Breaking News

pou peng

ຢາກເບິ່ງແລ້ວວວ! ຮູບເງົາເລື່ອງ ສະບາຍດີ ປະເທດລາວ (Hello Laos)

ມາອັບເດດຂ່າວສານວົງການຮູບເງົາລາວເຮົາ ຫຼ້າສຸດກໍໄດ້ມີພິທີເປີດກອງຖ່າຍທຳຮູບເງົາເລື່ອງ ສະບາຍດີ ປະເທດລາວ (Hello Laos) ເຊິ່ງເລື່ອງນີ້ໄດ້ນັກສະແດງນຳກໍຄື ໝໍ ແນ່ງ ຈັນດາລີ ສິດພະໄຊ ແລະ ຕ່າຍ ອາກາດ ມາປະຊັນສີມືການສະແດງໃນຮູບເງົາເລື່ອງດັ່ງກ່າວ, ເຊິ່ງໃນມື້ນີ້ກໍມີພາບບັນຍາກາດ ໃນມື້ເປີດກອງຖ່າຍທຳ ແລະ ໃນມື້ຖ່າຍທຳແທ້ມາໃຫ້ແຟນໆໄດ້ອັບເດດໄປກ່ອນ…   ເປັນແນວໃດ  ສຳລັບຮູບເງົາເລື່ອງ ສະບາຍດີ ປະເທດລາວ (Hello Laos)  ເຫັນແລ້ວ ຢາກເບິ່ງສຸດໆເລີຍແມ່ນບໍ່ແຟນໆ ເອົາເປັນວ່າອົດໃຈລໍຖ້າໄປກ່ອນເນາະ ເພາະກຳລັງຢູ່ໃນຊ່ວງຖ່າຍທຳ ແລະ ສັນຍາເລີຍວ່າຈະມາອັບເດດໃຫ້ແຟນໆໄດ້ຮູ້ເປັນໄລຍະໆແນ່ນອນ!!! ຮູບພາບ: fb/Chandaly Ningnang Sitpraxay

Read More »

ນໍ້າຕານຍັງອາຍ! ແອັບເປີ້ນ-ຟຣຸກ ຄວງຄູ່ສະວີດຫວານຊ່ວງປີໃໝ່ໄກເຖິງ Switzerland (ຂ້າຄົນໂສດແບບເຕັມໆ)

ສະບາຍດີປີໃໝ່ (Happy New Year 2019) ແຟນໆ ຂວັນໃຈ ທຸກໆຄົນ ເປີດປີໃໝ່ກັບຂ່າວຄວາມໜ້າຮັກຂອງ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ຄູ່ຮັກສາວລາວ-ບ່າວໄທ ທີ່ຫຼ້າສຸດຈັບມືຄວງຄູ່ກັນໄປທ່ອງທ່ຽວຊ່ວງປີໃໝ່ກັນໄກເຖິງ ປະເທດ ສະວິດເຊີແລນ (Switzerland) ແລະແນ່ນອນວ່າພວກເຂົາຕ້ອງມີຮູບພາບໜ້າຮັກໆ ສະວີດຫວານມາໃຫ້ບັນດາແຟນຄລັບໄດ້ອັບເດດກັນແນ່ນອນ… (ມີຮູບພາບຄວາມສະວີດຫວານຂອງທັງສອງມາຝາກ) ໂອ້ຍ!!! ເຫັນແລ້ວກໍສົງສານຄົນໂສດກັນສຸດໆ ແບບນີ້ຂ້າຄົນໂສດແບບເຕັມໆ (555), ແຕ່ເບິ່ງໆໄປແລ້ວ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ຄູ່ຮັກສາວລາວ-ບ່າວໄທ ຄູ່ນີ້ກໍໜ້າຮັກຫຼາຍໆ ເປັນອີກໜຶ່ງຄູ່ທີ່ມີບັນດາແຟນຄລັບຕິດຕາມກັນຢ່າງຫຼວງຫຼາຍ, ຢ່າງໃດກໍຂໍໃຫ້ທັງສອງຮັກກັນແບບນີ້ເລື້ອຍໆ ແລະ ຮີບມີ ເບບີ໋ ໂຕນ້ອຍໆມາໃຫ້ແຟນໆໄດ້ສ່ອງຄວາມໜ້າຮັກກັນໄວໆແດ່ເດີ້. ຮູບພາບ: fb/Appleminiberry, Fluke Jira

Read More »

ຂໍ້ຄິດດີໆໃນຊ່ວງປີໃໝ່ ປ່ຽນວິທີຄິດໃຫ້ຊີວິດດີຂຶ້ນ ຕ້ອນຮັບປີ 2019

ຂໍ້ຄິດດີໆ ປ່ຽນວິທີຄິດໃຫ້ຊີວິດດີຂຶ້ນ ຕ້ອນຮັບປີ 2019 ທີ່ຄວນຮູ້ຈະມີຫຍັງແດ່ມາເບິ່ງ… ລົງມືເຮັດໃນສິ່ງທີ່ຢາກເຮັດ ຫຼາຍຄົນກໍຄົງເຫັນແລ້ວແມ່ນບໍ່ວ່າ ເວລາປີໜື່ງມັນຜ່ານໄປຢ່າງໄວວາ ສິ່ງທີ່ເຄີຍລິສໄວ້ເປັນຂໍ້ໆທີ່ຄິດວ່າຢາກຈະເຮັດ ກໍຄວນເຮັດແບບຈິງຈັງໄດ້ແລ້ວ ຢ່າມົວແຕ່ເວົ້າ ແລະ ຄິດວ່າຈະເຮັດແລະບໍ່ເຮັດອີກຕໍ່ໄປ ແຖມສຸດທ້າຍມັນກໍຄົງມາຈົບຢູ່ບ່ອນເກົ່າທີ່ວ່າພໍໝົດປີກໍຍັງບໍ່ໄດ້ເຮັດຫຍັງ ແລະ ປ່ອຍໃຫ້ເວລາເສຍໄປແບບບໍ່ມີຄວາມໝາຍ ຫຼື ເຮັດຫຍັງກໍຍັງບໍ່ສຳເລັດ ລຸກຂຶ້ນມາເບິ່ງແຍງສຸຂະພາບຢ່າງຈິງຈັງ ຂໍ້ນີ້ແມ່ນສຳຄັນທີ່ສຸດ! ບໍ່ວ່າຈະຫຍັງກໍແລ້ວແຕ່ ຄວນລຸກຂຶ້ນມາເບິ່ງແຍງສຸຂະພາບຂອງຕົວເອງໄດ້ແລ້ວ ຍິ່ງອາຍຸເລີ່ມຫຼາຍຂຶ້ນຍິ່ງຕ້ອງລະວັງ ແຕ່ຄົນທີ່ອາຍຸຍັງນ້ອຍກໍຢ່າຟ້າວເບິ່ງຜ່ານ ເພາະບັນຫາສຸຂະພາບເກີດຂຶ້ນໄດ້ກັບທຸກຄົນ ດັ່ງນັ້ນມັນຮອດເວລາແລ້ວທີ່ຈະລຸກຂຶ້ນມາເບິ່ງແຍງເລື່ອງອາຫານການກິນ ພະຍາຍາມກິນແຕ່ອາຫານທີ່ມີປະໂຫຍດ ສານອາຫານຄົບຖ້ວນ ລວມເຖິງສິ່ງສຳຄັນທີ່ສຸດແມ່ນອອກກຳລັງກາຍຢ່າງສະໝໍ່າສະເໝີ ເກັບເງິນ ຢ່າຟຸມເຟືອຍ ຕ້ອງຍອມຮັບເລີຍວ່າ ເງິນເປັນອີກປັດໄຈໜຶ່ງທີ່ສຳຄັນ ຫາກຫາເງິນໄດ້ກໍຢ່າຟ້າວຫຼົງ ແລະ ໃຊ້ຈ່າຍຢ່າງຟຸມເຟືອຍ ຄວນຮູ້ຈັກແບ່ງເງິນອອກເປັນສັດສ່ວນ ແລະ ເລີ່ມເກັບເງິນ ເພື່ອເປັນຄ່າສຳຮອງໃນຍາມໃຊ້ຈ່າຍສຸກເສີນ ຈະໄດ້ບໍ່ຕ້ອງມານັ່ງເຈັບຫົວ ວ່າຈະຫາເງິນຈາກໃສມາຮັກສາຕົວເອງ ຫຼື ຖ້າຢາກເອົາເງິນໄປລົງທຶນເພື່ອໃຫ້ໄດ້ກຳໄລ ກໍຄວນເບິ່ງ ແລະ ສຶກສາໃຫ້ດີເສຍກ່ອນ ແບ່ງເວລາໃຫ້ເປັນ ໃຫ່ຍແລ້ວ ຄວນເບິ່ງເວລາໃຫ້ເປັນວ່າເວລາໃດຄືເວລາເຮັດວຽກ ຫຼື …

Read More »

ສົ່ງທ້າຍປີ 2018! ກັບ 2 ນາງງາມຜູ້ຄວ້າລາງວັນ “ຊຸດປະຈຳຊາດດີເດັ່ນ” ໃນເວທີລະດັບໂລກມາຝາກຄົນລາວ!!!

ສົ່ງທ້າຍປີ 2018 ນີ້ກັບ 2 ນາງງາມຜູ້ທີ່ຄວ້າລາງວັນຊຸດປະຈຳຊາດດີເດັ່ນມາຝາກຄົນລາວເຖິງ 2 ເວທີໃຫ່ຍລະດັບໂລກ ອອນອະນົງ ຫອມສົມບັດ Miss Universe Laos 2018 ແລະ ສັນທະນີ ໃສມະນີວັນ Miss Supranational​ Laos​ 2018 ເຊິ່ງນາງງາມທັງສອງໄດ້ເດີນທາງໄປເປັນຕົວແທນສາວງາມຈາກປະເທດລາວໄປປະກວດໃນເວທີ Miss Universe 2018 ທີ່ປະເທດໄທ ແລະ Miss Supranational 2018 ທີ່ປະເທດ ໂປແລນ ໃນເມື່ອບໍ່ດົນມານີ້ ແລະ ຍັງເຮັດໃຫ້ຄົນລາວເຮົາທັງຊາດພາກພູມໃຈ ສ້າງຊື່ສຽງໃຫ້ຄົນທົ່ວໂລກໄດ້ຮູ້ຈັກປະເທດລາວ ເພາະສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​ 2018) ມາຝາກຄົນລາວເຮົາໄດ້ທັງ 2 ເວທີ. “ຊຸດທານນ້ຳໃຈສູ່ປະເທດລາວ” ອອນອະນົງ ຫອມສົມບັດ ຄວ້າລາງວັນ Best National​ Costume​ ໃນເວທີ  Miss Universe …

Read More »

ຍອມ! ລຸກນີ້ຂອງ ຈິຈີ່ ພອຍໄພລິນ ກິນຂາດອີກແລ້ວວວ!!!

ໃສ ໃສໆ…ມີໃຜເປັນ FC ຂອງສາວຄົນນີ້ ມາໆມາ…ມາລວມຕົວກັນຢູ່ນີ້ໄວໆໆ ມາອັບເດດ ຈິຈີ່ ພອຍໄພລິນ ສີວິໄລ ເນັດໄອດໍ້ຄົນດັງ ທີ່ຫຼ້າສຸດຈັດລຸກຫວານໆ ໃສໆ ແຕ່ກິນຂາດແບບວ່າເຫັນແລ້ວຕ້ອງ ວ້າວວວວ!!! ເປັນແນວໃດ ວ້າວວວວວ!!! ເລີຍແມ່ນບໍ່ແຟນໆ ແຖມຊ່ວງນີ້ນາງຍັງເປີດໂຕໜຸ່ມຜ່ານອິນສະຕາແກຣມໃຫ້ແຟນໆໄດ້ກົດ ຫົວໃຈ ກັນລົວໆອີກເດີ້… View this post on Instagram merry Christmas❤️?? A post shared by CHICHI (@chichisvl) on Dec 25, 2018 at 4:39am PST ນອກຈາກຈະ ຍອມ! ໃນຄວາມຫວານ ຄວາມໃສຂອງລຸກນີ້ຂອງສາວ ຈິຈີ່ ພອຍໄພລິນ ແລ້ວ ຍັງຕ້ອງຍອມໃນຄວາມຫວານໃນຮູບຄູ່ຂອງນາງອີກດ້ວຍ… ໂອ້ຍຍຍ! ເຫັນແລ້ວອິນໄປຕາມໆກັນວ່າບໍ່ແຟນໆ? ຮູບພາບ: …

Read More »