Breaking News

pou peng

ຢາກເບິ່ງແລ້ວ! ນາງງາມລາວດັງໄກໄປສະແດງຮູບເງົາຮ່ວມກັບນັກສະແດງຊື່ດັງຫຼາຍທ່ານຂອງປະເທດໄທ

ບໍ່ເວົ້າເຖິງຄົງຈະບໍ່ໄດ້ເລີຍ!!! ມາອັບເດດຜົນງານຂອງ ນຸ້ຍ ສຸພາພອນ ສົມວິຈິດ (Miss Universe Laos 2017) ຫຼັງຈາກອຳລາຈາກຕຳແໜ່ງ ນາງກໍເດີນໜ້າລຸຍວຽກທາງດ້ານສາຍບັນເທີງຢ່າງເຕັມທີ່ ບໍ່ວ່າຈະເປັນການເດີນແບບ ຖ່າຍແບບ ສະແດງເອັມວີເພງດັງ ແລະ ຫຼ້າສຸດນາງກໍມີຜົນງານມາໃຫ້ແຟນໆໄດ້ອັບເດດ ເປັນການເດີນທາງໄປຮ່ວມສະແດງຮູບເງົາເລື່ອງ “ຜາດຳ ຄຳໄອ” ເຊິ່ງເລື່ອງນີ້ ນຸ້ຍ ສຸພາພອນ ໄດ້ຮັບບົດບາດເປັນນາງເອກເລື່ອງທຳອິດຮ່ວມປະຊັນບົດບາດກັບ ຕູມຕາມ ຍຸດທະນາ (ພະເອກດັງຂອງເພື່ອນບ້ານ) ນອກຈາກນັ້ນຍັງມີນັກສະແດງຊື່ດັງອີກຫຼາຍທ່ານເຊັ່ນ ໝໍ່າ ຈົກມົກ (ຕະຫຼົກຊື່ດັງປະເທດເພື່ອນບ້ານ), ເຈເນັດ ຂຽວ (ນັກຮ້ອງຊື່ດັງປະເທດເພື່ອນບ້ານ), ເຈ້ຍ ປາຊີຟິກ (ຜູ້ກຳກັບ/ນັກສະແດງ) ແລະ ນັກສະແດງຊື່ດັງອີກຢ່າງຫຼວງຫຼາຍ, ສຳລັບຮູບເງົາເລື່ອງ “ຜາດຳ ຄຳໄອ” ໄດ້ມີພິທີບວງສວງໄປຕັ້ງແຕ່ວັນທີ 6 ກຸມພາ ທີ່ຜ່ານມາ ເຊິ່ງບັນຍາກາດກໍເຕັມໄປດ້ວຍຄວາມມ່ວນຊື່ນ ເຮຮາ… ພຽງເຫັນແຕ່ພິທີບວງສວງຂອງຮູບເງົາເລື່ອງ “ຜາດຳ ຄຳໄອ” ແລ້ວຮູ້ສຶກຢາກເບິ່ງຂຶ້ນມາທັນທີ, ເອົາເປັນວ່າຢ່າລືມຕິດຕາມ ເປັນກຳລັງໃຈໃຫ້ນັກສະແດງຈາກລາວເຮົາຫຼາຍໆເລີຍເດີ້ແຟນໆ!!! (ເບິ່ງຄລິບສຳພາດນັກສະແດງຈາກຮູບເງົາເລື່ອງດັ່ງກ່າວ) …

Read More »

ມາຮູ້ຈັກ! ທີ່ມາຂອງ ບໍລິສັດ ຕັນຈົງ ມໍເຕີ້ ລາວຈຳກັດ ຜູ້ຈັດຈໍາໜ່າຍລົດ Nissan ແຕ່ພຽງຜູ້ດຽວໃນປະເທດລາວ

ບໍລິສັດ ຕັນຈົງກຣຸບ TAN CHONG GROUP ບໍລິສັດຕັນຈົງ ມໍເຕີ້ ໂຫດດີງສ໌ ເບີຫັດTan Chong Motor Holdings Berhad (TCMH)ໄດ້ຖືກສ້າງຕັ້ງຂື້ນຢູ່ປະເທດມາເລເຊຍໃນວັນທີ 14ເດືອນຕຸລາປີ1972.ຈຸດເລີ່ມຕົ້ນຂອງ (TCMH) ແມ່ນເປັນຜູ້ຈໍາຫນ່າຍລົດຍົນຂະຫນາດນ້ອຍເມື່ອຢ້ອນເວລາກັບໄປໃນປີ 1950, ໃນປະຈຸບັນTCMH Groupໄດ້ກາຍເປັນບໍລິສັດທີ່ໃຫຍ່ທີ່ສຸດໃນປະເທດ ແລະ ໄດ້ດຳເນີນກິດຈະການຫຼາຍຢ່າງເຊັ່ນ ການປະກອບລົດຍົນ, ການວາງຂາຍລົດຍົນໃນຕະຫຼາດ, ການຜະລິດຊີ້ນສ່ວນລົດຍົນ ການພັດທະນາຄຸນະພາບຂອງລົດຍົນ,ການຊື້ຂາຍເຄື່ອງກົນຈັກຫນັກ, ໄປຈົນເຖີງການພັດທະນາອຸປະກອນທາງອຸດສາຫະກໍາແລະການຜະລິດຕະພັນຕ່າງໆເພື່ອຕອບສະໜອງໃຫ້ແກ່ຜູ້ບໍລິໂພກທັງໃນແລະຕ່າງປະເທດ. ເມື່ອລວມກັບນະວັດຕະກຳທີ່ມີມາຍາວນານກວ່າ 80ປີຂອງນິສສັນNissan ແລະ ຄວາມຮູ້ໃນການຜະລິດລົດຍົນຄວາມໄວສູງ, ລົດຍົນທີ່ຂັບເຄື່ອນດ້ວຍໄຟຟ້າ, ລົດກະບະ ໄປຈົນເຖີງລົດໂດຍສານ, ລົດຕູ້ອະເນກປະສົງ ແລະ ລົດສະພອດທ໌ເຊັ່ນ SUV. ນິສສັນ Nissan ໄດ້ຄິດຄົ້ນຜະລິດຕະພັນເພື່ອຮອງຮັບຄວາມຕ້ອງການຂອງຕະຫຼາດ ເຊີ່ງເຮັດໃຫ້ຕັນຈົງມໍເຕີ້Tan Chong Motorມີຄວາມພາກພູມໃຈທີ່ໄດ້ເປັນຕົວແທ່ນຈຳໜ່າຍລົດຍົນນິສສັນNissanແຕ່ພຽງຜູ້ດງວ. ໃນປີ 2010,ບໍລິສັດຕັນຈົງມໍເຕີ້ລາວຈຳກັດTan Chong Motor (Lao) Sole …

Read More »

ລູກນໍ້າ ທິດາລັດ ມາໃນລຸກສາວໝວຍ ຈະເປັນແນວໃດ…ມາເບິ່ງ!!!

ຍັງອິນຢູ່ກັບບັນຍາກາດເທສະການປີໃໝ່ 2019 ຂອງແຟນໆທີ່ມີເຊື້ອສາຍ ຈີນ ແລະ ຫວຽດນາມ ແລະ ຫຼ້າສຸດ ລູກນໍ້າ ທິດາລັດ ວົງສິລິ ນັກສະແດງຊື່ດັງ ກໍໄດ້ອອກມາໂພສຮູບພາບ ພ້ອມແຄັບຊັ່ນອວຍພອນປີໃໝ່ແຟນໆຜ່ານເຟສບຸກສ່ວນຕົວ ພ້ອມຫອບເອົາຄວາມສົດໃສ ພ້ອມມາໃນລຸກສາວໝວຍ ນຸ່ງຊຸດປະເພນີຈີນມາຝາກແຟນໆໃຫ້ໄດ້ອັບເດດ… ?? 新年快乐 Happy Chinese New Year. ເຮັງໆ ລ້ຳລວຍ ລ້ຳລວຍ ສົມຫວັງທຸກປະການເດີ້ ??? Posted by Louknum Vongsili on Monday, February 4, 2019   ເຊິ່ງເຮັດໃຫ້ມີແຟນໆເຂົ້າໄປກົດໄລ້ ກົດແຊຣ ໃຫ້ ລູກນໍ້າ ທິດາລັດ ແລະ ຍັງບອກເປັນສຽງດຽວກັນອີກວ່ານາງໜ້າຮັກຫຼາຍໆໃນຊຸດປະເພນີຈີນ. ໜ້າຮັກແບບນີ້ເອົາໃຈແຟນໆ 10 10 10 ໄປເລີຍ…!!! (ຂໍຂອບໃຈຮູບພາບ)

Read More »

ມາເບິ່ງ! ແຟຊັ່ນຊຸດປະເພນີ ຈີນ ແລະ ຫວຽດນາມ ຈາກເຫຼົ່າຄົນບັນເທີງລາວ ຮ່ວມສະເຫຼີມສະຫຼອງເທສະການປີໃໝ່ 2019

ຍັງອິນຢູ່ກັບບັນຍາກາດເທສະການປີໃໝ່ 2019 ຂອງແຟນໆທີ່ມີເຊື້ອສາຍ ຈີນ ແລະ ຫວຽດນາມ ແລະ ຄົນບັນເທີງບ້ານເຮົາກໍບໍ່ພາດທີ່ຈະອອກມາໂພສຮູບພາບການແຕ່ງກາຍຊຸດປະເພນີ ຈີນ ແລະ ຫວຽດນາມ ໃຫ້ແຟນໆໄດ້ອັບເດດ ກົດໄລ້ ກົດແຊຣກັນລົວໆ ເຊິ່ງແຕ່ລະຄົນບອກເລີຍວ່າບໍ່ທຳມະດາ ມາແບບຈັດເຕັມ, ດັ່ງນັ້ນ! ລອງມາເບິ່ງກັນວ່າຈະມີໃຜແດ່… ບາບີ້ ປິຍະມາດ Miss International Laos 2018 ຢຸ້ຍ ສັນທະນີ Miss Supranational laos 2018 ມິມີ່ ພູນຊັບ ພົນໂຍທາ (Miss International Laos 2018) ປູເປ້ ລາຊະບຸດ (ພິທີກອນ/ນາງແບບ) ບີ່ບີ່ (Miss Tourism Laos 2018) ມຸກ ວົງໄຊສະຫວາດ Miss Supranational laos 2017 …

Read More »

ຮູ້ຫຼືບໍ່? ວ່າສາວປະເພດສອງຕົວແທນປະເທດລາວໃນເວທີ Miss International Queen 2019 ທີ່ປະເທໄທ ແມ່ນ…

ປະກາດຢ່າງເປັນທາງການໄປແບບສົດໆຮ້ອນໆແລ້ວວ່າ ກັນລະຍານີ ໂພທິມາດ (ປໍ້)  Miss Queen Laos 2019   ສາວປະເພດສອງຈາກປະເທດລາວ ຈະເດີນທາງໄປເປັນຕົວແທນສາວງາມເພື່ອປະກວດໃນ Miss International Queen 2019  ຈັດຂຶ້ນທີ່ປະເທດໄທ. ສຳລັບ ປໍ້ ກັນລະຍານີ ອາຍຸ 22 ປີ ລວງສູງ 169 ຊັງຕີແມັດ ກຳລັງສຶກສາຢູ່ທີ່ ວິທະຍາໄລ ລາວ-ອາເມລິກາ ເປັນສາວປະເພດສອງອີກໜຶ່ງຄົນທີ່ມີແຟນໆໃຫ້ຄວາມສົນໃຈ ແລະ ຕິດຕາມຜົນງານ ເຊິ່ງສາວຄົນນີ້ກໍມີຜົນງານຜ່ານວົງການບັນເທີງມາແລ້ວເດີ້ແຟນໆ ເພິ່ນໂດດເດັ່ນຫຼາຍໃນວົງການນາງແບບລາວເຮົາ ແລະ ນອກຈາກວຽກໃນວົງການບັນເທີງແລ້ວເພິ່ນຍັງໃຊ້ເວລາວ່າງໃຫ້ເປັນປະໂຫຍດ ໂດຍການໄປສອນນ້ອງໆນັກຮຽນອີກດ້ວຍ. ແຟນໆຊາວລາວກໍຢ່າລືມກຽມລຸ້ນ ກຽມເຊຍ ເປັນກຳລັງໃຈໃຫ້ສາວປະເພດສອງຕົວແທນປະເທດລາວຄົນນີ້ໃນເວທີ Miss International Queen 2019 ທີ່ປະເທໄທ ເຊິ່ງຈະມີຮອບຕັດສິນໃນວັນທີ 8 ມີນາ 2019 ນີ້…  #ຮັກລາວເຊຍລາວ ?????? (ມີຄລິບແນະນຳຕົວຂອງ ປໍ້ ກັນລະຍານີ …

Read More »