ມາອັບເດດຂ່າວສານນາງງາມລາວຈາກຄ້າຍ Kaona Laos Entertainment ທີ່ຫຼ້າສຸດເດີນສາຍຫອບກະຕ່າດອກໄມ້ງາມໆມາອວຍພອນ ບັນນາທິການ ວາລະສານ ຂວັນໃຈ ແລະ ວາລະສານ ທາເກັດ ເຊິ່ງເປັນ ວາລະສານໃນເຄືອ ບໍລິສັດ ເຄ ແອນ ຊີ ຈຳກັດ (K&C Group Co.,Ltd), ເຊິ່ງບັນຍາກາດເຕັມໄປດ້ວຍຄວາມໜ້າຮັກ ສົດໃສຈາກນ້ອງໆນາງງາມລາວທີ່ມາແຈກຮອຍຍິ້ມ ພ້ອມກັບກ່າວທັກທາຍສະບາຍດີບັນດາຜູ້ໃຫ່ຍທີ່ໃຫ້ການສະໜັບສະໜູນ ແລະ ໃຫ້ກຳລັງໃຈພວກນາງມາໂດຍຕະຫຼອດ. ມີຮູບພາບບັນຍາກາດ ການອວຍພອນຈາກຄ້າຍ ກ້າວໜ້າລາວ ມາຝາກແຟນໆ ງານນີ້ນຳທີມໂດຍ ຈັນທະພອນ ສຸດຕະວົງ ຫຼື Toun Diva, ພ້ອມດ້ວຍນາງງາມຂວັນໃຈແຟນໆ ຄິດສະຕິນ່າ ລາຊະສິມມາ Miss Laos 2012 ແລະ ຍັງມີນ້ອງໆນາງງາມອີກຫຼາຍທ່ານເຊັ່ນ: ວານີພອນ ພູມີໄຊ (ໂຢໂຢ່) Miss Tourism Queen Laos 2018, ນິດາກອນ ຈັນດາລາສານ (ແອ່ນນີ້) …
Read More »pou peng
ເຊຍລາວສຸດໃຈ! ນາງງາມລາວເດີນທາງຮ່ວມປະກວດ Miss Intercontinental ທີ່ປະເທດຟິລິປິນ
ຫຼັງຈາກທີ່ໄດ້ເປີດໂຕຊຸດປະຈຳຊາດລາວ ມາໃນຊຸດ“ເຜົ່າມົ້ງມ່ວນຊື່ນ” ໃຫ້ແຟນໆຊາວລາວໄດ້ຮູ້ກັນໄປແລ້ວ ຫຼ້າສຸດ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ອາຍຸ 18 ປີ ລວງສູງ 1,67 ຊັງຕີແມັດ ສາວງາມຕົວແທນຈາກະເທດລາວກໍໄດ້ເດີນທາງໄປປະກວດນາງງາມໃນເວທີ Miss Intercontinentalຈັດຂຶ້ນທີ່ ປະເທດ ຟິລິປິນ ເປັນທີ່ຮຽບຮ້ອຍແລ້ວ… #ເຊຍລາວສຸດໃຈ ?????? (“ເຜົ່າມົ້ງມ່ວນຊື່ນ” ຊຸດປະຈຳຊາດລາວ ທີ່ໃຊ້ເຂົ້າຊິງລາງວັນຊຸດປະຈຳຊາດດີເດັ່ນໃນເວທີ Miss Intercontinental ) ປັດຈຸບັນ ນ້ອງ ຢາດຟ້າ ກຳລັງຢູ່ໃນຊ່ວງເກັບຕົວ ແລະ ເຮັດກິດຈະກຳຮ່ວມກັບທາງກອງປະກວດ Miss Intercontinental ຢ່າງໃດແຟນໆກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວເຮົາຄົນນີ້ກັນຫຼາຍໆເດີ້ ແລະ ກຽມອັບເດດຄວາມຄືບໜ້າການປະກວດຂອງສາວລາວໃນເວທີໂລກໃນເທື່ອນີ້ໄດ້ເລີຍ ການປະກວດ Miss Intercontinental ມື້ຕັດສິນແມ່ນວັນທີ 26 ມັງກອນ 2019 ນີ້. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ຮູບພາບ: FB/FyFa Phommavongsay
Read More »2 ອາຊີບໃໝ່ສ້າງລາຍໄດ້ດີທີ່ກຳລັງມາແຮງ ຕິດ Top 10 ທີ່ຄົນລຸ້ນໃໝ່ຢາກເປັນທີ່ສຸດ!!!
ໂລກປ່ຽນ, ການໃຊ້ຊີວິດຂອງຄົນກໍປ່ຽນ ໂດຍສະເພາະແມ່ນ ການມີເຕັກໂນໂລຊີໃໝ່ໆເຂົ້າມາ ຈຶ່ງເລີ່ມມີໃຫ້ເຫັນອາຊີບໃຫມ່ໆທີ່ເກີດຂຶ້ນຢູ່ໃນທົ່ວໂລກ ແລະ ເປັນອາຊີບທີ່ໃຜໆກໍສາມາດສ້າງ ແລະ ເຮັດເອງຂຶ້ນມາໄດ້ ແຖມຍັງມີລາຍໄດ້ດີ ຈາກອິນເຕີເນັດ, ຢູທູບ ແລະ ເຟສບຸກ ແລະ ເຊື່ອວ່າ ໃນອະນາຄົດອີກບໍ່ເທົ່າໃດປີ ກໍຕ້ອງເກີດຂຶ້ນຢູ່ບ້ານເຮົາແນ່ນອນ. ເປີດເຜີຍຜົນສຳຫຼວດ ເດັກນ້ອຍໃນປະເທດເກົາຫລີໃຕ້ ພົບວ່າ ໃຫຍ່ຂຶ້ນມາຢາກເປັນ Youtuber ແລະ Gamer ຕິດ Top 10 ເທົ່າກັບອາຊີບອື່ນໆທີ່ເຄີຍເປັນຄວາມຝັນຂອງເດັກມາແຕ່ດົນນານ ເຊັ່ນ: ເປັນທ່ານໝໍ, ເປັນຄູ, ເປັນຕຳຫຼວດ, ທະຫານ, ນັກກິລາ, ກັບຕັນ, ສາວແອ ແລະ ທະນາຍ ເຫຼົ່ານີ້ເປັນຕົ້ນ. ຜົນສຳຫຼວດນີ້ ຈັດຂຶ້ນໂດຍກະຊວງສຶກສາທິການ ປະເທດເກົາຫລີໃຕ້ ເຊິ່ງໄດ້ສອບຖາມເດັກປະຖົມສຶກສາວ່າ ໃນອະນາຄົດໃຫຍ່ຂຶ້ນມາຢາກເຮັດອາຊີບຫຍັງຫຼາຍທີ່ສຸດ. ເນື່ອງຈາກວ່າ ປັດຈຸບັນນີ້ ຄົນລຸ້ນໃໝ່ໃນເກົາຫລີໃຕ້ ແມ່ນພາກັນນິຍົມ ສົ່ງຄຣິບ ຫຼື ໄລ້ສົດຂຶ້ນ ຢູທູບ ຫຼາຍທີ່ສຸດ. ເນື້ອຫາສ່ວນຫຼາຍກໍແມ່ນເລື່ອງການກິນ, …
Read More »ບໍ່ຍອມແພ້! ແມ່ລ້ຽງດ່ຽວອະດີດພະນັກງານຮ້ານຟາສຟູດຊື່ດັງ ເດີນຕາມຄວາມຝັນສູ່ວ່າທີ່ (Dr.) ຈົນສຳເລັດ!!!
ແຟນໆທ່ານໃດທີ່ກຳລັງເມື່ອຍ ທໍ້ຖອຍ ບໍ່ມີກຳລັງໃຈທີ່ຈະລຸກຂື້ນຕໍ່ສູ້ກັບບັນຫາທີ່ກຳລັງພົບເຈິ… ລອງມາເບິ່ງເລື່ອງລາວຂອງ Faye Lewis ແມ່ລ້ຽງດ່ຽວທີ່ຊື່ສັດຕໍ່ຄວາມຝັນຂອງຕົວເອງ ແລະ ພະຍາຍາມພາຕົວເອງເດີນທາງເຂົ້າໄປຫາຄວາມຝັນຈົນປະສົບຜົນສຳເລັດ Faye Lewis ຕັ້ງແຕ່ອາຍຸ 16 ປີ ໄດ້ເລີ່ມເຂົ້າເຮັດວຽກທີ່ຮ້ານໄກ່ຊື່ດັງ KFC ເພື່ອຫາລ້ຽງທາງບ້ານ ແລະ ເກັບອອມເງິນເພື່ອຮຽນຕໍ່ໃນຄະນະພະຍາບານຕາມຄວາມຝັນ “ຂ້ອຍຮູ້ວ່າຂ້ອຍຢາກເປັນພະຍາບານ ຂ້ອຍຮັກທີ່ຈະຊ່ວຍເຫຼືອຄົນ ຂ້ອຍຮູ້ສຶກມີຄວາມສຸກທີ່ໄດ້ເຮັດດີຈາກຫົວໃຈ” ໄດ້ເລົ່າເຖິງແຮງບັນດານໃຈທີ່ເປັນຈຸດເລີ່ມຕົ້ນແຫ່ງຄວາມຝັນ ແຕ່ລະຫວ່າງນັ້ນກໍໄດ້ເກີດອຸປະສັກຂຶ້ນກັບນາງ ຄວາມຝັນບໍ່ເປັນໄປຕາມທີ່ຄິດເພາະຜົນການຮຽນຂອງນາງໄດ້ເກດ B ສອງວິຊາ ເຮັດໃຫ້ເກດສະເລ່ຍບໍ່ພໍທີ່ຈະໄປຮຽນຕໍ່ຄະນະພະຍາບານ ລາວຈຶ່ງໄດ້ໄປຮຽນຕໍ່ທີ່ວິທະຍາໄລແທນ ກ່ອນຈະຖືພາມີລູກໃນປີຕໍ່ມາ Faye ຈຶ່ງໄດ້ລາອອກມາຢູ່ທີ່ບ້ານກັບພໍ່ແມ່ ໃນຊ່ວງເວລານີ້ Faye Lewis ກໍຍັງໄດ້ເຮັດວຽກຢູ່ທີ່ຮ້ານ KFC ແລະໄດ້ຮັບເລື່ອນຂັ້ນໃຫ້ເປັນຜູ້ຈັດການຮ້ານ KFC ລວມເຖິງໄດ້ຮັບຕຳແໜ່ງແມ່ບ້ານຂອງ Assisted Living Facility ເຊິ່ງເປັນໂຄງການຂອງລັດຖະບານ Faye ສາມາດເລືອກຜ່ານການເຝິກອົບຮົມຫຼັກສູດພະຍາບານຜູ້ຊ່ວຍໄດ້ສຳເລັດ ແລະ ເລີ່ມເຮັດວຽກໃນສູນ Memorial Medical Center ແລະ ຊ່ວງເວລານີ້ເອງທີ່ເຂັມທິດຊີວິດຂອງລາວໄດ້ເລີ່ມຊີ້ໄປຖືກທາງ… ຈາກນັ້ນ Faye ກໍໄດ້ເຮັດວຽກໃນໂຮງໝໍທີ່ເຕັມໄປດ້ວຍນາງພະຍາບານທີ່ເປັນຕົ້ນແບບຫຼາຍໆທ່ານ ຈຶ່ງເຮັດໃຫ້ນາງມີໄຟທີ່ຈະລຸກຂຶ້ນເຮັດຕາມຄວາມຝັນ ນາງຕັດສິນໃຈສະໝັກຮຽນ LPN (ພະຍາບານທີ່ມີໃບປະກອບອາຊີບ) ຄວບຄູ່ໄປກັບການເຮັດວຽກຢູ່ທີ່ຮ້ານ KFC ຕອນນັ້ນແມ່ນກຳລັງຢູ່ໃນຊ່ວງທີ່ປັບຕົວຫຼາຍຢ່າງ …
Read More »ເປີດວາຟ! ຈັນມະລີ ທໍ່ Miss Hmong Laos 2019 ບໍ່ທຳມະດາ ອະດີດເຄີຍເປັນ…???
ເປັນກະແສຮືຮາກັນໄປພໍສົມຄວນ ສຳລັບ ຈັນມະລີ ທໍ່ Miss Hmong Laos 2019 ຫຼື ນາງສາວເຜົ່າມົ້ງ ປະຈຳປີ 2019 ເຊິ່ງມີແຟນໆຫຼາຍໆທ່ານທີ່ໃຫ້ຄວາມສົນໃຈ ແລະ ຢາກຮູ້ວ່າສາວງາມຄົນນີ້ ເປັນໃຜມາຈາກໃສ? ເອົາລະ!!! ບໍ່ເວົ້າກັນໃຫ້ຍືດຍາວ ໃນເມື່ອແຟນໆຢາກຮູ້ ກໍບໍລໍຊ້າ ລອງມາຮູ້ຈັກກັນສາວຄົນນີ້ກັນເບິ່ງເນາະ ຮັບຮອງຈະຕົກຂຸມຮັກນາງແນ່ນອນ!!! ນາງຈັນມະລີ ທໍ່ Miss Hmong Laos 2019 ມາຈາກບ້ານ ຫ້ວຍຊຳອໍ້ ເມືອງໄຊຍະບູລີ ແຂວງໄຊຍະບູລີ ບໍ່ທຳມະດາເດີ້ ເພາະອະດີດເຄີຍເປັນນັກຮຽນດີ-ນັກຮຽນເກັ່ງປະຈຳໂຮງຮຽນ (ມສ ນາລວມ) ແຖມສະໄຫມຮຽນປະຖົມ, ມັດທະຍົມຕົ້ນ-ປາຍ ນາງຍັງໄດ້ເປັນຫົວຫນ້າຫນ່ວຍສິລະປະ ວັນນະຄະດີ ປະຈຳໂຮງຮຽນພຸ້ນເດີ້… ປັດຈຸບັນນີ້ ຈັນມະລີ ທໍ່ Miss Hmong Laos 2019 ກຳລັງສຶກສາທີ່ ມະຫາວິທະຍາໄລ ສຸພານຸວົງ ຄະນະ ເສດຖະສາດ ແລະ …
Read More »