງກາຍເຮັດໃຫ້ຮູ້ສຶກມີສຸຂະພາບດີ, ສົດຊື່ນ ແລະ ທ່ານໝໍໄດ້ເວົ້າວ່າ ອາດຈະມີຄົນທີ່ກິນໄປແລ້ວໄດ້ຜົນດີແທ້ ຍ້ອນລິດຂອງຢານັ້ນມີ 100% ແລ້ວຜູ້ທີ່ກິນສາມາດດູດຊຶມສານອາຫານໄດ້ 40-50% ຖືວ່າໄດ້ຜົນດີ ແຕ່ຖ້າຈະນໍາເອົາໄປໃຊ້ໃນຮ່າງກາຍໃຫ້ໄດ້ແທ້ນັ້ນແມ່ນຄ່ອນຂ້າງວັດແທກໄດ້ຍາກ ນອກຈາກຈະໄດ້ການຮັບຮອງຈາກແພດທີ່ເປັນຜູ້ໃຫ້ສານອາຫານເສີມແບບເມັດເຫຼົ່ານີ້ ຫຼື ພາກສ່ວນໜຶ່ງມາຈາກຈິດໃຈຂອງຜູ້ກິນຫຼາຍກວ່າເຊິ່ງຢາເຫຼົ່ານັ້ນບໍ່ໄດ້ເຮັດໃຫ້ເກີດຜົນດີແຕ່ຢ່າງໃດ ມັນເປັນເລື່ອງຂອງຈິດໃຈຫຼາຍກວ່າຈາກຄົນທີ່ກິນອາຫານເສີມແບບເມັດເຂົ້າໄປແລ້ວບອກວ່າໄດ້ຜົນດີແທ້ນັ້ນເອງ, ແພດຜູ້ຊ່ຽວຊານຍັງເວົ້າຕື່ມອີກວ່າໃນການເລືອກກິນອາຫານເສີມແບບເມັດດີ ຫຼື ບໍ່ນັ້ນແມ່ນຂຶ້ນຢູ່ກັບການພິຈາລະນາວ່າຮ່າງກາຍຂອງເຮົານັ້ນຈໍາເປັນຕ້ອງໄດ້ຮັບສານອາຫານເຫຼົ່ານີ້ ຫຼື ບໍ່ ແຕ່ຖ້າຢາກກິນແນະນໍາໃຫ້ຄວນຮັບປະທານອາຫານຈາກທໍາມະຊາດຈະດີທີ່ສຸດ.    

Read More »