Breaking News

pou peng

ຢ່າໃຫ້ໃຜມາເວົ້າໃຫ້ວ່າ “ຂາດຄວາມຮັບຜິດຊອບ” ລອງມາເບິ່ງເຄັບບໍ່ລັບທີ່ຈະຊ່ວຍໃຫ້ເປັນຄົນກົງຕໍ່ເວລາ

ການມາກົງຕໍ່ເວລາຖືເປັນສິ່ງທີ່ຄັນຫຼາຍໆ ໃນການໃຊ້ຊີວິດໃນສັງຄົມໃຫ້ມີປະສິດທິພາບ ເພາະມີການວິໃຈອອກມາແລ້ວວ່າ ການມາຊ້າຖືເປັນການຜິດສັນຍາ ແລະ ເຮັດໃຫ້ຂາດຄວາມເຊື່ອຖື ແລະ ເຮັດໃຫ້ພາດຈາກໂອກາດດີໆ, ດັ່ງນັ້ນ! ໃນມື້ນີ້ເຮົາຈະມາຮູ້ຈັກກັບ 9 ວິທີທີ່ຊ່ວຍໃຫ້ກົງຕໍ່ເວລາທີ່ນັດໝາຍ ແລະ ປັບຕົວເປັນຄົນໃໝ່ໃຫ້ມີຄວາມໜ້າເຊື່ອຖື ໄດ້ໂອກາດດີໆ ແລະ ບໍ່ຕ້ອງຖືກໃຜມາເວົ້າໃຫ້ວ່າເຮົາບໍ່ມີຄວາມຮັບຜິດຊອບ!!! ໃຫ້ຄວາມສຳຄັນກັບການກົງຕໍ່ເວລາ ມີຫຼາຍຄົນທີ່ບໍ່ເຫັນຄວາມສຳຄັນຕໍ່ການກົງຕໍ່ເວລາ ດັ່ງນັ້ນ! ເພື່ອບໍ່ຢາກພາດໂອກາດທີ່ດີ ທີ່ຈະເຂົ້າມາໃນຊີວິດໃຫ້ລອງປັບປ່ຽນນິດໃສເບິ່ງໃໝ່ ເພາະການມາກົງຕໍ່ເວລາຈະເຮັດໃຫ້ເຮົາເຝິກຝົນໂຕເອງໃນທາງທີ່ດີຂຶ້ນ 2. ເພື່ອເວລາ ໃຫ້ຄິດສະເໝີວ່າກາເດີນທາງໄປຫາຄົນທີ່ເຮົານັກດ ອາດຈະບໍ່ໄດ້ລາບລື່ນ ອາດຈະມີຝົນຕົກ ລົດຕິດ ແລະ ອື່ນໆ ເພື່ອບໍ່ໃຫ້ເປັນການບໍ່ກົງຕໍ່ເວລາ ຄວນເພື່ອເວລາກ່ອນຈະດີທີ່ສຸດ ອາດຈະເບິ່ງເວລາໃຫ້ຮອດຈຸດທີ່ເຮົານັດໝາຍໄວ້ຈັກ 15 ນາທີ ຈະເປັນການດີ 3. ຈັດເຄື່ອງໃຫ້ເປັນລະບຽບ ຄວນເກັບມ້ຽນເຄື່ອງໃຫ້ເປັນບ່ອນ ບໍ່ວ່າຈະເປັນໂທລະສັບກຸນແຈລົດກ່ອນອອກຈາກບ້ານ ຈະໄດ້ບໍ່ເສີຍເວລາກ່ອນອອກເດີນທາງ 4. ກຽມຕົວໃຫ້ພ້ອມ ກ່ອນເຖິງມື້ນັດໝາຍ ຫຼື ກິດຈະກຳຫຍັງກໍຕາມ ຄວນກຽມເຄື່ອງທຸກຢ່າງທີ່ຕ້ອງໃຊ້ ເຊັ່ນ: ການວາງແຜນ …

Read More »

ເອົາແລ້ວວວ! ນໍ້າຝົນ ຮ່ວມງານກັບ ປາມມີ່ ນັກຮ້ອງສຸດແນວ ພ້ອມທັງສິລະປິນດັງອີກຫຼາຍປະເທດ ໃນຮູບເງົາ “FRIEND ZONE”

ເອົາແລ້ວວວວ! ຮືຮາກັນສຸດໆໃນເວລານີ້ ເພາະວ່າ ນໍ້າຝົນ ອິນທະວົງ (ຫຼື ນໍ້າຝົນ Indee) ນັກຮ້ອງສາວຈາກປະເທດລາວ ທີ່ກ່ອນໜ້ານີ້ມີຂ່າວແວ່ວໆມາກ່ອນແລ້ວວ່ານາງໄດ້ໄປຮ່ວມຮ້ອງເພງ ແລະ ສະແດງຮູບເງົາ ເລື່ອງ ເຟນໂຊນ (FRIEND ZONE) ທີ່ປະເທດໄທ ແລະ ເມື່ອບໍ່ດົນມານີ້ກໍເປັນກະແສໃຫ້ໄດ້ມາເວົ້າມາລົມກັນ ເພາະມີການປ່ອຍເພງປະກອບຮູບເງົາເລື່ອງດັ່ງກ່າວອອກມາໃຫ້ແຟນໆໄດ້ເບິ່ງ ເຊິ່ງເພງນີ້ເຊື່ອວ່າແຟນໆຊາວລາວເຮົາກໍຄົງຈະໄດ້ຍິນກັນມາກ່ອນແລ້ວເປັນບົດເພງທີ່ມີຊື່ວ່າ “ຄິດມາກ” ຂອງນັກຮ້ອງສາວສຸດແນວ ປາມມີ່ ແຕ່ຂຶ້ນຊື່ວ່າເປັນເພງປະກອບຮູບເງົາ “FRIEND ZONE” ທັງທີ ແນ່ນອນວ່າຕ້ອງມີຄວາມພິເສດ ແລະ ມ່ວນ ມັນແນ່ນອນ ເພາະເພງດັ່ງກ່າວໄດ້ລວມລວມເອົາສິລະປິນສາວຊື່ດັງຈາກ 9 ປະເທດ ເນື້ອເພງກໍເປັນ 9ພາສາ ລວມທັງພາສາລາວເຮົານຳເດີ້ແຟນໆ ແລະ ງານນີ້ພາສາລາວເຮົາຍັງໄດ້ເປັນຊາດທຳອິດທີ່ຮ້ອງອີກດ້ວຍ… (ມີຄລິບ) ເຊິ່ງສິລະປິນໃນເພງດັງກ່າວແມ່ນມາຈາກ 9 ປະເທດເຊັ່ນ: ນໍ້າຝົນ ອິນທະວົງ (Laos), Palmy (Thailand), Claudia Barretto (Philippines), Chi Pu (Vietnam), …

Read More »

ສະຖານເອກອັກຄະລັດຖະທູດຈີນປະຈຳລາວ ໄດ້ຈັດງານລ້ຽງສະເຫຼີມສະຫຼອງປີໃໝ່ຈີນ 2019

ສະຖານເອກອັກຄະລັດຖະທູດຈີນປະຈຳລາວໄດ້ຈັດງານລ້ຽງສະເຫຼີມສະຫຼອງປີໃໝ່ຈີນ ໃນຄ່ຳຄືນຂອງວັນທີ 28 ມັງກອນ 2019 ທີ່ຜ່ານມາ ທີ່ ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍມີການເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູດ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ກິແກ້ວ ໄຂຄຳພິທູນ ຫົວໜ້າໂຄສະນາອົບຮົມສູນກາງພັກ ບັນດາທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີ ແລະ ບັນດາທູຕານຸທູດ ແລະ ຕາງໜ້າອົງການຈັດຕັ້ງສາກົນປະຈຳສປປ.ລາວ. ທ່ານ ຈຽງ ໄຊຕົງ ເອກອັກຄະລັດຖະທູດຈີນປະຈຳສປປ.ລາວ ກ່າວວ່າ: ປີ 2018 ແມ່ນເປັນປີທຳອິດຂອງການຈັດຕັ້ງປະຕິບັດຢ່າງຮອບດ້ານ ເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ. ພາຍໃຕ້ການນຳພາອັນເຂັ້ມແຂງໜັກແໜ້ນຂອງຄະນະກຳມະການສູນກາງພັກກອມມູນິດຈີນ ໂດຍມີ ເລຂາທິການໃຫຍ່ ສີ ຈິ້ນຜິງເປັນແກນນຳ, ສປ.ຈີນ ສາມາດຍາດໄດ້ຜົນສຳເລັດສັງຄົມນິຍົມຕາມສີສັນພິເສດຂອງສປຈີນທີ່ຫຍິ່ງໃຫຍ່ຄັ້ງໃໝ່ເພື່ອຍຸກສະໃໝໃໝ່. ໃນປີ 2018 ສປ.ຈີນ ໄດ້ສະເຫຼີມສະຫຼອງວັນຄົບຮອບ 40 ປີຂອງການປະຕິຮູບ ແລະ …

Read More »

ກຽມປ່ອຍ! “ຮັບໄດ້ບໍ່” ຜົນງານໃໝ່ຂອງ ຕຸລີ່ ບິດາລັກ ນັກຮ້ອງສາວສຽງດີຈາກ ນະຄອນຫຼວງພະບາງ 

ຈື່ນໍ້າສຽງສາວຄົນນີ້ໄດ້ບໍ່??? ຫ່າງຫາຍວົງການເພງໄປໄລຍະໜຶ່ງ ຫຼ້າສຸດ ບິດາລັກ ສີອັກຄະພົມ (ຕຸລີ່) ກໍມີຜົນງານມາໃຫ້ແຟນໆກຽມໄດ້ອັບເດດ ເພາະໃນວັນທີ 1 ກຸມພາ 2019 ນາງຈະມີບົດເພງໃໝ່ຊື່ວ່າ “ຮັບໄດ້ບໍ່” ມາໃຫ້ແຟນໆໄດ້ຕິດຕາມ… (ຕົວຢ່າງບົດເພງ “ຮັບໄດ້ບໍ່”) "ຂໍພຽງຄວາມເຂົ້າໃຈ ທຸກຄົນບໍ່ໄດ້ສົມບູນແບບໄປທຸກຢ່າງ" ◼ "NO ONE IS PERFECT" ◼❤ ວັນທີ່ 1 ກຸມພາ ນີ້! ມາຟັງແບບເຕັມໆພ້ອມກັນເນາະ!#ToulyBidalack #ຮັບໄດ້ບໍ່ #ເພງໃຫມ່2019 Posted by Bidalack Syackhaphom on Tuesday, January 29, 2019   ສຳລັບ ຕຸລີ່ ບິດດາລັກ ເຊື່ອວ່າແຟນໆຫຼາຍທ່ານຄົງຈະຮູ້ຈັກນາງກັນແດ່ແລ້ວ ເພາະເປັນອີກແມ່ຍິງລາວຄົນໜື່ງທີ່ມີຄວາສາມາດຫຼາຍດ້ານ ແລະ ຍັງເປັນເຈົ້າຂອງບົດເພງດັງຫຼາຍບົດເພງໃນອະດີດ ບໍ່ວ່າຈະເປັນ: ເຈັບບໍ່ຈຳ, ສຳຄັນເວລາເຫງົາ, …

Read More »

ເດີນທາງແລ້ວ! ຮ່ວມສົ່ງກຳລັງໃຈໃຫ້ນາງງາມລາວສູ່ເວທີໂລກ Miss Global 2019 ທີ່ປະເທດ ຟີລິບປິນ!!!

ເດີນທາງແລ້ວເດີ້ ສຳລັບ ພູຄຳ ທິບພົມວົງ (ໝີພູ) Miss Global Laos 2019 ທີ່ອອກເດີນທາງໃນເຊົ້າຂອງວັນທີ 31 ມັງກອນ 2019 ເພື່ອເດີນທາງໄປເປັນຕົວແທນສາວງາມຈາກປະເທດລາວໃນເວທີ Miss Global 2019 ທີ່ປະເທດ ຟີລິບປິນ… ຝາກເປັນກຳລັງໃຈໃຫ້ນາງງາມລາວໃນເວທີໂລກຫຼາຍໆເລີຍເດີ້ແຟນໆ… ສຳລັບການປະກວດ Miss Global 2019  ຮອບຕັດສິນຈະຈັດຂຶ້ນໃນວັນທີ 11 ກຸມພານີ້, ຢ່າລືມ ຮ່ວມເຊຍຮ່ວມໃຫ້ກຳລັງໃຈ ໃນການປະຕິບັດໜ້າທີ່ການເປັນທູດວັດທະນະທຳນຳສະເໜີ ປະເທດລາວ ສູ່ເວທີລະດັບສາກົນ. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? #ຮັກລາວເຊຍລາວ ?????? ຮູບພາບ: FB/MeePooh Thppv

Read More »