Breaking News

pou peng

ອາຍຸເປັນພຽງໂຕເລກ! Lyn Slater ໄວອາຍຸ 64 ປີ ກາຍເປັນແຮງບັນດານໃຈໃຫ້ສາວໆທົ່ວໂລກ!!!

ເຊື່ອວ່າແຟນຫຼາຍໆທ່ານຄົງຈະເຫັນຮູບຂອງ Lyn Slater ອາຍຸ 64 ປີ ແຟຼຊັ່ນນິດຕ້າ (fashionista) ແລະ ເປັນ ບ໋ອກເກີ້ (blogger) ຄົນດັງ  ເຜີຍແຜ່ໄປທົ່ວໂລກອອນລາຍໃນເວລານີ້ ແລະ ດ້ວຍການແຕ່ງໂຕທີ່ສຸດແຊບ ແລະ ມີສະໄຕຣເປັນຂອງຕົວເອງເຮັດໃຫ້ເພິ່ນໂດ່ງດັງ ແລະ ເປັນແຮງບັນດານໃຈໃນດ້ານການແຕ່ງຕົວໃຫ້ສາວໆທົ່ວໂລກ ເອີ້ນໄດ້ວ່າ ອະຍຸເປັນພຽງໂຕເລກແທ້ໆ!!! ສຳລັບ Lyn Slater ຫຼາຍຄົນຄົງຢາກຮູ້ຈັກ ເພິ່ນເປັນເຖິງສາດສະດາຈານທີ່ມະຫາວິທະຍາໄລ Fordham University ທີ່ ນິວຍອກ ແລະ ຍັງເປັນບ໋ອກເກີ້ລຸ້ນເກົ໋າ ເຈົ້າຂອງເວັບໄຊ້ accidentalicon.com  ເບິ່ງຈາກການແຕ່ງຕົວແລ້ວບໍ່ຍາກຈະເຊື່ອເລີຍແມ່ນບໍ່ວ່າຄົນ ອາຍຸ 64 ປີ ຈະແຕ່ງໂຕໄດ້ເຜັດ ແຊບ ຂະໜາດນີ້ ນາງຖືກຍົກໃຫ້ເປັນກູລູດ້ານແຟຼຊັ່ນອັນດັບຕົ້ນໆ ດ້ວຍສະໄຕຣການແຕ່ງໂຕທີ່ສາວໆແບບເຮົາໆຍັງຕ້ອງອາຍ ແຕ່ຖາມວ່າໂດ່ງດັງໄດ້ແນວໃດນັ້ນ ປັດຈຸບັນນີ້  Lyn Slater  ເອງກໍຍັງຕອບບໍ່ໄດ້ ເພາະທຸກຢ່າງເກີດຂຶ້ນໄວ ແລະ ເປັນຄວາມເຂົ້າໃຈຜິດ ມີມື້ໜຶ່ງນາງກຳລັງຍືນຖ້າໝູ່ໃກ້ໆກັບງານອີເວັ້ນທີ່ມີການເດີນແຟຼຊັ່ນໂຊ …

Read More »

ສະແດງຄວາມຍິນດີ! ນາງງາມລາວຕິດ Top10 ໃນເວທີ Miss Intercontinental 2018 ທີ່ປະເທດຟິລິປິນ

ວ້າວ ວ້າວ ວ້າວວວ ມີຂ່າວດີມາບອກ ມາກ່າວແຟນໆໃຫ້ໄດ້ຮູ້ອີກແລ້ວ ຫຼ້າສຸດ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018  ຕົວແທນສາວງາມຈາກ ປະເທດລາວ ແມ່ນຖືກຈັດອັນດັບໃຫ້ຢູ່ໃນ Top10 ໃນເວທີ Miss Intercontinental 2018 ເພາະທ້າຍອາທິດທີ່ຜ່ານມາທາງກອງປະກວດກໍໄດ້ເປີດຕົວສາວງາມຜູ້ເຂົ້າແຂ່ງຂັນໃຫ້ບັນດາສື່ມວນຊົນ ແລະ ຄົນທັງໂລກໄດ້ຮູ້ໂສມໜ້າຂອງຜູ້ເຂົ້າແຂ່ງຂັນໃນປີນິ້ແລ້ວ  ຫຼັງຈາກນັ້ນກໍໄດ້ມີເວັບໄຊ້ນາງງາມຊື່ດັງ Angelopedia ຈັດອັນດັບ Top10  ຜູ້ເຂົ້າປະກວດທີ່ມີຄວາມງາມ ໂດດເດັ່ນ ແລະ ເປັນທີ່ຈັບຕາເບິ່ງ ແລະ ໜຶ່ງໃນນັ້ນກໍມີ ນ້ອງ ຢາດຟ້າ Miss Intercontinental Laos 2018ຈາກປະເທດລາວເຮົານຳເດີ້ (ຂໍສະແດງຄວາມຍິນດີນຳຫຼາຍໆ) ປັດຈຸບັນ ນ້ອງ ຢາດຟ້າ ກຳລັງຢູ່ໃນຊ່ວງເກັບຕົວ ແລະ ເຮັດກິດຈະກຳຮ່ວມກັບທາງກອງປະກວດ Miss Intercontinental ຢ່າງໃດແຟນໆກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວເຮົາຄົນນີ້ກັນຫຼາຍໆເດີ້ ແລະ ກຽມອັບເດດຄວາມຄືບໜ້າການປະກວດຂອງສາວລາວໃນເວທີໂລກໃນເທື່ອນີ້ໄດ້ເລີຍ ການປະກວດ Miss Intercontinental  ມື້ຕັດສິນແມ່ນວັນທີ 26 ມັງກອນ 2019 ນີ້. #ເຊຍລາວສຸດໃຈ ??????  #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? …

Read More »

ຊົມເຊີຍ! ເຈົ້າໜ້າທີ່ຈັບພໍ່ຄ້າຢາບ້າລາຍໃຫ່ຍ ຈຳນວນ 5.764.000 ເມັດ ພ້ອມເຮໂລອິນຫຼາຍຮ້ອຍແທ່ງ ທີ່ແຂວງ ບໍ່ແກ້ວ!!!

ໃນວັນທີ 12 ມັງກອນ 2019 ທີ່ຜ່ານມາ ທາງກອງບັນຊາການ ທະຫານ ແຂວງບໍ່ແກ້ວ ໄດ້ແຫຼ່ງຂ່າວຈາກຮາກຖານວ່າ: ຈະມີການຂົນສົ່ງຢາເສບຕິດ ລາຍໃຫຍ່ຢູ່ເຂດ ບ້ານສີດອນມີ ຫາ ຫ້ວຍໄຄ້ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ດັ່ງນັ້ນ, ທາງກອງບັນຊາການທະຫານແຂວງ ຈຶ່ງໄດ້ແຕ່ງຕັ້ງ ໃຫ້ຫ້ອງການ ປກສ-ປກຊ, ໄປສົມທົບກັບກອງຮ້ອຍຊາຍແດນ 122 ເພື່ອຕິດຕາມ ຢູ່ເຂດດັ່ງກ່າວຕາມການລາຍງານຂອງຮາກຖານ. ເຖິງເວລາປະມານ 10 ໂມງເຊົ້າ ຂອງວັນທີ 13 ມັງກອນ 2019 ຈຶ່ງໄດ້ພົບເຫັນລົດເປົ້າໝາຍ ຢູ່ເຂດ ບ້ານຫ້ວຍລົມ ຫາ ບ້ານຫ້ວຍໄຄ້ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈຶ່ງໄດ້ກວດກາລົດກະບະ VIGO ຄັນດັ່ງກ່າວ ໝາຍເລກທະບຽນ ນຂ 5888 ກໍາແພງນະຄອນ ເຊິ່ງ ຂັບຂີ່ໂດຍ ທ້າວ ຊົງທໍ …

Read More »

ນັກສະແດງສັນຊາດລາວ ຮ່ວມສະແດງຮູບເງົາ “ດອກຈຳປາບານ” ກຽມໂຊຜົນງານໃນຈໍໃນປະເທດຈີນແລ້ວ…ໄວໆນີ້!!!

ໃຫ້ແຟນໄດ້ຕິດຕາມກັນອີກແລ້ວ ຫຼ້າສຸດ ຈັນດາລີ ສິດພະໄຊ (ຫຼື ໝໍ ແນ່ງ) ມີຂ່າວສານມາໃຫ້ແຟນໆໄດ້ອັບເດດຜົນງານກັນເລຶ້ອຍໆ, ກ່ອນໜ້ານີ້ກໍໄດ້ມີການເປີດເຜີຍໃຫ້ຮູ້ກັນໄປວ່ານາງໄດ້ໄປຮ່ວມສະແດງຮູບເງົາເລື່ອງ “ດອກຈຳປາບານ” ເຊິ່ງເປັນຮູບເງົາສານສຳພັນລະຫວ່າງ ລາວ-ຈີນ ຮ່ວມກັບທີມງານ ແລະ ຜູ້ສ້າງຈາກປະເທດຈີນ ຈົນເອີ້ນສຽງຮືຮາຈາກແຟນໆມາແລ້ວວວວ… ແລະ ຫຼ້າສຸດກໍໄດ້ມີການເປີດເຜີຍກັນມາອີກຮອບໜຶ່ງແລ້ວວ່າ ໃນວັນທີ 18 ມັງກອນ 2019 ນີ້ຮູບເງົາເລື່ອງ “ດອກຈຳປາບານ” ກໍໄດ້ມີກຳນົດສາຍທີ່ ປະເທດຈີນ ທົ່ວປະເທດ. ສຳລັບຮູບເງົາເລື່ອງ “ດອກຈຳປາບານ” ແມ່ນເວົ້າເຖິງຄວາມຮັກລະຫວ່າງ ບ່າວ-ສາວ ທັງສອງປະເທດ (ລາວ-ຈີນ) ທີ່ມີມາຕັ້ງແຕ່ລຸ້ນແມ່ເຖົ້າ ຕັ້ງແຕ່ໃນສະໄໝສົງຄາມທີ່ພົບຮັກກັບທະຫານຊາວຈີນ ແຕ່ບໍ່ສົມຫວັງ ຈົນມາເຖິງລຸ້ນຫຼານສາວກໍຄື ໝໍ ແນ່ງ ຈັນດາລີ ທີ່ຮັບບົດເປັນນາງເອກ ເຊິ່ງຄວາມຮັກຂອງນາງກໍບໍ່ຄ່ອຍຈະໄດ້ຮັບການສະໜັບສະໜູນໃຫ້ຮັກກັບຄົນຮັກທີ່ເປັນຊາຍຊາວຈີນ ເພາະບໍ່ຢາກໃຫ້ຫຼານສາວເສຍໃຈ… ຫັ້ນແນ່!!! ເລົ່າໃຫ້ຟັງຄ່າວໆຮູ້ສຶກຢາກເບິ່ງແລ້ວແມ່ນບໍ່ແຟນໆ ແຕ່ເລື່ອງລາວທີ່ເລົ່າມາເປັນພຽງເນື້ອຫາພຽງເລັກໜ້ອຍເທົ່ານັ້ນ ແລະ ຈະເຂົ້າສາຍໃນໂຮງຮູບເງົາທົ່ວປະເທດຈີນ ໃນວັນທີ 18 ມັງກອນ 2019 ນີ້. (ຕົວຢ່າງ ຮູບເງົາ) Posted …

Read More »

ຂ່າວດີ! ແຈ້ງການປັບລົງລາຄານ້ຳມັນເຊື້ອໄຟທົ່ວປະເທດ!!!

ຂ່າວດີ!!! ຫຼ້າສຸດໄດ້ມີແຈ້ງການ ເລກທີ 0028 ໃນວັນທີ 10 ມັງກອນ 2019 ຈາກ ກະຊວງອຸດສາຫະກຳ ແລະ ການຄ້າ ເລື່ອງ: ແຈ້ງການປັບລົງລາຄານ້ຳມັນເຊື້ອໄຟໃຈຂອບເຂດທົ່ວປະເທດ. (ລາຍລະອຽດ ເບິ່ງຕາມແຈ້ງການດັ່ງລຸ່ມນີ້) (ຂໍຂອບໃຈສຳລັບຮູບພາບ)

Read More »