Breaking News

pou peng

ຢາກເປັນຄົນຄິດບວກ (Think Positive) ເບິ່ງໂລກໃນແງ່ດີ ເພື່ອໃຫ້ຊີວິດດີຂຶ້ນ ຈະເຮັດແນວໃດ???

ເພາະຊີວິດບໍ່ແມ່ນເລື່ອງງ່າຍ ໃນແຕ່ລະມື້ແນ່ນອນວ່າຕ້ອງມີບັນຫາເຂົ້າມາໃຫ້ໄດ້ແກ້ໄຂກັບວົນໄປ… ເຮັດໃຫ້ເກີດຄວາມຄຽດ ຄິດຫຼາຍ ວິຕົກກັງວົນ ຈົນເຮັດໃຫ້ເກີດການສ້າງກຳແພງໃຫ້ຕົວເອງ ອາດກາຍເປັນຄົນເບິ່ງໂລກໃນແງ່ຮ້າຍແບບບໍ່ຮູ້ຕົວ, ໃນເມື່ອເຮົາຮູ້ແບບນັ້ນແລ້ວ ວ່າບາງຢ່າງເຮົາກໍສາມາດຄວບຄຸມ ແກ້ໄຂມັນໄດ້ຢູ່… ຢ່າໂທດແຕ່ໂຊກຊະຕາ ໃຫ້ຈື່ໄວ້ເລີຍວ່າທຸກຢ່າງທີ່ເກີດຂຶ້ນ ລ້ວນແຕ່ມີທີ່ມາທີ່ໄປ ມີເຫດຜົນຂອງມັນສະເໝີ ຢ່າມົວໄປໂທດແຕ່ໂຊກຊະຕາ ຫຼື ຟ້າແຖນ ຈະບໍ່ມີມື້ທີ່ຈະແກ້ໄຂບັນຫາໄດ້ ແຕ່ຖ້າເຮົາເບິ່ງວ່າບັນຫາ ຫຼື ອຸປະສັກທີ່ເກີດຂຶ້ນເປັນເລື່ອງທີ່ຕ້ອງພົບເຈິ ເພື່ອໃຫ້ເຮົາພັດທະນາຕົວເອງຂຶ້ນຕື່ມ ກໍຈະເຮັດໃຫ້ກາຍເປັນເລື່ອງນ້ອຍໆ ແລະ ຈະສາມາດຊອກຫາຫົນທາງທີ່ດີເພື່ອແກ້ໄຂບັນຫາໄດ້ ຢູ່ກັບປັດຈຸບັນ ຢ່າໄປກັງວົນເລື່ອງທີ່ຍັງບໍ່ເກີດ ບາງເທື່ອທີ່ເກີດຄວາມຄຽດກັບເລື່ອງທີ່ຍັງບໍ່ເກີດ ຄິດວົນວຽນຊໍ້າໆວ່າສິ່ງທີ່ຈະເກີດຂຶ້ນຕ້ອງເປັນເລື່ອງທີ່ບໍ່ດີ ທັງໆທີ່ຍັງບໍ່ມີເຫດການໃດເກີດຂື້ນເລີຍ, ດັ່ງນັ້ນ ການຢູ່ກັບປັດຈຸບັນຈຶ່ງຈຳເປັນທີ່ສຸດ ຈົ່ງເຮັດປັດຈຸບັນໃຫ້ດີ ໃຫ້ເຕັມທີ່ ແລ້ວຜົນທີ່ຕາມມາກໍຈະດີເອງ ແລະ ທີ່ສຳຄັນຄວນມີແຜນສຳຮອງທຸກຄັ້ງ ຈະໄດ້ອຸ່ນໃຈວ່າຖ້າເກີດບັນຫາຂຶ້ນມາ ກໍຈະໄດ້ມີຫົນທາງເພື່ອຮັບຮອງບັນຫາໄດ້ ຮູ້ຈັກຜ່ອນ  ຢ່າເຄັ່ງຈົນເກີນໄປ ອັນໃດທີ່ເຄັ່ງຈົນເກີນໄປ ບໍ່ແມ່ນເລື່ອງດີເດີ້ ຄວນເຝິກເປັນຄົນໃຫ້ອະໄພ ແລະ ຮູ້ຈັກຜ່ອນ ຈັກຍານແດ່ກໍດີ ຫຼຸດຄວາມຄາດຫວັງລົງ ແລະ ເພື່ອໃຈໃຫ້ເປັນ …

Read More »

(ແຊຣບອກຕໍ່ໆກັນ) ລະວັງ! ເງິນປອມໃບ 50,000 ກີບ ແລະ 100,000 ກີບ ກຳລັງລະບາດ ທາງການອອກແຈ້ງເຕືອນ ພ້ອມບອກວິທີສັງເກດແບບງ່າຍໆ!!!

ປະຈຸບັນມີກຸ່ມຄົນບໍ່ດີຈຳນວນໜຶ່ງ ໄດ້ລັກລອບປອມແປງທະນະບັດ ປະເພດໃບ 50.000 ກີບ ແລະ 100.000 ກີບ ອອກມາຈໍລະຈອນໃຊ້ຈ່າຍໃນສັງຄົມ ດ້ວຍຮູບແບບການນຳເອົາທະນະບັດແທ້ໄປອັດສຳເນົາສີ (Copy) ໃສເຈ້ຍ A4 ທຳມະດາ, ມີສີສັນລວດລາຍຄ້າຍຄືທະນະບັດແທ້, ດັ່ງນັ້ນ!!! ທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ອອກແຈ້ງການ ໃນວັນທີ 27 ທັນວາ 2018 ໃຫ້ປະຊາຊົນເພີ່ມສະຕິລະວັງໂຕ ໃນການຮັບຈ່າຍ ທະນາບັດ ປະເພດໃບ 50,000 ກີບ ແລະ 100,000 ກີບ ໃນທົ່ວປະເທດ. (ເບິ່ງລາຍລະອຽດ ພ້ອມວິທີສັງເກດຂັ້ນພື້ນຖານໄດ້ດັ່ງລຸ່ມນີ້…) (ຢ່າລືມແຊຣບອກຕໍ່ໆກັນ!!!) (ຂໍຂອບໃຈຮູບພາບ)

Read More »

ງາມ ເກັ່ງຄົບສູດ! ທີມນາງງາມລາວໃນເວທີໂລກ 2018 ມາເບິ່ງກັນວ່າມີໃຜ ແລະ ເວທີໃດແດ່??? (ເຈົ້າເດເປັນ FC ນາງງາມຄົນໃດ?)

ເຫັນແລ້ວກໍອົດທີ່ຈະນຳມາຝາກແຟນໆບໍ່ໄດ້ ປີ 2018 ນີ້ ວົງການນາງງາມລາວເຮົາໂດ່ງດັງໄກໄປທົ່ວໂລກ ເພາະສາວງາມທີ່ເດີນທາງໄປເປັນຕົວແທນປະເທດລາວໃນເວທີໂລກ ເອີ້ນໄດ້ວ່າກວດລາງວັນມາຝາກພໍ່ແມ່ພີ່ນ້ອງຊາວລາວເປັນວ່າຫຼິ້ນ ແຖມແຕ່ລະສາວງາມທີ່ໄປເປັນຕົວແທນແຕ່ລະເວທີແມ່ນເຮັດໜ້າທີ່ໄດ້ດີຫຼາຍໆ ແບບວ່າທັງງາມ ທັງເກັ່ງຄົບສູດ (ຂໍຕົບມືຊົມເຊີຍທຸກໆສາວງາມເລີຍເດີ້) ແລະ ໃນມື້ນີ້ເຮົາຈະມາສ່ອງບັນດາສາວງາມປະຈຳປີ 2018 ທີ່ເປັນສາວງາມຕົວແທນປະເທດລາວໃນເວທີໂລກເຫຼົ່ານີ້ອີກຄັ້ງວ່າມີໃຜ ແລະ ມີເວທີໃດແດ່??? ເອົ້າ!!! ບໍ່ເວົ້າກັນຍາວເນາະ ແລະ ຢ່າລືມຄອມເມັ້ນບອກກັນແດ່ເດີ້ວ່າ ໃຜເປັນ FC ນາງງາມຄົນໃດແດ່? ອອນອະນົງ ຫອມສົມບັດ Miss Universe Laos 2018 (ໄດ້ລາງວັນ ຊຸດປະຈຳຊາດດີເດັ່ນ) ແສງມະນີ ໃສມະນີວັນ Miss Supranational Laos (ໄດ້ລາງວັນ ຊຸດປະຈຳຊາດດີເດັ່ນ) ຕິກນ້ຳ ກະດູມເພັດ Miss World Laos 2018 ປີຍະມາດ ພູນປະເສີດ Miss International Laos 2018 ນົບພະລັດ ສີໄກພັກ …

Read More »

ຮູບຫາຍາກ! ສ່ອງ…ບັນດາອະດີີດນາງງາມ 3 ເວທີດັງລວມຕົວສະຫຼອງ Christmas ທີ່ USA

ມາອັບເດດບັນດານາງງາມຂວັນໃຈແຟນໆຫຼາຍໆທ່ານ ບໍ່ວ່າຈະເປັນ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017, ຟ້າໃສ ຈິນນາລີ ນໍລະສິງ Miss Grand Laos 2017 ແລະ ມິມີ່ ພູນຊັບ ພົບໂຍທາ Miss International Laos 2017 ທີ່ຫຼ້າສຸດລວມຕົວກັນສະຫຼອງເທສະການ Christmas ທີ່ USA ເຊິ່ງງານນີ້ບັນດາອະດີດນາງງາມທັງ 3ເວທີດັງ ກໍບໍ່ພາດທີ່ຈະເກັບພາບ ພ້ອມໂພສແຄັບຊັ່ນໜ້າຮັກໆ ມາໃຫ້ແຟນໆໄດ້ອັບເດດແບບນີ້… ສຳລັບການລວມຕົວຂອງພວກນາງໃນເທື່ອນີ້ແມ່ນລວມຕົວເພື່ອຮ່ວມງານເດີນແບບທີ່ USA  ແລະ ຍັງມີຮູບພາບ ໜ້າຮັກໆ ຂອງທັງ 3 ມາຝາກແຟນໆ…!!! ເປັນແນວໃດແດ່? ໄດ້ເຫັນທັງ 3ແລ້ວ ໜ້າຮັກສຸດໆເລີຍວ່າບໍ່ແຟນໆ ແລະ ຖືວ່າເປັນຫຍັງທີ່ຍາກຫຼາຍທີ່ຈະເຫັນພາບສາວງາມທັງ 3 ໄດ້ລວມຕົວກັນແບບນີ້, ຢ່າງໃດກໍຝາກເປັນກຳລັງໃຈໃຫ້ ນຸ້ຍ ສຸພາພອນ ສົມວິຈິດ …

Read More »

ສ່ອງ! ງານ “SENGLAO ARTIST NIGHT” ງານທີ່ລວມສິລະປິນໄວໜຸ່ມລາວໃນການສະແດງສີມືດ້ານ “Art”  ແບບບໍ່ເຄີຍມີມາກ່ອນ!!!

ທ້າຍປີແບບນີ້ເຊື່ອວ່າແຟນໆຫຼາຍໆທ່ານກໍຄົງຈະມີແຜນກຽມພັກຜ່ອນໃນຊ່ວງ ເຄົ້າດາວ-ປີໃໝ່ 2019  ຫຼື ວ່າບາງທ່ານກໍຄົງຈະເດີນທາງແລ້ວກໍມີ… ແຕ່ສຳລັບ ຊະນີIndy ແລ້ວ ຍັງສືບຕໍ່ຊອກຫາຂ່າວສານທີ່ໜ້າສົນໃຈມາຝາກແຟນໆເຊັ່ນເຄີຍ ໃນມື້ນີ້ຈະພາແຟນໆມາອັບເດດງານທີ່ເກີດຂຶ້ນໃນຊ່ວງທ້າຍອາທິດ ຈັດຂຶ້ນໃນ ວັນທີ 21 ທັນວາ 2018 ທີ່ຜ່ານມາ ຢູ່ທີ່ ຮ້ານອາຫານ Senglao Café  ນັ້ກກໍຄືໍງານ “SENGLAO ARTIST NIGHT” ໂດຍ STELLA ເຊິ່ງງານນີ້ເປັນງານທີ່ລວມຕົວສາຍ Art ລຸ້ນ Young ໃຫ້ໄດ້ມາປ່ອຍຂອງ ໄດ້ມີພື້ນທີ່ໃນການສະແດງສີມືຂອງໄວໜຸ່ມລາວທີ່ແບບບໍ່ເຄີຍມີມາກ່ອນ… ແຟນໆທ່ານໃດທີ່ພາດໄປ ກໍບໍ່ຕ້ອງເສຍໃຈໄປເດີ້ ເພາະໃນມື້ນີ້ມີຮູບພາບບັນຍາກາດພາຍໃນງານມາຝາກ… ສຳລັບງານ “SENGLAO ARTIST NIGHT” ໂດຍ STELLA ນີ້ ຈຸດປະສົງຈັດຂຶ້ນເພື່ອສົ່ງເສີມໄວຫນຸ່ມລາວທີ່ມີຄວາມຄິດສ້າງສັນ ໄດ້ມີພື້ນທີ່ໃນການສະແດງສີມືໃນດ້ານງານສິລະປະ ແລະ ຍັງໄດ້ມີການພົບປະ, ແລກປ່ຽນ ສ້າງແຮງບັນດານໃຈ ປຸກຄວາມເປັນສິລະປິນ ແລະ ຄວາມ Art ໃນໂຕໄວໜຸ່ມລາວອອກມາ, ນອກຈາກນັ້ນຍັງມີການຈຳໜ່າຍສິນຄ້າຫັດຖະກຳ ຄວາມບັນເທີງ …

Read More »